ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານປະເທດລາວ ກ່າວຄໍາປາໃສ ຕໍ່ສະຫະປະຊາຊາດ


ທ່ານຈູມມະລີ ໄຊຍະສອນ ກ່າວຄໍາປາໃສຕໍ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 65 ທີ່ນະຄອນນິວຢອກ (ວັນທີ 24 ກັນຍາ 2010)
ທ່ານຈູມມະລີ ໄຊຍະສອນ ກ່າວຄໍາປາໃສຕໍ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 65 ທີ່ນະຄອນນິວຢອກ (ວັນທີ 24 ກັນຍາ 2010)

ທ່ານຈູມມະລີ ໄຊຍະສອນ ປະທານປະເທດ ສປປ ລາວ ​ໄດ້​ກ່າວຄຳປາໄສຕໍ່ກອງປະຊຸມ ອະພິປາຍ ຂອງສະມັດຊາໃຫຍ່ ອົງການສະຫະປະຊາຊາດ ເມື່ອໄວໆມານີ້. ​ໃນ​ນັ້ນ ທ່ານ​ໄດ້ກ່າວເຖິງ ຫຼາຍໆບັນຫາ ຮວມທັງໄພທຳມະຊາດ ໄພຂົ່ມຂູ່ຈາກລະເບີດນິວເຄລຍ ການ ສ້າງສັນຕິພາບ ໃນພາກຕາເວັນອອກກາງ ຕະຫຼອດທັງບັນຫາລະເບີດທີ່ບໍ່ທັນແຕກ ແລະ ການພັດທະນາເສດຖະກິດຢູ່ລາວ.

ໃນຄຳປາໄສຕໍ່ກອງປະຊຸມອະພິປາຍຂອງສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 65 ຢູ່ທີ່ ນະຄອນນິວຢອກ ໃນວັນທີ 24 ກັນຍາຜ່ານມານີ້ ທ່ານຈູມມະລີ ໄຊຍະສອນ ປະທານປະ ເທດ ສປປ ລາວ ກ່າວວ່າ ສະພາບການຂອງໂລກໃນປັດຈຸບັນ ໄດ້ສືບຕໍ່ຜັນແປໄປຢ່າງໄວ ວາ ​ມີຄວາມສະຫຼັບຊັບຊ້ອນຫຼາຍ​ຂຶ້ນ ມີທັງກາລະໂອກາດ ແລະສິ່ງທ້າທາຍຄຽງຄູ່ກັນໄປ. ທ່ານເວົ້າວ່າ ສັນຕິພາບແລະຄວາມໝັ້ນຄົງຂອງພາກພື້ນ ກໍຄືຂອງໂລກ ກຳລັງຖືກນາບຂູ່ ໂດຍບັນຫາພິພາດ ແລະການປະທະກັນດ້ວຍກຳລັງ. ທ່ານເວົ້າວ່າ ໄພທຳມະຊາດຮ້າຍ ແຮງ ແບບບໍ່ເຫັນມີມາກ່ອນ ໄດ້ກາຍເປັນປາກົດການ ທີ່ຕິດພັນກັບຊີວິດປະຈຳວັນ ​ແລະບໍ່​ ໄດ້​ມີ​ຜົນ​ກະທົບ​ ຕໍ່​ປະ​ເທດ​ນຶ່ງ​ປະ​ເທດ​ດຽວ​ເທົ່າ​ນັ້ນ ​ແຕ່​ຕໍ່​ໂລກ​ທັງ​ມວນ ຊຶ່ງ​ທ່ານ​ຮຽກຮ້ອງ ໃຫ້ວົງ​ຄະນາ​ຍາດ​ສາກົນ​ຊ່ວຍ​ກັນ​ແກ້​ໄຂ. ທ່ານຈູມມະລີເວົ້າວ່າ.

// ສຽງ //

ທ່ານຈູມມະລີກ່າວວ່າ ສັນຕິພາບແລະຄວາມໝັ້ນຄົງຂອງໂລກຍັງສືບຕໍ່ໄດ້ຮັບການຂົ່ມຂູ່ຈາກ ອາວຸດນິວເຄລຍແລະທ່ານຮຽກຮ້ອງ​ໃຫ້ດຳເນີນການ ເພື່ອສ້າງສະພາບແວດລ້ອມທີ່ເອື້ອ ອຳນວຍໃຫ້ໂລກປອດອາວຸດນິວເຄລຍ.

// ສຽງ //

ທ່ານຈູມມະລີເວົ້າວ່າ ການນຳໃຊ້ແລະການແຜ່ຜາຍອາວຸດທຸກປະເພດຍ່ອມມີຜົນກະທົບອັນ ຍາວນານຕໍ່ຊີວິດຂອງປະຊາຊົນ ກໍຄືການພັດທະນາເສດຖະກິດສັງຄົມແຫ່ງຊາດ. ທ່ານກ່າວ ວ່າ ສປປ ລາວຖືກຮັບຮູ້ວ່າເປັນນຶ່ງໃນບັນດາປະເທດ ທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກ ສົງຄາມ ເຖິງແມ່ນວ່າ ສົງຄາມດັ່ງກ່າວນີ້ໄດ້ສິ້ນສຸດລົງ ມາຫຼາຍສິບປີແລ້ວກໍຈິງ ແຕ່ສິ່ງເສດ ເຫຼືອຈາກສົງຄາມ ເປັນຕົ້ນອາວຸດ ແລະລະເບີດທີ່ບໍ່ທັນແຕກ ກໍຍັງສືບຕໍ່ເຂັ່ນຂ້າ ເອົາຊີວິດ ຜູ້ຄົນ ແລະເປັນສິ່ງກີດຂວາງ ຕໍ່ການທຳມາຫາກິນຂອງປະຊາຊົນລາວ. ທ່ານຈູມມະລີໄດ້ ກ່າວເຖິງສົນທິສັນຍາອອສໂລ ແລະລະເບີດລູກຫວ່ານ ທີ່ຍັງສືບຕໍ່ເປັນບັນຫາຮ້າຍແຮງ ຢູ່ ລາວແລະພ້ອມດຽວກັນ ກໍເຊື້ອເຊີນປະເທດພາຄີສະຫະປະຊາຊາດ ໃຫ້ໄປຮ່ວມກອງປະຊຸມ ເທື່ອທຳອິດ ຂອງປະເທດພາຄີສົນທິສັນຍາອອັສໂລ ຊຶ່ງຈະມີຂຶ້ນທີ່ນະຄອນວຽງຈັນໃນ ​ເດືອນ​ພະຈິກນີ້.

// ສຽງ //

ພ້ອມດຽວກັນ ທ່ານຈູມມະລີຍັງໄດ້ກ່າວຢໍ້າວ່າ ສັນຕິພາບ ແລະຄວາມໝັ້ນຄົງຂອງຂົງເຂດ ຕ່າງໆເປັນປັດໄຈຕັດສິນ ໃຫ້ແກ່ສັນຕິພາບສາກົນແລະ ສປປ ລາວກໍຍັງມີຄວາມເປັນຫ່ວງ ຕໍ່ສະພາບຄວາມວຸ້ນວາຍໃນພາກຕາເວັນອອກກາງ ທີ່ສົ່ງຜົນໃຫ້ປະຊາຊົນຢູ່ໃນເຂດດັ່ງກ່າວ ສືບຕໍ່ໄດ້ຮັບຄວາມທຸກທໍລະມານ. ທ່ານຫວັງວ່າ ການເຈລະຈາສັນຕິພາບ ທີ່ພວມດຳເນີນຢູ່ ໃນເວລານີ້ ຈະປະສົບກັບຄວາມສໍາເລັດ.

// ສຽງ //

ພ້ອມດຽວກັນນີ້ ທ່ານຈູມມະລີໄດ້ຮຽກຮ້ອງໃຫ້ສະຫະລັດ ຍົກເລີກການລົງໂທດຫຼືການຂວໍ້າ ບາດທາງດ້ານເສດຖິດຂອງສະຫະລັດຕໍ່ປະເທດຄິວບາ. ສຳລັບການຮ່ວມມືໃນເຂດເອເຊຍ ຕາເວັນອອກສຽງໃຕ້ນັ້ນ ທ່ານຈູມມະລີກ່າວວ່າ ໄດ້ຂະຫຍາຍໂຕເປັນກ້າວໆ. ທ່ານກ່າວກ່ຽວ ກັບເລື່ອງນີ້ວ່າ:

// ສຽງ //

ກ່ຽວກັບເສດຖະກິດຂອງລາວນັ້ນ ທ່ານຈູມມະລີເວົ້າວ່າ ໄດ້ມີການຂະຫຍາຍໂຕ​ເປັນລຳດັບ ແລະລະດັບຄວາມ ທຸກຍາກຂອງປະຊາຊົນ ກໍໄດ້ຫຼຸດລົງ. ທ່ານກ່າວເພີ້ມຕື່ມວ່າ.

// ສຽງ //

ເຖິງແມ່ນ ສປປ ລາວ ສາມາດລອດພົ້ນຈາກຜົນກະທົບຢ່າງຮ້າຍແຮງ ຂອງວິກິດການທາງ ດ້ານເສດຖະກິດ ແລະການເງິນຂອງໂລກກໍຈິງ ແຕ່ຍ້ອນຄວາມບໍ່ແນ່ນອນຂອງສະພາບເສດ ຖະກິດໂລກໃນປັດຈຸບັນ ທ່ານຈູມມະລີເວົ້າວ່າ ລາວກໍຄືກັນກັບປະເທດທີ່ກຳລັງພັດທະນາ ອື່ນໆ ​ແມ່ນມີຄວາມຈຳເປັນ ທີ່ຈະຕ້ອງໄດ້ຮັບການຮ່ວມມື ແລະການຊ່ອຍເຫຼືອຈາກວົງຄະ ນາຍາດສາກົນ ໃນການແກ້ໄຂວິກິດການດັ່ງກ່າວ ແນໃສ່ເຮັດໃຫ້ລາວສາມາດຫຼຸດພົ້ນຈາກ ຜົນກະທົບອັນຍາວນານ ທີ່ສາມາດເກີດຂຶ້ນໄດ້ທຸກເວລາ ແລະສາມາດບັນລຸເປົ້າໝາຍການ ພັດທະນາສະຫັດສະຫວັດ ແລະບັນລຸເປົ້າໝາຍຂອງລັດຖະບານ ທີ່ຈະດຶງເອົາລາວອອກ ຈາກການເປັນປະເທດດ້ອຍພັດທະນາໃຫ້ໄດ້ ພາຍໃນປີ 2020.

XS
SM
MD
LG