ກຸ່ມຕາລີບັນ ຮຽກຮ້ອງໃຫ້ຊາວອັຟການິສຖານທໍາການໂຈມຕີພວກຖານທັບທະຫານຕ່າງປະເທດແຫ່ງຕ່າງໆ ເພື່ອເປັນການຕອບໂຕ້ຕໍ່ການຈູດເຜົາຄໍາພີ Qurans ທີ່ຖານທັບກຸ່ມເນໂຕ້ແຫ່ງນຶ່ງ ໃນຂະນະທີ່ການປະທ້ວງດໍາເນີນສືບຕໍ່ໄປເປັນມື້ທີສາມລຽນຕິດ.
ໃນຖະແຫລງການສະບັບນຶ່ງໃນວັນພະຫັດມື້ນີ້ ກຸ່ມຕາລີບັນຮຽກຮ້ອງໃຫ້ປະຊາຊົນອັຟການິສຖານ ຈົ່ງພາກັນສັງຫານ ຈັບກຸມ ແລະທຸບຕີ ພວກທະຫານຕ່າງປະເທດ ເພື່ອເປັນບົດຮຽນອັນນຶ່ງບໍ່ໃຫ້ຢຽບຍໍ່າທໍາລາຍປຶ້ມສາສະໜາອິສລາມຈັກເທື່ອນັ້ນ.
ປະຊາຊົນຫລາຍພັນຄົນໄດ້ເຂົ້າຮ່ວມໃນການເດີນຂະບວນປະທ້ວງໃນແຫ່ງຕ່າງໆ ຮວມທັງໃນແຂວງ Laghman ໃນພາກຕາເວັນອອກແລະໃນເມືອງ Jalalabad ທີ່ບາງຄົນພາກັນຮ້ອງໂຮຄໍາຂວັນທີ່ວ່າ “ຈົ່ງໃຫ້ອາເມຣິກາພິນາດ” ນັ້ນ.
ການປະທ້ວງດັ່ງກ່າວມີຂຶ້ນນຶ່ງມື້ຫລັງຈາກປະທານາທິບໍດີ Hamid Karzai ແຫ່ງອັຟການິສຖານ ຮຽກຮ້ອງໃຫ້ປະຊາຊົນຢູ່ໃນຄວາມສະຫງົບ ໂດຍກ່າວວ່າ ພົນລະເມືອງມີສິດທໍາການປະທ້ວງ ແຕ່ບໍ່ຄວນຈະກໍ່ຄວາມຮຸນແຮງຂຶ້ນ.
ນັບແຕ່ການເດີນຂະບວນປະທ້ວງໄດ້ລະເບີດຂຶ້ນ ຕັ້ງແຕ່ວັນອັງຄານ ມື້ກ່ອນນີ້ມາ ການປະ
ທະກັນຫລາຍບັ້ນລະຫວ່າງພວກກໍາລັງຮັກສາຄວາມສະຫງົບຂອງລັດຖະບານແລະພວກປະ
ທ້ວງ ໄດ້ຍັງຜົນເຮັດໃຫ້ປະຊາຊົນເສຍຊີວິດໄປແລ້ວຢ່າງໜ້ອຍ 7 ຄົນ.
ນາຍ Nazif Sharani ຊຶ່ງເປັນຄົນອັຟການິສຖານທີ່ເປັນວິເຄາະເຫດການໃນເອເຊຍໃຕ້ທີ່ມະຫາວິທະຍາໄລ Indiana ກ່າວຕໍ່ວີໂອເອວ່າ ການປະທ້ວງ ແມ່ນເລື້ອງທີ່ຫລາຍໄປກວ່າເຫດການຄັ້ງນີ້.
ທ່ານ Ashton Carter ຮອງລັດຖະມົນຕີປ້ອງກັນປະເທດສະຫະລັດ ໄດ້ພົບປະກັບຄະນະ
ນໍາພາຂອງອັຟການິສຖານຢູ່ທີ່ກຸງຄາບູລໃນວັນພຸດວານນີ້ຮວມທັງປະທານາທິບໍດີ Karzai
ເພື່ອຂໍຂະມາໂທດອີກຄັ້ງໃໝ່ກ່ຽວກັບເຫດການດັ່ງກ່າວ.