ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຢືນຢັນວ່າ ການສ້າງເຂື່ອນໄຊຍະບູລີ ຈະສົ່ງຜົນດີໃນຫລາຍດ້ານ


ການກໍ່ສ້າງຫົນທາງໄປສູ່ບໍລິເວນສ້າງເຂື່ອນໄຊຍະບູລີ ໄດ້ເລີ້ມມີການ ບຸກເບີກໄປ ສ່ວນໃດສ່ວນນຶ່ງແລ້ວ.
ການກໍ່ສ້າງຫົນທາງໄປສູ່ບໍລິເວນສ້າງເຂື່ອນໄຊຍະບູລີ ໄດ້ເລີ້ມມີການ ບຸກເບີກໄປ ສ່ວນໃດສ່ວນນຶ່ງແລ້ວ.

ເຈົ້າໜ້າທີ່ຂັ້ນສູງຂອງລາວຢືນຢັນວ່າ ການສ້າງເຂື່ອນໄຊຍະບູລີຈະສົ່ງຜົນດີທັງຕໍ່ເສດຖະ ກິດ,​ ສັງຄົມ ແລະ ສະພາບແວດລ້ອມທຳມະຊາດໃນລຸ່ມນ້ຳ, ໂດຍສະເພາະແມ່ນໃນລາວ ແລະໄທ.

ທ່ານ ສົມຄິດ ວຽງສະຫວັນ,
ຫົວໜ້າຫ້ອງການກະຊວງພະ
ລັງງານ ແລະບໍ່ແຮ່ ຖະແຫຼງ
ຢືນຢັນວ່າ ການສືບຕໍ່ດໍາເນີນ
ໂຄງການກໍ່ສ້າງເຂື່ອນໄຊຍະ
ບູລີເທິງແນວແມ່ນໍ້າຂອງໃນ
ເຂດແຂວງໄຊຍະບູລີນັ້ນ ຈະ
ສົ່ງຜົນໃນດ້ານບວກຫຼາຍກວ່າ
ຜົນໃນດ້ານລົບຢ່າງແນ່ນອນ
ຊຶ່ງກໍຄືການມີພະລັງງານໄຟ
ຟ້າສໍາລັບຕອບສະໜອງການຊົມໃຊ້ທັ້ງໃນລາວ ແລະ ໄທໄດ້ເພີ່ມຂຶ້ນ ອັນໝາຍເຖິງຜົນ ປະໂຫຍດທີ່ຈະເພີ່ມຂຶ້ນໃນທາງດ້ານເສດຖະກິດທັງໃນລາວ ແລະໄທນັ້ນເອງ.

ຄລິກບ່ອນລູກສອນ ເພື່ອຟັງລາຍງານ

ສ່ວນໃນກໍລະນີທີ່ຫຼາຍໆ ພາກສ່ວນມີຄວາມກັງວົນໃຈວ່າ ໂຄງການເຂື່ອນໄຊຍະບູລີຈະ
ສົ່ງຜົນກະທົບຕໍ່ສະພາບແວດລ້ອມທໍາມະຊາດໃນແມ່ນໍ້າຂອງນັ້ນ ຈາກການສຶກສາສໍາ
ຫຼວດ ແລະວິໄຈໃນໄລຍະທີ່ຜ່ານມາກໍພົບວ່າ ການທີ່ໂຄງການເຂື່ອນໄຊຍະບູລີ ຈະມີການ ຕັນນໍ້າສ່ວນນຶ່ງໄວ້ສໍາລັບຕອບສະໜອງພື້ນທີ່ການກະເສດທັງ ໃນລາວ ແລະໄທນັ້ນ ຍັງຈະ ສົ່ງຜົນດີຕໍ່ສະພາບແວດລ້ອມທໍາມະຊາດອີກດ້ວຍ ດັ່ງທ່ານ ສົມຄິດ ໄດ້ຖະແຫຼງຊີ້ແຈງ
ໃນຕອນນຶ່ງວ່າ:

ແຜນທີ່ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີໃນແມ່ນໍ້າຂອງ ທີ່ລາວ
ແຜນທີ່ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີໃນແມ່ນໍ້າຂອງ ທີ່ລາວ

“ພວກເຮົາຕີລາຄາວ່າ ການ
ສ້າງເຂື່ອນໄຊຍະບູລີນີ້ ເປັນ
ຈຸດໜຶ່ງ ທີ່ຈະນໍາຜົນປະ
ໂຫຍດຫຼາຍກວ
າຜົນເສຍຫາຍ
ອັນ
ນຶ່ະແມ່ນພວກເຮົາມີກະ
ແສໄຟຟ້າ, ອັນສອງ
ະແມ່ນ
ພວກເຮົາຈະຕັນນໍ້າເພື່ອໃຫ້
ນໍ້າຫັ
ນມັນຖວມສະໝໍ່າສະເໝີ
ເຮັດໃຫ້ທໍາມະຊາດມີຄວາມ
ຊຸ່ມຊື່ນ ຄຽງຄູ່ກັນນັ້ນກະແມ່ນ
ທັງເສດຖະກິດເບື້ອງລາວ,
ເບື
ອງໄທຫັນ ກະສິໄດ້ຮັບ
ການພັດທະນາໃຫ້ດີຂຶ້ນ
ເພາະວ່າ ໂຕກະແສໄຟຟ້ານີ້
ພວກເຮົາຈໍາໜ່າຍໄປໄທເດ້"
.


ຊຶ່ງດ້ວຍຜົນປະໂຫຍດໃນດ້ານ
ບວກດັ່ງກ່າວ ຈຶ່ງເຮັດໃຫ້ທາງ
ການລາວ ຢືນຢັນທີ່ຈະສືບຕໍ່
ໂຄງການເຂື່ອນໄຊຍະບູລີຢ່າງແນ່ນອນ ຫຼື ໃນທັນທີທີ່ໂຄງການດັ່ງກ່າວໄດ້ຜ່ານການເຫັນ ດີຈາກບັນດາປະເທດສະມາຊິກໃນຄະ ນະກຳມາທິການແມ່ນໍ້າຂອງ (MRC) ດ້ວຍກັນ
ກໍຄືທັງປະເທດໄທ,​ ກໍາປູເຈຍ ແລະຫວຽດນາມຢ່າງເປັນເອກະສັນແລ້ວ.

ພິທີເຊັນສັນຍາສ້າງເຂື່ອນໄຟຟ້າພະລັງນໍ້າໄຊຍະບູລື
ພິທີເຊັນສັນຍາສ້າງເຂື່ອນໄຟຟ້າພະລັງນໍ້າໄຊຍະບູລື

ໃນໄລຍະປະຈຸບັນນີ້ ທາງການ
ລັດຖະບານລາວກໍໄດ້ມີມະຕິຄໍາ
ສັ່ງໃຫ້ຜູ້ລົງທຶນໃນໂຄງການ
ກໍຄືກຸ່ມບໍລິສັດ ຊ.ການຊ່າງ
ຈາກປະເທດໄທນັ້ນ ໃຫ້ດໍາ
ເນີນການສັນຫາຜູ້ຊ່ຽວຊານ
ຕ່າງປະເທດ ເພື່ອໃຫ້ເຂົ້າມາ
ຮັບຜິດຊອບ ໃນການສຶກສາ
ວິໄຈກ່ຽວກັບການປ້ອງກັນບັນຫາຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດຈາກການກໍ່ສ້າງ
ເຂື່ອນດັ່ງກ່າວນີ້ຢ່າງໄດ້ຖືກຕ້ອງກັບມາດຕະການສາກົນ ແລະເປັນທີ່ຍອມຮັບຂອງປະ
ເທດສະມາຊິກໃນ MRC ດ້ວຍກັນຢ່າງແທ້ຈິງ.

ກ່ອນໜ້ານີ້ ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວໄດ້ໃຫ້ການຢືນຢັນ ກັບ
ທ່ານຫງວຽນຕັນຢຸ໊ງ, ນາຍົກລັດຖະມົນຕີຫວຽດນາມ ໃນລະຫວ່າງທີ່ຜູ້ນໍາລັດຖະບານ
ຂອງທັງສອງປະເທດ ໄດ້ພົບປະເຈລະຈາກັນໃນໂອກາດກອງປະຊຸມສຸດຍອດຜູ້ນໍາອາເຊຍ
ຄັ້ງທີ 18 ທີ່ກຸງຈາກາຕາ ປະເທດອິນໂດເນເຊຍ ​ເມື່ອ​ເດືອນພຶ​ດສະພາທີ່ຜ່ານມາ ວ່າ ລັດ
ຖະບານລາວໄດ້ຕັດສິນໃຈໃຫ້ມີການເລື່ອນແຜນການກໍ່ສ້າງເຂື່ອນໄຊຍະບູລີ ເທິງແມ່ນໍ້າ
ຂອງ ອອກໄປຢ່າງ​ບໍ່ມີກໍານົດ.

ເຖິງແມ່ນວ່ານາຍົກລັດຖະມົນຕີລາວຈະບໍ່ໄດ້ໃຫ້ເຫດຜົນປະກອບການຕັດສິນໃຈດັ່ງກ່າວ
ກໍຕາມ ແຕ່ກໍ່ເປັນທີ່ຮັບຮູ້ກັນໂດຍທົ່ວໄປແລ້ວວ່າ ໂຄງການເຂື່ອນໄຊຍະບຸລີໄດ້ຖືກຄັດຄ້ານ
ຢ່າງກວ້າງຂວາງ ຈາກເຄືອຂ່າຍປະຊາຊົນໄທ​ເພື່ອ​ການ​ອານຸລັກຊັບພະຍາກອນ​ທໍາມະ​ຊາດ
ໃນເຂດ​ລຸ່ມ​ແມ່​ນໍ້າຂອງ. ໃນ​ໂອ​ກາດກອງ​ປະຊຸມ​ສຸດ​ຍອດອາຊຽນຄັ້ງຫລ້າ​ສຸດ​ນີ້ ເຄືອຂ່າຍປະ
ຊາຊົນດັ່ງກ່າວ​ ກໍ​ຍັງໄດ້​ສະແດງການຄັດຄ້ານໂຄງການກໍ່ສ້າງເຂື່ອນໄຊຍະບູລີຕໍ່ບັນດາຜູ້ນໍາ
​ລັດຖະບານອາຊຽນອີກ​ດ້ວຍ.

ກຸ່ມອານຸລັກສິ່ງແວດລ້ອມໄທສະແດງການຄັດຄ້ານຕໍ່ການສ້າງ ເຂື່ອນໄຊຍະບູລີໃສ່ແມ່ນໍ້າຂອງໃນເຂດຂອງລາວ ໃນເດືອນເມສາ 2011 ທີ່ສະຖານທູດລາວ ທີ່ບາງກອກ
ກຸ່ມອານຸລັກສິ່ງແວດລ້ອມໄທສະແດງການຄັດຄ້ານຕໍ່ການສ້າງ ເຂື່ອນໄຊຍະບູລີໃສ່ແມ່ນໍ້າຂອງໃນເຂດຂອງລາວ ໃນເດືອນເມສາ 2011 ທີ່ສະຖານທູດລາວ ທີ່ບາງກອກ

ຍິ່ງໄປກວ່ານັ້ນ ການສະແດງ
ການຄັດຄ້ານຕໍ່ໂຄງການກໍ່
ສ້າງເຂື່ອນໄຊຍະບູລີດັ່ງກ່າວ
​ນີ້ ຖື​ເປັນ​ການ​ຍົກລະດັບການ
​ເຄື່ອນ​ໄຫວຈາກ​ຂົງ​ເຂດ​ລຸ່ມ​ແມ່
ນໍ້າຂອງ​ໄປ​ສູ່​ລະດັບ​ພູມີພາກ
​ເອ​ເຊຍ​ຕາ​ເວັນອອກສຽງໃຕ້
​ຢ່າງ​ເປັນ​ຮູບ​ປະ​ທໍາ​ເປັນຄັ້ງ
ທໍາອິດ ​ເພາະວ່າກ່ອນໜ້ານີ້
ເຄືອຂ່າຍປະຊາຊົນໄທຈາກ
8 ຈັງຫວັດ​ທີ່ຢູ່​ລຽບຝັ່ງ​ແມ່​ນໍ້າ
ຂອງກໍ​ໄດ້ຍື່ນໜັງສືສະ​ເໜີ​ໃຫ້
​ເລື່ອນການກໍ່ສ້າງ​ອອກໄປ
​ເປັນ​ເວລາ10 ປີ ​ເພື່ອທໍາການສຶກສາກ່ຽວກັບການປ້ອງກັນບັນຫາຜົນກະທົບຕໍ່ສິ່ງແວດລ້ອມ
ທໍາມະຊາດ​ ແລະສັງຄົມຢ່າງ​ລະອຽດຮອບ​ຄອບເສຍ​ກ່ອນ.

XS
SM
MD
LG