ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນພາສາອັງກິດ ໃນນຶ່ງນາທີ “Memory lane” ແປວ່າຫຍັງ?


ຮຽນພາສາອັງກິດ ໃນນຶ່ງນາທີ:​“Memory lane” ແປວ່າ “ການລະນຶກເຖິງອະດີດທີ່ດີໆ, ການລະນຶກເຖິງຄວາມຊົງຈຳເກົ່າໆ ທີ່ດີໆ ຢູ່ໃນອະດີດ, ຫວນຄິດເຖິງອະດີດທີດີໆ”

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

A lane is a narrow road or path. But what and where is memory lane? And how do people get there?

ເລນ ແມ່ນຖະໜົນຫົນທາງ ຫຼືເສັ້ນທາງ ແຄບໆ. ແຕ່ memory lane ແມ່ນຫຍັງ ແລະ ຢູ່ບ່ອນໃດ? ແລະຄົນທົ່ວໄປ ໄປບ່ອນນັ້ນ ໄດ້ແນວໃດ? ພວກເຮົາລອງໄປຟັງບົດສົນທະນາລະຫວ່າງອານນາ ກັບແດນ ລອງເບິ່ງເນາະ, ບາງທີ່ມັນອາດຊ່ວຍໃຫ້ພວກເຮົາຮູ້ໃຊ້ສຳນວນນີ້ຫຼາຍຂຶ້ນ.

Dan: Hey, Anna. How was lunch with your old friend?

ແດນ: ເອີ, ອານນາ. ເປັນແນວໃດ ໄປກິນເຂົ້າທ່ຽງກັບໝູ່ເກົ່າຂອງເຈົ້າ ?

Anna: awesome. We took a long trip down memory lane. We even talked about our old elementary school teacher, Mr. Burpee.

ອານນາ: ດີຫຼາຍ. ພວກເຮົາໄດ້ລະນຶກເຖິງຄວາມຊົງຈຳເກົ່າໆທີ່ດີໆ ຢູ່ໃນອະດີດ. ພວກເຮົາຍັງໄດ້ເວົ້າເຖິງ ອະດີດນາຍຄູຊັ້ນປະຖົມຂອງພວກເຮົາ ທ່ານ ເບີປີ ນຳອີກ.

Dan: Mr. Burpee? Really?

ແດນ: ທ່ານ ເບີປີ? ແທ້ຫວານິ ?

Anna: Hey, Dan. The Burpees were a very powerful family in our town. We don’t make fun of the Burpees.

ອານນາ: ເອີ, ແດນ. ຄອບຄົວເບີປີ ແມ່່ນຄອບຄົວທີ່ມີອຳນາດຫຼາຍ ໃນເມືອງຂອງພວກເຮົາ. ພວກເຮົາບໍ່ເວົ້າຫຼິ້ນເວົ້າຫົວ ກ່ຽວກັບຄອບຄົວເບີປີ.

A trip down memory lane happens when you spend time thinking about or talking about the past. We most use this when remembering good memories and not the less pleasant times from our past.

A trip down memory lane ເກີດຂຶ້ນເມື່ອທ່ານໃຊ້ເວລາຄິດ ຫຼື ເວົ້າກ່ຽວກັບອະດີດ. ພວກເຮົາໃຊ້ສຳນວນນີ້ ຫຼາຍທີ່ສຸດ ເມື່ອລະນຶກເຖິງຄວາມຊົງຈຳທີ່ດີໆ ແລະ ບໍ່ແມ່ນຊ່ວງເວລາທີ່ບໍ່ມີຄວາມສຸກປານໃດ ໃນອະດີດຂອງພວກເຮົາ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG