ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວວ່າຈະ​ເຮັດໃຫ້ ຄວາມທຸກຈົນຂອງປະເທດ ​​ເຫລືອພຽງ 10% ​ໃນ​ປີ 2015


ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ລົງມະຕິຢ່າງເປັນເອກກະສັນ ເລືອກເອົາທ່ານ ຈູມມະລີ ໄຊຍະສອນ ໃຫ້ເປັນເລຂາທິການໃຫຍ່ຂອງພັກ ອີກສະໄໝນຶ່ງ ເມື່ອວັນທີ 21 ມີນາ 2011.
ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກປະຊາຊົນປະຕິວັດລາວ ທີ່ໄດ້ລົງມະຕິຢ່າງເປັນເອກກະສັນ ເລືອກເອົາທ່ານ ຈູມມະລີ ໄຊຍະສອນ ໃຫ້ເປັນເລຂາທິການໃຫຍ່ຂອງພັກ ອີກສະໄໝນຶ່ງ ເມື່ອວັນທີ 21 ມີນາ 2011.

ເລຂາທິການ​ໃຫຍ່​ຂອງ​ພັກ​ປະຊາຊົນປະຕິວັດ​​ລາວ ຢືນຢັນ​ທີ່​ຈະ​ຫລຸດ​ບັນຫາ​ຄວາມທຸກ​ຈົນ​ຂອງປະຊາຊົນ​ລົງ​ໃຫ້​​ເຫລືອບໍ່​ເກີນ 10% ຂອງ​ຈຳນວນ​ປະຊາກອນ​ທັງໝົດພາຍ​ໃນ​ປີ 2015.

ທ່ານ​ຈູມ​ມະລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່​ຂອງ​ພັກ​ປະ
ຊາຊົນປະຕິວັດລາວຖະ​ແ​ຫລງໃນ​ລາຍ​ງານ​ການ​ເມືອງ​ທີ່
ສະ​ເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກທີ່​ໄດ້​ເລີ້ມຂຶ້ນ
ຢ່າງເປັນທາງການໃນວັນທີ 17 ມີນາ 2011 ທີ່​ຜ່ານ​ມາ
ນີ້ວ່າ ​ເປົ້າໝາຍທີ່​ສຳຄັນ​ສຳລັບການພັດທະນາເສດຖະ
ກິດ ແລະສັງຄົມ​ແຫ່ງ​ຊາດຂອງລາວ ປະຈໍາປີ 2011-
2015 ນີ້ ກໍ​ຄື​ການ​ເຮັດໃຫ້ເສດຖະກິດມີການຂະຫຍາຍໂຕ
ໃນ​ອັດຕາ​ສະ​ເລ່ຍ ບໍ່ຫລຸດ 8% ຕໍ່ປີ.

ການປະຕິບັດ​ໃຫ້ໄດ້ເປົ້າໝາຍທີ່ວາງ​ໄວ້​ດັ່ງກ່າວ​ນອກຈາກ
ຈະເປັນຜົນເຮັດໃຫ້ ຍອດຜະລິດຕະພັນລວມພາຍໃນ ຫລື
GDP ຂອງ​ລາວມູນຄ່າລວມທີ່​ສາມາດສະເລ່ຍເປັນລາຍຮັບ
ຂອງປະຊາກອນລາວໄດ້ ​ໃນ​ລະດັບ​ສູງ​ຂຶ້ນເປັນ 1,700
ໂດລາຕໍ່ຄົນຕໍ່ປີ ​ໃນ​ປີ 2015 ດັ່ງກ່າວແລ້ວ ກໍ​ຍັງ​ຈະ​ເຮັດ​
ໃຫ້​ອັດຕາ​ຄວາມຍາກຈົນຂອງປະຊາຊົນລາວ​ຫລຸດລົງມາ
ເຫລືອຢູ່ບໍ່​ເກີນ 10% ຂອງ​ຈຳນວນ​ປະຊາກອນທັງໝົດ
ໃນ​ປີ 2015 ອີກ​ດ້ວຍ.

ທ່ານຈູມມາລີ ໄຊຍະສອນ ກ່າວຄໍາປາໃສຕໍ່ກອງປະ ຊຸມໃຫຍ່ຂອງພັກ.
ທ່ານຈູມມາລີ ໄຊຍະສອນ ກ່າວຄໍາປາໃສຕໍ່ກອງປະ ຊຸມໃຫຍ່ຂອງພັກ.

ທ່ານ ຈູມມະລີ ໄດ້ສະ​ແດງ
ຄວາມ​ເຊື່ອໝັ້ນວ່າ ດ້ວຍ​
ກາ​ນນຳພາ​ຂອງ​ພັກ ຈະ
ເຮັດ​ໃຫ້​ສາມາດ​ບັນລຸ​ຜົນ
ຕາມ​ເປົ້າໝາຍທີ່​ວາງ​ເອົາ​ໄວ້ໄດ້​ຢ່າງ​ຄົບ​ຖ້ວນ ເນື່ອງ​ຈາກ
ວ່າ​ໃນໄລຍະ 5 ປີ​ທີ່​ຜ່ານ​ມາ ກໍ​ຄື​ໃນ​ຊ່ວງ​ປີ 2006-2010
ນັ້ນພັກ​ກໍ​ສາມາດ​ເຮັດ​ໃຫ້​ບັນລຸ​ເປົ້າໝາຍທີ່​ວາງ​ໄວ້ໃນຫລາຍ
ຫລາຍດ້ານ ດັ່ງທີ່ທ່ານຈູມມະລີ ໄດ້ຖະແຫຼງຊີ້​ແຈງໃນຕອນ
ນຶ່ງ​ວ່າ:

“ຈັງ​ຫວະ​ການ​ເຕີບ​ໂຕ​ທາງ​ເສດຖະກິດ​ແຫ່ງ​ຊາດ​ໂດຍສະ​ເລ່ຍກໍ​ແມ່ນ 7.9% ຕໍ່ປີ
ລວ​ມຍ​ອດມູນ​ຄ່າ​ຜະລິດ​ຕະພັນ​ພາຍ​ໃນ​ ສົກ​ງົບປະມານ 2009-2010 ສະ​ເລ່ຍ
ຕໍ່ພົນລະ​ເມືອງບັນລຸ​ໄດ້ 8.7 ລ້ານ​ກີບ​ຕໍ່ຄົນ. ຄອບຄົວ​ທຸກ​ຍາກ​ໃນທົ່ວ​ປະ​ເທດ​ກໍ​
ໃຫ້​ຫລຸດ​ລົງ​ມາ​ເປັນ 20.4% ​ໃນ​ປີ 2009-2010.”

ເສດຖະກິດຂະຫຍາຍໂຕ ເຮັດໃຫ້ຄົນລາວມີຄວາມ ສາມາດຈັບຈ່າຍໃຊ້ສອຍໄດ້ຫລາຍຂຶ້ນ
ເສດຖະກິດຂະຫຍາຍໂຕ ເຮັດໃຫ້ຄົນລາວມີຄວາມ ສາມາດຈັບຈ່າຍໃຊ້ສອຍໄດ້ຫລາຍຂຶ້ນ

ຊຶ່ງ​ສະພາບ​ການ​ດັ່ງກ່າວ ກໍ​ຍັງ
ເຮັດ​ໃຫ້​ຜູ້​ນໍາ​ຂອງ​ລາວ ມີ​ຄວາມ
ເຊື່ອໝັ້ນວ່າ ການພັດທະນາ
ທາງເສດຖະກິດ-ສັງຄົມ​ຂອງ
ລາວ ​ໃນ​ໄລຍະ 5 ປີຕໍ່ໜ້ານີ້
ກໍ​ຄື​ໃນ​ຊ່ວງປີ 2011-2015
ລັດຖະບານລາວມີ​ຄວາມ​ເຊື່ອ
ໝັ້ນວ່າ ຈະ​ສາມາດ​ແກ້​ໄຂ
ບັນຫາຄວາມທຸກຈົນຂອງປະ
ຊາຊົນໄດ້ໂດຍພື້ນຖານ ຊຶ່ງ​ກໍ
ເປັນ​ໄປ​ຕາມເປົ້າໝາຍສະຫັດ
ສະວັດຂອງສະຫະປະຊາຊາດ
ນັ້ນ​ເອງ.

ສໍາລັບໃນໄລຍະ 5 ປີຕໍ່ໜ້ານີ້ ລັດຖະບານລາວກໍໄດ້ວາງແຜນການທີ່ຈະດຶງດູດເອົາການລົງ
ທຶນຈາກຕ່າງປະເທດໃຫ້ໄດ້ ລັດຖະບານລາວໃຫ້ໄດ້ເຖິງ 4 ໝື່ນລ້ານໂດລາ ສຳລັບໂຄງ
ການຂະໜາດໃຫຍ່ ຫລື Mega Projects ຈໍານວນຫລາຍກວ່າ 200 ໂຄງການ. ​ໂດຍທີ່
ສໍາຄັນນັ້ນກໍຄື ໂຄງການສ້າງທາງລົດໄຟຈາກນະຄອນວຽງຈັນໄປປະເທດຈີນ ໂຄງການຂະ
ຫຍາຍສາຍສົ່ງກະແສໄຟຟ້າແຮງສູງທົ່ວປະເທດ ໂຄງການສ້າງທາງຫລວງແຫ່ງຊາດ ຂະ
ໜານກັບເສັ້ນທາງເລກ 13 ໂຄງການສ້າງເຂື່ອນໄຟຟ້າ 14 ແຫ່ງ ໂຄງການສ້າງທາງດ່ວນ
ໄປຫວຽດນາມ ໂຄງການຂຸດຄົ້ນແຮ່ເຫລັກ ແຮ່ໂປຣແຕສ ແລະແຮ່ບ໊ອກໄຊດ໌ ຢູ່​ພາກ​ໃຕ້
ເປັນຕົ້ນ.

ທາງລົດລະຫວ່າງທາງຕາເວັນອອກ-ຕາເວັນຕົກ
ທາງລົດລະຫວ່າງທາງຕາເວັນອອກ-ຕາເວັນຕົກ

ສ່ວນ​ໃນ​ໄລຍະ​ແຜນການ ປີ
2011-2015 ນີ້ລັດຖະບານ
ລາວກໍໄດ້ວາງເປົ້າໝາຍທີ່ຈະ
ເຮັດໃຫ້ຍອດຜະລິດຕະພັນ
ລວມພາຍໃນຫລື GDP ຂະ
ຫຍາຍຕົວເພີ່ມຂຶ້ນບໍ່ຕໍ່າກວ່າ
8% ຊຶ່ງກໍຈະເຮັດໃຫ້ມູນຄ່າ
GDP ໄລ່ສະເລ່ຍເປັນລາຍ
ຮັບຂອງປະຊາກອນລາວໄດ້
9.6 ລ້ານກີບ ຫລືປະມານ
1,130 ໂດລາຕໍ່ຄົນ ຕໍ່ປີ.

ກ່ຽວຂ້ອງກັນ

XS
SM
MD
LG