ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດວິສາຫະກິດໄຟຟ້າລາວ ອ້າງເຖິງບົດບາດຂອງຕົນ ໃນການຫຼຸດຜ່ອນຄວາມທຸກຈົນ ຂອງປະຊາຊົນລາວ


ການ​ຂະຫຍາຍ​ຕາໜ່າງ​ໄຟຟ້າ ຢູ່​ເຂດ​ຊົນນະບົດຊຶ່ງເປັນບ່ອນອາໃສຂອງປະຊາຊົນລາວ ໂດຍສ່ວນໃຫຍ່
ການ​ຂະຫຍາຍ​ຕາໜ່າງ​ໄຟຟ້າ ຢູ່​ເຂດ​ຊົນນະບົດຊຶ່ງເປັນບ່ອນອາໃສຂອງປະຊາຊົນລາວ ໂດຍສ່ວນໃຫຍ່

ຜູ້ອໍານວຍການບໍລິຫານລັດວິສາຫະກິດໄຟຟ້າລາວຢືນຢັນວ່າ ລັດວິສາຫະກິດໄຟຟ້າລາວ ມີບົດບາດຢ່າງສໍາຄັນໃນການຊ່ວຍຫຼຸດຜ່ອນບັນຫາຄວາມຍາກຈົນຂອງປະຊາຊົນລາວໃນທົ່ວປະເທດ.

ທ່ານຄຳມະນີ ອິນທິລາດ ຜູ້ອຳນວຍການບໍລິຫານ
ລັດວິສາຫະກິດໄຟຟ້າລາວ (EDL)​ ໄດ້​ຖະ​ແຫຼ​ງຢືນຢັນວ່າ ລັດວິສາຫະກິດໄຟຟ້າລາວ​ໄດ້​ປະ​ກອບສ່ວນ​ຢ່າງ​ສໍາຄັນ​ເຂົ້າ​ໃນ​ການ​ຕອບ​ສະໜອງຕໍ່​ແນວທາງນະ​ໂຍບາຍ​ຂອງ​ພັກ​ປະ
ຊາຊົນ​ປະຕິວັດ​ລາວ​ໃນ​ຕະຫຼອດ​ໄລຍະ 30 ປີ​ມາ​ນີ້ ​ໂດຍ​ສະ​ເພາະ​ແ​ມ່ນການ​ຂະຫຍາຍ​ແນວ​ສາຍ​ສົ່ງ​ກະ​ແສ​ໄຟ​ຟ້າ​ໄປ​ໃນພື້ນ​ທີ່​ຕ່າງໆ ​ແລະ ສາມາດ​ສະໜອງ​ການ​ຊົມ​ໃຊ້​ໄຟຟ້າ​ຂອງ​ປະຊາຊົນ​ລາວ​ໄດ້​ແລ້ວ​ເຖິງ 70% ຂອງ​ຈຳນວນ​ຄົວ​ເຮືອ​ນທັງ​ໝົດ​ໃນ​ປະ​ເທດ ນັ້ນ​ກໍ່​ຍັງ​ນັບ​ເປັນ​ປັດ​ໃຈ​ສຳຄັນ​ທີ່​ເຮັດ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ໃນ​ລາວ​ສາມາດ​ຜະລິດ​ສິນ​ຄ້າ​ຕ່າງໆ​ນັບ​ມື້ເພີ່ມ​ຫຼາຍ​ຂຶ້ນນັບ​ມື້.

ຕະຫລາດຂະໜາດນ້ອຍ ກໍຄືເສດຖະກິດລາວ ໃນເຂດຊົນນະບົດ
ຕະຫລາດຂະໜາດນ້ອຍ ກໍຄືເສດຖະກິດລາວ ໃນເຂດຊົນນະບົດ

ການ​ທີ່​ປະຊາຊົ​ນບັນດາ​ເຜົ່າ​ສາ
ມາດຜະລິດ​ສິນຄ້າ​ຕ່າງໆ​ໄດ້​
ຫຼາຍ​ຂຶ້ນ​ດັ່ງກ່າວ ກໍໝາຍ​ເຖິງ​
ການ​ມີ​ລາຍ​ໄດ້​ສູງ​ຂຶ້ນ​ສຳ​ລັບ
ນຳ​ໄປ​ໃຊ້​ຈ່າຍໃນ​ຄົວ​ເຮືອ​ນ
ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບ
ຊີວິດການ​ເປັນ​ຢູ່​ໃຫ້​ນັບ​ມື້​ດີ
ຂຶ້ນ​ດ້ວຍ​ເຊັ່ນ​ກັນ ​ເພາະສະ
ນັ້ນຈຶ່ງສາມາດ​ກ່າວ​ໄດ້​ວ່າ​
ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ​
ໄດ້​ປະກ​ອບສ່ວນ​ຢ່າງ​ສຳຄັນ​
ເຂົ້າ​ໃນ​ແນວທາງ​ນະ​ໂຍບາຍ
ຂອງ​ພັກ​ປະຊາຊົນ​ປະຕິວັດ
ລາວ​ທີ່​ມີ​ເປົ້າ​ໝາຍຈະ​ຫຼຸດຜ່ອນ
ແລະລົບ​ລ້າງ​ບັນຫາ​ຄວາມທຸກ​ຈົນ​ຂອງ​ປະຊາຊົນ​ລາວ​ໃຫ້​ໄດ້​ຢ່າງ​ແທ້​ຈິງ​ນັ້ນ​ເອງ ດັ່ງ​ທີ່​ທ່ານ
ຄຳ​ມະນີ ໄດ້​ເນັ້ນ​ຢ້ຳວ່າ:

ລັດວິສາຫະກິດໄຟຟ້າລາວ ໄດ້ຕັ້ງໜ້າເຂົ້າຮ່ວມ ຂະບວນການພັດທະນາຊົນນະ
ບົດ, ການສ້າງບ້ານ ແລະກຸ່ມບ້ານພັດທະນາ ແລະແກ້ ໄຂຄວາມທຸກຍາກຂອງ
ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ ຊຶ່ງໄຟຟ້າລາວໄດ້ປະກອບສ່ວນ
ອັນສຳຄັນອັນໄດ້ເຮັດໃຫ້ຈຳນວນຄອບຄົວທີ່ທຸກຍາກ ໃນທົ່ວປະເທດຫຼຸດລົງ
ຍັງເຫຼືອພຽງແຕ່ 20.4% ໃນປີນີ້.

ທ່ານຄຳມະນີ ອິນທິ ລາດຜູ້ອໍານວຍການບໍ ລິຫານລັດວິສາຫະກິດ ໄຟຟ້າລາວ (EDL)
ທ່ານຄຳມະນີ ອິນທິ ລາດຜູ້ອໍານວຍການບໍ ລິຫານລັດວິສາຫະກິດ ໄຟຟ້າລາວ (EDL)

ທ່ານຄໍາມະນີ ອິນທິລາດ ຜູ້ອຳນວຍການບໍລິຫານ
ລັດວິສາຫະກິດໄຟຟ້າລາວ (EDL) ​ໄດ້​ຖະ​ແຫລ​ງຢືນ
ຢັນ​ວ່າເປົ້າໝາຍສຳຄັນຂອງການພັດທະນາທາງດ້ານ
ພະລັງງານໄຟຟ້າຂອງລາວໃນໄລຍະ 10 ປີຕໍ່ໄປນີ້
ກໍຄືການເພິ່ມລະະດັບຄວາມອາດສາມາດຂອງ
EDL ທັງໃນດ້ານການຕອບສະໜອງຄວາມຕ້ອງການ
ຊົມໃຊ້ພະລັງງານໄຟຟ້າພາຍໃນແລະການເພິ່ມປະລິ
ມານການສົ່ງອອກກະແສໄຟຟ້າໄປຕ່າງປະເທດໃຫ້
ໄດ້ຫຼາຍຂຶ້ນ.
ສຳລັບການຕອບສະໜອງຄວາມຕ້ອງການຊົມໃຊ້ພະລະງານໄຟຟ້າຢູ່ພາຍໃນປະເທດນັ້ນ EDL ກໍໄດ້ວາງເປົ້າໝາຍທີ່ຈະຂະຫຍາຍແນວສາຍສົ່ງກະແສໄຟຟ້າໃຫ້ຄອບຄຸມເຖຶງ 80% ແລະ 90% ຂອງຈຳນວນຄົວເຮືອນຂອງປະຊາຊົນລາວທັງໝົດໃນປີ 2015 ແລະປີ 2020 ຕາມລຳດັບ.

ໃນປັດຈຸບັນນີ້ ຢູ່​ໃນ​ປະ​ເທດ​ລາວມີ​ເຂື່ອນທີ່ສ້າງ​ສໍາ​ເລັດ ​ແລະ​ກໍໄດ້ທໍາການຜະລິດກະແສໄຟ
ຟ້າແລ້ວຈຳນວນ​ທັງໝົດ 14 ​ໂຄງການ ຊຶ່ງມີ​ກຳລັງ​ຕິດຕັ້ງລວມກັນ 2,540 ​ເມ​ກາ​ວັດ
ແລະ ​ກໍ​ສາມາດ​ຜະຫລິດ​ກະ​ແສ​ໄຟຟ້າ​ໄດ້​ລວມກັນ​ຫລາຍ​ກວ່າ 11 ພັນ​ລ້ານ​ກິ​ໂລ​ວັດ​ໂມງ
ຕໍ່ປີ ຫລື​ເພີ້ມຂຶ້ນ​ຈາກ​ປີ 2005 ຄິດ​ເປັນ​ເຖິງ 3 ​ເທົ່າ​ຕົວ.

ນາຍຊ່າງກໍ່ສ້າງສໍາຫລວດເບິ່ງວຽກງານໃນເຂດເຂື່ອນ ນໍ້າເທີນ 2 ທີ່ນອນຢູ່ໃນຈໍານວນ 14 ໂຄງການ ທີ່ເລີ້ມທໍາການຜະລິດກະແສໄຟຟ້າແລ້ວໃນ ທ້າຍປີ 2010 (file photo).
ນາຍຊ່າງກໍ່ສ້າງສໍາຫລວດເບິ່ງວຽກງານໃນເຂດເຂື່ອນ ນໍ້າເທີນ 2 ທີ່ນອນຢູ່ໃນຈໍານວນ 14 ໂຄງການ ທີ່ເລີ້ມທໍາການຜະລິດກະແສໄຟຟ້າແລ້ວໃນ ທ້າຍປີ 2010 (file photo).

ແຕ່ຢ່າງໃດກໍຕາມໃນຈຳນວນ
14 ໂຄງການເຂື່ອນດັ່ງກວ່າ
ກໍ່ເປັນເຂື່ອນທີ່ຢູ່ພາຍໃຕ້ການ
ດູແລແລະຄູ້ມຄອງຂອງ EDL
ຈໍານວນ 9 ໂຄງການຊຶ່ງມີ
ກໍາລັງຕິດຕັ້ງຮວມກັນພຽງ
ແຕ່ 385 ເມກາວັດ ແລະ
ກໍສາມາດຜະລິດກະແສໄຟ
ຟ້າໄດ້ຮວມກັນໃນປະລິມານ
ບໍ່ເກີນ 1,800 ລ້ານກິໂລວັດ
ໂມງຕໍ່ປີ ແລະໃນນີ້ກໍເປັນກະ
ແສໄຟຟ້າທີ່ຕອບສະໜອງ
ໃຫ້ການຊົມໃຊ້ພາຍໃນປະ
ເທດໃນປະລິມານລວມ
1,400 ລ້ານກິໂລວັດໂມງຕໍ່ປີຊຶ່ງກໍໝາຍຄວາມວ່າ EDL ມີພະລັງງານໄຟຟ້າອອກໄປຕ່າງ ປະເທດພຽງແຕ່ບໍ່ເກິນ400ລ້ານກິໂລວັດໂມງຕໍ່ປີເທົ່ານັ້ນ.

ສ່ວນອີກ 5 ໂຄງການທີ່ບໍ່ໄດ້ຢູ່ໃນການຄຸມຄອງຂອງ EDL ນັ້ນເປັນການລົງທຶນຂອງຕ່າງ ປະເທດຊຶ່ງມີກໍາລັງຕິດຕັ້ງລວມກັນເຖິງ 2,157 ເມກາວັດ ທີ່ສາມາດຜະລິດກະແສໄຟຟ້າ ໄດ້ໃນປະລິມານລວມກັນຫຼາຍກວ່າ 9,200 ລ້ານກິໂລວັດໂມງຕໍ່ປີ ແຕ່ເນື່ອງຈາກວ່າ ເຂື່ອນ ທີ່ເປັນການລົງທຶນຂອງຕ່າງປະເທດໃນລາວນັ້ນມີເປົ້າໝາຍເພື່ອການສົ່ງອອກພະລັງງານ
ໄຟຟ້າໄປຕ່າງປະເທດເປັນດ້ານຫຼັກ.

ກ່ຽວຂ້ອງກັນ

XS
SM
MD
LG