ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ລາວຍອມຮັບວ່າ ມີຄວາມແຕກໂຕນກັນ ໃນການພັດທະນາລະຫວ່າງ ເຂດຊົນນະບົດແລະຕົວເມືອງ


ສູນການຄ້າຂອງກຸ່ມອາຊຽນໃນນະຄອນຫລວງວຽງຈັນ ຊຶ່ງເປັນຕົວເມືອງ ທີ່ມີການພັດທະນາທີ່ແຕກໂຕນກັນກັບ
ເຂດແຂວງຂອງປະເທດຫລາຍທີ່ສຸດ
ສູນການຄ້າຂອງກຸ່ມອາຊຽນໃນນະຄອນຫລວງວຽງຈັນ ຊຶ່ງເປັນຕົວເມືອງ ທີ່ມີການພັດທະນາທີ່ແຕກໂຕນກັນກັບ ເຂດແຂວງຂອງປະເທດຫລາຍທີ່ສຸດ

ເຈົ້າໜ້າທີ່ຂັ້ນສູງຂອງລາວຍອມຮັບວ່າ ລະດັບການພັດທະນາທາງເສດຖະກິດມີຄວາມແຕກ ໂຕນກັນຫຼາຍຂຶ້ນລະຫວ່າງ ເຂດແຂວງຕ່າງໆ ໂດຍສະເພາະແມ່ນລະຫວ່າງເຂດຊົນນະບົດ ກັບເຂດຕົວເມືອງ.

ທ່ານເມກ ພັນຫຼັກ ຮອງປະທານຄະນະຊີ້ນໍາພັດທະນາຊົນນະບົດ ແລະລົບລ້າງຄວາມ
ທຸກຍາກແຫ່ງຊາດ ໄດ້ຖະແຫຼງລາຍງານການປະເມີນຜົນກ່ຽວກັບຄວາມທຸກຍາກ ແລະ ການພັດທະນາທົ່ວປະເທດລາວປະຈໍາປີ 2011 ນີ້ວ່າ ການປະເມີນໃນຄັ້ງນີ້ເປັນຜົນຈາກ
ການກວດກາ ແລະເກັບກໍາຂໍ້ມູນຈາກ 1,053,367 ຄົວເຮືອນ ໃນ 8, 654 ໝູ່ບ້ານ ຫຼື
1,100 ກຸ່ມບ້ານໃນເຂດ 143 ເມືອງຂອງ 17 ແຂວງໃນທົ່ວປະເທດ.

ທັງນີ້ໂດຍພົບວ່າມີຄອບຄົວພັດທະນາ 501,627 ຄອບຄົວຫຼືຄິດເປັນ 47,62% ຂອງ
ຄອບຄົວທັງໝົດໃນທົ່ວປະເທດ, ຫາກແຕ່ວ່າໃນສ່ວນຂອງບ້ານພັດທະນາຍັງຄົງສາມາດ
ປະຕິບັດໄດ້ພຽງແຕ່ 900 ໝູ່ບ້ານ ຫຼືຄິດເປັນ10,4% ຂອງຈໍານວນໝູ່ບ້ານທັງໝົດເທົ່າ
ນັ້ນ ແລະໃນຂະນະດຽວກັນກໍຍັງຄົງສາມາດສ້າງຕັ້ງກຸ່ມບ້ານພັດທະນາ ໄດ້ພຽງແຕ່ 10
ກຸ່ມ ຫຼືບໍ່ເຖິງ 1% ຂອງຈໍານວນຄອບຄົວທັງໝົດ.

ຖະໜົນຕັດໄໝ່ໃນເຂດຊົນນະບົດແຫ່ງນຶ່ງໃນລາວ
ຖະໜົນຕັດໄໝ່ໃນເຂດຊົນນະບົດແຫ່ງນຶ່ງໃນລາວ

ສ່ວນໃນດ້ານກ່ຽວກັບຄວາມທຸກຍາກນັ້ນ
ການສໍາຫຼວດກໍພົບວ່າມີຢູ່ເຖິງ 199,758
ຄອບຄົວ ທີ່ຖືວ່າມີສະພາບຊີວິດການເປັນ
ຢູ່ທີ່ຍາກຈົນຢ່າງຍິ່ງ ເຊິ່ງຄິດເປັນ 18,96%
ຂອງຈໍານວນຄອບຄົວທັງໝົດ ແລະໃນຂະ
ນະດຽວກັນ ກໍຍັງມີໝູ່ບ້ານທີ່ທຸກຍາກຢູ່
ເຖິງ 3,216 ບ້ານ ຫຼືຄິດເປັນ 37,16%.
ນອກຈາກນີ້ ເຖິງແມ່ນວ່າຈະມີເຂດເມືອງ
ທີ່ຖືວ່າໄດ້ພົ້ນຈາກຄວາມທຸກຍາກແລ້ວເຖິງ 87 ເມືອງກໍຕາມ ຫາກແຕ່ບັນຫາໃຫຍ່ໃນເວລາ
ນີ້ກໍຄື ຄວາມແຕກໂຕນກັນຫຼາຍຂຶ້ນຂອງລະດັບການພັດທະນາ ທາງເສດຖະກິດລະຫວ່າງ ຕົວເມືອງກັບເຂດຊົນນະບົດ ແລະ ລະຫວ່າງເຂດແຂວງຕ່າງໆ ດັ່ງທີ່ທ່ານ ເມກ ໄດ້ຖະ
ແຫຼງ ຊີ້ແຈງວ່າ.

ແຂວງທີ່ມີອັດຕາສ່ວນຄອບຄົວພັດທະນາ, ບ້ານພັດທະນາ ແລະ ກຸ່ມບ້ານພັດ
ທະນາຫຼາຍກວ່າໝູ່ ແລະ ມີອັດຕາຄວາມທຸກຍາກຕໍ່າກວ່າໝູ່ແມ່ນນະຄອນຫຼວງ,
ຖັດມາແມ່ນແຂວງ ໄຊຍະບູລີ, ແຂວງບໍລິຄໍາໄຊ ແລະ ແຂວງຈໍາປາສັກ. ສ່ວນ
ແຂວງ ທີ່ມີລະດັບການສ້າງບ້ານ ແລະ ກຸ່ມບ້ານພັດທະນາຕໍ່າກວ່າໝູ່ ແລະ ມີ
ອັດຕາຄວາມທຸກຍາກສູງກວ່າໝູ່ແມ່ນແຂວງອຸດົມໄຊ, ແຂວງຜົ້ງສາລີ, ແຂວງ
ຫົວພັນ, ແຂວງຫຼວງນໍ້າທາ ແລະແຂວງເຊກອງ.”

ຖະໜົນລ້ານຊ້າງຊຶ່ງຖະໜົນໃຫຍ່ສາຍນຶ່ງໃນນະຄອນຫລວງວຽງຈັນ
ຖະໜົນລ້ານຊ້າງຊຶ່ງຖະໜົນໃຫຍ່ສາຍນຶ່ງໃນນະຄອນຫລວງວຽງຈັນ

ແຕ່ຢ່າງໃດກໍຕາມ ທ່ານທອງສິງ
ທໍາມະວົງ, ນາຍົກລັດຖະມົນຕີ
ໄດ້ຖະແຫຼງຢືນຢັນເມື່ອບໍ່ນານ
ມານີ້ວ່າ ເປົ້າໝາຍທີ່ສໍາຄັນຢ່າງ
ຍິ່ງ ທີ່ຄະນະລັດຖະບານລາວຈະ
ດໍາເນີນການຈັດຕັ້ງປະຕິບັດໃຫ້
ໄດ້ຢ່າງແທ້ຈິງພາຍໃນ 5 ປີ ຕໍ່
ໜ້າ ຫຼືພາຍໃນປີ 2015 ນັ້ນກໍ
ຄືການລົບລ້າງຄວາມທຸກຍາກ
ຂອງປະຊາຊົນລາວບັນດາເຜົ່າ ໃຫ້ໄດ້ໃນທົ່ວປະເທດ.

ທັງນີ້ ດ້ວຍການພັດທະນາເສດຖະກິດຂອງຊາດຈາກປີ 2011-2015 ນັ້ນ ໃຫ້ມີການ
ຂະຫຍາຍໂຕໃນ​ອັດຕາ​ສະ​ເລ່ຍບໍ່ຫລຸດ 8% ຕໍ່ປີ ​ນອກຈາກຈະເປັນຜົນເຮັດໃຫ້ຍອດ
ຜະລິດຕະພັນລວມພາຍໃນ ຫລື GDP ຂອງ​ລາວ ມີມູນຄ່າລວມ ທີ່ສາມາດສະເລ່ຍ​ເປັນລາຍຮັບຂອງປະຊາກອນລາວໄດ້ ໃນ​ລະດັບ​ສູງ​ຂຶ້ນເປັນ 1,700 ໂດລາຕໍ່ຄົນຕໍ່ປີ
​ໃນ​ປີ 2015 ດັ່ງກ່າວແລ້ວ ກໍ​ຍັງ​ຈະ​ເຮັດ​ໃຫ້​ອັດຕາ​ຄວາມຍາກຈົນຂອງປະຊາຊົນລາວ​
ຫລຸດລົງມາເຫລືອຢູ່ບໍ່​ເກີນ 10% ຂອງ​ຈຳນວນ​ປະຊາກອນທັງໝົດໃນ​ປີ 2015 ອີກ​ດ້ວຍ.

ຕະຫລາດຊົນນະບົດແຫ່ງນຶ່ງທີ່ລາວ
ຕະຫລາດຊົນນະບົດແຫ່ງນຶ່ງທີ່ລາວ

ສ່ວນ​ໃນ​ໄລຍະ​ແຜນການປີ 2011-2015
ນີ້ ລັດຖະບານລາວກໍໄດ້ວາງເປົ້າໝາຍ
ທີ່ຈະເຮັດໃຫ້ຍອດຜະລິດຕະພັນລວມ
ພາຍໃນຫລື GDP ຂະຫຍາຍຕົວເພີ່ມຂຶ້ນ
ບໍ່ຕໍ່າກວ່າ 8% ຊຶ່ງກໍຈະເຮັດໃຫ້ມູນຄ່າ
GDP ໄລ່ສະເລ່ຍເປັນລາຍຮັບຂອງປະຊາ
ກອນລາວໄດ້ 9.6 ລ້ານກີບ ຫລືປະມານ
1,130 ໂດລາຕໍ່ຄົນຕໍ່ປີ. ຫາກແຕ່ວ່າ
ທາງດ້ານທະນາຄານພັດທະນາເອເຊຍ
ຫລື ADB ກັບໄດ້ຄາດໝາຍວ່າ ເສດຖະ
ກິດຂອງລາວໃນປີ 2011 ນີ້ ຈະຂະຫຍາຍໂຕ ເພີ້ມຂຶ້ນພຽງ 7.7% ເທົ່ານັ້ນ.

XS
SM
MD
LG