ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນພາສາອັງກິດ ໃນນຶ່ງນາທີ: “pity party” ແປວ່າ “ການອີ່ຕົນສົງສານໂຕເອງ”


ຮຽນພາສາອັງກິດ ໃນນຶ່ງນາທີ: “pity party” ແປວ່າ: “ການອີ່ຕົນສົງສານໂຕເອງ”

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

Everyone loves a good party! But maybe not all parties. Let’s go to a pity party.

ທຸກໆຄົນ ມັກງານລ້ຽງດີໆ! ແຕ່ອາດຈະບໍ່ແມ່ນທຸກໆ ງານລ້ຽງ ທີ່ເປັນງານລ້ຽງທີ່ດີ. ພວກເຮົາໄປ pity party ກັນເທາະ!


Dan: you would not believe my morning. First, I was late to the gym.

ແດນ: ເຈົ້າຈະຕ້ອງບໍ່ເຊື່ອ ກ່ຽວກັບຕອນເຊົ້ານີ້ຂອງຂ້ອຍ ແຫຼະ. ທຳອິດ, ແມ່ນຂ້ອຍໄປຢິມຊ້າ.

Anna: you belong to a gym? Wow, you are so lucky!

ອານນາ: ເຈົ້າເປັນສະມາຊິກຂອງຢິມຫວາ?ວ້າວ, ເຈົ້າໂຊກດີຫຼາຍ!

Dan: and then I forgot my coffee.

ແດນ: ແລະ ຕໍ່ມາ ຂ້ອຍກໍລືມກາເຟຂອງຂ້ອຍ.

Anna: I’ll buy you a coffee.

ອານນາ: ຂ້ອຍສິຊື້ກາເຟໃຫ້ເຈົ້າ.

Dan: And then...

ແດນ: ແລ້ວ ຕໍ່ມາ...

Anna: Dan! Let’s take a walk. Walking will bring you out of this pity party that you’re in.

ອານນາ: ແດນ! ພວກເຮົາໄປຍ່າງຫຼິ້ນເຖາະ. ການຍ່າງຫຼິ້ນ ຈະເຮັດໃຫ້ເຈົ້າຫຼຸດພົ້ນຈາກການອີ່ຕົນສົງສານໂຕເອງ ທີ່ເຈົ້າເປັນຢູ່.

A pity party is when a person feels sorry for themselves. That’s the pity party. Maybe they feel unlucky, or that they have been treated unfairly. And then they talk about it a lot. That’s the party part. Except it’s not a party. It’s a downer.

A pity party ແມ່ນເວລາທີ່ຄົນຜູ້ໃດຜູ້ນຶ່ງ ຮູ້ສຶກເສຍໃຈໃຫ້ກັບຕົນເອງ. ນັ້ນແມ່ນ pity party. ບາງທີ ພວກເຂົາອາດຈະຮູ້ສຶກວ່າ ບໍ່ຄ່ອຍໂຊກດີປານໃດ, ຫຼື ຮູ້ສຶກວ່າ ພວກເຂົາຖືກປະຕິບັດນຳຢ່າງບໍ່ຢຸດຕິທຳ. ແລະຕໍ່ມາ ພວກເຂົາກໍເວົ້າ ກ່ຽວກັບສິ່ງນັ້ນຫຼາຍ. ນັ້ນແມ່ນສ່ວນຂອງງານລ້ຽງ. ຍົກເວັ້ນແຕ່ວ່າ ມັນບໍ່ແມ່ນງານລ້ຽງ. ມັນແມ່ນສິ່ງທີ່ເຮັດໃຫ້ຮູ້ສຶກບໍ່ດີ.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG