ທ່ານ ສົມຄິດ ວຽງສະຫວັນ
ຫົວໜ້າຫ້ອງການກະຊວງພະ
ລັງງານແລະບໍ່ແຮ່ ຖະແຫຼງຢືນ
ຢັນວ່າ ທາງການລາວຈະສືບຕໍ່
ດໍາເນີນໂຄງການກໍ່ສ້າງເຂື່ອນໄຊ
ຍະບູລີເທິງແມ່ນໍ້າຂອງ ຢ່າງແນ່
ນອນ ຖ້າຫາກວ່າໂຄງການດັ່ງ
ກ່າວໄດ້ຜ່ານການຕົກລົງຈາກ
ບັນດາປະເທດສະມາຊິກໃນຄະນະກໍາມາທິການແມ່ນໍ້າຂອງ ຫຼື MRC ດ້ວຍກັນ ຢ່າງເປັນ
ເອກະສັນແລ້ວ.
ໄລຍະປັດຈຸບັນນີ້ ທາງການລັດຖະບານລາວກໍໄດ້ມີມະຕິຄໍາສັ່ງ ໃຫ້ຜູ້ລົງທຶນໃນໂຄງການ
ກໍຄືກຸ່ມບໍລິສັດ ຊໍ ການຊ່າງ ຈາກປະເທດໄທນັ້ນ ໃຫ້ດໍາເນີນການສັນຫາຜູ້ຊ່ຽວຊານຈາກ
ຕ່າງປະເທດ ເພື່ອໃຫ້ເຂົ້າມາຮັບຜິດຊອບໃນການສຶກສາວິໄຈ ກ່ຽວກັບການປ້ອງກັນບັນຫາ
ຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດຈາກການກໍ່ສ້າງເຂື່ອນດັ່ງກ່າວນີ້ ໃຫ້ໄດ້ມາດຕະຖານ
ສາກົນ ແລະເປັນທີ່ຍອມຮັບຂອງປະເທດສະມາຊິກໃນ MRC ດ້ວຍກັນຢ່າງແທ້ຈິງ ດັ່ງທີ່
ທ່ານ ສົມຄິດ ໄດ້ໃຫ້ການຢືນຢັນວ່າ:
“ມາຮອດປະຈຸບັນນີ້ ມີແຈ້ງ
ການຂອງລັດຖະບານອອກ
ມາວ່າ ໃຫ້ໄປຊອກຜູ້ຊ່ຽວ
ຊານທີ່ມີຄວາມສາມາດໂດຍ
ສະເພາະແມ່ນໃຫ້ປະເມີນ
ຄືນກ່ຽວກັບບັນຫາສະພາບ
ແວດລ້ອມ ຖືວ່າເຂື່ອນໄຊ
ຍະບູລີນີ້ ເຮົາຍັງຈະສືບຕໍ່ຢູ່
ຖ້າວ່າທຸກຢ່າງກ່ຽວກັບເລື່ອງ
ຂໍ້ມູນຫັ້ນມັນມີຄວາມຊັດເຈນ
ແລ້ວ ແມ່ນລັດຖະບານອະນຸ
ຍາດໃຫ້ເຊັນສັນຍາສໍາລັບ
ການກໍ່ສ້າງ.”
ກ່ອນໜ້ານີ້ ທ່ານທອງສິງ ທໍາ
ມະວົງ ນາຍົກລັດຖະມົນຕີລາວ
ໄດ້ໃຫ້ການຢືນຢັນ ກັບທ່ານ
ຫງວຽນຕັນຢຸ໊ງ, ນາຍົກລັດຖະ
ມົນຕີຫວຽດນາມໃນລະຫວ່າງ
ທີ່ຜູ້ນໍາລັດຖະບານຂອງທັງສອງ
ປະເທດ ໄດ້ພົບປະເຈລະຈາກັນໃນໂອກາດກອງປະຊຸມສຸດຍອດຜູ້ນໍາອາເຊຍຄັ້ງທີ 18 ທີ່ກຸງ
ຈາກາຕາ ປະເທດອິນໂດເນເຊຍ ເມື່ອເດືອນພຶດສະພາທີ່ຜ່ານມາວ່າ ລັດຖະບານລາວໄດ້ຕັດ
ສິນໃຈໃຫ້ມີການເລື່ອນແຜນການກໍ່ສ້າງເຂື່ອນໄຊຍະບູລີ ເທິງແມ່ນໍ້າຂອງ ອອກໄປຢ່າງບໍ່ມີ ກໍານົດ.
ເຖິງແມ່ນວ່ານາຍົກລັດຖະມົນຕີລາວຈະບໍ່ໄດ້ໃຫ້ເຫດຜົນປະກອບການຕັດສິນໃຈດັ່ງກ່າວກໍ
ຕາມ ແຕ່ກໍ່ເປັນທີ່ຮັບຮູ້ກັນໂດຍທົ່ວໄປແລ້ວວ່າ ໂຄງການເຂື່ອນໄຊຍະບຸລີໄດ້ຖືກຄັດຄ້ານ
ຢ່າງກວ້າງຂວາງ ຈາກເຄືອຂ່າຍປະຊາຊົນໄທເພື່ອການອານຸລັກຊັບພະຍາກອນທໍາມະຊາດ
ໃນເຂດລຸ່ມແມ່ນໍ້າຂອງ. ໃນໂອກາດກອງປະຊຸມສຸດຍອດອາຊຽນຄັ້ງຫລ້າສຸດນີ້ ເຄືອຂ່າຍປະ
ຊາຊົນດັ່ງກ່າວ ກໍຍັງໄດ້ສະແດງການຄັດຄ້ານໂຄງການກໍ່ສ້າງເຂື່ອນໄຊຍະບູລີຕໍ່ບັນດາຜູ້ນໍາ
ລັດຖະບານອາຊຽນອີກດ້ວຍ.
ການສະແດງການຄັດຄ້ານຕໍ່ໂຄງການກໍ່
ສ້າງເຂື່ອນໄຊຍະບູລີດັ່ງກ່າວນີ້ ຖືເປັນ
ການຍົກລະດັບການເຄື່ອນໄຫວຈາກຂົງ
ເຂດລຸ່ມແມ່ນໍ້າຂອງໄປສູ່ລະດັບພູມີພາກ
ເອເຊຍຕາເວັນອອກສຽງໃຕ້ ຢ່າງເປັນຮູບ
ປະທໍາເປັນຄັ້ງທໍາອິດ ເພາະວ່າກ່ອນໜ້ານີ້
ເຄືອຂ່າຍປະຊາຊົນໄທຈາກ 8 ຈັງຫວັດທີ່
ຢູ່ລຽບຝັ່ງແມ່ນໍ້າຂອງກໍໄດ້ຍື່ນໜັງສືສະເໜີ
ໃຫ້ເລື່ອນການກໍ່ສ້າງອອກໄປເປັນເວລາ10
ປີ ເພື່ອທໍາການສຶກສາກ່ຽວກັບການປ້ອງ
ກັນບັນຫາຜົນກະທົບຕໍ່ສິ່ງແວດລ້ອມທໍາ
ມະຊາດແລະສັງຄົມຢ່າງລະອຽດຮອບຄອບ ເສຍກ່ອນ.
ຍິ່ງໄປກວ່ານັ້ນ ເມື່ອປະກອບກັບການທີ່ທາງ
ການກໍາປູເຈຍ ແລະຫວຽດນາມໃນຖານະທີ່
ເປັນປະເທດສະມາຊິກ MRC ຄືກັນກັບ
ລາວແລະໄທນັ້ນ ຕ່າງກໍໄດ້ສະແດງການຄັດ
ຄ້ານຕໍ່ໂຄງການກໍ່ສ້າງເຂື່ອນໄຊຍະບູລີອີກດ້ວຍເຊັ່ນກັນ ຈຶ່ງເປັນທີ່ມາຂອງການຕັດສິນໃຈ
ເລື່ອນແຜນການກໍ່ສ້າງເຂື່ອນດັ່ງກ່າວ.
ແຕ່ຢ່າງໃດກໍຕາມ ທາງການລາວ ແລະກຸ່ມບໍລິສັດ ຊໍ ການຊ່າງ ກໍຍັງຈະທໍາການສຶກສາ ຄວາມເປັນໄປໄດ້ຂອງໂຄງການຕໍ່ໄປ ຈົນກວ່າຈະເປັນທີ່ຍອມຮັບຂອງປະເທດສະມາຊິກໃນ MRC
ໂຄງການເຂື່ອນໄຊຍະບູລີຈະເປັນການລົງທຶນຮ່ວມກັນລະຫວ່າງລັດຖະບານລາວກັບກຸ່ມ
ບໍລິສັດ ຊໍ ການຊ່າງ ຈາກປະເທດໄທ ໃນສັດສ່ວນ 20% ຕໍ່ 80% ຕາມລໍາດັບຂອງມູນ
ຄ່າລົງທຶນຮວມ 3,500 ລ້ານໂດລາ ໂດຍເຂື່ອນດັ່ງກ່າວຈະສາມາດຜະລິດພະລັງງານໄຟ
ຟ້າໄດ້ເຖິງ 1,280 MW ຊຶ່ງສ່ວນໃຫຍ່ຈະສົ່ງຂາຍໃຫ້ກັບໄທ ນັບຈາກປີ 2019 ເປັນຕົ້ນ
ໄປ ຫາກແຕ່ວ່າ ເມື່ອຕ້ອງເລື່ອນແຜນການກໍ່ສ້າງດັງກ່າວແລ້ວນັ້ນ ຈຶ່ງເຮັດໃຫ້ຕ້ອງເລື່ອນ
ເປົ້າໝາຍການຂາຍໄຟຟ້າໃຫ້ກັບໄທ ອອກໄປອີກດ້ວຍເຊັ່ນກັນ.