ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນລາວ ມີອັດຕາ ສະເລ່ຍ ອາຍຸຍືນຂຶ້ນ ແລະເດັກນ້ອຍ ກໍມີ ສຸຂະພາບດີຂຶ້ນ


ການກວດສຸຂະພາບປະຈໍາປີຂອງເດັກນ້ອຍລາວຜູ້ນຶ່ງທີ່ສູນກວດ
ສຸຂະພາບແຫ່ງນຶ່ງໃນລາວ
ການກວດສຸຂະພາບປະຈໍາປີຂອງເດັກນ້ອຍລາວຜູ້ນຶ່ງທີ່ສູນກວດ ສຸຂະພາບແຫ່ງນຶ່ງໃນລາວ

ນາຍົກ​ລັດ​ຖະມົນຕີ​ລາວ​ຖະ​ແຫຼ​ງຢືນຢັນ​ວ່າ ປະຊາຊົນ​ລາວ​ ມີ​ອັດຕາ​ສະ​ເລ່ຍອາຍຸ​ຍືນ​ຂຶ້ນ. ສ່ວນ​ເດັກນ້ອຍ​ລາວ​ກໍ​ໄດ້​ຮັບ​ບໍລິການ​ດ້ານ​ສຸຂະພາບ​ອະນາ​ໄມ​ທີ່​ນັບ​ມື້​ດີ​ຂຶ້ນ.

ທ່ານ ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີລາວ ​ໄດ້​ຖະ​ແຫຼ​ງຢືນຢັນ​ໃນ​ໂອກາດ​ວັນ
ເດັກນ້ອຍ​ແຫ່ງ​ຊາດປະຈຳ​ປີ 2011 ​ໃນ​ຕົ້ນເດື​ອນມິຖຸນານີ້​ວ່າ ລັດຖະບານ​ລາວ​ຈະ​ຍັງ​ຄົງ​
ໃຫ້​ຄວາມ​ສຳຄັນ​ເປັນ​ພິ​ເສດ​ໃນ​ການ​ພັດທະນາ​ສຸຂະພາບອະນາ​ໄມ​ຂອງ​ເດັກນ້ອຍ ​ແລະ
ປະຊາຊົນ​ລາວ​ບັນດາ​ເຜົ່າ​ໃຫ້​ດີ​ຍິ່ງໆ ​ຂຶ້ນ​ໄປ. ​ໂດຍ​ໃນ​ໄລຍະ​ຜ່ານ​ມາ ​ລັດຖະບານ​ລາວ​ກໍ
ໄດ້​ພະຍາຍາມ​ຈັດ​ສັນ​ງົບປະມານ ​ໃຫ້​ກັບ​ການ​ດຳ​ເນີນ​ແຜນການ​ພັດທະນາ​ໃນ​ດ້ານ​ສາທາ
ລະນະ​ສຸກ​ແຫ່ງ​ຊາດ​ຫຼາຍ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.

ຜົນ​ທີ່​ເກີດ​ຂຶ້ນ​ຈາກ​ການ​ພະຍາ​ຍາມ​ດັ່ງກ່າວ​ນີ້ ​ກໍ່​ຈະ​ເຫັນ​ໄດ້​ຈາກ​ການທີ່​ປະຊາຊົນ​ລາວ​ມີ​ອັດ
ຕາ​ສະ​ເລ່ຍອາຍຸ​ຍືນ​ຂຶ້ນ​ເກີນ​ກ່ວາ 60 ປີ​ໃນ​ປະຈຸ​ບັນ​ນີ້ ສ່ວນ​ແມ່ ແລະ​ເດັກນັ້ນ ​ກໍ​ໄດ້​ຮັບ​ການ​ເບິ່ງ​ແຍງ​ໃຫ້ດີ​ຂຶ້ນ​ໃນ​ທຸກໆ​ດ້ານ ​ໂດຍ​ສະ​ເພາະ​ແມ່ນ​ໄດ້​ຮັບ​ການ​ສັກ​ຢາ​ວັກ​ຊິນ​ເພື່ອ​ປ້ອງ​ກັນ​ໂຣກ​ຕ່າງໆ​ ຢ່າງ​ທົ່ວ​ເຖິງ​ໃນ​ທົ່ວ​ປະ​ເທດ, ດັ່ງ​ທີ່​ທ່ານ ທອງ​ສິງ ​ໄດ້​ຖະ​ແຫຼ​ງ​ເນັ້ນ​ຢ້ຳ​ໃນ​ຕອນ​ໜຶ່ງ​ວ່າ:

ການສັກຢາແລະຢອດຢາກັນພະ ຍາດທີ່ລາວ
ການສັກຢາແລະຢອດຢາກັນພະ ຍາດທີ່ລາວ

ອັດຕາ​ການ​ສັກ​ຢາ ​ແລະຢອດ​ຢາ​ກັນ​ພະຍາດ​ໃຫ້​ແມ່
ແລະເດັກ​ໄດ້​ບັນລຸ​ເຖິງ 71
% ຂອງ ເປົ້າໝາຍ, ອັດ
ຕາ
ການ ຕາຍ ຂອງ ແມ່ ແລະ ເດັກ ກໍນັບ ມື້ ນັບ ຫຼຸດ ລົງ
ອາຍຸ ຍືນ ສະ ເລ່ຍກໍ ພີ່ມ ຂຶ້ນ ເປັນ ປະມານ 64.7 ປີ.

ກ່ອນໜ້ານີ້ ​ອົງການ Save the Children ​ ​ໄດ້​ສະ​ເໜີ
ລາຍ​ງານ​ປະ​ຈໍາປີ 2011 ​ວ່າ ລາວ​ເປັນ​ປະ​ເທດທີ່​ມີ​ການ
ຍົກ​ລະດັບ​ຄຸນ​ນະພາ​ບຊີວິດການ​ເປັນ​ຢູ່​ຂອງ​ແມ່ ​ແລະ​ເດັກ​ໄດ້​ດີ​ຂຶ້ນ​ຢ່າງໜ້າພໍ​ໃຈ ​ໂດຍ​
ສະ​ເພາະ​ແມ່ນ​ການຍົກ​ລະດັບ​ຄຸນ​ນະພາ​ບຊີວິດການ​ເປັນ​ຢູ່​ຂອງ​ແມ່ຍິງທີ່ຕັ້ງ​ຄັນ ຫຼື
ຖືພາ​ນັ້ນ​ ນັບ​ວ່າໄດ້ຮັບ​ຜົນ​ສໍາ​ເລັດເປັນ​ຢ່າງ​ດີ, ​ເຊິ່ງກໍ​ໄດ້​ເຮັດ​ໃຫ້ລາວ​ໄດ້​ຮັບ​ການ
ເລື່ອນ​ລະດັບ​ດີ​ຂຶ້ນ​ຈາກ​ອັນ​ດັບທີ 17 ມາ​ເປັນອັນ​ດັບ​ທີ 8 ​ໃນ​ກຸ່ມ 42 ປະ​ເທດ​ດ້ອຍ
ພັດທະນາ​ດ້ວຍກັນ ຈາກ​ທົ່ວ​ໂລກ.

ທັງ​ນີ້​ ​ປະ​ເທດ​ໃນເ​ອເຊຍ​ດ້ວຍ​ກັນ​ທີ່​ໄດ້​ຖືກ​ຈັດ​ໃຫ້​ຢູ່​ໃນ​ກຸ່ມ​ປະ​ເທດ​ທີ່​ມີ​ລະດັບ​ການ​ພັດທະນາ
ເພື່ອ​ຍົກ​ລະດັບຄຸ​ນນະພາ​ບຊີວິດຄວາມ​ເປັນ​ຢູ່​ຂອງ​ແມ່​ຍິງ​ໄດ້​ຕໍ່າ​ກວ່າ​ລາວ ​ແລະຕໍ່າ​ທີ່​ສຸດໃນ
ເ​ອເຊຍນັ້ນ​ກໍ​ຄື: ​ເຢ​ເມນ, ຕີ​ມໍ​ຕະ​ເວັນ​ອອກ ​ແລະບັງ​ກະລາ​ເທດ. ສ່ວນ​ປະ​ເທດ​ທີ່​ມີ​ແມ່ຍິງ
ມີ​ຄຸນ​ພາ​ບຊີວິດ​ຄວາມ​ເປັນ​ຢູ່ດີ​ທີ່​ສຸດ​ໃນ​ອາຊີ​ນັ້ນ​ກໍ​ຄື: ຢີ່ປຸ່ນ, ອິສຣະ​ແອລ ​ແລະເກົາຫຼີ​ໃຕ້
ຕາມ​ລໍາດັບ.

ທ່ານຈູມມະລີ ໄຊຍະສອນ ປູກຕົ້ນໄມ້ຮ່ວມກັບເດັກນ້ອຍຈໍານວນນຶ່ງ ເນື່ອງໃນໂອກາດວັນເດັກສາກົນ, ວັນທີ 1 ມິຖຸນາ, 2011
ທ່ານຈູມມະລີ ໄຊຍະສອນ ປູກຕົ້ນໄມ້ຮ່ວມກັບເດັກນ້ອຍຈໍານວນນຶ່ງ ເນື່ອງໃນໂອກາດວັນເດັກສາກົນ, ວັນທີ 1 ມິຖຸນາ, 2011

ແຕ່​ຢ່າງ​ໃດ​ກໍ​ຕາມ ສໍາລັບ​ໃນ​ດ້ານ​ຄຸນ​ນະພາ​ບຊີວິດ​ຄວາມ​ເປັນ​ຢູ່​ຂອງ​ເດັກນ້ອຍ​ລາວ​ອາຍຸ​ຕໍ່າ​ ກວ່າ 5 ປີ​ນັ້ນ​ພັດ​ໄດ້​ຖືກ​ປັບ​ລົດ​ອັນ​ດັບໃຫ້​ຕໍ່າລົງ​ເລັກໜ້ອຍກໍ​ຄື​ຈາກ​ອັນ​ດັບ​ທີ 19 ​ໃນ​ປີ 2010 ມາ​ເປັນອັນ​ດັບ​ທີ 22 ຈາກ 44 ປະ​ເທດ​ດ້ອຍ​ພັດທະນາ​ດ້ວຍ​ກັນ ​ແລະໃນ​ອາຊີ​ດ້ວຍ​ກັນກໍ​ປະກົດ​ວ່າ​ ມີ​ພຽງກໍາປູ​ເຈຍ, ຕີ​ມໍ​ຕາ​ເວັນ​ອອກ ​ແລະ ​ເຢ​ເມນ​ເທົ່າ​ນັ້ນ​ທີ່​ມີ​ອັນ​ດັບ​ຕໍ່າ​ກວ່າ​ລາວ.

ສໍາ​ລັບ​ປັດ​ໃຈ​ທີ່​ອົງການ Save the Children ໃຊ້​ເປັນ​ເກນ​ໃນ​ການຈັດ​ອັນ​ດັບ​ປະ​ເທດ​ທີ່​ມີ​ການ​ພັດທະນາ​ປັບປຸງ​ລະດັບ​ ຄຸນ​ນະພາ​ບຊີວິດ​ຄວາມ​ເປັນ​ຢູ່​ຂອງ​ແມ່ ​ແລະເດັກດັ່ງກ່າວ​ນີ້ ກໍ​ຄື​ອັດຕາ​ສະ​ເລ່ຍອັດຕາ​ການ​ເສຍ​ຊີວິດ​ຂອງ​ເດັກນ້ອຍ​ທີ່​ອາຍຸ​ຕໍ່າ​ກວ່າ 5 ປີ ລະດັບ​ສະ​ເລ່ຍ ນໍ້າໜັກຮ່າງກາຍ​ຂອງ​ເດັກນ້ອຍ, ອັດຕາ​ສະ​ເລ່ຍ ການ​ເຂົ້າຮຽນຂອງ​ເດັກນ້ອຍ ຫຼື​ເຍົາວະ​ຊົນ​ທັງ​ໃນ​ລະດັບ​ອະນຸບານ-ປະຖົ​ມ-ມັດທະຍົມ ອັດຕາ​ສະ​ເລ່ຍຂອງ​ຄົວ​ເຮືອນ​ທີ່​ໄດ້​ຊົມ​ໃຊ້​ນໍ້າ​ສະ ອາດ, ອັດຕາ​ສະ​ເລ່ຍການ​ເສຍ​ຊີວິດ​ຂອງ​ແມ່ຍິງ​ຖືພາ ​ແລະອັດຕາ​ສະ​ເລ່ຍການ​ເຂົ້າ​ເຖິງ​ບໍ​ລິ​ການ​ດ້ານ​ສາທາລະນະ​ສຸກ​ເປັນ​ຕົ້ນ.

ການສະເຫລີມສະຫລອງວັນເດັກສາ ກົນຊຶ່ງເປັນວັນດຽວກັນກັບວັນເດັກ ແຫ່ງຊາດລາວ ໃນວັນທີ 1 ມິຖຸ ນາ, 2011 ທີ່ໂຮງຮຽນແຫ່ງນຶ່ງ
ການສະເຫລີມສະຫລອງວັນເດັກສາ ກົນຊຶ່ງເປັນວັນດຽວກັນກັບວັນເດັກ ແຫ່ງຊາດລາວ ໃນວັນທີ 1 ມິຖຸ ນາ, 2011 ທີ່ໂຮງຮຽນແຫ່ງນຶ່ງ

ທັງ​ນີ້ ​ໂດຍ​ອີງ​ຕາມ​ສະຖິຕິ​ຂອງກະຊວງ​ສາທາ​ລະນະ​ສຸກ​ຂອງ​ລາວ​ນັ້ນ ກໍ​ໄດ້​ລະບຸ​ວ່າ​ອັດຕາ​ສະ​ເລ່ຍການ​ເສຍ​ຊີ ວິດ​ຂອງ​ເດັກນ້ອຍ​ທີ່​ອາຍຸ​ຕໍ່າ​ກວ່າ 5 ປີ​ ກໍ​ຍັງສູງ​ເຖິງ 98 ຄົນ​ຕໍ່ 1,000 ຄົນ, ​ແລະອັດຕາ​ສະ​ເລ່ຍການ​ເສຍ​ຊີວິດ​ຂອງ​ແມ່ຍິງ​ໃນ​ຂະນະ​ຖືພາ​ນັ້ນ​ກໍ​ຍັງ​ສູງ​ເຖິງ 300 ຄົນ​ຕໍ່ 1 ​ແສນ​ຄົນ. ສ່ວນ​ອັດຕາ​ສະ​ເລ່ຍຂອງ​ການ​ເຂົ້າ ຮຽນລະດັບ​ອະນຸບານ​ກໍ​ຍັງ​ບໍ່​ເຖິງ 20% ຂອງ​ຈໍານວນ​ເດັກນ້ອຍ​ທີ່​ມີ​ອາຍຸ​ລະຫວ່າງ 3-5 ປີ, ​ແລະສໍາລັບ​ໃນ​ລະດັບ​ປະຖົ​ມນັ້ນ​ ເຖິງ​ແມ່ນ​ວ່າ​ຈະ​ມີ​ອັດຕາ​ສະ​ເລ່ຍການ​ເຂົ້າຮຽນ​ເຖິງ 94% ກໍ​ຕາມ, ຫາກ​ແຕ່​ວ່າ​ກໍ​ມີ​ເດັກນ້ອຍ​ທີ່​ໄດ້​ຮຽນຈົນ​ຈົບ​ລະດັບ​ປະຖົມພຽງ​ແຕ່​ບໍ່​ ເຖິງ 73% ​ເທົ່າ​ນັ້ນ. ​ໃນ​ຂະນະ​ດຽວ ກັນ​ກໍ​ປະກົດ​ວ່າ​ມີ​ເຍົາວະ​ຊົນ​ລາວ​ພຽງ​ແຕ່​ບໍ່​ເຖິງ 7% ທີ່​ມີ​ໂອກາດ​ໄດ້​ຮຽນຕໍ່​ໃນ​ລະດັບ​ມັດທະ ຍົ​ມປາຍ.

XS
SM
MD
LG