ຖ້າໃຜຄົນນຶ່ງ ມີ a chip on their shoulder, ພວກເຂົາໃຈຮ້າຍ ກ່ຽວກັບເຫດການໃນອະດີດ. ພວກເຂົາຍັງຍຶດໝັ້ນກັບຄວາມເຊື່ອທີ່ວ່າ ພວກເຂົາບໍ່ໄດ້ຖືກປະຕິບັດນຳຢ່າງເປັນທຳ. ສິ່ງນີ້ ໂດຍທົ່ວໄປແລ້ວ ເຮັດໃຫ້ພວກເຂົາບໍ່ເປັນຕາຢູ່ໃກ້
ໃນຊ່ວງກາງທົດສະວັດ ທີ 1800, ຄົນຈຳນວນຫຼາຍ ໄດ້ເດີນທາງໄປອາເມຣິກາຕາເວັນຕົກ ເພື່ອຂຸດຫາຄຳທີ່ຫາກໍມີການຄົ້ນພົບ. ພວກເຂົາຖືກເອີ້ນວ່າ ນັກຂຸດຄຳ. ແຕ່ທຸກມື້ນີ້, ນັກຂຸດຄຳ ແມ່ນຄົນທີ່ເລືອກຄວາມສຳພັນຂອງພວກເຂົາ ໂດຍພື້ນຖານຂອງເງິນ, ບໍ່ແມ່ນຄວາມຮັກ
ຄຳວ່າ Sketchy ມີສອງສາມຄວາມໝາຍ. ມັນສາມາດພັນລະນາເຖິງ ສິ່ງໃດສິ່ງນຶ່ງ ທີ່ບໍ່ສົມບູນ ຫຼື ບໍ່ຈະແຈ້ງ. ແຕ່ ມັນຍັງສາມາດອະທິບາຍເຖິງສິ່ງທີ່ເປັນອັນຕະລາຍ ຫຼືບໍ່ດີກໍໄດ້ ເຊັ່ນກັນ. ການນຳໃຊ້ຄຳສັບນີ້ ແມ່ນຄ້ອນຂ້າງບໍ່ເປັນທາງການ
ຖ້າເຈົ້າກຳລັງຖືກໄລ່ເງິນ ກັບສິ່ງເລັກໆນ້ອຍໆ, ທຸລະກິດນັ້ນ ກຳລັງຮຽກເກັບເງິນ ຢ່າງບໍ່ຍຸດຕິທຳ ສຳລັບສິ່ງຂອງ ຫຼືບໍລິການເລັກໆນ້ອຍໆ. ແດນ ຮູ້ສຶກຖືກໄລ່ເງິນກັບສິ່ງເລັກໆນ້ອຍໆ ຢູ່ທີ່ຮ້ານພີທ, ແລະ ມັນຟັງເບິ່ງຄືວ່າລາວຮູ້ສຶກຖືກຕ້ອງແລ້ວ !
ກະດູກມີຄວາມແຂງແຮງ. ພວກມັນປະກອບກັນເປັນໂຄງກະດູກຂອງພວກເຮົາ. ແຕ່ ຄຳສຳນວນທີ່ວ່າ a bone to pick ກັບໃຜຄົນນຶ່ງ ມັນມີຄວາມໝາຍວ່າແນວໃດກັນແທ້ ? ພວກເຮົາລອງໄປຟັງບົດສົນທະນາລະຫວ່າງອານນາ ກັບແດນ ລອງເບິ່ງເນາະ, ບາງທີ່ມັນອາດຊ່ວຍໃຫ້ພວກເຮົາເຂົ້າໃຈສຳນວນນີ້ຫຼາຍຂຶ້ນ
A trip down memory lane ເກີດຂຶ້ນເມື່ອທ່ານໃຊ້ເວລາຄິດ ຫຼື ເວົ້າກ່ຽວກັບອະດີດ. ພວກເຮົາໃຊ້ສຳນວນນີ້ ຫຼາຍທີ່ສຸດ ເມື່ອລະນຶກເຖິງຄວາມຊົງຈຳທີ່ດີໆ ແລະ ບໍ່ແມ່ນຊ່ວງເວລາທີ່ບໍ່ມີຄວາມສຸກປານໃດ ໃນອະດີດຂອງພວກເຮົາ
Hatchet ແມ່ນຂວານນ້ອຍ. ແລ້ວເປັນຫຍັງ ເຈົ້າຈຶ່ງຈະຕ້ອງຝັງມັນ? ແລ້ວ To bury the hatchet ໝາຍຄວາມວ່າຫຍັງ?
A pity party ແມ່ນເວລາທີ່ຄົນຜູ້ໃດຜູ້ນຶ່ງ ຮູ້ສຶກເສຍໃຈໃຫ້ກັບຕົນເອງ. ນັ້ນແມ່ນ pity party. ບາງທີ ພວກເຂົາອາດຈະຮູ້ສຶກວ່າ ບໍ່ຄ່ອຍໂຊກດີປານໃດ, ຫຼື ຮູ້ສຶກວ່າ ພວກເຂົາຖືກປະຕິບັດນຳຢ່າງບໍ່ຢຸດຕິທຳ. ແລະຕໍ່ມາ ພວກເຂົາກໍເວົ້າ ກ່ຽວກັບສິ່ງນັ້ນຫຼາຍ. ນັ້ນແມ່ນສ່ວນຂອງງານລ້ຽງ. ຍົກເວັ້ນແຕ່ວ່າ ມັນບໍ່ແມ່ນງານລ້ຽງ
A Pinch Hitter ປ່ຽນແທນ ຜູ້ຫຼິ້ນຄົນອື່ນ ໃນການຕີລູກ ລະຫວ່າງຄະແນນທີ່ສຳຄັນ ໃນກິລາເບັສບອລ. ແຕ່ ມັນຍັງໝາຍເຖິງ ການເຮັດໜ້າທີ່ແທນໃຜຄົນນຶ່ງອີກດ້ວຍ ໂດຍສະເພາະຢ່າງຍິ່ງໃນກໍລະນີສຸກເສີນ. ທ່ານສາມາດ ເຮັດໜ້າທີ່ແທນ ໃຜຄົນນຶ່ງ ໃນຊີວິດສ່ວນຕົວຂອງທ່ານ ຫຼື ຢູ່ບ່ອນເຮັດວຽກ.
Two peas in a pod ຖືກໃຊ້ເພື່ອພັນລະນາເຖິງສອງຄົນ ທີ່ຄ້າຍຄືກັນຫຼາຍ ແລະ ເຂົ້າ ກັນໄດ້ດີແທ້ໆ. ພວກທ່ານບໍ່ຕ້ອງເປັນຫວ່ງເດີ. ເຄທີ ກັບຂ້າພະເຈົ້າ ຍັງເປັນປົກະຕິດີ. ຂ້າພະເຈົ້າ ພຽງແຕ່ໄດ້ຮູ້ວ່າການປະຊຸມອາຫານເຊົ້າຂອງພວກເຮົາ ອາດຈະຂ້ອນຂ້າງວ່າເຊົ້າເກີນໄປສຳລັບລາວ.
ຖ້າເຈົ້າ off the hook, ເຈົ້າຫຼຸດພົ້ນຈາກບັນຫາ ຫຼືສະຖານະການທີ່ຫຍຸ້ງຍາກ. ເຈົ້າບໍ່ຈຳເປັນຕ້ອງເຮັດບາງສິ່ງບາງຢ່າງທີ່ເຈົ້າຄວນຈະເຮັດເປັນປະຈຳ ເພາະວ່າມີຄົນອື່ນ ກຳລັງເຮັດມັນແທນເຈົ້າ.
A pet peeve ແມ່ນສິ່ງເລັກໆນ້ອຍໆ ທີ່ເຮັດໃຫ້ເຈົ້າລຳຄານ. ມັນສາມາດເປັນເລື້ອງແປກ ແລະ ສະເພາະເຈາະຈົງຢ່າງໜ້າປະຫຼາດໃຈ. ມັນຈະເປັນສິ່ງທີ່ຄົນອື່ນເຮັດ ເມື່ອເຈົ້າຢູ່ແຖວໆນັ້ນ ແລະ ເຈົ້າພຽງແຕ່ຢາກໃຫ້ພວກເຂົາຢຸດເຮັດ.
ໂຫລດຕື່ມອີກ