ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊູດານ ຂໍຮ້ອງໃຫ້ຈີນ ຊ່ອຍແກ້ໄຂ ບັນຫາຂັດແຍ້ງ ເລື້ອງນໍ້າມັນ (ເບິ່ງວີດີໂອ)


ທ່ານຊີ ຈິ້ນຜິງ ຮອງປະທານປະເທດຈີນ (ຂ້າງຂວາ) ຈັບມືກັນທ່ານ Ali Ahmed Karti ລັດຖະມົນຕີ ຕ່າງປະເທດຊູດານ ໃນລະຫວ່າງການພົບປະກັນທີ່ກຸງປັກກິ່ງ.
ວັນທີ 28 ກຸມພາ 2012.
ທ່ານຊີ ຈິ້ນຜິງ ຮອງປະທານປະເທດຈີນ (ຂ້າງຂວາ) ຈັບມືກັນທ່ານ Ali Ahmed Karti ລັດຖະມົນຕີ ຕ່າງປະເທດຊູດານ ໃນລະຫວ່າງການພົບປະກັນທີ່ກຸງປັກກິ່ງ. ວັນທີ 28 ກຸມພາ 2012.

ຊູ​ດານ​ຂໍ​ຮ້ອງ​ຈີນ​ໃຫ້​ຊ່ອຍ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງກັນ​ທີ່​ມີ​ມາ​ຕັ້ງ​ແຕ່​ດົນນານ​ກ່ຽວ​ກັບ​ລາຍ​ຮັບ​
ຈາກ​ການ​ຂາຍ​ນໍ້າມັນ​ກັບປະ​ເທດ​ຊູ​ດານ​ໃຕ້​ທີ່​ຫາ​ກໍ​ເປັນ​ປະ​ເທດ​ເອກະລາດ​ໃໝ່ໆ.

ຫລັງ​ຈາກ​ທໍາ​ການ​ພົບ​ປະກັນ​ທີ່​ກຸງ​ປັກ​ກິ່ງ​ໃນ​ວັນ​ອັງຄານ​ມື້​ນີ້ ທ່ານ Ali Ahmed Karti
ລັດຖະມົນຕີ​ຕ່າງປະ​ເທດ​ຊູ​ດານ ກ່າວ​ວ່າ ຊູ​ດານ​ຈະປຶກສາ​ຫາລື​ກັບ​ຄູ່​ພາຄີ​ອື່ນໆ​ເຊ່ນ​ກັນ
ໃນຂະນະ​ທີ່​ຕົນ​ພະຍາຍາມ​ຍຸດຕິ ບັນຫາ​ຂັດ​ແຍ້​ງກັນ​ທີ່​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ​ນີ້.

ຊູ​ດານ​ໃຕ້​ໄດ້​ຢຸດ​ເຊົາ​ຜະລິດ​ນໍ້າມັນ​ຂອງ​ຕົນ​ໃນ​ເດືອນ​ມັງກອນ​ຜ່ານ​ມາ ຫລັງ​ຈາກ​ກ່າວ​
ຫາຊູ​ດານ​ວ່າ ​ລັກ​ນໍ້າມັນເປັນ​ມູນ​ຄ່າ​ຫລາຍ​ກວ່າ 800 ລ້ານໂດ​ລາ ​ທີ່​ສົ່ງ​ນໍ້າມັນ​ຜ່ານ​ທໍ່​
ລໍາລຽງນໍ້າມັນ​ໃນ​ພາກ​ເໜືອ​ຂອງ​ຊູ​ດານ​ນັ້ນ.

ຮອງ​ລັດຖະມົນຕີ​ການ​ເງິນ​ຂອງ​ຊູ​ດານ​ໃຕ້ ທ່ານ Marial Awou Yol ກ່າວ​ໃນ​ວັນ​ຈັນ​
ວານ​ນີ້ວ່າ ປະ​ເທດ​ຂອງ​ທ່ານ​ມີ​ເງິນຕາ​ຕ່າງປະ​ເທດ​ສໍາຮອງ​ໄວ້​ພຽງພໍ​ທີ່​ຈະ​ກຸ້ມ​ຕື່ມ​ອີກ
1 ປີ ​ແຕ່​ການ​ຕັດ​ການ​ຜະລິດ​ນໍ້າມັນ​ລົງ​ນີ້​ ໄດ້​ບັງຄັບ​ໃຫ້​ລັດຖະບານ​ຕ້ອງ​ຕັດ​ຄ່າ​ໃຊ້​ຈ່າຍ
ຂອງ​ຕົນ​ລົງແລະ​ຕ້ອງ​ຊອກ​ຫາ​ລາຍ​ຮັບ​ໃນ​ຮູບ​ແບບ​ໃໝ່.

XS
SM
MD
LG