ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຢືນຢັນວ່າ ຄວາມທຸກຈົນໃນປະເທດ ຈະຫລຸດລົງ ພາຍໃນປີ 2015 ນີ້


ປະທານປະເທດລາວ ທ່ານຈູມມະລີ ໄຊຍະສອນ ຈັບມືກັບ ທ່ານພັນ ກີ ມູນ ເລຂາທິການໃຫຍ່ອົງການສະຫະປະຊາຊາດ, ວັນທີ 20 ກັນຍາ 2010.
ປະທານປະເທດລາວ ທ່ານຈູມມະລີ ໄຊຍະສອນ ຈັບມືກັບ ທ່ານພັນ ກີ ມູນ ເລຂາທິການໃຫຍ່ອົງການສະຫະປະຊາຊາດ, ວັນທີ 20 ກັນຍາ 2010.

ປະທານປະເທດລາວຢືນຢັນວ່າ ການຂະຫຍາຍຕົວທາງເສດຖະກິດຢ່າງຕໍ່ເນື່ອງ ໄດ້ເຮັດໃຫ້ ອັດຕາຄວາມຍາກຈົນຂອງປະຊາຊົນລາວ ລົດລົງຢ່າງຕໍ່ເນື່ອງເຊັ່ນດຽວກັນ ແລະຖ້າຫາກວ່າ ເສດຖະກິດຂອງລາວ ຍັງຂະຫຍາຍຕົວຢູ່ຕໍ່ໄປ ກໍເຊື່ອວ່າບັນຫາຄວາມຍາກຈົນຈະໝົດໄປ ຈາກລາວ ພາຍໃນປີ 2015.

ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ ໄດ້ກ່າວຢືນຢັນຕໍ່ກອງປະຊຸມສຸດຍອດ ສະຫັດສະວັດ ດ້ານການພັດທະນາໃນໂອກາດກອງປະຊຸມສະມັດຊາໃຫຍ່ຄັ້ງທີ່ 65 ຂອງ ອົງການສະຫະປະຊາຊາດຢູ່ນະຄອນນີວຢ໊ອກ ເມື່ອບໍ່ນານມານີ້ວ່າ ການຂະຫຍາຍຕົວທາງ ເສດຖະກິດຢ່າງຕໍ່ເນື່ອງໃນລາວ ນັບເປັນປັດໃຈສໍາຄັນ ທີ່ເຮັດໃຫ້ບັນຫາຄວາມທຸກຈົນຂອງ ປະຊາຊົນລາວລົດລົງຢ່າງຕໍ່ເນື່ອງອີກດ້ວຍເຊັ່ນກັນ. ທັງນີ້ກໍ​ເພາະວ່າ ໃນໄລຍະແຜນການ ພັດທະນາປະຈໍາປີ 2001-2005 ທີ່ເສດຖະກິດຂອງລາວ ມີການຂະຫຍາຍຕົວໃນອັດຕາ ສະເລ່ຍ 6.2% ຕໍ່ປີ ແລະກໍເພີ່ມຂຶ້ນເປັນ 7% ຕໍ່ປີ ໃນໄລຍະແຜນການພັດທະນາປີ 2006-2010 ນີ້ ກໍໄດ້ເປັນຜົນເຮັດໃຫ້ ອັດຕາຄວາມທຸກຈົນຂອງປະຊາຊົນລາວ ລົດລົງ ຈາກ 48% ຂອງຈໍານວນປະຊາຊົນທັງໝົດໃນປີ 1990 ມາເປັນ 26% ຂອງຈຳນວນປະ ຊາກອນລາວທັງໝົດທີ່ມີຢ່ 6 ລ້ານກວ່າຄົນໃນປັດຈຸບັນນີ້ ໂດຍກໍລະນີນຶ່ງທີ່ສາມາດວັດແທກ ໃຫ້ເຫັນເຖິງສະພາບຊີວິດຄວາມເປັນຢູ່ທີ່ດີຂຶ້ນຂອງປະຊາຊົນລາວ ໄດ້ຢ່າງເປັນຮູບປະທໍານັ້ນ ກໍແມ່ນຄຸນນະພາບຊີວິດທີ່ດີຂຶ້ນຂອງແມ່ແລະເດັກ ດັ່ງທີ່ທ່ານ ຈູມມະລີ ໄດ້ກ່າວວ່າ:

“ອັດຕາການເສຍຊີວິດຂອງແມ່ຫລຸດລົງຈາກ 650 ຄົນມາເປັນ 405 ຄົນ ຕໍ່ແມ່ ຍິງຖືພາ ແລະຫລັງເກີດລູກ 100 ພັນຄົນ ອັດຕາການເສຍຊີວິດຂອງເດັກນ້ອຍ ຫລຸດລົງຈາກ 104 ຄົນມາເປັນ 70 ຄົນຕໍ່ເດັກນ້ອຍ ທີ່ມີຊີວິດ 1.000 ຄົນ”

ຊຶ່ງດ້ວຍສະພາບການດັ່ງກ່າວ ກໍຍັງເຮັດໃຫ້ຜູ້ນໍາຂອງລາວເຊື່ອໝັ້ນວ່າ ການພັດທະນາ ເສດຖະກິດແລະສັງຄົມຂອງລາວໃນໄລຍະ 5 ປີຕໍ່ໜ້ານີ້ ກໍຄືໃນຊ່ວງປີ 2011-2015 ລັດຖະບານລາວຈະສາມາດແກ້ໄຂ ບັນຫາຄວາມຍາກຈົນຂອງປະຊາຊົນລາວໄດ້ ໂດຍ ພື້ນຖານອີກດ້ວຍ.

ທາງລົດໄຟເສັ້ນທໍາອິດ ທີ່ຕໍ່ ນະຄອນຫລວງວຽງຈັນໄປຫາ ແຂວງໜອງຄາຍ, ປະເທດໄທ
ທາງລົດໄຟເສັ້ນທໍາອິດ ທີ່ຕໍ່ ນະຄອນຫລວງວຽງຈັນໄປຫາ ແຂວງໜອງຄາຍ, ປະເທດໄທ

ສໍາລັບໃນໄລຍະ 5 ປີຕໍ່ໜ້ານີ້ ລັດຖະບານລາວ ໄດ້ວາງ ແຜນການທີ່ຈະດຶງດູດເອົາການລົງທຶນຈາກຕ່າງປະເທດໃຫ້ ໄດ້ໃນມູນຄ່າລວມເຖິງ 40 ພັນລ້ານໂດລາສະຫະລັດ ສໍາລັບໂຄງການການຂະໜາດໃຫຍ ຫລື Mega Projects ຈໍານວນຫລາຍກວ່າ 200 ໂຄງການ ແລະ ທີ່ສໍາຄັນນັ້ນກໍຄື ໂຄງການສ້າງທາງລົດໄຟຈາກນະຄອນວຽງຈັນໄປປະເທດຈີນ ໂຄງການຂະຫຍາຍສາຍສົ່ງກະແສໄຟຟ້າແຮງສູງທົ່ວປະເທດ ໂຄງການສ້າງທາງຫລວງແຫ່ງຊາດ ຂະໜານກັບເສັ້ນທາງ ເລກ 3 ໂຄງການສ້າງເຂື່ອນໄຟຟ້າ 14 ແຫ່ງ ໂຄງການ ສ້າງທາງດ່ວນໄປຫວຽດນາມ ໂຄງການຂຸດຄົ້ນແຮ່ເຫລັກ ແຮ່ໂປຣແຕສ ແລະແຮ່ບ໊ອກ ໄຊດ໌ຢູ່ພາກໃຕ້ເປັນຕົ້ນ.

ສ່ວນໃນໄລຍະແຜນການພັດທະນາປີ 2010-2011 ນີ້ ລັດຖະບານລາວ ກໍໄດ້ວາງເປົ້າ ໝາຍ ທີ່ຈະເຮັດໃຫ້ຍອດຜະລິດຕະພັນລວມພາຍໃນ ຫລື GDP ຂະຫຍາຍຕົວເພີ່ມຂຶ້ນ ບໍ່ຕໍ່າກວ່າ 8% ຊຶ່ງກໍຈະເຮັດໃຫ້ມູນຄ່າ GDP ໄລ່ສະເລ່ຍເປັນລາຍຮັບຂອງປະຊາກອນ ລາວໄດ້ 9.6 ລ້ານກີບ ຫລືປະມານ 1,130 ໂດລາຕໍ່ຄົນຕໍ່ປີ ແລະ ການທີ່ຈະເຮັດໃຫ້ ເປົ້າໝາຍດັ່ງກ່າວ ສາມາດເກີດຂຶ້ນໄດ້ຢ່າງແທ້ຈິງນັ້ນ ກໍມີຄວາມຈໍາເປັນທີ່ຈະຕ້ອງຊຸກຍູ້ ໃຫ້ການຜະຫລິດໃນພາກກະສິກໍາ-ປ່າໄມ້ ມີການຂະຫຍາຍຕົວເພີ່ມຂຶ້ນບໍ່ໜ້ອຍກວ່າ 3.5% ແລະ ພາກບໍລິການກໍຈະຕ້ອງຂະຫຍາຍຕົວບໍ່ຕໍ່າກວ່າ 6.7%. ສ່ວນພາກອຸດສາຫະກໍານັ້ນ ກໍຈະຕ້ອງຂະຫຍາຍຕົວເຖິງ 17.3%.

ສໍາລັບໃນໄລຍະແຜນການພັດທະນາປະຈໍາປີ 2009-2010 ທີ່ກໍາລັງຈະສິ້ນສຸດແຜນການ ລົງໃນທ້າຍເດືອນກັນຍານີ້ ລັດຖະບານລາວກໍເຊື່ອໝັ້ນວ່າ GDP ຈະຂະຫຍາຍຕົວໃນອັດ ຕາສະເລ່ຍບໍ່ຕໍ່າກວ່າ 7.8% ຊຶ່ງກໍຈະເຮັດໃຫ້ GDP ຂອງລັດຖະບານລາວ ມີມູນຄ່າ ລວມເຖິງ 54.225 ຕື້ກີບ ຫລື ປະມານ 6.450 ລ້ານໂດລາ ຕາມອັດຕາແລກປ່ຽນໃນ ປັດຈຸບັນ.

ພາກການຜະຫລິດທີ່ມີການຂະຫຍາຍຕົວເພີ່ມຂຶ້ນຫລາຍທີ່ສຸດນັ້ນ ກໍຄືພາກອຸດສາຫະກໍາ ທີ່ຂະຫຍາຍຕົວເຖິງ 17% ຕິດຕາມດ້ວຍພາກບໍລິການທີ່ຂະຫຍາຍຕົວບໍ່ໜ້ອຍກວ່າ 6.7% ແລະ ພາກກະສິກໍາ-ປ່າໄມ້ ກໍຈະຂະຫຍາຍຕົວບໍ່ຕໍ່າກວ່າ 3.2% ຕາມລໍາດັບ.

XS
SM
MD
LG