ທ່ານ Kevin Rudd ລັດຖະມົນຕີຕ່າງປະເທດອອສເຕຣເລຍ ປະກາດລາອອກຈາກຕໍາ
ແໜ່ງຊຶ່ງເປັນຮ່ອງຮອຍຄັ້ງຫລ້າສຸດ ທີ່ສະແດງໃຫ້ເຫັນເຖິງຄວາມປັ່ນປ່ວນວຸ້ນວາຍພາຍ
ໃນພັກແຮງງານທີ່ປົກຄອງປະເທດໃນປັດຈຸບັນ.
ທ່ານ Kevin Rudd ໄດ້ປະກາດການຕັດສິນໃຈລາອອກຈາກຕໍາແໜ່ງຂອງທ່ານໃນລະ
ຫວ່າງການເຄື່ອນໄຫວຢ້ຽມຢາມກຸງວໍຊິງຕັນຢ່າງເປັນທາງການໃນແລງວັນອັງຄານວານ
ນີ້.
ສື່ມວນຊົນອອສເຕຣເລຍແຈ້ງໃຫ້ຊາບໃນຫວ່າງບໍ່ເທົ່າໃດມື້ຜ່ານມານີ້ ວ່າພວກພັນທະ
ມິດຂອງທ່ານ Rudd ໄດ້ພາກັນວາງແຜນຢຶດອຳນາດພາຍໃນພັກໃນທໍານອງດຽວກັນ
ກັບການປະຕິບັດການ ທີ່ໄດ້ບັງຄັບໃຫ້ທ່ານ Rudd ລາອອກຈາກຕໍາແໜ່ງນາຍົກລັດ
ຖະມົນຕີແລະແຕ່ງຕັ້ງໃຫ່ທ່ານນາງ Julia Gillard ເປັນຫົວໜ້າພັກໃນປີ 2010 ນັ້ນ.
ພວກສະໜັບສະໜຸນທ່ານນາງ Gillard ຮຽກຮ້ອງໃຫ້ຂັບໄລ່ທ່ານ Rudd ອອກຈາກ
ຄະນະລັດຖະບານເພື່ອເປັນການຕອບໂຕ້. ທ່ານ Rudd ຈົ່ມໃນວັນອັງຄານວານນີ້ວ່າ
ທ່ານນາງ Gillard ບໍ່ສາມາດທີ່ຈະບອກປະຕິເສດຕໍ່ການຮຽກຮ້ອງເຫລົ່ານັ້ນໄດ້.