ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນພາສາອັງກິດ ໃນນຶ່ງນາທີ: “Off the hook” ແປວ່າ: “ໝົດ (ຫຼຸດຜົນຈາກ) ບັນຫາ/ຄວາມຮັບຜິດຊອບ”


ຮຽນພາສາອັງກິດ ໃນນຶ່ງນາທີ: “Off the hook” ແປວ່າ: “ໝົດ (ຫຼຸດຜົນຈາກ) ບັນຫາ/ຄວາມຮັບຜິດຊອບ”

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

A hook is a curved piece of metal. A hook is used to catch or hang things. But what does it mean to be off the hook?

ຂໍເກາະ ຫຼືເບັດແມ່ນໂລຫະທີ່ໂຄ້ງ. ຂໍເກາະ ຖືກໃຊ້ເພື່ອເກາະ ຫຼືຫ້ອຍສິ່ງຂອງ. ແຕ່ ຄຳວ່າ to be off the hook ມັນມີຄວາມໝາຍແນວໃດກັນແທ້? ພວກເຮົາລອງໄປຟັງບົດສົນທະນາ ລະ​ຫວ່າງອານນາ ກັບແດນ ລອງເບິ່ງເນາະ,​ ບາງທີ,​ ມັນອາດຊ່ວຍໃຫ້ພວກເຮົາ ຮູ້ໃຊ້ສຳນວນນີ້ຫຼາຍຂຶ້ນ.


Dan: Anna, our presentation is in five minutes! Where have you been?

ແດນ: ອານນາ, ບົດນຳສະເໜີຂອງພວກເຮົາ ແມ່ນອີກ 5 ນາທີ! ເຈົ້າໄປໃສມານິ?

Anna: oh, you meant this Thursday! As in, today.

ອານນາ: ໂອ້, ເຈົ້າໝາຍເຖິງວັນພະຫັດນີ້! ກະຄືມື້ນີ້.

Dan: I knew this would happen.

ແດນ: ຂ້ອຍຮູ້ ວ່າສິ່ງນີ້ ຈະຕ້ອງເກີດຂຶ້ນ.

Anna: I can still prepare!

ອານນາ: ຂ້ອຍຍັງສາມາດກຽມໂຕໄດ້ທັນ!

Dan: No, I prepared. I had Ashley practice with me as a backup. So, she can take your place. You’re off the hook, Anna.

ແດນ: ບໍ່, ຂ້ອຍກຽມໄວ້ແລ້ວ. ຂ້ອຍໃຫ້ແອັຊລີ ຝຶກຊ້ອມກັບຂ້ອຍເພື່ອໄວ້ແລ້ວ. ດັ່ງນັ້ນ, ນາງສາມາດເຮັດແທນເຈົ້າໄດ້. ເຈົ້າໝົດບັນຫາແລ້ວ, ອານນາ.

If you are off the hook, you’ve escaped from trouble or a difficult situation. You’re no longer required to do something you were supposed to do often because someone else is doing it instead.

You’re welcome, Anna.

ຖ້າເຈົ້າ off the hook, ເຈົ້າຫຼຸດພົ້ນຈາກບັນຫາ ຫຼືສະຖານະການທີ່ຫຍຸ້ງຍາກ. ເຈົ້າບໍ່ຈຳເປັນຕ້ອງເຮັດບາງສິ່ງບາງຢ່າງທີ່ເຈົ້າຄວນຈະເຮັດເປັນປະຈຳ ເພາະວ່າມີຄົນອື່ນ ກຳລັງເຮັດມັນແທນເຈົ້າ.

ດ້ວຍຄວາມຍິນດີເດີ, ອານນາ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG