ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວໄຂກອງປະຊຸມໃຫຍ່ ຄັ້ງທີ 9 ຂອງພັກ


ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກປະຕິວັດປະຊາຊົນລາວ ທີ່ໄຂຂຶ້ນ
ຢ່າງເປັນທາງການ ໃນວັນພະຫັດທີ 17 ມີນາ 2011 ນີ້
ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກປະຕິວັດປະຊາຊົນລາວ ທີ່ໄຂຂຶ້ນ ຢ່າງເປັນທາງການ ໃນວັນພະຫັດທີ 17 ມີນາ 2011 ນີ້

ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກປະຊາຊົນປະຕິວັດລາວໄດ້ໄຂຂຶ້ນຢ່າງເປັນທາງການ ໃນມື້ນີ້, ວັນພະຫັດທີ 17 ມີນາ ເພື່ອເລືອກເອົາຄະນະກໍາມະການບໍລິຫານງານສູນ ກາງພັກຊຸດໃໝ່.

ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກປະຊາຊົນປະຕິວັດລາວ
ໄດ້ເລີ້ມຂຶ້ນຢ່າງເປັນທາງການໃນມື້ນີ້, ວັນພະຫັດທີ 17
ມີນາ 2011 ນີ້ ພາຍໃຕ້ການເປັນປະທານຂອງທ່ານຈູມ
ມະລີ ໄຊຍະສອນ ​ເລຂາ​ທິການ​ໃຫຍ່ຂອງ​ພັກ ​ແລະປະທານ​ປະ​ເທດ​ລາວ​ຄົນ​ປັດຈຸບັນ
ແລະ​ມີ​ບັນດາ​ຜູ້​ແທນສົມບູນ​ຈຳນວນ 576 ຄົນ​ທີ່ຕາງໜ້າໃຫ້​ແກ່​ສະມາຊິກ​ພັກ​ຫລາຍ​ກວ່າ
191,700 ຄົນ​ຈາກ​ທົ່ວ​ປະ​ເທດ​ເຂົ້າຮ່ວມ​ໃນ​ກອງ​ປະຊຸມຄັ້ງນີ້.

ທ່ານ ຈູມມະລີ ໄຊຍະ ສອນ, ປະທານປະເທດ ລາວ
ທ່ານ ຈູມມະລີ ໄຊຍະ ສອນ, ປະທານປະເທດ ລາວ

ກ່ຽວກັບ​ຄວາມ​ສໍາຄັນ​ຂອງ​ກອງ​ປະຊຸມ​ຄັ້ງນີ້ ທ່ານ​ສົມ​ສະ
ຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ, ຜູ້​ປະ​ຈໍາ​
ການ​ຄະນະ​ລັດຖະບານ​ລາວ ທັງ​ຍັງ​ເປັນ​ກຳມະການ​ກົມ​
ການ​ເມືອງ​ສູນ​ກາງ​ພັກ​ອີກ​ດ້ວຍ​ນັ້ນ ກໍ​ໄດ້​ຊີ້​ແຈງ​ວ່າ ກອງ
ປະຊຸມ​ຈະ​ໄດ້​ມີ​ການ​ເລືອກເອົາ​ເລຂາທິການ​ໃຫຍ່ ຄະນະ
ກໍາມະການບໍລິຫານ​ງານສູນກາງພັກ ຄະນະກໍາມະການ
ກົມການເມືອງ ການ​ຮັບຮອງ​ເອົາ​ລາຍ​ງານ​ການເມືອງຂອງ
ຄະນະກໍາມະການບໍລິຫານ​ງານສູນກາງພັກສະໄໝທີ 8
ທີ່​ໄດ້​ຕີ​ລາຄາ​ກ່ຽວກັບ​ຜົນ​ການຈັດຕັ້ງປະຕິ​ບັດ​ທິດ​ທາງໜ້າ
ທີ່ ​ໃນໄລຍະ 5 ປີ ທີ່​ຜ່ານມາ ແລະ​ກຳໜົດເປົ້າໝາຍທິດ​
ທາງໜ້າທີ່ ໃນ 5 ປີ ຕໍ່ໜ້າ, ລວມທັງ​ການ​ປັບປຸງລະບຽບ
ພັກ​ໃຫ້​ສອດຄ່ອງ​ກັບ​ສະພາບ​ການ​ທີ່​ປ່ຽນ​ແປງ​ໄປ​ອີກ​ດ້ວຍ.

ກ່ອນໜ້ານີ້ ທ່ານໝູນແກ້ວ ອໍລະບູນ ລັດຖະມົນຕີກະຊວງ
ຖະແຫຼງຂ່າວແລະ ວັດທະນະທໍາ ກໍ​ໄດ້ຖະແຫຼງຢືນຢັນວ່າ
ດ້ານໂຄສະນາປະຊາສໍາພັນທີ່ກະຊວງຖະແຫຼງຂ່າວ ແລະວັດ
ທະນາທໍາຮັບຜິດຊອບນັ້ນ ກໍໄດ້ມີການປະຕິບັດຕົວຈິງ ນັບ
ຕັ້ງແຕ່ປີກາຍເປັນຕົ້ນມາແລ້ວ ຊຶ່ງກໍປາກົດວ່າໄດ້ຮັບໝາກຜົນເປັນຢ່າງດີ ແລະປະສານ​ງານ
ໄປ​ຍັງ​ທຸກ​ພາກສ່ວນຢ່າງ​ທົ່ວ​ເຖິງ​ແລ້ວ. ​ແລະ​ໃນ​ກໍລະນີ​ດຽວກັນນີ້ກໍ​ໄດ້​ຮັບ​ການ​ຢືນຢັນ​ຈາກ
ເຈົ້າໜ້າທີ່​ຮາກ​ຖານ​ຂອງ​ພັກ​ຢູ່​ເມືອງ​ກາສີ ​ແຂວງ​ວຽງຈັນ​ວ່າ:

ທ່ານໝູນແກ້ວ ອໍລະບູນ ລັດຖະມົນຕີກະຊວງຖະ ແຫຼງຂ່າວແລະວັດທະນະ ທໍາ
ທ່ານໝູນແກ້ວ ອໍລະບູນ ລັດຖະມົນຕີກະຊວງຖະ ແຫຼງຂ່າວແລະວັດທະນະ ທໍາ

ການ​ນຳພາ​ຂອງ​ພັກ​ທີ່​ມີ​ລັກສະນະ​ພົ້ນ​ເດັ່ນ​ນີ້ຖືວ່າ
ພວກ​ເຮົາ​ໄດ້​ສາມາດ​ນຳພາ​ການ​ເມືອງ​ແນວ​ຄິດ
ໃຫ້​ປະຊາຊົນ​ຢູ່​ຂັ້ນຮາກ​ຖານ ກຸ່ມ​ບ້ານນີ້ ມີ​ຄວາມ
ໜັກ​ແໜ້ນດີ​ຂຶ້ນຫັ້ນ​ແຫລ້ວ ​ໄດ້​ມີ​ສະ​ເຖຍລະ​ພາບ
ທາງ​ດ້ານ​ການ​ເມືອງ​ ​ແລ້ວ​ກໍ​ສືບຕໍ່ໜັກ​ແໜ້ນ​ໃນ​
ດ້ານ​ສັງຄົມ ການ​ແກ້​ໄຂ​ບັນ​ຫາ​ຫຍໍ້​ທໍ້​ໃນ​ທາງ​ສັງ
ຄົມ ກໍ​ໄດ້​ຫລຸດລົງ ​ເປັນ​ລຳດັບ​ຫັ້ນ​ແຫລ້ວ”

ກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວທີ່ຈັດຂຶ້ນເປັນປະຈໍາທຸກ 5 ປີນັ້ນ ຖືເປັນ
ການເຄື່ອນໄຫວທີ່ມີຄວາມສໍາຄັນທີ່ສຸດໃນທາງການເມືອງຂອງລາວ ເພາະວ່າການ​ທີ່​ບຸກຄົນ
ໃດ​ໄດ້​ຮັບການເລືອກຕັ້ງ​ໃຫ້​ເປັນເລຂາ​ທິການ​ໃຫຍ່​ຂອງພັກກໍ​ຍັງໝາຍ​ເຖິງ​ບຸກຄົນ​ນັ້ນ ຈະ
ໄດ້​ຄອງ​ຕໍາ​ແໜ່ງປະທານປະເທດລາວອີກດ້ວຍ.

ສ່ວນບຸກຄົນທີ່ເປັນກໍາມະການກົມການເມືອງ ແລະກໍາມະການບໍລິຫານງານສູນກາງພັກນັ້ນ ກໍຈະໄດ້ຄອງຕໍາແໜ່ງຮອງປະທານປະເທດ ປະ ທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ,
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ເຈົ້າແຂວງ, ຫຼືວ່າປະທານໄອຍະການ ແລະປະທານ
ສານປະຊາຊົນສູງສຸດເປັນຕົ້ນ ຊຶ່ງໂດຍປົກກະຕິແລ້ວ ການປ່ຽນແປງຕົວບຸກຄົນໃນຕໍາແໜ່ງ
ເຫຼົ່ານີ້ ຈະມີຂຶ້ນໃນໂອກາດກອງປະຊຸມສະໄໝສາມັນຄັ້ງປະຖົມມະເລີກຂອງສະພາແຫ່ງຊາດ
ລາວ ທີ່ຈະມາຈາກການເລືອກຕັ້ງໃນວັນທີ 30 ເມສາປີນີ້ ນັ້ນ​ເອງ.

ທ່ານທອງບັນ ແສງອາ ພອນ ລັດຖະມົນຕີ ກະ ຊວງປ້ອງກັນຄວາມສະ ຫງົບພາຍໃນຂອງລາວ
ທ່ານທອງບັນ ແສງອາ ພອນ ລັດຖະມົນຕີ ກະ ຊວງປ້ອງກັນຄວາມສະ ຫງົບພາຍໃນຂອງລາວ

ນອກຈາກນີ້ ເນື່ອງຈາກວ່າກອງປະຊຸມໃຫຍ່ຂອງພັກ ແລະ
ການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວນັ້ນ ຖືເປັນ
ເຫດການທີ່ສໍາຄັນທີ່ສຸດໃນທາງການເມືອງລາວ ຈຶ່ງເຮັດໃຫ້
ທາງການລາວຕ້ອງດໍາເນີນມາດຕະການເຂັ້ມງວດເຂົ້າໃນ
ການປ້ອງກັນ ແລະຮັກສາຄວາມສະງົບຮຽບຮ້ອຍໃນສັງຄົມ
ລາວທົ່ວປະເທດ.

ກ່ອນໜ້ານີ້ ທ່ານ​ທອງ​ບັນ ແສງອາພອນ ລັດຖະມົນຕີກະ
ຊວງ​ປ້ອງ​ກັນ​ຄວາມ​ສະຫງົບພາຍ​ໃນ​ຂອງລາວ ກໍ​ໄດ້ຖະ
ແຫລ​ງຢືນຢັນ​ວ່າ ການ​ຮັກສາ​ຄວາມໝັ້ນຄົງ ແລະສະເຖຍ
ລະ​ພາບ​ທາງ​ການ​ເມືອງ​ແຫ່ງຊາດ​ນັ້ນ ນັບ​ວ່າ​ມີ​ຄວາມ​ສໍາ
ຄັນ​ທີ່​ສຸດ ຊຶ່ງ​ກໍຄືການ​ສະກັດ​ກັ້ນ ​ແລະປ້ອງກັນ​ບໍ່ໃຫ້​ມີ​
ການ​ເຄື່ອນ​ໄຫວ ທີ່​ມີ​ເປົ້າໝາຍ​ເພື່ອການ​ຊຸມນຸມ​ປະ​ທ້ວງ
ທາງ​ການ​ເມືອງ​ເກີດ​ຂຶ້ນ​ຢູ່ໃນ​ລາວຢ່າງເດັດຂາດ.

XS
SM
MD
LG