ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ກວດການີວເຄລຍ ສະຫະປະຊາຊາດ ເສັດສິ້ນ ການຢ້ຽມຢາມອີຣ່ານ (ເບິ່ງວີດີໂອ)


ທ່ານ Herman Nackaerts, ຄົນກາງ, ຫົວໜ້າກວດການີວເຄຍສະຫະປະຊາຊາດຫລື IAEA, ໃຫ້ສໍາພາດຕໍ່ ນັກຂ່າວເວລາທ່ານເດີນ
ທາງໄປຮອດກຸງ Vienna, Austria.
ວັນທີ 22 ກຸມພາ, 2012.
ທ່ານ Herman Nackaerts, ຄົນກາງ, ຫົວໜ້າກວດການີວເຄຍສະຫະປະຊາຊາດຫລື IAEA, ໃຫ້ສໍາພາດຕໍ່ ນັກຂ່າວເວລາທ່ານເດີນ ທາງໄປຮອດກຸງ Vienna, Austria. ວັນທີ 22 ກຸມພາ, 2012.

ຫົວໜ້າ​ກວດການີວ​ເຄລຍສະຫະ​ປະຊາ​ຊາດ​ກ່າວ​ວ່າ ການ​ຢ້ຽມຢາມ​ອີຣ່ານ​ເປັນ​ເວລາ
2 ມື້​ ໄດ້​ເສັດ​ສິ້ນ​ລົງ​ແລ້ວ ຊຶ່ງທີ​ມນັກ​ກວດກາຂອງ​ທ່ານ​ບໍ່​ສາມາ​ດ​ໄປ​ຢ້ຽມຢາມ​ສະຖານ
​ທີ່​ທາງ​ທະຫານ​ທີ່​ສໍາຄັນ​ແຫ່ງນຶ່ງ​ໄດ້ ​ແລະ​ບໍ່​ມີ​ຂໍ້​ຕົກລົງ​ໃດໆ​ກັບ​ກຸງ​ເຕຫະຣ່ານກ່ຽວ​ກັບ​
ການ​ຢ້ຽມຢາມສະຖານ​ທີ່​ດັ່ງກ່າວ​ຕື່ມ​ອີກ.

ທ່ານ Herman Nackaerts ຫົວໜ້າກວດກາ​ຂອງ​ອົງກາ​ນ​ພະລັງ​ປະລະມະ​ນູສາກົນ
ຫຼື IAEA ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ ໃນ​ວັນ​ພຸດ​ມື້​ນີ້​ທີ່​ກຸງ Vienna ລຸນຫລັງ​ກັບ​ຄືນຈາກ
​ອັນທີ່ອົງການ IAEA ​ເອີ້ນ​ວ່າ ການ​ໂອ້​ລົມ​ສົນທະນາ​ທີ່​ຜິດ​ຫວັງ​ກັບບັນດາ​ເຈົ້າ​ໜ້າ​ທີ່​ອີ
ຣ່ານນັ້ນ.

ທ່ານ Nackaerts ກ່າວ​ວ່າ ບາດກ້າວ​ຕໍ່​ໄປ​ຂອງ​ອົງການ IAEA ຈະ​ມີການ​ຕັດສິນ​ໃຈ
ກັນຫລັງ​ຈາກ​ທີ​ມກວດກາ​ຂອງ​ທ່ານ​ລາຍ​ງານ​ຕໍ່​ຫົວໜ້າ ອົງການພະລັງ​ປະລະມະ​ນູສາ
ກົນແລະ​ພວກ​ສະມາຊິກສະພາ​ອໍາ​ນວຍ​ການ ຊຶ່ງ​ມີ​ໝາຍ​ກໍານົດ​ທີ່​ຈະ​ພົບ​ປະກັນ​ໃນ​ຕົ້ນ
ເດືອນໜ້າ​ນີ້.

ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ໃນ​ເຊົ້າ​ວັນ​ພຸດ​ມື້​ນີ້ ພະ​ແນ​ກການດັ່ງກ່າວຂອງສະຫະ​ປະ
ຊາຊາດ​ກ່າວ​ວ່າ ອີຣ່ານ​ໄດ້​ປະຕິ​ເສດ​ຕໍ່​ຄໍາ​ຂໍ​ຮ້ອງ​ຂອງ​ ທີ​ມກວດກາ​ເພື່ອ​ຢາກໄປກວດ​
ເບິ່ງ​ໂຮງງານ​ໃຫຍ່ Parchin ​ໃກ້ໆ​ກັບ​ກຸງ​ເຕຫະຣ່ານ ທີ່​ມີຄວາມ​ສົງ​ໄສ​ວ່າ​ ອາດເປັນ​
ບ່ອນ​ຜະລິດ​ພະລັງ​ນີວ​ເຄລຍລັບ​ໃຕ້​ດິນ​ນັ້ນ​ແລະຖະ​ແຫລ​ງການ​ສະບັບ​ນີ້​ກ່າວ​ຕໍ່​ໄປ​ວ່າ
ອີຣ່ານ​ໄດ້​ປະຕິ​ເສດ​ຕໍ່ຄໍາ​ຂໍ​ຮ້ອງໃນ​ທໍານອງ​ຄ້າຍຄື​ກັນ​ນີ້ ​ເວລາ​ທີ​ມນັກ​ກວດກາ​ຂອງ​ອົງ
ການ IAEA ຢ້ຽມຢາມ​ອີຣ່ານ ​ໃນ​ທ້າຍ​ເດືອນ​ມັງກອນ​ຜ່ານ​ມາ​ນີ້.

XS
SM
MD
LG