ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະບານລາວຍອມເລື່ອນ ການກໍ່ສ້າງ ເຂື່ອນໄຊຍະບູລີ


ຊາວປະມົງຜູ້ນຶ່ງ ກໍາລັງຫາປາຢູ່ບໍລິເວນທີ່ຈະກໍ່ສ້າງເຂື່ອນໄຊຍະບູລີ ໃນພາກເໜືອຂອງເຂດປະເທດລາວ (File)
ຊາວປະມົງຜູ້ນຶ່ງ ກໍາລັງຫາປາຢູ່ບໍລິເວນທີ່ຈະກໍ່ສ້າງເຂື່ອນໄຊຍະບູລີ ໃນພາກເໜືອຂອງເຂດປະເທດລາວ (File)

ລັດຖະບານລາວໄດ້ຍອມເລື່ອນແຜນການກໍ່ສ້າງເຂື່ອນໄຊຍະບູລີເທິງແນວແມ່ນໍ້າຂອງ ອອກໄປຕາມການຮຽກຮ້ອງຂອງ ທາງການຫວຽດນາມ ແລະເຄື່ອຂ່າຍອານຸລັກທໍາ ມະຊາດໃນ​ເຂດລຸ່ມແມ່ນໍ້າຂອງ.

ສໍານັກຂ່າວ Vietnam Express ລາຍງານວ່າ
ທ່ານທອງສິງ ທໍາມະວົງ ນາຍລັດຖະມົນຕີລາວໄດ້ໃຫ້ການ
ຢືນຢັນກັບ ທ່ານຫຽນ ເຕີ່ນ ຢຸ໊ງ, ນາຍລັດຖະມົນຕີຫວຽດນາມ ໃນລະຫວ່າງທີ່ຜູ້ນໍາ
ລັດຖະບານ ຂອງທັງສອງປະເທດໄດ້ພົບປະເຈລະຈາກັນໃນໂອກາດກອງປະຊຸມສຸດຍອດ
ຜູ້ນໍາອາເຊຍຄັ້ງທີ 18 ຢູ່ກຸງຈາກາຕ້າ ປະເທດອິນໂດນີເຊຍ ໃນສັບປະດາ ທີ່ຜ່ານມາວ່າ ລັດຖະບານລາວໄດ້ຕັດສິດໃຈໃຫ້ມີການເລື່ອນແຜນການກໍ່ສ້າງເຂື່ອນໄຊຍະບູລີເທິງແນວ
ແມ່ນໍ້າຂອງອອກ ໄປແລ້ວໃນຂະນະນີ້.

ເຖິງແມ່ວ່ານາຍລັດຖະມົນຕີລາວຈະບໍ່ໄດ້ໃຫ້ເຫດຜົນປະກອບການຕັດສິນໃຈດັງກ່າວກໍ່ຕາມ ຫາກແຕ່ກໍ່ເປັນທີ່ຮັບຮູ້ກັນໂດຍທົ່ວໄປແລ້ວວ່າໂຄງການເຂື່ອນໄຊຍະບຸລີໄດ້ຖືກຄັດຄ້ານຢ່າງ
ກວ້າງຂວາງຈາກເຄືອຂ່າຍປະຊາຊົນໄທ ​ເພື່ອ​ການ​ອານຸລັກຊັບພະຍາກອນ​ທຳ​ມະ​ຊາດ​ໃນ
ເຂດ​ລຸ່ມ​ແມ່​ນໍ້າຂອງໃນ​ໂອ​ກາດກອງ​ປະຊຸມ​ສຸດ​ຍອດອາຊຽນ​ທີ່​ໄດ້​ຈັດ​ຂຶ້ນ​ໃນ​ໂອ​ກາດດຽວກັນ
ກັບກອງ​ປະຊຸມ​ສຸດ​ຍອດອາຊຽນຄັ້ງຫລ້າ​ສຸດ​ນີ້. ເຄືອຂ່າຍປະຊາຊົນດັ່ງກ່າວ​ກໍ​ຍັງໄດ້​ສະແດງ
ການຄັດຄ້ານໂຄງການກໍ່ສ້າງເຂື່ອນໄຊຍະບູລີຕໍ່ບັນດາຜູ້ນຳ​ລັດຖະບານອາຊຽນອີກ​ດ້ວຍ.

ເຄືອຂ່າຍປະຊາຊົນໄທເພື່ອການອານຸລັກທໍາມະຊາດ ໃນເຂດລຸ່ມແມ່ນໍ້າຂອງສະແດງການຄັດຄ້ານໂຄງ ການກໍ່ສ້າງເຂື່ອນໄຊຍະບູລີຕໍ່ກອງປະຊຸມສຸດຍອດ ຂອງຜູ້ນຳອາຊຽນທີ່ກຸງຈາກາຕາ, ອິນໂດເນເຊຍ ໃນວັນທີ 5-9 ພຶດສະພາຜ່ານມານີ້
ເຄືອຂ່າຍປະຊາຊົນໄທເພື່ອການອານຸລັກທໍາມະຊາດ ໃນເຂດລຸ່ມແມ່ນໍ້າຂອງສະແດງການຄັດຄ້ານໂຄງ ການກໍ່ສ້າງເຂື່ອນໄຊຍະບູລີຕໍ່ກອງປະຊຸມສຸດຍອດ ຂອງຜູ້ນຳອາຊຽນທີ່ກຸງຈາກາຕາ, ອິນໂດເນເຊຍ ໃນວັນທີ 5-9 ພຶດສະພາຜ່ານມານີ້

ການສະແດງການຄັດຄ້ານຕໍ່ໂຄງ
ການກໍ່ສ້າງເຂື່ອນໄຊຍະບູລີດັ່ງ
ກ່າວ​ນີ້ ຖື​ເປັນ​ການ​ຍົກລະດັບ
ການ​ເຄື່ອນ​ໄຫວ ຈາກ​ຂົງ​ເຂດ​
ລຸ່ມ​ແມ່ນໍ້າຂອງ ​ໄປ​ສູ່​ລະດັບ​ພູ
ມີພາກ​ເອ​ເຊຍ​ຕາ​ເວັນອອກສຽງ
ໃຕ້​ຢ່າງ​ເປັນ​ຮູບ​ປະ​ທໍາ​ເປັນຄັ້ງທໍາ
ອິດ ​ເພາະວ່າ ກ່ອນໜ້ານີ້ເຄືອ
ຂ່າຍປະຊາຊົນໄທ ຈາກ 8 ຈັງ
ຫວັດ​ທີ່ຢູ່​ລຽບຝັ່ງ​ແມ່​ນໍ້າຂອງ
ກໍ​ໄດ້ຍື່ນໜັງສືສະ​ເໜີ​ໃຫ້​ເລື່ອນ
ການກໍ່ສ້າງ​ອອກໄປ​ເປັນ​ເວລາ
10 ປີ ​ເພື່ອທຳ​ການສຶກສາກ່ຽວ
ກັບການປ້ອງກັນບັນຫາຜົນກະ
ທົບຕໍ່ສິ່ງແວດລ້ອມທໍາມະຊາດ​ແລະສັງຄົມຢ່າງ​ລະອຽດຮອບ​ຄອບ​ເສຍ​ກ່ອນ.

ນອກຈາກ​ນັ້ນ ເຄືອຂ່າຍປະຊາຊົນໄທ ກໍ​ຍັງ​ໄດ້ຍື່ນໜັງສື​ທີ່​ມີ​ສາລະ​ສຳຄັນຕໍ່ນາຍົກລັດຖະ
ມົນຕີໄທ, ຄະ​ນະ​ກຳມາ​ທິການສິ່ງ​ແວດ​ລ້ອມ​ປະຈຳລັດຖະສະພາ​ໄທ ​ແລະກຸ່ມບໍລິສັດ ຊໍ
ການຊ່າງ ​ໃນ​ຖານະທີ່​ຈະ​ເປັນຜູ້ ລົງທຶນກໍ່ສ້າງເຂື່ອນໄຊຍະບູລີ ທະນາຄານພານິດ 4 ແຫ່ງ ທີ່ກຳລັງຈະພິຈາລະນາໃຫ້ເງິນກູ້ສະໜັບສະໜູນໂຄງການລວມ​ໄປ​ ເຖິງການໄຟຟ້າຝ່າຍ
ຜະຫລິດແຫ່ງປະເທດໄທ (EGAT) ທີ່ຈະຮັບຊື້ພະລັງງານໄຟຟ້າ ແລະ ອີກ 15 ພາກ
ສ່ວນ ທີ່ໄດ້ໃຫ້ການສະໜັບສະໜູນດ້ານເງິນທຶນແກ່ຄະນະ​ກຳມາທິການ​ແມ່​ນໍ້າຂອງ
(MRC) ອີກດ້ວຍ.

ຄະນະຜູ້ແທນເຄືອຂ່າຍປະຊາຊົນໄທໄປປະທ້ວງແລະ ຍື່ນໜັງສືຕໍ່ລັດຖະສະພາໄທທີ່ບາງກອກໃນວັນທີ 18 ເມາສາ 2011
ຄະນະຜູ້ແທນເຄືອຂ່າຍປະຊາຊົນໄທໄປປະທ້ວງແລະ ຍື່ນໜັງສືຕໍ່ລັດຖະສະພາໄທທີ່ບາງກອກໃນວັນທີ 18 ເມາສາ 2011

ຍິ່ງໄປ​ກວ່າ​ນັ້ນ ​ເມື່ອ​ປະກອບ​ກັບ​
ການ​ທີ່​ທາງ​ການກໍາປູ​ເຈຍ ​ແລະ
ຫວຽດນາມ ​ໃນ​ຖານະ​ທີ່ເປັນ
ປະ​ເທດ​ສະມາຊິກ MRC ​ຄື​ກັນ​
ກັບ​ລາວ ​ແລະ​ໄທ​ນັ້ນຕ່າງກໍ​ໄດ້
ສະ​ແດງ​ການ​ຄັດຄ້ານ​ຕໍ່ໂຄງ
ການກໍ່ສ້າງເຂື່ອນໄຊຍະບູລີອີກ
ດ້ວຍ​ເຊັ່ນ​ກັນ​ຈຶ່ງ​ເປັນທີ່​ມາ​ຂອງ​
ການ​ຕັດສິນໃຈ​ເລື່ອນ​ແຜນ
ການກໍ່ສ້າງເຂື່ອນ​ໃນ​ຄັ້ງຫລ້າ​
ສຸດ​ນີ້.

ແຕ່ຢ່າງໃດກໍ່ຕາມ ທາງການ
ລາວ ແລະກຸ່ມບໍລິສັດ ຊໍການ
ຊ່າງ ກໍຈະຍັງຄົງທໍາການສຶກສາຄວາມເປັນໄປໄດ້ຂອງໂຄງການຕໍ່ໄປ ຈົນກວ່າຈະເປັນທີ່
ຍອມຮັບຂອງປະເທດສະມາຊິກໃນ MRC ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວໄດ້ໃຫ້ການຊີ້ ແຈງກັບ VOA ວ່າ:

“ເອີມໂອຢູໝາຍຄວາມວ່າອານຸຍາດໃຫ້ສຶກສາ ຍັງບໍ່ແມ່ນສິດສໍາປະທານຄືສຶກສາ ເບິ່ງວ່າມັນສິມີຄວາມເປັນໄປໄດ້ທາງ ດ້ານເທັກນິກ ທາງດ້ານການເງິນ ທາງດ້ານ
ສິ່ງແວດລ້ອມ ທາງດ້ານສັງຄົມ ແລະກໍ່ເປັນທີ່ຮັບໄດ້ແກ່ຜູ້ມີສ່ວນຮ່ວ​ມ ໂດຍຜູ້ມີ ສ່ວນຮ່ວມກໍ່ໝາຍເຖິງປະເທດພາ​ຄີແມ່ນໍ້າຂອງ”

ຊາວປະມົງກໍາປູເຈຍ ຫາປາຢູ່ນໍ້າຂອງຢູ່ນອກຊານ ເມືອງຂອງນະຄອນພະນົມເປັນໃນວັນທີ 19 ເມສາ, 2011
ຊາວປະມົງກໍາປູເຈຍ ຫາປາຢູ່ນໍ້າຂອງຢູ່ນອກຊານ ເມືອງຂອງນະຄອນພະນົມເປັນໃນວັນທີ 19 ເມສາ, 2011

ໂຄງການເຂື່ອນໄຊຍະບູລີຈະ
ເປັນການລົງທຶນຮ່ວມກັນລະ
ຫວ່າງລັດຖະບານລາວກັບກຸ່ມ
ບໍລິສັດ ຊໍ ການຊ່າງຈາກປະ
ເທດໄທ ໃນສັດສ່ວນ 20%
ຕໍ່ 80% ຕາມລໍາດັບຂອງມູນ
ຄ່າລົງທຶນຮວມ 3,500 ລ້ານ
ໂດລ້າ ໂດຍເຂື່ອນຈະສາມາດ
ຜະລິດພະລັງງານໄຟຟ້າໄດ້ເຖິງ
1,280 MW ຊຶ່ງສ່ວນໃຫຍ່ຈະ
ສົ່ງຂາຍໃຫ້ກັບໄທນັບຈາກປີ
2019 ເປັນຕົ້ນໄຟ ຫາກແຕ່ວ່າ
ເມື່ອຕ້ອງເລື່ອນແຜນການກໍ່ສ້າງ
ດັງກ່າວແລ້ວນັ້ນ ຈຶ່ງເຮັດໃຫ້
ຕ້ອງເລື່ອນເປົ້າໝາຍການຂາຍ
ໄຟຟ້າໃຫ້ກັບໄທອອກໄປອີກ
ດ້ວຍເຊັ່ນກັນ.

XS
SM
MD
LG