ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວເດີນໜ້າ ກ່ຽວກັບໂຄງການ ສ້າງເຂື່ອນໄຊຍະບູລີ


ຊາວປະມົງກຳປູເຈຍຄົນນຶ່ງ ພວມຫວ່ານແຫຢູ່ໃນແມ່ນໍ້າຂອງ ໃກ້ໆນະຄອນຫຼວງພະນົມເປັນ
ຊາວປະມົງກຳປູເຈຍຄົນນຶ່ງ ພວມຫວ່ານແຫຢູ່ໃນແມ່ນໍ້າຂອງ ໃກ້ໆນະຄອນຫຼວງພະນົມເປັນ

ກຸ່ມປົກປ້ອງສະພາບແວດລ້ອມກຸ່ມນຶ່ງກ່າວວ່າ ເປັນທີ່ປາກົດວ່າລາວໄດ້ມີການຕົກລົງໃຈແລ້ວ
ທີ່ຈະສ້າງເຂື່ອນ ມູນຄ່າຫຼາຍພັນລ້ານໂດລາໃສ່ລຳແມ່ນໍ້າຂອງ ທັງໆທີ່ບັນດາປະເທດເພື່ອນ
ບ້ານມີຄວາມວິຕົກກັງວົນກ່ຽວກັບຜົນກະທົບຂອງໂຄງການດັ່ງກ່າວຕໍ່ເສດຖະກິດແລະສະພາບ
ແວດລ້ອມ.

ອົງການແມ່ນໍ້າສາກົນທີ່ມີສຳນັກງານຕັ້ງຢູ່ສະຫະລັດກ່າວວ່າ ຕົນໄດ້ເຫັນຈົດໝາຍສະບັບນຶ່ງ
ທີ່ສົ່ງໃນຕົ້ນເດືອນນີ້ຈາກກະຊວງພະລັງງານຂອງລາວໄປຫາບໍລິສັດກໍ່ສ້າງເຂື່ອນໄຊຍະບູລີ ທີ່ມີສຳນັກງານຢູ່ປະເທດໄທທີ່ກ່າວວ່າຄະນະກຳມາທິການແມ່ນໍ້າຂອງສາກົນຫຼື MRC ທີ່ມີ
ສະມາຊິກ 4 ປະເທດ ໄດ້ສຳເລັດເສັດສິ້ນຂັ້ນຕອນການຕັດສິນໃຈກ່ຽວກັບໂຄງການດັ່ງກ່າວ
ນີ້ແລ້ວ. ບໍ່ໄດ້ມີການປະກາດໃຫ້ປະຊາຊົນຊາບ ຢ່າງເປັນທາງການແຕ່ປະການໃດ ກ່ຽວກັບ
ການຕັດສິນໃຈທີ່ວ່ານີ້.

MRC ທີ່ມີສະມາຊິກປະກອບດ້ວຍກຳປູເຈຍ ຫວຽດນາມ ໄທແລະ ສປປ ລາວນັ້ນໄດ້ຮ້ອງ
ຂໍໃນເດືອນເມສາຜ່ານມາເພື່ອຢາກໄດ້ຂໍ້ມູນເພີ່ມຕື່ມກ່ຽວກັບໂຄງການດັ່ງກ່າວແລະໄດ້ເລື່ອນ
ເວລາໃນການຕັດສິນກ່ຽວກັບວ່າຈະໃຫ້ການອະນຸມັດຕໍ່ໂຄງການນີ້ຫຼືບໍ່ໄປໃສ່ກອງປະຊຸມລະ
ດັບລັດຖະມົນຕີໃນທ້າຍປີນີ້. ລາວໄດ້ປະກາດໃນເດືອນພຶດສະພາຜ່ານມາວ່າ ຕົນຈະທຳການ
ສຶກສາເພີ່ມຕື່ມກ່ຽວກັບຜົນກະທົບຂອງເຂື່ອນດັ່ງກ່າວນີ້.

ໂດຍສະເພາະແລ້ວຫວຽດນາມໄດ້ສະແດງການຄັດຄ້ານຢ່າງເປັນການເປີດເຜີຍ ຕໍ່ໂຄງການ
ສ້າງເຂື່ອນໄຊຍະບູລີໂດຍໄດ້ຮ້ອງຂໍໃຫ້ເລື່ອນເວລາໃນການກໍ່ສ້າງອອກໄປເປັນເວລາ 10 ປີ
ເພື່ອອຳນວຍໃຫ້ ມີການສຶກສາເພີ່ມຕື່ມ. ແຕ່ການຕັດສິນໃຈຂອງຄະນະກຳມາທິການແມ່ນໍ້າ
ຂອງສາກົນ ເປັນການຕັດສິນໃຈທີ່ບໍ່ມີຜົນບັງຄັບ ໝາຍຄວາມວ່າລາວສາມາດດຳເນີນການ
ຕໍ່ໄປໄດ້ກ່ຽວກັບໂຄງການສ້າງເຂື່ອນໄຊຍະບູລີທີ່ມີມູນຄ່າ 3,500 ລ້ານໂດລາຖ້າລາວຫາກ
ຕັດໃຈເລືອກແບບນີ້.

ລາວຄາດວ່າຈະໄດ້ຮັບຜົນປະໂຫຍດທາງດ້ານເສດຖະກິດຢ່າງຫຼວງຫຼາຍຈາກການຂາຍໄຟ
ຟ້າສ່ວນໃຫຍ່ທີ່ເຂື່ອນໄຊຍະບູລີຜະລິດໄດ້ 1,260 ເມກາວັດໃຫ້ແກ່ປະເທດໄທ. ແຕ່ຫວຽດ ນາມແລະກຳປູເຈຍພ້ອມໆກັບບັນດາກຸ່ມປົກປ້ອງສະ ພາບແວດລ້ອມ ມີຄວາມເປັນຫ່ວງກັງ
ວົນວ່າ ເຂື່ອນໄຊຍະບູລີຈະລົບກວນເສັ້ນ ທາງຂຶ້ນລ່ອງຂອງປາ ຊຶ່ງຈະມີຜົນສະທ້ອນຕໍ່ຊີວິດ ການເປັນຢູ່ຂອງປະຊາຊົນຈຳນວນຫຼາຍໆລ້ານຄົນທີ່ກາງຕໍ່ອາໄສແມ່ນໍ້າຂອງເປັນບ່ອນທຳມາ
ຫາກິນນັ້ນ.

XS
SM
MD
LG