ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວເຊີນປະເທດຕ່າງໆ ໄປຮ່ວມກອງປະຊຸມ ລະເບີດກະປາງ


ລາວເຊີນປະເທດຕ່າງໆ ໄປຮ່ວມກອງປະຊຸມ ລະເບີດກະປາງ
ລາວເຊີນປະເທດຕ່າງໆ ໄປຮ່ວມກອງປະຊຸມ ລະເບີດກະປາງ

ປະທານປະເທດ ສປປ ລາວ ທ່ານຈູມມະລີ ໄຊຍະສອນ ໄດ້ເຊື້ອເຊີນ ບັນດາປະເທດສະມາຊິກຂອງອົງການສະຫະ ປະຊາຊາດ ໃຫ້ໄປຮ່ວມກອງປະຊຸມ ຊຶ່ງຈະມີຂຶ້ນໃນທ້າຍ ປີນີ້ຢູ່ລາວ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ຕົກລົງ ທີ່ໄດ້ຮັບ ການສະໜັບສະໜຸນ ຈາກອົງການສະຫະປະຊາຊາດ ໃນ ການຫ້າມນຳໃຊ້ລະເບີດກະປາງ (ລະເບີດລູກຫວ່ານ) ຫຼື Cluster bomb.

ທ່ານຈູມມະລີ ກ່າວຕໍ່ກອງປະຊຸມ ສະມັດຊາໃຫຍ່ອົງການ ສະຫະປະຊາຊາດ ໃນວັນສຸກວານນີ້ວ່າ ກອງປະຊຸມເທື່ອ ທໍາອິດ ຂອງບັນດາປະເທດ ທີ່ເປັນພາຄີຂອງສົນທິສັນຍາ ອອັສໂລ ວ່າດ້ວຍລະເບີດກະປາງ ຊຶ່ງມີຜົນບັງຄັບໃຊ້ ເລີ້ມມາແຕ່ວັນທີ 1 ສິງຫາປີນີ້ ຈະມີຂຶ້ນທີ່ນະຄອນຫຼວງ ວຽງຈັນ ຂອງລາວ ແຕ່ວັນ 9 ຫາ 12 ພະຈິກ.

ປະທານປະເທດຂອງ ສປປ ລາວກ່າວວ່າ ການປະຊຸມນີ້ ຈະແມ່ນໂອກາດອັນສຳຄັນໃນການ ທີ່ຈະກຳນົດວິໄສທັດ ອັນຈະແຈ້ງ ແລະຮັບຮອງເອົາ ກົນໄກທີ່ເໝາະສົມ ເພື່ອຄໍ້າປະກັນການຈັດຕັ້ງປະຕິບັດ ທີ່ມີປະສິດທິຜົນ ຂອງສົນທິສັນຍາ ທີ່ຮຽກຮ້ອງໃຫ້ຫ້າມ ບໍ່ໃຫ້ມີການນຳໃຊ້ ແລະລຶບລ້າງ ລະເບີດກະປາງທັງໝົດ.

ລະເບີດກະປາງ ບັນຈຸລະເບີດນ້ອຍຫຼືລູກບອມບີ້ຈຳນວນຫຼາຍໆສິບລູກ ທີ່ໄດ້ຫວ່ານກະຈາຍ ອອກໃນບໍລິເວນອັນກວ້າງຂວາງ ເວລາຖິ້ມລົງມາ ແຕ່ຈໍານວນນຶ່ງບໍ່ໄດ້ແຕກຕາມທີ່ຕັ້ງໃຈໄວ້ ຊຶ່ງໄດ້ກໍ່ໃຫ້ສະໜາມລະເບີດຂະໜາດໃຫຍ່ ໂດຍບໍ່ໄດ້ຕັ້ງໃຈ ທີ່ໄດ້ສັງຫານແລະເຮັດໃຫ້ຜູ້ຄົນ ເສຍອົງຄະ ມາເປັນເວລາຫຼາຍໆທົດສະວັດ.

ອົງການສະຫະປະຊາຊາດກ່າວວ່າ 98% ຂອງພວກເຄາະຮ້າຍ ແມ່ນເປັນພົນລະເຮືອນ ແລະລະເບີດກະປາງ ໄດ້ເຮັດໃຫ້ພົນລະເຮືອນເສຍຊີວິດ ຫຼາຍກວ່າ 10,000 ຄົນ ຊຶ່ງ 40% ຂອງຈຳນວນນີ້ ແມ່ນພວກເດັກນ້ອຍ.

ອົງການສະຫະປະຊາຊາດເວົ້າວ່າ ຜົນກະທົບຈາກລະເບີດກະປາງ ແມ່ນມີຄວາມຮ້າຍແຮງ ເປັນພິເສດຢູ່ລາວ ບ່ອນທີ່ກະປະມານວ່າ 37% ຂອງດິນແດນທັງໝົດ ຍັງມີລະເບີດຢາຍຊະ ຊາຍຢັ່ງຢາຍຢູ່ 3 ທົດສະວັດ ຫຼັງຈາກສົງຄາມຢູ່ໃນລາວ ໄດ້ສິ້ນສຸດລົງ.

XS
SM
MD
LG