ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໒ ທັນວາ ໒໐໒໔

ແຂວງຜົ້ງສາລີມີການພັດທະນາດີຂຶ້ນ ໃນຫລາຍດ້ານ


ເສັ້ນທາງເຊື່ອມຕໍ່ດ້ານເສດຖະກິດຂອງເຂດລຸ່ມແມ່ນໍ້າຂອງ ຊຶ່ງລວມເອົາທັງແຂວງຜົ້ງສາລີທີ່
ຢູ່ທາງພາກເໜືອຂອງລາວອີກດ້ວຍ
ເສັ້ນທາງເຊື່ອມຕໍ່ດ້ານເສດຖະກິດຂອງເຂດລຸ່ມແມ່ນໍ້າຂອງ ຊຶ່ງລວມເອົາທັງແຂວງຜົ້ງສາລີທີ່ ຢູ່ທາງພາກເໜືອຂອງລາວອີກດ້ວຍ

ເຈົ້າແຂວງຜົງສາລີຢືນຢັນວ່າການພັດທະນາເສດຖະກິດ-ສັງຄົມພາຍໃນແຂວງໃນໄລຍະ 5 ປີທີ່ຜ່ານມາ ໄດ້ປະສົບຜົນສຳເລັດໃນຫຼາຍດ້ານ ໂດຍສະເພາະແມ່ນການແກ້ໄຂບັນຫາ ຄວາມທຸກຈົນຂອງປະຊາຊົນ.

ທ່ານຄໍາເຈນ ວົງໂພສີ​ເລຂາ​ພັກແຂວງແລະເຈົ້າແຂວງໆ
ຜົ້ງສາລີ ຖະ​ແຫລ​ງຢືນຢັນວ່າ ການປະຕິບັດແຜນການ
ພັດທະນາເສດຖະກິດ-ສັງຄົມໃນໄລຍະນັບຈາກປີ
2006-2010 ທີ່ຜ່ານມາ ໄດ້ເກີດຜົນດີຕໍ່ສະພາບຊີວິດ
ການເປັນຢູ່ຂອງປະຊາຊົນພາຍໃນແຂວງໃນຫຼາຍດ້ານ
ໂດຍສະເພາະແມ່ນການເຮັດໃຫ້ບັນຫາຄວາມທຸກຈົນ
ຂອງປະຊາຊົນຫລຸດລົງຢ່າງຕໍເນື່ອງດ້ວຍການພັດທະ
ນາເຂດຈຸດສຸມ ແລະຈັດສັນອາຊີບຄົງທີ່ໃຫ້ແກ່ປະຊາ
ຊົນບັນດາເຜົ່າ ທີ່ຖືກຍົກຍ້າຍຈາກເຂດພູດອຍແລະບ້ານ
ຂະໜາດນ້ອຍ ມາຢູ່ຮວມກັນເປັນບ້ານຂະໜາດໃຫ່ຍ
ຫຼືເປັນກຸ່ມບ້ານພັດທະນານັ້ນຖືເປັນການປະຕິບັດວຽກ
ງານທີ່ໄດ້ຮັບຜົນດີຢ່າງຍິ່ງ.

ສະພາບການຖາງປ່າເຮັດເພື່ອເຮັດໄຮ່ ຊຶ່ງກໍາລັງ ຫລຸດໜ້ອຍລົງຢູ່ແຂວງຜົ້ງສາລີທີ່ລາວ
ສະພາບການຖາງປ່າເຮັດເພື່ອເຮັດໄຮ່ ຊຶ່ງກໍາລັງ ຫລຸດໜ້ອຍລົງຢູ່ແຂວງຜົ້ງສາລີທີ່ລາວ

ພ້ອມ​ກັນນີ້ ທ່ານຄໍາເຈນຍັງ
ໄດ້​ໃຫ້ການ​ຢືນຢັນອີກ​ດ້ວຍ
ວ່າ ການປະຕິບັດວຽກງານ
ດັ່ງກ່າວ ກໍ​ຍັງ​ໄດ້​ສົ່ງ​ຜົນ​ດີ​ຕໍ່ການ​ຢຸດຕິ​ການ​ຕັດ​ໄມ້​ທຳ
ລາຍປ່າ​ເພື່ອ​ການ​ເຮັດ​ໄຮ່​ເລື່ອນລອຍ ລວມທັງ​ຍັງ​ໄດ້​ສົ່ງ
ຜົນເຮັດ​ໃຫ້​ສະພາບ​ປ່າ​ໄມ້ພາຍ​ໃນ​ແຂວງ ມີຄວາມໜາ
ແໜ້ນເພີ້ມຂຶ້ນອີກ​ດ້ວຍ ດັ່ງ​ທີ່​ທ່ານ​ຄໍາ​ເຈນ​ໄດ້​ໃຫ້ການ​
ຊີ້​ແຈງ​ວ່າ:

“ຈຳນວນກຸ່ມບ້ານແລະບ້ານໄດ້ຫລຸດລົງຈາກ 88 ກຸ່ມບ້ານ 605 ບ້ານໃນປີ 2006 ຍັງເຫລືອ 65 ກຸ່ມບ້ານ 542 ບ້ານໃນປີ 2010. ຄອບຄົວທຸກຍາກໄດ້ຫລຸດລົງຈາກ 10,900
ຄອບຄົວໃນປີ 2006 ຍັງເຫລືອ 6,040 ຄອບຄົວໃນປີ 2010. ເນື້ອທີ່ໄຮ່
ເລື່ອນລອຍຫລຸດລົງຈາກ 2,658 ເຮັກຕ້າໃນປີ 2006 ຍັງເຫລືອ 465 ເຮັກ
ຕ້າໃນປີ 2010 ແລະເນື້ອທີ່ປ່າໄມ້ປົກ​ຫຸ້ມໄດ້ເພີ່ມຂຶ້ນຈາກ 41
% ໃນປີ
2006 ມາເປັນເຖິງ 53% ໃນປີ 2010.”

ປັດຈຸບັນ​ທົ່ວແຂວງ​ ຜົ້ງສາລີ​ມີ​ເນື້ອທີ່ນາ 6,775 ​ເຮັກຕາຊຶ່ງ​ຜະ​ຫລິດ​ເຂົ້າ​ໄດ້​ໃນ​ປະລິ
ມານລວມທັງໝົດ 25,750 ​ໂຕນ​ໃນ​ປີ 2010 ທີ່​ຜ່ານ​ມາ ຫລື ​ເພີ້ມຂຶ້ນຈາກ ປີ 2006
ຄິດ​ເປັນ​ອັດຕາ​ສະ​ເລ່ຍ 8.5%. ສ່ວນ​ຜົນ​ຜະຫລິດ​ດ້ານ​ການ​ກະ​ເສດ​ຊະໜິດອື່ນໆ ທີ່
ສ້າງ​ລາຍ​ຮັບເປັນ​ເງິນຕາ​ຕ່າງປະ​ເທດ​ໃຫ້​ແກ່​ປະຊາຊົນ​ພາຍ​ໃນ​ແຂວງ​ໄດ້​ຫລາຍ​ຂຶ້ນນັບ
ມື້ນັ້ນ ກໍ​ມີທັງ​ຊາ​ແຫ້ງ, ອ້ອຍ, ໝາກ​ແໜ່ງ, ຖົ່ວຊະໜິດຕ່າງໆ ​ແລະ ທີ່​ຖື​ວ່າ​ມີ​ການ​ຂະ
ຫຍາຍ​ພື້ນທີ່​ກວ້າງຂຶ້ນຢ່າງ​ໄວ​ວານັ້ນ ກໍ​ແມ່ນ​ການ​ປູກ​ຢາງພາລາ​ທີ່​ມີ​ພື້ນທີ່​ກວ້າງ​ກວ່າ
16 ພັນ​ເຮັກຕາ​ແລ້ວ ​ແລະ​ກໍ​ຍັງຈະ​ເພີ້ມຂຶ້ນຢ່າງ​ຕໍ່​ເນື່ອງ​ເພາະວ່າ​ມີ​ເປົ້າໝາຍການ​ສົ່ງ​
ອອກ​ໄປ​ຍັງ​ປະ​ເທດ​ຈີ​ນ ຊຶ່ງ​ຕ້ອງການນຳ​ເຂົ້າຢ່າງ​ພາລາ​ຢ່າງ​ບໍ່ຈຳ​ກັ​ດນັ້ນ​ເອງ.

ຕົ້ນຢາງຊຶ່ງເປັນຕົ້ນໄມ້ທີ່ ປູກຢ່າງຫລວງຫລາຍໃນ ແຂວງຜົ້ງສາລີເພື່ອຕອບ ສະໜອງແກ່ອຸດສະຫກໍາ ຂອງຈີນ.
ຕົ້ນຢາງຊຶ່ງເປັນຕົ້ນໄມ້ທີ່ ປູກຢ່າງຫລວງຫລາຍໃນ ແຂວງຜົ້ງສາລີເພື່ອຕອບ ສະໜອງແກ່ອຸດສະຫກໍາ ຂອງຈີນ.

ນອກຈາກ​ນີ້ສຳລັບໃນ​ດ້ານການ​ລ້ຽງສັດ​ນັ້ນກໍ​ປາກົດ​ວ່າ​ໃນ
ທົ່ວ​ແຂວງ​ຜົ້ງສາລີ ມີ​ງົວ ​ແລະ​ຄວາຍ​ຢູ່​ຫລາຍ​ກວ່າ 82 ພັນ
ໂຕ ໝູຫລາຍ​ກວ່າ 190 ພັນ​ໂຕ, ​ແບ້ 5 ພັນ​ໂຕ ​ແລະ
ສັດ​ປີກ​ກໍ​ເພີ້ມຈຳນວນ​ຫລາຍ​ຂຶ້ນຢ່າງ​ຕໍ່​ເນື່ອງ ຊຶ່ງ​ບໍ່ພຽງ
ແຕ່​ຈະ​ເຮັດ​ໃຫ້​ສາມາດ​ຕອບ​ສະໜອງຄວາມ​ຕ້ອງການ​ບໍລິ​
ໂພ​ກພາຍ​ໃນ​ແຂວງໄດ້​ຢ່າງ​ພຽງພໍ​ເທົ່າ​ນັ້ນ ຫາ​ກ​ແຕ່​ຍັງ​ໄດ້
ສົ່ງໄປ​ຂາຍ​ຕ່າງ​ແຂວງ ​ແລະ​ຕ່າງປະ​ເທດ​ອີກ​ດ້ວຍ.

ແຕ່ຢ່າ​ງ​ໃດ​ກໍ​ຕາມ ທ່ານ​ຄຳ​ເຈນ​ກໍ​ຍອມຮັບ​ວ່າ ​ແຂວງຜົ້ງ
ສາລີ​ມີ​ອັດຕາ​ການ​ຂະຫຍາຍຕົວ​ທາງ​ເສດຖະກິດ​ໃນ​ລະ​ດັບ
ທີ່​ຕໍ່າ​ເມື່ອ​ທຽບ​ໃສ່ເປົ້າໝາຍລວມຂອງ​ລັດຖະບານ​ລາວ
ຊຶ່ງ​ກໍ​ຄື​ໃນ​ຂະນະ​ທີ່​ລັດຖະບານ​ລາວ ​ໄດ້​ຕັ້ງ​ເປົ້າໝາຍການ
ຂະຫຍາຍຕົວ​ທາງ​ເສດຖະກິດ​ໃນ​ອັດຕາ​ສະ​ເລ່ຍບໍ່ຕໍ່າກວ່າ 8% ຕໍ່ປີ​ໃນ​ທົ່ວ​ປະ​ເທດ​ນັ້ນ ຫາກ​ແຕ່​ກໍ​ປາກົດ​ວ່າ​ໃນ​ຕະຫລອດ​ໄລ​ບະ 5 ປີ​ທີ່​ຜ່ານ​ມາເສດຖະກິດຂອງ​ແຂວງ​ ຜົ້ງສາລີ​ໄດ້​ຂະຫຍາຍຕົວ​ເພີ້ມຂຶນ​ໃນ​ອັດ​ຕາສະ​ເລ່ຍພຽງ​ແຕ່ 6.8% ຕໍ່ປີ​ເທົ່າ​ນັ້ນ.

ຊຶ່ງ​ດ້ວຍ​ສະພາບ​ການ​ດັ່ງກ່າວ ກໍ​ຍັງ​ເຮັດ​ໃຫ້​ຍອດຜະລິດຕະພັນລວມພາຍໃນຂອງ​ແຂວງຜົ້ງ
ສາລີ ​ໃນ​ປີ 2010 ທີ່​ຜ່ານ​ມາ​ມີ​ມູນ​ຄ່າ​ທີ່​ສະ​ເລ່ຍ​ເປັນ​ລາຍ​ຮັບ​ປະຊາຊົນ​ໃນ​ແຂວງ​ໄດ້​ພຽງ
467 ​ໂດ​ລາຕໍ່ຄົນ ຕໍ່ປີ​ເທົ່າ​ນັ້ນ ຈຶ່ງ​ຖື​ວ່າ​ເປັນ​ລະດັບ​ລາຍ​ໄດ້​ທີ່​ຕໍ່າຫລາຍ ​ເນື່ອງ​ຈາກ​ຄິດ​ເປັນ​
ລະດັບ​ລາຍ​ໄດ້ສະ​ເລ່ຍທີ່​ບໍ່​ເຖິງ 2 ​ໂດ​ລາຕໍ່ຄົນ ຕໍ່ວັນ ຫລື​ຕໍ່າກວ່າ​ລະດັບ​ຄວາມ​ຍາກຈົນ
ຕາມເກນ​ມາດຕະຖານ​ຂອງ​ສະຫະ​ປະຊາ​ຊາດ.

ຫາກ​ແຕ່​ຖ້າ​ອີ​ງຕາມການ​ລາຍ​ງານການ​ເມືອງໃນໂອກາດກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກ
ປະຊາຊົນປະຕິວັດລາວ​ໃນ​ລະຫວ່າງວັນທີ 17-21 ມີນາ​ທີ່ຜ່ານມານີ້ ​ໄດ້​ລະບຸວ່າ ຍອດຜະ
ລິດຕະພັນລວມພາຍໃນ ຫລື GDP ໃນ​ປີ​ງົບປະມານ 2009-2010 ສ​ະ​ເລ່ຍຕໍ່ພົນລະ
ເມືອງບັນລຸໄດ້ 8.7 ລ້ານ​ກີບ​ຕໍ່ຫົວ​ຄົນ ຊຶ່ງ​ກໍໝາຍວ່າ ລະດັບລາຍ​ໄດ້​ມີ​ການ​ແຕກ​ໂຕນ​ກັນ
ຢ່າງ​ຍິ່ງ​ລະຫວ່າງປະຊາຊົນລາວໃນ​ເຂດ​ຕົວ​ເມືອງ ​ແ​ລະຊົນນະ​ບົດນັ້ນ​ເອງ.

XS
SM
MD
LG