ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ​ຢືນຢັນ​ວ່າ​ຈະ​ນໍາພາ ​ປະ​ເທດ​ຊາດໃຫ້ຫຼຸດພົ້ນ​ຈາກ ​ສະພາບດ້ອຍພັດທະນາ ໃຫ້ໄດ້​ພາຍ​ໃນ​ປີ 2020


ແມ່ເຈ່ຍລູກຍ່າງໄປເຮັດໄຮ່ເຮັດນາ ຢູ່ໃນເຂດຊົນນະບົດລາວ ເຊິ່ງມີຄົນລາວທີ່ທຸກຍາກອາໃສຢູ່ ເປັນຈໍານວນຫລວງຫລາຍ
ແມ່ເຈ່ຍລູກຍ່າງໄປເຮັດໄຮ່ເຮັດນາ ຢູ່ໃນເຂດຊົນນະບົດລາວ ເຊິ່ງມີຄົນລາວທີ່ທຸກຍາກອາໃສຢູ່ ເປັນຈໍານວນຫລວງຫລາຍ

ກໍາມະການ​ກົມ​ການ​ເມືອງ​ເນັ້ນ​ຢໍ້າວ່າ​ພັກ​ປະຊາຊົນ​ປະຕິວັດ​ລາວ​ຍັງ​ຄົງ​ຢືນຢັນ​ໃນ​ ແຜນການ​ທີ່​ຈະ​ນໍາພາ​ປະ​ເທດ​ຊາດ​ໃຫ້ຫຼຸດພົ້ນ​ຈາກ​ຄວາມ​ຍາກຈົນ ​ແລະສະພາບ​ດ້ອຍພັດທະນາ​ພາຍ​ໃນ​ປີ 2020.

ທ່ານ ສົມ​ສະຫວາດ ​ເລັ່ງສະ​ຫວັດ ຮອງ​ນາ​ຍົກ​ລັດຖະມົນຕີ
ຜູ້​ປະ​ຈໍາ​ການ​ລັດຖະບານ ​ໃນ​ຖານະ​ກໍາມະການ​ກົມ​ການ
ເມືອງ​ສູນ​ກາງ​ພັກ​ປະຊາຊົນ​ປະ​ຕິ​ວັດ​ລາວ ຖະ​ແຫຼງຢືນຢັນ
ວ່າ ​ເປົ້າໝາຍທີ່​ສໍາຄັນ​ທີ່​ສຸດ​ຂອງ​ພັກ​ໃນ​ການ​ນໍາພາ​ປະ
ເທດ​ໃນ​ໄລຍະ 10ປີ​ ຕໍ່​ໜ້ານີ້ ກໍ​ຄື​ການ​ເຮັດ​ໃຫ້​ປະ​ຊາ​ຊົນ
ລາວຫຼຸດພົ້ນ​ຈາກ​ຄວາມທຸກ​ຍາກ​ໃຫ້​ໄດ້​ໂດຍ​ພື້ນຖານ​ໃນ​ປີ
2015 ແລະ​ເຮັດ​ໃຫ້​ລາວ​ພົ້ນ​ຈາ​ກສະພາບ​ດ້ອຍ​ພັດທະນາ​
ໃຫ້​ໄດ້​ພາຍ​ໃນ​ປີ 2020.

ການລົງຄະແນນສຽງໃນກອງປະຊຸມໃຫຍ່ຂອງພັກ ປະຊາຊົນປະຕິວັດລາວ ຄັ້ງທີ 9 ທີ່ຈັດຂຶ້ນໃນ ເດືອນມີນາ 2011.
ການລົງຄະແນນສຽງໃນກອງປະຊຸມໃຫຍ່ຂອງພັກ ປະຊາຊົນປະຕິວັດລາວ ຄັ້ງທີ 9 ທີ່ຈັດຂຶ້ນໃນ ເດືອນມີນາ 2011.

ການ​ທີ່​ຈະ​ເຮັດ​ໃຫ້​ສາ​ມາດບັນລຸ
ເປົ້າໝາຍທີ່​ວາງ​ໄວ້​ດັ່ງກ່າວ​ໄດ້
ຢ່າງ​ແທ້​ຈິງ​ນັ້ນ​ ພັກ​ກໍ​ໄດ້ກໍານົດ
ຄາດໝາຍ ທີ່​ຈະ​ຕ້ອງ​ດໍາ​ເນີນ
ການພັ​ດທະນາ​ເສດຖະກິດ​ໃຫ້
ມີ​ການ​ຂະຫຍາຍຕົວເພີ່​ມຂຶ້ນ
ຢ່າງ​ຕໍ່​ເນື່ອງ​ເພື່ອ​ເຮັດ​ໃຫ້​ລາຍ​
ໄດ້​ສະ​ເລ່ຍຂອງ​ປະຊາຊົນ​ລາວ
ເພີ່ມ​ສູງ​ຂື້ນ​ທຸກໆປີ ທັງຍັງ​ຈະ
ສ້າງ​ປັດ​ໄຈ ​ແລະ​ເງື່ອນ​ໄຂ​ຕ່າງໆ
ເພື່ອ​ຮອງ​ຮັບ​ການ​ພັດທະນາ​ປະ
ເທດ​ໄປ​ສູ່​ຄວາມ​ທັນສະ​ໄໝອີກ
ດ້ວຍ ດັ່ງທີ່ທ່ານສົມສະຫວາດ ໄດ້​ໃຫ້ການ​ຊີ້​ແຈງ​ໃນ​ຕອນນຶ່ງວ່າ:

ພວກ​ເຮົາ​ວາງ​ຈຸດໝາຍລວມຂອງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ່ 7 ດັ່ງ​ນີ້​ເຮັດ​ໃຫ້​ເສດ ຖະກິດ​ແຫ່ງ​ຊາດ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ​ແລະໝັ້ນທ່ຽງ ​ເຖິງ​ປີ 2015 ລວມຍອດ​ມູນ​ຄ່າ​ຜະ​ລິດ​ຕະພັນ​ລວມພາຍ​ໃນ​ໄລ່​ສະ​ເລ່ຍຕໍ່​ຫົວ​ຄົນ​ໄດ້ 1,700 ໂດລາ ບັນລຸ​ເປົ້າໝາຍສະຫັດສະຫວັດດ້ານ​ການ​ພັດທະນາ​ສ້າງ​ພື້ນຖານ​ເທັກ​ນິກອັນ​ຈໍາ​ເປັນ​ເພື່ອ​ເອົາ​ປະ​ເທດ​ເຮົາຫຼຸດພົ້ນ​ອອກ​ຈາກ​ສະຖານະ​ພາບ​ປະ​ເທດ​ດ້ອຍ​ພັດທະນາ​ໃນ​ປີ 2020”.

ອີ​ງຕາມ​ມະຕິ ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກທີ່​ດຳ​ເນີນ​ການ​ປະຊຸມ​ໃນ​ລະຫວ່າງວັນທີ
17-21 ມີນາ 2011 ທີ່​ຜ່ານ​ມານັ້ນ ພັກ​ໄດ້​ວາງ​ເປົ້າໝາຍທີ່ຈະພັດທະນາເສດຖະກິດ
ໃນ​ໄລຍະ​ແຕ່ 2011-2015 ​ໃຫ້​ຂະຫຍາຍຕົວ​ໃນ​ອັດຕາ​ສະ​ເລ່ຍບໍ່ຫລຸດ 8% ຕໍ່ປີຊຶ່ງຈະ
ເປັນຜົນເຮັດໃຫ້ຍອດຜະລິດຕະພັນລວມພາຍໃນປະ​ເທດ ຫລື GDP ຂອງ​ລາວ​ມີມູນຄ່າ
ລວມທີ່​ສາມາດສະເລ່ຍເປັນລາຍຮັບຂອງປະຊາຊົນລາວໄດ້ ​ໃນ​ລະດັບ​ສູງ​ຂຶ້ນ​ເປັນ​ເຖິງ
1,700 ໂດລາຕໍ່ຄົນຕໍ່ປີ ​ໃນ​ປີ 2015 ທັງ​ຍັງ​ຈະ​ເຮັດ​ໃຫ້​ອັດຕາ​ຄວາມຍາກຈົນຂອງປະຊາ
ຊົນລາວ​ຫລຸດລົງເຫລືອຢູ່ບໍ່​ເກີນ 10% ຂອງ​ຈຳນວນ​ປະຊາກອນ​ທັງໝົດໃນ​ປີ 2015
ອີກ​ດ້ວຍ.

ການສ້າງຖະໜົນໃໝ່ ໄປຫາເຂດຊົນນະບົດ ແຫ່ງນຶ່ງ ໃນລາວ
ການສ້າງຖະໜົນໃໝ່ ໄປຫາເຂດຊົນນະບົດ ແຫ່ງນຶ່ງ ໃນລາວ

ສໍາລັບ​ຕະຫລອດ​ໄລຍະ 5ປີ​ທີ່​ຜ່ານ​ມາ ກໍ​ຄື​ໃນ​ຊ່ວງ​ປີ
2006-2010 ນັ້ນ ພັກ​ກໍ​ສາມາດບັນລຸ​ເປົ້າໝາຍທີ່​ວາງ​
ໄວ້​ໃນ​ຫລາຍດ້ານ​ເຊັ່ນ​ເສດຖະກິດ​ແຫ່ງ​ຊາດຂະຫຍາຍ​
ໂຕ​ໃນ​ອັດຕາສະ​ເລ່ຍ 7.9% ຕໍ່ປີ ລວ​ມຍ​ອດມູນ​ຄ່າ​ຜະ
ຫລິດ​ຕະພັນ​ພາຍ​ໃນ​ສົກປີ​ງົບປະມານ 2009-2010 ​
ກໍສະ​ເລ່ຍຕໍ່ຫົວພົນລະ​ເມືອງ​ໄດ້ 8.7 ລ້ານ​ກີບ​ຕໍ່ຄົນ.
ຄອບຄົວ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ​ກໍ​ໃຫ້​ຫລຸດ​ລົງ​ມາ​ເປັນ
20.4% ​ໃນ​ປີ 2009-2010 ດັ່ງກ່າວ.

ສ່ວນໃນໄລຍະ 5 ປີຕໍ່ໜ້ານີ້ລັດຖະບານລາວກໍຍັງໄດ້ວາງແຜນການທີ່ຈະດຶງດູດເອົາການ
ລົງທຶນຈາກຕ່າງປະເທດໃຫ້ໄດ້​ໃນ​ມູນ​ຄ່າ 4 ໝື່ນລ້ານໂດລາ ສຳລັບໂຄງການຂະໜາດ
ໃຫຍ່ຫລື Mega Projects ຈໍານວນຫລາຍກວ່າ 200 ໂຄງການ. ​ໂດຍທີ່ສໍາຄັນນັ້ນກໍຄື
ໂຄງການສ້າງທາງລົດໄຟຈາກນະຄອນວຽງຈັນໄປປະເທດຈີນ ໂຄງການຂະຫຍາຍສາຍ
ສົ່ງກະແສໄຟຟ້າແຮງສູງທົ່ວປະເທດ ໂຄງການສ້າງທາງຫລວງແຫ່ງຊາດຂະໜານກັບເສັ້ນ
ທາງເລກ13 ໂຄງການສ້າງເຂື່ອນໄຟຟ້າ 14 ແຫ່ງ ໂຄງການສ້າງທາງດ່ວນໄປຫວຽດ
ນາມ ໂຄງການຂຸດຄົ້ນແຮ່ເຫລັກ ແຮ່ໂປຣແຕສ ແລະແຮ່ບ໊ອກໄຊດ໌ ຢູ່​ພາກ​ໃຕ້ເປັນຕົ້ນ.

ສະພາບຄວາມລໍາບາກໃນ ການດໍາລົງຊີວິດຢູ່ໃນເຂດ ຊົນນະບົດໃນລາວ.
ສະພາບຄວາມລໍາບາກໃນ ການດໍາລົງຊີວິດຢູ່ໃນເຂດ ຊົນນະບົດໃນລາວ.

ສ່ວນ​ໃນ​ໄລຍະ​ແຜນການ ປີ 2011-2015 ນີ້ລັດຖະບານ
ລາວກໍໄດ້ວາງເປົ້າໝາຍທີ່ຈະເຮັດໃຫ້ຍອດຜະລິດຕະພັນ
ລວມພາຍໃນ ຫລື GDP ຂະຫຍາຍຕົວເພີ່ມຂຶ້ນບໍ່ຕໍ່າກວ່າ
8% ຊຶ່ງກໍຈະເຮັດໃຫ້ມູນຄ່າ GDP ໄລ່ສະເລ່ຍເປັນລາຍຮັບ
ຂອງປະຊາກອນລາວໄດ້ 9.6 ລ້ານກີບຫລືປະມານ 1,130
ໂດລາຕໍ່ຄົນຕໍ່ປີ.

ຫາກ​ແຕ່​ວ່າ ​ໃນ​ພາກ​ຕົວ​ຈິງ​ນັ້ນ ສະພາບຊີວິດການເປັນຢູ່
ແລະ​ລາຍ​ໄດ້​ທີ່​ເປັນ​ຈິງ ລະຫວ່າງປະຊາຊົນທີ່ຢູ່ໃນເຂດຕົວ
ເມືອງກັບ​ເຂດ​ຊົນນະບົດ​ນັ້ນ ກໍ​ຍັງ​ຄົງ​ມີ​ການ​ແຕກ​ໂຕນ​ກັນ
ຫລາຍ. ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ມີ​ການ​ຫວັ່ນ​ເກງ​ກັນ​ວ່າ​ ຈະ​ເປັນ​ອຸປະສັກ​ສຳຄັນ​ຕໍ່​ເປົ້າ ໝາຍດັ່ງກ່າວ​ຂອງ​ພັກຢ່າງຫລີກ​ລ້ຽງບໍ່​ໄດ້.

ກ່ຽວຂ້ອງກັນ

XS
SM
MD
LG