ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແມ່ຍິງໃນລາວໄດ້ຮັບ ການພັດທະນາ ທາງສຸຂະພາບ ໃຫ້ດີຂຶ້ນ


ເດັກນ້ອຍລາວຢູ່ເຂດຊົນນະບົດແຫ່ງນຶ່ງໄດ້ຮັບການສຶກສາ ຊຶ່ງເປັນ
ສ່ວນນຶ່ງສະແດງເຖິງການພັດທະນາຂອງເດັກນ້ອຍໄດ້ຮັບການປັບ
ປຸງໃຫ້ດີຂຶ້ນ
ເດັກນ້ອຍລາວຢູ່ເຂດຊົນນະບົດແຫ່ງນຶ່ງໄດ້ຮັບການສຶກສາ ຊຶ່ງເປັນ ສ່ວນນຶ່ງສະແດງເຖິງການພັດທະນາຂອງເດັກນ້ອຍໄດ້ຮັບການປັບ ປຸງໃຫ້ດີຂຶ້ນ

ສຸຂະ​ພາບ​ອານາ​ໄມ​ຂອງ​ແມ່ຍິງ​ໃນ​ລາວ​ໄດ້​ຮັບ​ການພັ​ດທະ​ນາ​ດີ​ຂຶ້ນ ​ເຊິ່ງ​ເຮັດ​ໃຫ້​ອົງ​ການສາ ກົນ​ໄດ້​ເລື່ອນ​ລະດັບ​ຂອງ​ລາວ​ຈາກ​ອັນ​ດັບ​ທີ​ 17 ຂຶ້ນ​ມາ​ເປັນອັນ​ດັບ​ທີ 8 ​ໃນ 42 ປະ​ເທດ​ດ້ອຍ​ພັດທະນາ​ຂອງ​ໂລກ.

ອົງການ Save the Children ​ໄດ້​ສະ​ເໜີລາຍ​ງານ​ປະ​ຈໍາປີ 2011 ​ເມື່ອ​ບໍ່​ນານ​ມາ​ນີ້​ໂດຍ​ລະບຸ​ວ່າ ລາວ​ເປັນ​ປະ​ເທດໜື່ງທີ່​ມີ​ການ​ພັດທະນາ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບຊີວິດ
​ຄວາມ​ເປັນ​ຢູ່​ຂອງ​ແມ່ ​ແລະ​ເດັກ​ໄດ້​ດີ​ຂຶ້ນ​ຢ່າງໜ້າພໍ​ໃຈ ​ໂດຍ​ສະ​ເພາະ​ແມ່ນ​ການ​ພັດທະ
ນາ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບຊີວິດ​ຄວາມ​ເປັນ​ຢູ່​ຂອງ​ແມ່ຍິງທີ່ຕັ້ງ​ຄັນ ຫຼືຖືພາ​ນັ້ນ​ນັບ​ວ່າ
​ໄດ້ຮັບ​ຜົນ​ສໍາ​ເລັດ​ເປັນ​ຢ່າງ​ດີ, ​ເຊິ່ງ​ເຮັດ​ໃຫ້ລາວ​ໄດ້​ຮັບ​ການ​ເລື່ອນ​ລະດັບ​ດີ​ຂຶ້ນ​ຈາກ​ອັນ​ດັບ​
ທີ 17 ມາ​ເປັນອັນ​ດັບ​ທີ 8 ​ໃນ​ກຸ່ມ 42 ປະ​ເທດ​ດ້ອຍ​ພັດທະນາ​ດ້ວຍ​ກັນ.

ເຄື່ອງໝາຍອົງການຊ່ວຍເດັກ
ເຄື່ອງໝາຍອົງການຊ່ວຍເດັກ

ທັງ​ນີ້​ ​ປະ​ເທດ​ໃນເ​ອເຊຍ​ດ້ວຍ​ກັນ​ທີ່​ໄດ້​ຖືກ​ຈັດ​ໃຫ້​ຢູ່​ໃນ​ກຸ່ມ
​ປະ​ເທດ​ທີ່​ມີ​ລະດັບ​ການ​ພັດທະນາ​ເພື່ອ​ຍົກ​ລະດັບຄຸ​ນນະ
ພາ​ບຊີວິດຄວາມ​ເປັນ​ຢູ່​ຂອງ​ແມ່​ຍິງ​ໄດ້​ຕໍ່າ​ກວ່າ​ລາວ ​ແລະ
ຕໍ່າ​ທີ່​ສຸດໃນ​ອາຊີ​ນັ້ນ​ກໍ​ຄື: ​ເຢ​ເມນ, ຕີ​ມໍ​ຕະ​ເວັນ​ອອກ ​ແລະ ບັງ​ກະລາ​ເທດ. ສ່ວນ​ປະ​ເທດ
​ທີ່​ມີ​ແມ່ຍິງ​ມີ​ຄຸນ​ພາ​ບຊີວິດ​ຄວາມ​ເປັນ​ຢູ່ດີ​ທີ່​ສຸດ​ໃນ​ອາຊີ​ນັ້ນ​ກໍ​ຄື: ຢີ່ປຸ່ນ, ອິສຣະ​ແອລ ​ແລະ ເກົາຫຼີ​ໃຕ້​ຕາມ​ລໍາດັບ.

ແມ່ຍິງຊາວຊົນນະບົດຄົນນຶ່ງ ແລະ ລູກນ້ອຍຂອງລາວ
ແມ່ຍິງຊາວຊົນນະບົດຄົນນຶ່ງ ແລະ ລູກນ້ອຍຂອງລາວ

​ແຕ່​ຢ່າງ​ໃດ​ກໍ​ຕາມ ສໍາລັບ​ໃນ​ດ້ານ​ຄຸນ​ນະພາ​ບຊີວິດ​ຄວາມ​ເປັນ​ຢູ່​ຂອງ​ເດັກນ້ອຍ​ລາວ​ອາຍຸ​ຕໍ່າ​ກວ່າ 5 ປີ​ນັ້ນ​ພັດ​ໄດ້​ຖືກ​ປັບ​ລົດ​ອັນ​ດັບໃຫ້​ຕໍ່າລົງ​ເລັກໜ້ອຍກໍ​ຄື​ຈາກ​ອັນ​ດັບ​ທີ 19 ​ໃນ​ປີ 2010 ມາ​ເປັນອັນ​ດັບ​ທີ 22 ຈາກ 44 ປະ​ເທດ​ດ້ອຍ​ພັດທະນາ​ດ້ວຍ​ກັນ ​ແລະໃນ​ອາຊີ​ດ້ວຍ​ກັນກໍ​ປະກົດ​ວ່າ​ ມີ​ພຽງກໍາປູ​ເຈຍ, ຕີ​ມໍ​ຕາ​ເວັນ​ອອກ ​ແລະ ​ເຢ​ເມນ​ເທົ່າ​ນັ້ນ​ທີ່​ມີ​ອັນ​ດັບ​ຕໍ່າ​ກວ່າ​ລາວ.

ທາງ​ດ້ານ​ເຈົ້າໜ້າທີ່​ຂັ້ນ​ສູງ​ໃນ​ກະຊວງສາທາລະນະ​ສຸກຂອງລາວ​ນັ້ນ​ກໍ​ໄດ້​ຖະ​ແຫຼງຊີ້​ແຈງ​ວ່າ ການ​ພັດທະນາ​ຄຸນ​ນະພາ​ບຊີວິດ​ຄວາມ​ເປັນ​ຢູ່​ຂອງ​ແມ່ ​ແລະ​ເດັກ​ໃນ​ລາວ​ໄດ້​ຮັບ​ການ​ຍົກ​ລະດັບ​ໃຫ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ໂດຍ​ຈະ​ເຫັນໄດ້​ຈາກ​ການ​ທີ່​ລາວ​ໄດ້​ຖືກ​ຈັດ​ອັນ​ດັບ​ດີ​ຂຶ້ນ​ເລື້ອຍໆ ​ເຊິ່ງກໍ​ເປັນ​ຜົນ​ມາ​ຈາກ​ທີ່​ທາງ​ການ​ລາວ​ໄດ້​ໃຫ້​ຄວາມ​ສໍາຄັນ​ຢ່າງ​ຍິ່ງ​ກັບ​ການ​ພັດທະນາ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບຊີວິດ​ຄວາມ​ເປັນ​ຢູ່​ຂອງ​ແມ່ ​ແລະ​ເດັກ​ໃຫ້​ດີຂຶ້ນ​ດ້ວຍ​ການ​ສຸມ​ໃສ່​ໂຄງ​ການ​ພັດທະນາ​ຕ່າງໆສໍາລັບ​ແມ່ ​ແລະ​ເດັກ​ເປັນ​ການສະ​ເພາະ ດັ່ງ​ທີ່​ເຈົ້າໜ້າທີ່​ຂັ້ນ​ສູງ​ຄົນ​ດັ່ງກ່າວ​ນີ້​ຂອງ​ລາວ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ.

ນາງໝໍສັກຢາປ້ອງກັນພະຍາດໃຫ້ ເດັກຢູ່ລາວ
ນາງໝໍສັກຢາປ້ອງກັນພະຍາດໃຫ້ ເດັກຢູ່ລາວ

ຄະ​ນະ​ກໍາມາ​ທິການ​ເພື່ອ​ແມ່ ​ແລະເດັກ​ແຫ່ງ​ຊາ​ດ​ໄດ້​ດໍາ​ເນີນ​ການຈັດ​ຕັ້ງ​ປະຕິບັດຫຼາຍໆ​ໂຄງການ​ເພື່ອ​ຊ່ວຍ​ເຫຼືອ ​ແລະປົກ​ປ້ອງ​ເດັກ ​ແລະແມ່ຍິງ​ທີ່​ມີ​ຄວາມ​ຕ້ອງ​ການ​ການ​ປົກ​ປ້ອງ​ເປັນ​ພິ​ເສດ​ເຊັ່ນ: ​ໂຄງການ​ຕາ ໜ່າງປົກ​ປ້ອງ​ເດັກ​ໄດ້​ຈັດ​ຕັ້ງ​ປະຕິບັດ​ຢູ່ 5 ​ແຂວງ, ​ໂຄງ​ການ​ຮັບ-ສົ່ງ ແລະຟື້ນ​ຟູ​ພັດທະນາ​ແມ່ຍິງ ​ແລະ ​ເດັກນ້ອຍ​ທິ່ຖືກ​ເຄາະ​ຮ້າຍ​ຈາກການ​ຄ້າ​ມະນຸດ​ ໃຫ້ ການ​ຊ່ວຍ​ເຫຼືອທາງ​ດ້ານ​ກົດໝາຍ ​ແລະຝືກວິຊາ​ຊີ​ບ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ພ້ອ​ມ​ໃນ​ການ​ກັບ​ຄືນ​ສູ່​ຄອບຄົວ ​ແລະສັງຄົມ”

ສໍາ​ລັບ​ປັດ​ໃຈ​ທີ່​ອົງການ Save the Children ​ໃຊ້​ເປັນ​ເກນ​ໃນ​ການຈັດ​ອັນ​ດັບ​ປະ​ເທດ​ທີ່​ມີ​ການ​ພັດທະນາ​ປັບປຸງ​ລະດັບ​ຄຸນ​ນະພາ​ບຊີວິດ​ຄວາມ​ເປັນ​ຢູ່​ຂອງ​ແມ່ ​ແລະເດັກດັ່ງກ່າວ​ນີ້ ກໍ​ຄື​ອັດຕາ​ສະ​ເລ່ຍອັດຕາ​ການ​ເສຍ​ຊີວິດ​ຂອງ​ເດັກນ້ອຍ​ທີ່​ອາຍຸ​ຕໍ່າ​ກວ່າ 5 ປີ ລະດັບ​ສະ​ເລ່ຍ ນໍ້າໜັກຮ່າງກາຍ​ຂອງ​ເດັກນ້ອຍ, ອັດຕາ​ສະ​ເລ່ຍ ການ​ເຂົ້າຮຽນຂອງ​ເດັກນ້ອຍ ຫຼື​ເຍົາວະ​ຊົນ​ທັງ​ໃນ​ລະດັບ​ອະນຸບານ-ປະຖົ​ມ-ມັດທະຍົມ ອັດຕາ​ສະ​ເລ່ຍຂອງ​ຄົວ​ເຮືອນ​ທີ່​ໄດ້​ຊົມ​ໃຊ້​ນໍ້າ​ສະອາດ, ອັດຕາ​ສະ​ເລ່ຍການ​ເສຍ​ຊີວິດ​ຂອງ​ແມ່ຍິງ​ຖືພາ ​ແລະອັດຕາ​ສະ​ເລ່ຍການ​ເຂົ້າ​ເຖິງ​ບໍ​ລິ​ການ​ດ້ານ​ສາທາລະນະ​ສຸກ​ເປັນ​ຕົ້ນ.

ເດັກນ້ອຍໃນເຂດຊົນນະບົດຂອງ ລາວພາກັນຊື່ນຊົມກັບການໄດ້ ໃຊ້ນໍ້າປະປາໃໝ່
ເດັກນ້ອຍໃນເຂດຊົນນະບົດຂອງ ລາວພາກັນຊື່ນຊົມກັບການໄດ້ ໃຊ້ນໍ້າປະປາໃໝ່

ທັງ​ນີ້ ​ໂດຍ​ອີງ​ຕາມ​ສະຖິຕິ​ຂອງກະຊວງ​ສາທາ​ລະນະ​ສຸກ​ຂອງ​ລາວ​ນັ້ນ ກໍ​ໄດ້​ລະບຸ​ວ່າ​ອັດຕາ​ສະ​ເລ່ຍການ​ເສຍ​ຊີ ວິດ​ຂອງ​ເດັກນ້ອຍ​ທີ່​ອາຍຸ​ຕໍ່າ​ກວ່າ 5 ປີ​ ກໍ​ຍັງສູງ​ເຖິງ 98 ຄົນ​ຕໍ່ 1,000 ຄົນ, ​ແລະອັດຕາ​ສະ​ເລ່ຍການ​ເສຍ​ຊີວິດ​ຂອງ​ແມ່ຍິງ​ໃນ​ຂະນະ​ຖືພາ​ນັ້ນ​ກໍ​ຍັງ​ສູງ​ເຖິງ 300 ຄົນ​ຕໍ່ 1 ​ແສນ​ຄົນ. ສ່ວນ​ອັດຕາ​ສະ​ເລ່ຍຂອງ​ການ​ເຂົ້າ ຮຽນລະດັບ​ອະນຸບານ​ກໍ​ຍັງ​ບໍ່​ເຖິງ 20% ຂອງ​ຈໍານວນ​ເດັກນ້ອຍ​ທີ່​ມີ​ອາຍຸ​ລະຫວ່າງ 3-5 ປີ, ​ແລະສໍາລັບ​ໃນ​ລະດັບ​ປະຖົ​ມນັ້ນ​ ເຖິງ​ແມ່ນ​ວ່າ​ຈະ​ມີ​ອັດຕາ​ສະ​ເລ່ຍການ​ເຂົ້າຮຽນ​ເຖິງ 94% ກໍ​ຕາມ, ຫາກ​ແຕ່​ວ່າ​ກໍ​ມີ​ເດັກນ້ອຍ​ທີ່​ໄດ້​ຮຽນຈົນ​ຈົບ​ລະດັບ​ປະຖົມພຽງ​ແຕ່​ບໍ່​ເຖິງ 73% ​ເທົ່າ​ນັ້ນ. ​ໃນ​ຂະນະ​ດຽວກັນ​ກໍ​ປະກົດ​ວ່າ​ມີ​ເຍົາວະ​ຊົນ​ລາວ​ພຽງ​ແຕ່​ບໍ່​ເຖິງ 7% ທີ່​ມີ​ໂອກາດ​ໄດ້​ຮຽນຕໍ່​ໃນ​ລະດັບ​ມັດທະຍົ​ມປາຍ.

XS
SM
MD
LG