ກຳປັ່ນທ່ອງທ່ຽວທາງທະເລຂອງອີຕາລີລໍານຶ່ງທີ່ຕາຍແລະລ່ອງລອຍຢູ່ນອກຝັ່ງທະເລຂອງເກາະ Seychelles ບັດນີ້ໄດ້ຖືກເຮືອປະມົງຝຣັ່ງລໍານຶ່ງແກ່ເຂົ້າໄປຫາເກາະນຶ່ງທີ່ຢູ່ໃກ້ໆກັນນັ້ນແລ້ວ.
ບັນດາເຈົ້າໜ້າທີ່ກ່າວວ່າ ມັນຈະໃຊ້ເວລາຈົນຮອດວັນພຸດມື້ອື່ນ ກ່ອນທີ່ກໍາປັ່ນທ່ອງທ່ຽວ Costa Allegra ເຂົ້າໄປຮອດແຄມຝັ່ງຂອງເກາະດັ່ງກ່າວ. ກໍາປັ່ນທ່ອງທ່ຽວອີຕາລີລໍານີ້ ບໍ່ສາມາດແລ່ນໄປມາໄດ້ ແລະລ່ອງລອຍຢູ່ໃນມະຫາສະມຸດອິນເດຍໃນວັນຈັນວານນີ້ ຫລັງຈາກໄດ້ເກີດໄຟໄໝ້ໃນຫ້ອງເຄື່ອງຈັກ.
ໄຟທີ່ລຸກໄໝ້ຂຶ້ນນັ້ນ ໄດ້ຖືກມອດຢ່າງໄວ ແລະບໍ່ມີລາຍງານແຈ້ງໃຫ້ຊາບກ່ຽວກັບຜູ້ບາດເຈັບໃນພວກຄົນໂດຍສານແລະລູກເຮືອຈໍານວນຫລາຍກວ່າ 1 ພັນຄົນຢູ່ໃນກຳປັ່ນ ແຕ່ບັນດາເຈົ້າໜ້າທີ່ກ່າວວ່າກໍາປັ່ນໂດຍສານລໍານີ້ ບໍ່ມີເຄື່ອງປັບອາກາດ ຫລືໃຊ້ຫ້ອງຄົວກິນໄດ້ໃນວັນອັງຄານມື້ນີ້. ໄດ້ມີການແຈກຢາຍເຂົ້າຈີ່ ພ້ອມທັງນໍ້າດື່ມແລະໝາກໄມ້ໃຫ້ພວກຄົນໂດຍສານ ຈົນຮອດເວລາເຮືອບິນເຮລີຄອບເຕີຂົນສະບຽງອາຫານມາໃຫ້ຕື່ມອີກ.
ມີພວກທະຫານເຮືອຂອງອີຕາລີ 9 ຄົນ ຂຶ້ນໄປປະຈໍາຢູ່ໃນກຳປັ່ນເພື່ອປ້ອງກັນບໍ່ໃຫ້ພວກໂຈນທະເລທຳການໂຈມຕີ. ເຂດທີ່ກໍາປັ່ນລໍານີ້ຕາຍ ແລະໄຫຼລ່ອງລອຍຢູ່ນັ້ນ ແມ່ນເປັນບ່ອນທີ່ພວກໂຈນທະເລໂຊມາເລຍທໍາການໂຈມຕີຕິດຕໍ່ກັນມາຫລາຍບັ້ນໃນຫວ່າງບໍ່ເທົ່າໃດປີຜ່ານມານີ້.