ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນພາສາອັງກິດ ໃນນຶ່ງນາທີ: “Bury the Hatchet” ແປວ່າ “ເຊົາຜິດກັນ/ຄືນດີກັນ”


ຮຽນພາສາອັງກິດ ໃນນຶ່ງນາທີ: “Bury the Hatchet” ແປວ່າ “ເຊົາຜິດກັນ/ຄືນດີກັນ”

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

A hatchet is a small axe. Why would you want to bury one?

Hatchet ແມ່ນຂວານນ້ອຍ. ແລ້ວເປັນຫຍັງ ເຈົ້າຈຶ່ງຈະຕ້ອງຝັງມັນ?

Anna: Dan, you really shouldn’t have said that to Denise.

ອານນາ: ແດນ, ເຈົ້າບໍ່ຄວນຈະເວົ້າແບບນັ້ນກັບ ເດນິສ ເລີຍແທ້ໆໄດ໋.

Dan: she started it. She stole my secret muffin recipe!

ແດນ: ນາງເປັນຄົນເລີ້ມມັນກ່ອນ. ນາງລັກເອົາສູດລັບຂະໜົມມັຟຟິນຂອງຂ້ອຍໄປ!

Anna: She wouldn’t do that, Dan. She knows how important your muffin recipe is to you.

ອານນາ: ນາງບໍ່ເຮັດແນວນັ້ນດອກ, ແດນ. ນາງຮູ້ດີວ່າ ສູດຂະໜົມມັຟຟິນຂອງເຈົ້າ ສຳຄັນກັບເຈົ້າຫຼາຍປານໃດ.

Dan: Then why do her muffins taste exactly like mine, Anna?

ແດນ: ແລ້ວເປັນຫຍັງຂະໜົມມັຟຟິນຂອງນາງ ຈຶ່ງມີລົດຊາດ ຄືກັນກັບຂະໜົມມັຟຟິນຂອງຂ້ອຍເລີຍລະ, ອານນາ?

Anna: Dan, Look, you need to talk to her and bury the hatchet.

ອານນາ: ແດນ, ຟັງເດີ, ເຈົ້າຕ້ອງເວົ້າກັບນາງ ແລະ ເຊົາຜິດກັນ.

To bury the hatchet means to make peace. We often use this expression when there are two opposing people or groups that settle their disagreement about something. Unfortunately, it can be hard to bury the hatchet when it involves Dan’s muffins.

To bury the hatchet ໝາຍເຖິງການສ້າງສັນຕິພາບ. ພວກເຮົາມັກຈະໃຊ້ສຳນວນນີ້ ເມື່ອມີຄົນ ຫຼືກຸ່ມຄົນ ທີ່ບໍ່ຖືກກັນສອງຄົນ ຫຼື ສອງກຸ່ມ ຢຸດຕິຄວາມຂັດແຍ້ງ ກ່ຽວກັບບາງສິ່ງບາງຢ່າງ. ແຕ່ໜ້າເສຍດາຍ ທີ່ມັນອາດຈະຍາກ ທີ່ຈະດີກັນໄດ້ ເມື່ອມັນກ່ຽວກັບຂະໜົມມັຟຟິນຂອງແດນ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG