ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນພາສາອັງກິດ ໃນນຶ່ງນາທີ:​ “pet peeve” ແປວ່າ: “ສິ່ງທີ່ເຮັດໃຫ້ຮູ້ສຶກລຳຄານ/ຄວາມລຳຄານ”


01.31.2024 - ຮຽນພາສາອັງກິດ ໃນນຶ່ງນາທີ - English in a Minute: Pet Peeve

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

If you feel peeved, you feel angry or annoyed. So, does pet peeve mean you are annoyed at your pet?

ຖ້າທ່ານຮູ້ສຶກຫງຸດງິດ, ທ່ານຮູ້ສຶກໃຈຮ້າຍ ຫຼື ລໍາຄານ. ສະນັ້ນ, pet peeve ໝາຍຄວາມວ່າ ທ່ານລໍາຄານສັດລ້ຽງຂອງທ່ານ ບໍ?


Dan: I’m sorry, Anna. Can you not do that? Whistling is a pet peeve of mine. And I’m trying to read.

ແດນ: ຂ້ອຍຂໍໂທດເດີ, ອານນາ. ເຈົ້າບໍ່ເຮັດແບບນັ້ນໄດ້ບໍ່? ການຜີວປາກ ແມ່ນສິ່ງທີ່ເຮັດໃຫ້ຂ້ອຍລຳຄານ. ແລະ ຂ້ອຍກຳລັງພະຍາຍາມອ່ານ.

Anna: sure thing, Dan. No whistling.

ອານນາ: ໄດ້ຢູ່ແລ້ວ, ແດນ. ບໍ່ມີການຜິວປາກ.

Dan: Anna, you’re making another noise.

ແດນ: ອານນາ, ເຈົ້າກຳລັງເຮັດສຽງດັງອີກແລ້ວ.

Anna: Dan, do you know my pet peeve is? Someone who needs complete quiet when they’re reading!

ອານນາ: ແດນ, ເຈົ້າຮູ້ ສິ່ງທີ່ເຮັດໃຫ້ຂ້ອຍລຳຄານບໍ່? ຄົນທີ່ຕ້ອງການຄວາມມິດງຽບ ແທ້ໆ ເມື່ອພວກເຂົາກຳລັງອ່ານ!

A pet peeve is a small thing that really annoys you. It can be odd and strangely specific. It is often something someone else does when you are around, and you just want them to stop.

A pet peeve ແມ່ນສິ່ງເລັກໆນ້ອຍໆ ທີ່ເຮັດໃຫ້ເຈົ້າລຳຄານ. ມັນສາມາດເປັນເລື້ອງແປກ ແລະ ສະເພາະເຈາະຈົງຢ່າງໜ້າປະຫຼາດໃຈ. ມັນຈະເປັນສິ່ງທີ່ຄົນອື່ນເຮັດ ເມື່ອເຈົ້າຢູ່ແຖວໆນັ້ນ ແລະ ເຈົ້າພຽງແຕ່ຢາກໃຫ້ພວກເຂົາຢຸດເຮັດ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG