ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ນໍາລາວຢືນຢັນຈະ​ນໍາພາ ​ປະ​ເທດ​ຊາດໃຫ້​ຫລຸດ​ພົ້ນ ຈາກສະພາບ​ດ້ອຍ​ພັດທະນາ​ ​ໃນ​ປີ 2020


ພິທີບາສີສູ່ຂວັນໃຫ້ແກ່ບັນດາຜູ້ນໍາລາວເນື່ອງໃນໂອກາດບຸນປີໃໝ່ລາວ ທີ່ຈັດຂຶ້ນໃນເດືອນເມສາ 2011 ນີ້
ພິທີບາສີສູ່ຂວັນໃຫ້ແກ່ບັນດາຜູ້ນໍາລາວເນື່ອງໃນໂອກາດບຸນປີໃໝ່ລາວ ທີ່ຈັດຂຶ້ນໃນເດືອນເມສາ 2011 ນີ້

ປະທານປະເທດລາວຢືນຢັນເຖິງຄວາມ​ສຳ​ເລັດ​ໃນ​ການສ້າງສາ ​ແລະພັດທະນາປະ​ເທດ​ ຊາດ​ໃນ​ຫລາຍ​ດ້ານ ​ໃນ​ປີ​ທີ່​ຜ່ານ​ມາ ​ແລະຢືນຢັນທີ່​ຈະ​ນຳພາ​ປະ​ເທດ​ຊາດ​ໃຫ້​ຫລຸດ​ພົ້ນ ຈາກ​ສະພາບ​ດ້ອຍ​ພັດທະນາ​ພາຍ​ໃນ​ປີ 2020.

ທ່ານ​ຈູມ​ມະລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່​ຂອງ​ພັກ​ປະ
ຊາຊົນປະຕິວັດລາວ ແລະປະທານປະເທດລາວໄດ້ຖະ
ແ​ຫລງຢືນຢັນໃນໂອກາດສະເຫລີມສະຫລອງບຸນປີໃໝ່ລາວ
ປະຈຳ​ປີ 2554 ວ່າການ​ດຳ​ເນີນ​ແຜນການ​ ​ແລະໂຄງ​
ການພັດທະນາຕ່າງໆ ພາຍ​ໃຕ້ກາ​ນນຳພາ​ຂອງ​ພັກ ​ແລະ
ລັດ​ໃນ​ຮອບ​ປີ​ທີ່​ຜ່ານ​ມານັ້ນ ​ໄດ້​ປະສົບຜົນສຳເລັດ​ເປັນ​
ຢ່າງດີໃນຫລາຍທດ້ານ ຊຶ່ງກໍ​ໄດ້​ເປັນ​ຜົນ​ເຮັດໃຫ້​ປະ​ເທດ
ຊາດ​ມີ​ຄວາມໝັ້ນຄົງ ​ແລະ​ມີ​ສະ​ເຖຍລະ​ພາບ​ຢ່າງ​ຄົບຖ້ວນ.

ຍິ່ງ​ໄປ​ກວ່າ​ນັ້ນ ການສະ​ເຫລີ​ມສະຫລອງ​ການ​ສະຖາປະນາ
ນະຄອນ​ວຽງຈັນ ຄົບຮອບ 450 ປີ ຢ່າງ​ຍິ່ງ​ໃຫຍ່​ໃນ​ປີ​ທີ່
ຜ່ານມາ ​ແລະການຈັດກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກ
ທີ່​ໄດ້​ເລີ້ມຂຶ້ນຢ່າງເປັນທາງການໃນວັນທີ 17 ມີນາ 2011
ທີ່​ຜ່ານ​ມານັ້ນ ກໍ​ຍັງ​ນັບ​ເປັນເຫດການທີ່​ມີ​ຄວາມ​ສຳຄັນ
ຢ່າງ​ຍິ່ງ​ສຳລັບ​ປະຊາຊົນ​ລາວ​ທັງ​ຊາດ​ອີກ​ດ້ວຍ.

ທ່ານ ຈູມມະລີ ໄຊຍະ ສອນ, ປະທານປະເທດ ລາວ
ທ່ານ ຈູມມະລີ ໄຊຍະ ສອນ, ປະທານປະເທດ ລາວ

ພ້ອມກັນນີ້ ທ່ານ​ຈູມ​ມະລີ
ໄຊ​ຍະ​ສອນ ກ່າວວ່າ​ເປົ້າ
ໝາຍທີ່​ສຳຄັນ​ສຳລັບ
ການພັດທະນາ ໃນຊຸມປີ
ຕໍ່ໜ້ານີ້ໂດຍສະເພາະແມ່ນ
ການພັດທະນາເສດຖະກິດ ແລະສັງຄົມ​ແຫ່ງ​ຊາດຂອງລາວ
ປະຈໍາປີ 2011-2015 ນີ້ກໍ​ຄື​ການ​ເຮັດໃຫ້ເສດຖະກິດ​ໃນ
ອັດຕາສະ​ເລ່ຍບໍ່ຫລຸດ 8% ຕໍ່ປີ. ຊຶ່ງ​ກໍ​ຈະ​ເປັນ​ພື້ນຖານ​ອັນ​
ສຳຄັນໃນ​ການ​ເຮັດໃຫ້​ເປົ້າໝາຍຂອງ​ພັກ​ປາກົດ​ເປັນ​ຈິງ ກໍ​
ຄືການນຳພາ​ປະ​ເທດ​ລາວ​ໃຫ້​ຫລຸດ​ພົ້ນຈາກສະພາບ​ດ້ອຍ​
ພັດທະນາ​ ໃນ​ປີ 2020 ນັ້ນ​ເອງ.

ການປະຕິບັດ​ໃຫ້ໄດ້ເປົ້າໝາຍທີ່ວາງ​ໄວ້​ດັ່ງກ່າວ​ ນອກຈາກ
ຈະເປັນຜົນເຮັດໃຫ້ ຍອດຜະລິດຕະພັນລວມພາຍໃນ ຫລື
GDP ຂອງ​ລາວມູນຄ່າ ລວມທີ່​ສາມາດສະເລ່ຍເປັນລາຍຮັບ
ຂອງປະຊາກອນລາວໄດ້ ​ໃນ​ລະດັບ​ສູງ​ຂຶ້ນ​ເປັນ 1,700
ໂດລາຕໍ່ຄົນຕໍ່ປີ ​ໃນ​ປີ 2015 ດັ່ງກ່າວ​ແລ້ວ ກໍ​ຍັງ​ຈະ​ເຮັດ​ໃຫ້​ອັດຕາ​ຄວາມຍາກຈົນຂອງປະຊາຊົນລາວ​ຫລຸດລົງເຫລືອຢູ່ບໍ່​ເກີນ 10% ຂອງ​ຈຳນວນ​ປະຊາກອນ​ທັງໝົດ ​ໃນ​ປີ 2015 ອີກ​ດ້ວຍ.

ທ່ານ ຈູມມະລີ ໄດ້ສະ​ແດງ​ຄວາມ​ເຊື່ອໝັ້ນວ່າ ດ້ວຍ​ກາ​ນນຳພາ​ຂອງ​ພັກ ຈະ​ເຮັດ​ໃຫ້​ສາມາດ​ບັນລຸ​ຜົນ​ຕາມ​ເປົ້າໝາຍທີ່​ວາງ​ເອົາ​ໄວ້​ໄດ້​ຢ່າງ​ຄົບ​ຖ້ວນ ​ເນື່ອງ​ຈາກ​ວ່າ​ໃນ​ໄລຍະ 5 ປີ​ທີ່​ຜ່ານ​ມາກໍ​ຄື​ໃນ​ຊ່ວງ​ປີ 2006-2010 ນັ້ນພັກ​ກໍ​ສາມາດ​ເຮັດ​ໃຫ້​ບັນລຸ​ເປົ້າໝາຍທີ່​ວາງ​ໄວ້​ໃນ​ຫລາຍໆດ້ານ ດັ່ງທີ່ທ່ານ ຈູມມະລີ ໄດ້ຖະແຫຼງຊີ້​ແຈງໃນຕອນ​ນຶ່ງ​ວ່າ:

“ຈັງ​ຫວະ​ການ​ເຕີບ​ໂຕ​ທາງ​ເສດຖະກິດ​ແຫ່ງ​ຊາດ​ໂດຍ​ສະ​ເລ່ຍ 5 ປີ ກໍ​ແມ່ນ 7.9% ຕໍ່ປີ ລວມຍ​ອດມູນ​ຄ່າ​ຜະຫລິດ​ຕະພັນ​ພາຍ​ໃນ​ສົກ​ງົບປະມານ 2009-2010 ​ສະ​ເລ່ຍຕໍ່ພົນລະ​ເມືອງ ບັນລຸ​ໄດ້ 8.7 ລ້ານ​ກີບ​ຕໍ່ຄົນ. ຄອບຄົວ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ກໍ​ໃຫ້​ຫລຸດ​ລົງ​ມາ​ເປັນ 20.4% ​ໃນ​ປີ 2009-2010.”

ການ​ຂະຫຍາຍ​ຕາໜ່າງ​ໄຟຟ້າ ຢູ່​ເຂດ​ຊົນນະບົດ​ລາວ
ການ​ຂະຫຍາຍ​ຕາໜ່າງ​ໄຟຟ້າ ຢູ່​ເຂດ​ຊົນນະບົດ​ລາວ

ຊຶ່ງ​ສະພາບ​ການ​ດັ່ງກ່າວ ກໍ​ຍັງ
ເຮັດ​ໃຫ້​ຜູ້​ນໍາ​ຂອງ​ລາວມີ​ຄວາມ
ເຊື່ອໝັ້ນວ່າ ການພັດທະນາ
ທາງເສດຖະກິດ ສັງຄົມ​ຂອງ
ລາວ ​ໃນ​ໄລຍະ 5ປີຕໍ່ໜ້ານີ້
ກໍ​ຄື​ໃນ​ຊ່ວງປີ 2011-2015
ລັດຖະບານລາວມີ​ຄວາມ​ເຊື່ອ
ໝັ້ນວ່າ ຈະ​ສາມາດ​ແກ້​ໄຂບັນ
ຫາຄວາມທຸກຈົນຂອງປະຊາ
ຊົົນໄດ້ໂດຍພື້ນຖານຊຶ່ງ​ກໍ​ເປັນ
ໄປ​ຕາມເປົ້າໝາຍສະຫັດສະ
ວັດຂອງສະຫະປະຊາຊາດນັ້ນ​ເອງ.

ສໍາລັບໃນໄລຍະ 5 ປີຕໍ່ໜ້ານີ້ລັດຖະບານລາວກໍໄດ້ວາງແຜນການທີ່ຈະດຶງດູດເອົາການລົງ
ທຶນຈາກຕ່າງປະເທດໃຫ້ໄດ້ ລັດຖະບານລາວກໍໄດ້ວາງແຜນການທີ່ຈະດຶງເອົາການລົງທຶນ
ຈາກຕ່າງປະເທດໃຫ້ໄດ້ເຖິງ 4 ໝື່ນລ້ານໂດລາ ສຳລັບໂຄງການຂະໜາດໃຫຍ່ ຫລື
Mega Projects ຈໍານວນຫລາຍກວ່າ 200 ໂຄງການ.

ສະພາບການໃຊ້ນໍ້າທີ່ເຂດ ຊົນນະບົດຂອງລາວທີ່ຄົນ ສ່ວນໃຫຍ່ຍັງທຸກຍາກຫຼາຍ
ສະພາບການໃຊ້ນໍ້າທີ່ເຂດ ຊົນນະບົດຂອງລາວທີ່ຄົນ ສ່ວນໃຫຍ່ຍັງທຸກຍາກຫຼາຍ

ສ່ວນ​ໃນ​ໄລຍະ​ແຜນການ ປີ 2011-2011 ນີ້ລັດຖະບານລາວກໍໄດ້ວາງເປົ້າໝາຍທີ່ຈະເຮັດ
ໃຫ້ຍອດຜະລິດຕະພັນລວມພາຍໃນ ຫລື GDP ຂະຫຍາຍຕົວເພີ່ມຂຶ້ນບໍ່ຕໍ່າກວ່າ 8%.

XS
SM
MD
LG