ທ່ານຈູມມະລີ ໄຊຍະສອນ ເລຂາທິການໃຫຍ່ຂອງພັກປະ
ຊາຊົນປະຕິວັດລາວຖະແຫລງໃນລາຍງານການເມືອງທີ່
ສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກທີ່ໄດ້ເລີ້ມຂຶ້ນ
ຢ່າງເປັນທາງການໃນວັນທີ 17 ມີນາ 2011 ທີ່ຜ່ານມາ
ນີ້ວ່າ ເປົ້າໝາຍທີ່ສຳຄັນສຳລັບການພັດທະນາເສດຖະ
ກິດ ແລະສັງຄົມແຫ່ງຊາດຂອງລາວ ປະຈໍາປີ 2011-
2015 ນີ້ ກໍຄືການເຮັດໃຫ້ເສດຖະກິດມີການຂະຫຍາຍໂຕ
ໃນອັດຕາສະເລ່ຍ ບໍ່ຫລຸດ 8% ຕໍ່ປີ.
ການປະຕິບັດໃຫ້ໄດ້ເປົ້າໝາຍທີ່ວາງໄວ້ດັ່ງກ່າວນອກຈາກ
ຈະເປັນຜົນເຮັດໃຫ້ ຍອດຜະລິດຕະພັນລວມພາຍໃນ ຫລື
GDP ຂອງລາວມູນຄ່າລວມທີ່ສາມາດສະເລ່ຍເປັນລາຍຮັບ
ຂອງປະຊາກອນລາວໄດ້ ໃນລະດັບສູງຂຶ້ນເປັນ 1,700
ໂດລາຕໍ່ຄົນຕໍ່ປີ ໃນປີ 2015 ດັ່ງກ່າວແລ້ວ ກໍຍັງຈະເຮັດ
ໃຫ້ອັດຕາຄວາມຍາກຈົນຂອງປະຊາຊົນລາວຫລຸດລົງມາ
ເຫລືອຢູ່ບໍ່ເກີນ 10% ຂອງຈຳນວນປະຊາກອນທັງໝົດ
ໃນປີ 2015 ອີກດ້ວຍ.
ທ່ານຈູມມາລີ ໄຊຍະສອນ ກ່າວຄໍາປາໃສຕໍ່ກອງປະ ຊຸມໃຫຍ່ຂອງພັກ.
ທ່ານ ຈູມມະລີ ໄດ້ສະແດງ
ຄວາມເຊື່ອໝັ້ນວ່າ ດ້ວຍ
ການນຳພາຂອງພັກ ຈະ
ເຮັດໃຫ້ສາມາດບັນລຸຜົນ
ຕາມເປົ້າໝາຍທີ່ວາງເອົາໄວ້ໄດ້ຢ່າງຄົບຖ້ວນ ເນື່ອງຈາກ
ວ່າໃນໄລຍະ 5 ປີທີ່ຜ່ານມາ ກໍຄືໃນຊ່ວງປີ 2006-2010
ນັ້ນພັກກໍສາມາດເຮັດໃຫ້ບັນລຸເປົ້າໝາຍທີ່ວາງໄວ້ໃນຫລາຍ
ຫລາຍດ້ານ ດັ່ງທີ່ທ່ານຈູມມະລີ ໄດ້ຖະແຫຼງຊີ້ແຈງໃນຕອນ
ນຶ່ງວ່າ:
“ຈັງຫວະການເຕີບໂຕທາງເສດຖະກິດແຫ່ງຊາດໂດຍສະເລ່ຍກໍແມ່ນ 7.9% ຕໍ່ປີ
ລວມຍອດມູນຄ່າຜະລິດຕະພັນພາຍໃນ ສົກງົບປະມານ 2009-2010 ສະເລ່ຍ
ຕໍ່ພົນລະເມືອງບັນລຸໄດ້ 8.7 ລ້ານກີບຕໍ່ຄົນ. ຄອບຄົວທຸກຍາກໃນທົ່ວປະເທດກໍ
ໃຫ້ຫລຸດລົງມາເປັນ 20.4% ໃນປີ 2009-2010.”
ເສດຖະກິດຂະຫຍາຍໂຕ ເຮັດໃຫ້ຄົນລາວມີຄວາມ ສາມາດຈັບຈ່າຍໃຊ້ສອຍໄດ້ຫລາຍຂຶ້ນ
ຊຶ່ງສະພາບການດັ່ງກ່າວ ກໍຍັງ
ເຮັດໃຫ້ຜູ້ນໍາຂອງລາວ ມີຄວາມ
ເຊື່ອໝັ້ນວ່າ ການພັດທະນາ
ທາງເສດຖະກິດ-ສັງຄົມຂອງ
ລາວ ໃນໄລຍະ 5 ປີຕໍ່ໜ້ານີ້
ກໍຄືໃນຊ່ວງປີ 2011-2015
ລັດຖະບານລາວມີຄວາມເຊື່ອ
ໝັ້ນວ່າ ຈະສາມາດແກ້ໄຂ
ບັນຫາຄວາມທຸກຈົນຂອງປະ
ຊາຊົນໄດ້ໂດຍພື້ນຖານ ຊຶ່ງກໍ
ເປັນໄປຕາມເປົ້າໝາຍສະຫັດ
ສະວັດຂອງສະຫະປະຊາຊາດ
ນັ້ນເອງ.
ສໍາລັບໃນໄລຍະ 5 ປີຕໍ່ໜ້ານີ້ ລັດຖະບານລາວກໍໄດ້ວາງແຜນການທີ່ຈະດຶງດູດເອົາການລົງ
ທຶນຈາກຕ່າງປະເທດໃຫ້ໄດ້ ລັດຖະບານລາວໃຫ້ໄດ້ເຖິງ 4 ໝື່ນລ້ານໂດລາ ສຳລັບໂຄງ
ການຂະໜາດໃຫຍ່ ຫລື Mega Projects ຈໍານວນຫລາຍກວ່າ 200 ໂຄງການ. ໂດຍທີ່
ສໍາຄັນນັ້ນກໍຄື ໂຄງການສ້າງທາງລົດໄຟຈາກນະຄອນວຽງຈັນໄປປະເທດຈີນ ໂຄງການຂະ
ຫຍາຍສາຍສົ່ງກະແສໄຟຟ້າແຮງສູງທົ່ວປະເທດ ໂຄງການສ້າງທາງຫລວງແຫ່ງຊາດ ຂະ
ໜານກັບເສັ້ນທາງເລກ 13 ໂຄງການສ້າງເຂື່ອນໄຟຟ້າ 14 ແຫ່ງ ໂຄງການສ້າງທາງດ່ວນ
ໄປຫວຽດນາມ ໂຄງການຂຸດຄົ້ນແຮ່ເຫລັກ ແຮ່ໂປຣແຕສ ແລະແຮ່ບ໊ອກໄຊດ໌ ຢູ່ພາກໃຕ້
ເປັນຕົ້ນ.
ທາງລົດລະຫວ່າງທາງຕາເວັນອອກ-ຕາເວັນຕົກ
ສ່ວນໃນໄລຍະແຜນການ ປີ
2011-2015 ນີ້ລັດຖະບານ
ລາວກໍໄດ້ວາງເປົ້າໝາຍທີ່ຈະ
ເຮັດໃຫ້ຍອດຜະລິດຕະພັນ
ລວມພາຍໃນຫລື GDP ຂະ
ຫຍາຍຕົວເພີ່ມຂຶ້ນບໍ່ຕໍ່າກວ່າ
8% ຊຶ່ງກໍຈະເຮັດໃຫ້ມູນຄ່າ
GDP ໄລ່ສະເລ່ຍເປັນລາຍ
ຮັບຂອງປະຊາກອນລາວໄດ້
9.6 ລ້ານກີບ ຫລືປະມານ
1,130 ໂດລາຕໍ່ຄົນ ຕໍ່ປີ.