ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມເນໂຕ້ຖອນທະຫານ ອອກຈາກກະຊວງຕ່າງໆ ຂອງອັຟການິສຖານ (ເບິ່ງວີດີໂອທີ່ກ່ຽວຂ້ອງກັນ)


ພວກເຈົ້າໜ້າທີ່ຕໍາຫລວດອັຟການິສຖານ ກວດລົດຄັນນຶ່ງທີ່ດ່ານກວດກາ
ແຫ່ງນຶ່ງໃນກຸງຄາບູລ,
ວັນທີ 26 ກຸມພາ 2012.
ພວກເຈົ້າໜ້າທີ່ຕໍາຫລວດອັຟການິສຖານ ກວດລົດຄັນນຶ່ງທີ່ດ່ານກວດກາ ແຫ່ງນຶ່ງໃນກຸງຄາບູລ, ວັນທີ 26 ກຸມພາ 2012.

ກຸ່ມ​ເນ​ໂຕ້​ໄດ້​ຮຽກໂຕພວກເຈົ້າ​ໜ້າ​ທີ່​ຂອງ​ຕົນ​ທີ່​ເຮັດ​ວຽກ​ໃນ​ກະຊວງຕ່າງໆ​ຂອງລັດຖະບານ​ອັຟກາ​ນິສຖານຄືນ ຫລັງ​ຈາກ​ນາຍ​ທະຫານ​ຂອງ​ສະຫະລັດ 2 ຄົນ​ຖືກ​ຍິງ​ຕາຍ​ຢ່າງເຜົາຂົນ​ຢູ່​ໃນ​ສູນ​ບັນຊາ​ການ​ແຫ່ງ​ນຶ່ງ​ໃນ​ກະຊວງ​ພາຍ​ໃນ​ໃນ​ກຸງ​ຄາ​ບູລ.

ກຸ່ມ​ເນ​ໂຕ້​ກ່າວ​ວ່າ ການ​ຕັດສິນ​ໃຈ​ຮຽກ​ໂຕ​ພວກ​ເຈົ້າ​ໜ້າທີ່​ເຫລົ່າ​ນີ້​ຄືນມີ​ຂຶ້ນ​ເພື່ອ​ເຫດຜົນ​
​ໃນດ້ານ​ປ້ອງ​ກັນ​ພວກ​ທະຫານ​ຂອງ​ຕົນ​ຢ່າງ​ຈະ​ແຈ້ງແລະ​ກ່າວ​ຕໍ່​ໄປ​ວ່າ ລາຍ​ງານ​ຂອງ
​ທາງການສະ​ແດງ​ໃຫ້​ເຫັນ​ວ່າ ທະຫານຄົນ​ນຶ່ງ​ໃນ​ໜ່ວຍຮັກສາ​ຄວາມ​ປອດ​ໄພ​ຂອງ​ອັຟກາ​
ນິສຖານ​ໄດ້​ໃຊ້​ປືນຂອງ​ຜູ້ກ່ຽວ​ເອງ ​ຍິງ​ໃສ່​ທະຫານ​ອາ​ເມຣິກັນ​ສອງ​ຄົນ​ນີ້​ທີ່​ເຮັດ​ວຽກ​ໃນ
​ຖານະ​ເປັນ​ທີ່​ປຶກສາປະ​ຈໍາ​ກະຊວງ​ດັ່ງກ່າວ.

ກຸ່ມ​ຕາ​ລີ​ບັນ​ອັຟກາ​ນິສຖານ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການຍິງ​ພວກ​ທະຫານ​ເຫລົ່າ
ນີ້​ຕາຍ​ນັ້ນ ​ແລະ​ເວົ້າ​ວ່າ ການ​ໂຈມ​ຕີ​ດັ່ງກ່າວແມ່ນ​ເປັນການ​ແກ້​ແຄ້ນ​ຕໍ່​ການ​ທີ່​ພວກ​ທະຫານ
​ກຸ່ມເນ​ໂຕ້​ຈູດ​ເຜົາ​ພະ​ຄໍາ​ພີກູຣານ​ເມື່ອ 1 ສັບປະດາ​ຜ່ານ​ມາ. ​ເຫດການ​ດັ່ງກ່າວ​ໄດ້​ພາ​ໃຫ້​
ເກີດຄວາມໂມ​ໂຫ​ໂກດ​ແຄ້ນ​ຂຶ້ນ​ໃນ​ທົ່ວ​ປະ​ເທດ ​ແລະ​ພາ​ໃຫ້​ເກີດ​ຄວາມ​ວຸ້ນວາຍ​ຂຶ້ນ​ທີ່​ໄດ້​ຍັງ​
ຜົນເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ​ຫລາຍ​ສິບ​ຄົນ.

ທໍານຽບຫ້າ​ແຈ ຫລື​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ບັນ​ລະ​ຍາຍເຫດການ​ຍິງ​ນາຍ​ທະ
ຫານ​ອາ​ເມຣິກັນຕາຍ 2 ຄົນນີ້​ເປັນ​ທີ່​ຮັບ​ເອົາບໍ່​ໄດ້. ​ໂຄສົກ​ປະ​ຈໍາ​ທ່ານ Leaon Panetta
ລັດຖະມົນຕີ​ປ້ອງ​ກັນປະ​ເທດ​ສະຫະລັດ​ກ່າວ​ວ່າ ຄູ່​ຕໍາ​ແໜ່​ງ ຫລື​ລັດຖະມົນຕີ​ປ້ອງ​ກັນ​ປະ​
ເທດ​ອັຟກາ​ນິສຖານທ່ານ Abdul Rahim Wardak ໄດ້​ໂທລະສັບ​ຫາ​ທ່ານ Panetta ​
ແລະ​ໄດ້​ຂໍ່ອະ​ໄພ​ໂທດ​ກ່ຽວ​ກັບ​ເຫດການ​ດັ່ງກ່າວ.

ໃນ​ແລງ​ວັນ​ເສົາ​ວານ​ນີ ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ໂທລະສັບ
ຫານາຍ​ພົນ John Allen ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ​ຂອງ​ທ່ານ​ປະ​ຈໍາ​ອັຟການິສຖານ
ເພື່ອໂອ້​ລົມ​ສົນທະນາ​ກັນ​ເລື້ອງຄວາມ​ຮຸນ​ແຮງ ​ທີ່​ກໍາລັງ​ດໍາ​ເນີນ​ໄປ​ຢູ່​ໃນ​ອັຟກາ​ນິສຖານ
ຕະຫຼອດທັງ​ການ​ສັງຫານ​ນາຍ​ທະຫານ​ສະຫະລັດ 2 ຄົນ​ນັ້ນ. ທ່ານ​ໂອ​ບາ​ມາ​ໄດ້​ສະ​ແດງ​
ຄວາມ​ໂສກເສົ້າ​ໄວ້​ອາ​ໄລ​ອາວ​ອນຂອງ​ທ່ານ​ຕໍ່​ນາຍ​ພົນ Allen ແລະ​ຕໍ່​ພວກ​ຄອບ​ຄົນ​ຂອງ​
ນາຍ​ທະຫານ​ອາ​ເມຣິກັນ 2 ຄົນ​ທີ່​ໄດ້​ເສຍຊີວິດ​ໄປ​ນັ້ນ; ທ່ານ​ໂອ​ບາ​ມາ​ຍັງ​ໄດ້​ສະ​ແດງ​
ຄວາມ​ຍິນ​ດີ​ນໍາ​ຖ້ອຍຖະແຫລ​ງສະບັບ​ນຶ່ງ​ຂອງ​ປະທານາທິບໍດີ Hamid Karzai ​ແຫ່ງ​ອັຟ
ການິສຖານ​ທີ່​ຮຽກຮ້ອງ​ໃຫ້​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ແລະ​ໃຫ້​ຢູ່​ໃນຄວາມ​ສະຫງົບ​ງຽບ
ນັ້ນ.

ນາຍ​ພົນ​ຈັດຕະວາ Carston Jacobson ​ໂຄສົກ​ປະ​ຈໍາ​ກຸ່ມ​ເນ​ໂຕ້ກ່າວ​ວ່າ ມື​ປືນ​ຄົນ​ນີ້​ໄດ້​
ໃຊ້ອາວຸດ​ຂອງ​ຜູ້ກ່ຽວ​ເອງ​ຍິງ​ໃສ່​ນາຍ​ທະຫານອາ​ເມຣີກັນ​ນັ້ນ ​ແລະ​ບໍ່​ມີ​ຂ່າວ​ແຈ້ງ​ໃຫ້​ຊາບ​
ກ່ຽວ​ກັບຊະ​ຕາ​ກໍາ​ຂອງ​ມືປືນ​ຄົນ​ນີ້ ​ຫລື​ວ່າ​ມີ​ບຸກຄົນອື່ນ​ອີກພົວພັນ​ໃນ​ການ​ຍິງ​ນີ້​ຫລື​ບໍ​່.

ຄວາມ​ຮຸນ​ແຮງ​ໄດ້​ສືບ​ຕໍ່​ດໍາ​ເນີນ​ໄປ​ໃນ​ທົ່ວ​ອັຟກາ​ນິສຖານ​ໃນ​ວັນ​ເສົາວານ​ນີ້ ຊຶ່ງ​ເປັນ​ມື້​ທີ 5
ລຽນຕິດ​ຂອງ​ການ​ປະ​ທ້ວງ​ກ່ຽວ​ກັບ​ການ​ຈູດ​ເຜົາ​ພະ​ຄໍາ​ພີ ກູຣານ ນັ້ນ.

ພວກ​ເດີນ​ຂະ​ບວນປະ​ທ້ວງ​ທີ່​ແກວ່ງ​ກ້ອນ​ຫິນ ພາກັນ​ໂຈມ​ຕີ​ບໍລິ​ເວນ​ຫ້ອງການ​ຂອງ​ສະຫະ
ປະຊາ​ຊາດ​ແຫ່ງ​ນຶ່ງ​ໃນ​ແຂວງ Kunduz ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ. ບັນດາ​ເຈົ້າ​ໜ້າ​ທີ່​
ທ້ອງ​ຖິ່ນກ່າວ​ວ່າ ຢ່າງ​ໜ້ອຍປະຊາຊົນ 3 ຄົນ​ເສຍ​ຊີວິດ ​ແລະ 47 ຄົນ​ໄດ້​ຮັບ​ບາດ​ເຈັບ
ໃນ​ຄວາມຮຸນ​ແຮງດັ່ງກ່າວ.

ນັບ​ແຕ່​ວັນ​ອັງຄານ​ສັບປະດາ​ຜ່ານ​ມາ ​ເວລາ​ລາຍ​ງານ​ຂ່າວ​ເລື້ອງເຫດການຈູດ​ເຜົາ​ພະ​ຄໍາ​ພີ
ກູຣານ ທີ່​ຖານ​ທັບ​ອາກາດ Bagram ​ໃກ້​ກັບ​ກຸງ​ຄາ​ບູລ ​ເລີ້ມ​ຂຶ້ນ​ມາ ປະຊາຊົນ​ຢ່າງ​ໜ້ອຍ
27 ຄົນ​ໄດ້​ເສຍ​ຊີວິດ​ໄປໃນ​ເຫດການ​ວຸ້ນ​ວາຍ​ດັ່ງກ່າວ ຮວມທັງ​ທະຫານ​ກຸ່ມ​ເນ​ໂຕ້ 2 ຄົນ
ທີ່ອ້າ​ງວ່າ ຖືກ​ຂ້າ​ຕາຍ​ໂດຍ​ກຸ່ມ​ຕາ​ລີ​ບັນ​ນັ້ນ.

ປະທານາທິບໍດີ​ໂອ​ບາ​ມາ ພ້ອມດ້ວຍ​ພວກ​ເຈົ້າ​ໜ້າ​ທີ່​ສະຫະລັດ​ຄົນ​ອື່ນໆໄດ້​ຂໍ​ໂທດ​ນໍາ​ການ
ທໍາລາຍ​ພະ​ຄໍາ​ພີ​ຂອງ​ຊາວ​ມຸສລິ​ມທີ່​ວ່າ​ນີ້.

ເບິ່ງວີດີໂອກ່ຽວກັບພວກເຈົ້າໜ້າທີ່ສະຫະລັດ ໄປຂໍຂະມາໂທດບັນດາຜູ້ນໍາ
ມຸສລິມໃນສະຫະລັດ:

XS
SM
MD
LG