ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນພາສາອັງກິດ ໃນນຶ່ງນາທີ: “Pinch Hit” ແປວ່າ “ເຮັດໜ້າທີ່ແທນ”


ເຊີນຮັບຊົມ ລາຍງານ ຮຽນພາສາອັງກິດ ໃນນຶ່ງນາທີ: “Pinch Hit” ແປວ່າ “ເຮັດໜ້າທີ່ແທນ”

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

In baseball, a pinch hitter replaces a batter in the lineup. Are Anna and Dan starting a baseball team?

ໃນກິລາເບັສບອລ,​ ຜູ້ຕີສຳຮອງທີ່ມິຄວາມສາມາດໃຫ້ການຕີລູກເບັສບອລສູງ ຈະເຂົ້າມາປ່ຽນແທນຜູ້ຕີລູກເບັສບອລໃນລາຍຊື່ຜູ້ຫຼິ້ນຕົວຈິງ. ອານນາ ແລະ ແດນ ກຳລັງຈະເລີ້ມທີມເບັສບອລ ຫວານິ?


Anna: Dan! Did you notice something different?

ອານນາ: ແດນ, ເຈົ້າສັງເກດເຫັນບາງສິ່ງບາງຢ່າງທີ່ແຕກຕ່າງ ບໍ?

Dan: you’re wearing a new shirt.

ແດນ: ເຈົ້າໃສ່ເສື້ອໃໝ່.

Anna: No, Dan. I’m not talking about me. I’m talking about our show.

ອານນາ: ບໍ່ແມ່ນ, ແດນ. ຂ້ອຍບໍ່ໄດ້ກຳລັງເວົ້າກ່ຽວກັບຂ້ອຍ. ຂ້ອຍກຳລັງເວົ້າກ່ຽວກັບລາຍການຂອງພວກເຮົາ.

Dan: what’s different?

ແດນ: ມີຫຍັງທີ່ແຕກຕ່າງລະ ?

Anna: Caty is pinch hitting for Ashley as host! But I am wearing a new shirt.

ອານນາ: ເຄທີ ກຳລັງເຮັດໜ້າທີ່ແທນ ແອັຊລີ ໃນການເປັນພິທີກອນ! ແຕ່ ຂ້ອຍນຸ່ງເສື້ອ ໃໝ່ຢູ່.

A Pinch Hitter replaces another player at bat during a critical point in a baseball game. But it also means to substitute for someone, especially in an emergency. You can pinch hit for someone in your personal life or at work.

A Pinch Hitter ປ່ຽນແທນ ຜູ້ຫຼິ້ນຄົນອື່ນ ໃນການຕີລູກ ລະຫວ່າງຄະແນນທີ່ສຳຄັນ ໃນກິລາເບັສບອລ. ແຕ່ ມັນຍັງໝາຍເຖິງ ການເຮັດໜ້າທີ່ແທນໃຜຄົນນຶ່ງອີກດ້ວຍ ໂດຍສະເພາະຢ່າງຍິ່ງໃນກໍລະນີສຸກເສີນ. ທ່ານສາມາດ ເຮັດໜ້າທີ່ແທນ ໃຜຄົນນຶ່ງ ໃນຊີວິດສ່ວນຕົວຂອງທ່ານ ຫຼື ຢູ່ບ່ອນເຮັດວຽກ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG