ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວເລືອກເອົາ ທ່ານຈູມມະລີ ໄຊຍະສອນ ເປັນເລຂາທິການໃຫຍ່ຂອງພັກ ອີກສະໄໝນຶ່ງ


ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກໄດ້ລົງຄະແນນສຽງຢ່າງເປັນເອກະສັນ ເລືອກຕັ້ງທ່ານຈູມມະລີ ໄຊຍະສອນ ໃຫ້ເປັນເລຂາທິການໃຫຍ່ ຄະນະກຳມະການບໍລິຫານງານ ສູນກາງພັກອີກສະໄໝນຶ່ງ ແລະເລືອກເອົາຄະນະ ກຳມະການບໍລິຫານງານສູນກາງພັກຊຸດທີ 9 ຊຶ່ງມີຈໍານວນ 61 ຄົນ.
ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກໄດ້ລົງຄະແນນສຽງຢ່າງເປັນເອກະສັນ ເລືອກຕັ້ງທ່ານຈູມມະລີ ໄຊຍະສອນ ໃຫ້ເປັນເລຂາທິການໃຫຍ່ ຄະນະກຳມະການບໍລິຫານງານ ສູນກາງພັກອີກສະໄໝນຶ່ງ ແລະເລືອກເອົາຄະນະ ກຳມະການບໍລິຫານງານສູນກາງພັກຊຸດທີ 9 ຊຶ່ງມີຈໍານວນ 61 ຄົນ.

ທ່າ​ນຈູມ​ມະ​ລີ ​ໄຊຍະ​ສອນໄດ້ຮັບເລືອກເປັນ ເລຂາທິການໃຫຍ່ຂອງພັກປະຊາຊົນປະຕິວັດ ລາວ ເປັນສະໄໝທີ 2. ສ່ວນທ່ານ ບົວສອນ ບຸບຜາວັນ ໄດ້ສູນເສຍຕໍາແໜ່ງໃນກົມການ ເມືອງສູນກາງພັກ.

ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກປະຊາຊົນປະຕິວັດລາວ
ໄດ້ເລີ້ມປະຊຸມໃນວັນທີ 17 ມີນາ 2011 ໄດ້ສິ້ນສຸດລົງ
ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 21 ມີນາ​ນີ້
ໂດຍກອງປະຊຸມ​ໄດ້​ເລືອກ​ຕັ້ງ​ເອົາ​ຄະນະ​ກຳມະການ​ບໍລິ
ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 9 ຈຳນວນ 61 ຄົນ ​ແລະ​
ຄະນະ​ກຳມະການບໍລິຫານ​ຊຸດ​ດັ່ງກ່າວນີ້ກໍ​ໄດ້ມີມະຕິເລືອກ
ໃຫ້ທ່າ​ນຈູມ​ມະ​ລີ ​ໄຊຍະ​ສອນເປັນ​ເລຂາທິການ​ໃຫຍ່ຂອງ
ພັກປະຊາຊົນປະຕິວັດລາວອີກເປັນສະໄໝທີ 2 ກໍ​ຄື​ຫລັງ
ຈາກ​ທີ່​ໄດ້​ຄອງ​ຕຳ​ແໜ່ງດັ່ງກ່າວ​ນີ້ມາ​ແລ້ວ​ເປັນ​ເວ​ລາ 5
ປີນັ້ນ​ເອງ.

ທັງ​ນີ້ ທ່ານ​ບຸນ​ຍັງ​ ວໍລະ​ຈິດ ຊຶ່ງ​ກໍ​ເປັນ​ຜູ້​ນຶ່ງ​ໃນ​ຄະນະ​
ກຳມະການ​ບໍລິຫານ​ງານ​ຊຸດ​ປັດຈຸບັນທັງຍັງເປັນ​ຜູ້​ນຶ່ງໃນ
ຄະນະກຳມະການກົມ​ການ​ເມືອງ​ສູນ​ກາງ​ພັກ​ຊຸດ​ທີ 9
ຈຳນວນ​ທັງໝົດ 11 ທ່ານ​ອີກດ້ວຍນັ້ນກໍ​ໄດ້​ຖະແຫລ​ງ
ຊີ້​ແຈງເຖິງ​ສາ​ເຫດ​ທີ່​ສຳຄັນ​ທີ່​ໄດ້ມີ​ການ​ເລືອກເອົາ​ທ່ານ
ຈູມ​ມະ​ລີ ​ໄຊຍະ​ສອນ ດັ່ງກ່າ​ວວ່າ:

ທ່ານບຸນຍັງ ວໍລະຈິດ ຮອງປະທານປະເທດລາວ
ທ່ານບຸນຍັງ ວໍລະຈິດ ຮອງປະທານປະເທດລາວ

“ດ້ວຍ​ການຮູ້​ຄຸນງາມ
ຄວາມດີ​ອັນ​ໃຫຍ່​ຫລວງ
ແລະອຸທິດ​ສະຕິ​ປັນຍາ​ເຮື່ອ​ແຮ​ງຂອງ​ສະຫາຍ
ຈູມ​
ມະ​ລີ ໄຊຍະ​ສອນ
ນໍາພາ​ການ​ປະຕິວັດ​ຢູ່​ປະ​ເທດ​ເຮົາ
ໂດຍສະ​ເພາະ​ແມ່ນ​ການ​ສືບຕໍ່ນຳພາ​ພາລະກິດ​ປ່ຽນ​
ແປງໃໝ່​ໃຫ້​ດຳ​ເນີນ​ໄປ​ຢ່າ​ງຖືກຕ້ອງ ​ແລະ​ໄດ້​ຮັບຜົນ
ສຳ​ເລັດ​ອັນ​ໃຫຍ່​ຫລວງ ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງປະ
ຖົມມະ​ເລີກຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກສະ​
ໄໝທີ 9 ​ໄດ້​ເປັນ​ເອກະສັນ​ກັນ​ຢ່າງ​ສົມບູນ​ເລືອກຕັ້ງສະຫາຍ
ຈູມ​ມະ​ລີ ​ໄຊຍະ​ສອນ
ທີ່​ເຄົາລົບ​ຮັກ​ ເປັນເລຂາທິການ​ໃຫຍ່ ຄະນະ​ກຳມະການ​ບໍລິຫານ​ງານ​ສູນ​ກາງ​ພັກ​ ອີກສະ​ໄໝນຶ່ງ”.

ແຕ່​ຢ່າງ​ໃດ​ກໍ​ຕາມ ກໍລະນີ​ທີ່ໜ້າສັງເກດ​ກໍ​ຄື ທ່ານ​ບົວ​ສອນ ບຸບຜາ​ວັນ ອະດີດ​ນາຍົກລັດ
ຖະມົນຕີຂອງລາວນັ້ນ ບໍ່ມີ​ຊື່​ປາກົດ​ຢູ່​ໃນຄະນະກຳມະການກົມ​ການ​ເມືອງ​ ​ແລະຄະນະ​ກຳ
ມະການ​ບໍລິຫານ​ງານ​ສູນ​ກາງພັກ​ ຊຸດ​ທີ 9 ​ແຕ່​ຢ່າງ​ໃດ ຈຶ່ງ​ເຊື່ອ​ວ່າ​ເປັນ​ຍ້ອນ​ບັນຫາທາງ
ຄອບຄົວ​ທີ່​ໄດ້​ເຮັດ​ໃຫ້​ທ່ານ​ຕອ້ງຕັດສິນໃຈ​ລາ​ອອກ​ຈາກ​ຕຳ​ແໜ່ງນາຍົກລັດຖະມົນຕີຂອງ
ລາວມາ​ແລ້ວ ​ເມື່ອ​ທ້າຍ​ປີ​ກາຍ​ນີ້.

ທ່ານຈູມມະລີ ໄຊຍະສອນໄດ້ຮັບການຊົມເຊີຍ ຫລັງຈາກທີ່ໄດ້ຖືກເລືອກເປັນເລຂາທິການໃຫຍ່ ຂອງພັກອີກ ເປັນສະໄໝທີ 2.
ທ່ານຈູມມະລີ ໄຊຍະສອນໄດ້ຮັບການຊົມເຊີຍ ຫລັງຈາກທີ່ໄດ້ຖືກເລືອກເປັນເລຂາທິການໃຫຍ່ ຂອງພັກອີກ ເປັນສະໄໝທີ 2.

ທາງ​ດ້ານທ່ານ​ຈູມ​ມະລີ ​ໄຊ​ຍະ
ສອນ ກໍ​ໄດ້ຖະ​ແ​ຫລງອີກ​ເທື່ອ​ນຶ່ງ
ຫລັງ​ຈາກທີ່​ໄດ້​ຄອງ​ຕຳແໜ່ງ​ເລ
ຂາທິການ​ໃຫຍ່​ຂອງ​ພັກ​ ອີກ​ສະ
ໄໝໜຶ່ງວ່າ ​ເປົ້າໝາຍທີ່​ສຳຄັນ
ສຳລັບການພັດທະນາເສດຖະ
ກິດແລະສັງຄົມ​ແຫ່ງ​ຊາດຂອງ
ລາວປະຈໍາປີ 2011-2015 ນີ້
ກໍ​ຄືການ​ເຮັດໃຫ້ເສດຖະກິດ​ມີ
ການຂະຫຍາຍໂຕ ໃນອັດຕາ
ສະ​ເລ່ຍບໍ່ຫລຸດ 8% ຕໍ່ປີ.

ຖ້າ​ຫາກ​ສາມາດປະຕິບັດ​ໄດ້ຈິງ​
ຕາມເປົ້າໝາຍທີ່ວາງ​ໄວ້​ດັ່ງກ່າວ​
ນອກຈາກຈະເປັນຜົນເຮັດໃຫ້ຍອດຜະລິດຕະພັນລວມພາຍໃນ ຫລື GDP ຂອງ​ລາວ ມີມູນ
ຄ່າລວມທີ່​ສາມາດຖົ່ວສະເລ່ຍເປັນລາຍຮັບຂອງປະຊາກອນລາວໄດ້ ​ໃນ​ລະດັບ​ສູງ​ຂຶ້ນ ​ເປັນ
1,700 ໂດລາຕໍ່ຄົນຕໍ່ປີ ​ໃນ​ປີ 2015 ດັ່ງກ່າວ​ແລ້ວ ກໍ​ຍັງ​ຈະ​ເຮັດ​ໃຫ້​ອັດຕາ​ຄວາມຍາກຈົນ
ຂອງປະຊາຊົນລາວ ຫລຸດລົງເຫລືອຢູ່ບໍ່​ເກີນ 10% ຂອງ​ຈຳນວນ​ປະຊາກອນ​ທັງໝົດ ​ໃນ
ປີ 2015 ອີກ​ດ້ວຍ ເພື່ອ​ເປັນ​ພື້ນຖານ​ໃຫ້​ກັບ​ການ​ນຳພາ​ປະ​ເທດ​ລາວ​ໃຫ້​ຫລຸດ​ພົ້ນຈາກ
ສະພາບ​ດ້ອຍ​ພັດທະນາ​ ໃນ​ປີ 2020 ​ໃຫ້​ໄດ້ ​ຢ່າງ​ແທ້​ຈິງ​ອີກ​ດ້ວຍ.

ໃນ​ໄລຍະ​ແຜນການ ປີ 2006-2010 ນັ້ນ ພັກ​ກໍ​ສາມາດ​ເຮັດ​ໃຫ້​ບັນລຸ​ເປົ້າໝາຍທີ່​ວາງ​ໄວ້
ໃນ​ຫລາຍທດ້ານ ​ເຊັ່ນ​ທາງດ້ານ​ເສດຖະກິດຂະຫຍາຍ​ໂຕ 7.9% ຕໍ່ປີ ລວມຍ​ອດມູນ​ຄ່າ​
ຜະຫລິດ​ຕະພັນ​ພາຍ​ໃນ ຫລື GDP ໃນ​ປີ​ງົບປະມານ 2009-2010 ສ​ະ​ເລ່ຍຕໍ່ພົນລະ
ເມືອງບັນລຸ​ໄດ້ 8.7 ລ້ານ​ກີບ​ຕໍ່ຫົວ​ຄົນ ຊຶ່ງ​ກໍ​ເປັນຜົນ​ເຮັດ​ໃຫ້​ຄອບຄົວ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ໄດ້​ຫລຸດ​ລົງ​ມາ​ເປັນ 20.4% ​ໃນ​ປີ 2009-2010 ດັ່ງກ່າວ.

XS
SM
MD
LG