ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນໂຈມຕີ ລມຕ ຕ່າງປະເທດສະຫະລັດ ກ່ຽວກັບບັນຫາໃນຊີເຣຍ (ເບິ່ງວີດີໂອ)


ທ່ານ Hong Lei, ໂຄສົກປະຈໍາກະຊວງການຕ່າງປະເທດຈີນ.
ວັນທີ 27 ກຸມພາ 2012.
ທ່ານ Hong Lei, ໂຄສົກປະຈໍາກະຊວງການຕ່າງປະເທດຈີນ. ວັນທີ 27 ກຸມພາ 2012.


















ຈີນ​ໄດ້​ກ່າວ​ໂຈ​ມຕີ​ຄືນ​ ຕໍ່​ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ ຮິ​ລ​ເລີຣີ ຄລິນ​ຕັນ ທີ່​ໄດ້​ກ່າວ​ປະນາມ​ທ່າ​ທີ​ຂອງ​ຈີນ​ກັບຣັດ​ເຊຍ ກ່ຽວ​ກັບ​ຊີ​ເຣຍນັ້ນ.

ທ່ານ​ນາ​ງຄລິນ​ຕັນ​ໄດ້​ກ່າວ​ໃນ​ອາທິດ​ແລ້ວ​ນີ້​ວ່າ ການ​ໃຊ້​ສິດ​ຍັບ​ຍັ້ງ​ຮ່າງ​ຍັດຕິ​ຂອງ ສະພາ​ຄວາມ​ໝັ້ນຄົງສະ​ຫະປະຊາ​ຊາດ​ກ່ຽວ​ກັບ​ຊີ​ເຣຍ ຂອງ​ສອງ​ປະ​ເທດ​ດັ່ງກ່າວ​ນັ້ນ​ເປັນ​ເລື່ອງ​ທີ່​ໜ້າ​ລັງ​ກຽດ​ຫລາຍ.

ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານ Hong Lei ​ໄດ້​ກ່າວ​ຕອບ​ໂຕ້​ຄືນ​ມາ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຈີນ​ຮັບ​ເອົາ​ຄວາມ​ເຫັນ​ດັ່ງກ່າວ​ຂອງ​ສະຫະລັດ​ບໍ່​ໄດ້.

ນອກ​ນີ້ ທ່ານ​ຮົງ​ ​ເລ ຍັງ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ນໍາ​ການ​ລົງ​ປະຊາ​ມະຕິ ໃນ​ວັນ​ອາທິດ
ວານ​ນີ້​ ກ່ຽວ​ກັບ​ລັດຖະທໍາ​ມະນູນ​ສະບັບໃໝ່​ຂອງ​ຊີ​ເຣຍ ທີ່​ສະຫະລັດ​ແລະ​ລັດຖະບານ
ຕາ​ເວັນ​ຕົກ​ອື່ນ​ໆ ເອີ້ນ​ວ່າເປັນ​ການ​ຫລິ້ນ​ລະຄອນ​ນັ້ນ.

ທ່ານ​ຮົງ ກ່າວ​ວ່າ ຈີນ​ຫວັງ​ວ່າ ການ​ລົງ​ປະຊາ​ມະຕິ​ດັ່ງກ່າວ ຊຶ່ງ​ຈະ​ເປີດ​ປະຕູ​ໃຫ້​ແກ່​ພວກ
ພັກ​ການ​ເມືອງ​ຝ່າຍ​ຄ້ານ​ນັ້ນ ຈະ​ຊ່ວຍ​ຜ່ອນ​ເບົາ​ການ​ຂັດ​ແຍ້​ງກັນ ທີ່​ໄດ້ຍັງ​ຜົນ​ໃຫ້​ພົນລະ​
ເຮືອນ​ຫລາຍ​ພັນ​ຄົນຕ້ອງ​ເສຍ​ຊີວິດ​ຍ້ອນ​ການ​ປາບ​ປາມ​ຂອງ​ພວກ​ກໍາ​ລັງ​ຮັກສາ​ຄວາມ​
ປອດ​ໄພຂອງ​ລັດຖະບານ.

ແຕ່​ພວກ​ພັກຝ່າຍ​ຄ້ານ​ໃນ​ຊີ​ເຣຍ​ ໄດ້​ຮຽກຮ້ອງ​ໃຫ້​ຂວໍ້າບາດ​ການ​ລົງ​ປະຊາ​ມະ​ຕິ ​ໂດຍ​ກ່າວ​
ວ່າ ວິທີການ​ແກ້​ໄຂ​ອັນ​ດຽວ​ຕໍ່​ວິ​ກິດ​ການ​ຂອງ​ປະ​ເທດ ກໍ​ແມ່ນ​ໃຫ້​ປະທານາທິບໍດີ Bashar
al-Assad ລາ​ອອກ​ເທົ່າ​ນັ້ນ.

XS
SM
MD
LG