ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຂື່ອນໄຊຍະຕ້ອງ ມີການສຶກສາຜົນກະທົບ ຕື່ມອີກ


ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ ໃນແມ່ນໍ້າຂອງຂອງລາວ
ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ ໃນແມ່ນໍ້າຂອງຂອງລາວ

ກອງປະຊຸມຄະນະມົນຕີຂອງຄະນະກໍາມາທິການແມ່ນໍ້າຂອງ (MRC) ຄັ້ງທີ 18 ທີ່
ເມືອງສຽມຣຽບ ໃນພາກຕາເວັນອອກສຽງເໜືອຂອງກໍາປູເຈຍ ໃນທ້າຍອາທິດແລ້ວ
ນີ້ ໄດ້ສິ້ນສຸດລົງດ້ວຍການ ທີ່ທາງການລາວ ໄດ້ຕົກລົງທີ່ຈະປະຕິບັດຕາມການສະ
ເໜີຂອງທາງການກໍາປູເຈຍ ແລະຫວຽດນາມ ຊຶ່ງກໍຄືການເລື່ອນແຜນການກໍ່ສ້າງ
ເຂື່ອນໄຊຍະບູລີໃນລໍາແມ່ນໍ້າຂອງໃນເຂດປະເທດລາວອອກໄປຢ່າງບໍ່ມີກໍານົດ ຫລື
ຈົນກວ່າ ຈະໄດ້ທໍາການສຶກສາ ເພື່ອປ້ອງກັນບັນຫາຜົນກະທົບຕໍ່ສະພາບແວດລ້ອມ
ທໍາມະຊາດ ໃນແມ່ນໍ້າຂອງທີ່ໄດ້ມາດຕະຖານສາກົນ ແລະເປັນທີ່ຍອມຮັບຂອງສະ
ມາຊິກໃນ MRC ດ້ວຍກັນຢ່າງແທ້ຈິງ.

ໃນການນໍາສະເໜີດັ່ງກ່າວນີ້ ທາງການກໍາປູເຈຍ ໃນຖານະປະເທດເຈົ້າພາບຈັດການ
ປະຊຸມຄັ້ງນີ້ ກໍໄດ້ສະແດງເຫດຜົນວ່າ ການກໍ່ສ້າງເຂື່ອນໄຊຍະບູລີ ໃນລໍາແມ່ນໍ້າຂອງ ໃນເຂດປະເທດລາວອາດຈະສົ່ງຜົນກະທົບ ຕໍ່ສະພາບແວດລ້ອມທໍາມະຊາດ ແລະ
ສັດນໍ້າ ໃນເຂດຕອນຫລ່າງຂອງເຂື່ອນຢ່າງຮຸນແຮງກໍເປັນໄປໄດ້. ໂດຍສະເພາະແມ່ນ ຜົນກະທົບຕໍ່ປະຊາກອນປາຫລາຍກວ່າ 850 ສາຍພັນ ແລະລວມໄປເຖິງປະຊາຊົນ
ອີກຫລາຍກວ່າ 60 ລ້ານຄົນ ທີ່ດໍາລົງຊີບຢູ່ໄດ້ ດ້ວຍການເພິ່ງພາຊັບພະຍາກອນທໍາ
ມະຊາດ ແລະນໍາໃຊ້ນໍ້າຈາກແມ່ນໍ້າຂອງ ເພື່ອຕອບສະໜອງພື້ນທີ່ການກະສິກໍາອີກ
ດ້ວຍນັ້ນເອງ.

ກອງປະຊຸມຄະນະມົນຕີຂອງຄະນະກໍາມາທິການແມ່ນໍ້າຂອງ (MRC) ຄັ້ງທີ 18 ທີ່ເມືອງສຽມຣຽບ ໃນພາກຕາເວັນອອກສຽງເໜືອຂອງ ກໍາປູເຈຍ ໃນທ້າຍອາທິດທີສອງຂອງເດືອນທັນວາ 2011 ນີ້
ກອງປະຊຸມຄະນະມົນຕີຂອງຄະນະກໍາມາທິການແມ່ນໍ້າຂອງ (MRC) ຄັ້ງທີ 18 ທີ່ເມືອງສຽມຣຽບ ໃນພາກຕາເວັນອອກສຽງເໜືອຂອງ ກໍາປູເຈຍ ໃນທ້າຍອາທິດທີສອງຂອງເດືອນທັນວາ 2011 ນີ້

ທາງດ້ານທ່ານວີລະພົນ ວີລະວົງ
ລັດຖະມົນຕີຊ່ວຍວ່າການກະຊວງ
ພະລັງງານ ແລະບໍ່ແຮ່ຂອງລາວ
ຊຶ່ງໄດ້ເຂົ້າຮ່ວມໃນກອງປະຊຸມ
ຄັ້ງນີ້ດ້ວຍນັ້ນ ກໍໄດ້ໃຫ້ການຢືນ
ຢັນວ່າ ທາງການລາວໃຫ້ຄວາມ
ສໍາຄັນຢ່າງຍິ່ງ ຕໍ່ການນໍາສະເໜີ
ດັ່ງກ່າວຂອງປະເທດສະມາຊິກ
ໃນ MRC ດ້ວຍກັນ ທັງຍັງໄດ້
ຄໍານຶງເຖິງບັນຫາ ແລະຜົນກະ
ທົບ ທີ່ອາດຈະເກີດຂຶ້ນກັບປະ
ເທດສະມາຊິກຈາກການກໍ່ສ້າງ
ເຂື່ອນໄຊຍະບູລີ ດັ່ງກ່າວອີກດ້ວຍ ເພາະສະນັ້ນ ທາງການລາວ ຈຶ່ງເຕັມໃຈທີ່ຈະທໍາການສຶກ
ສາ ເພື່ອປ້ອງກັນບັນຫາຜົນກະທົບຕໍ່ໄປອີກ ແລະ ຖ້າຫາກພົບວ່າ ມັນຈະສົ່ງຜົນກະທົບດ້ານ
ລົບຫລາຍກວ່າດ້ານບວກ ທາງການລາວກໍພ້ອມທີ່ຈະຍົກເລີກໂຄງການ ດັ່ງທີ່ທ່ານວີລະພົນ ໄດ້ໃຫ້ການຊີ້ແຈງວ່າ:

ອັນນີ້ແນ່ນອນ ທຸກໆໂຄງການໃນລາວ ຕົວຢ່າງນໍ້າເທີນ 2 ສ້າງໄປຫລາຍປານໃດ
ກໍຕາມ ຖ້າວ່າເກີດມີ ບັນຫາຂຶ້ນມາຢັ້ງຢືນວ່າ ມັນສິເປັນອັນຕະລາຍມີຜົນກະທົບ
ກໍຕ້ອງໄດ້ຢຸດ ສະນັ້ນ ການສຶກສາຈຶ່ງມີສອງ ເລື້ອງຄືເລື້ອງສະເພາະ ແລະເລື້ອງ
ແບບກວາມລວມ.

ກ່ອນໜ້ານີ້ ທ່ານທອງສິງ ທໍາມະວົງ ນາຍລັດຖະມົນຕີລາວໄດ້ໃຫ້ການຢືນຢັນກັບທ່ານ
ຫງຽນເຕີ່ນ ຢຸ໊ງ, ນາຍລັດຖະມົນຕີຫວຽດນາມ ໃນລະຫວ່າງທີ່ຜູ້ນໍາລັດຖະບານຂອງທັງສອງ
ປະເທດ ໄດ້ພົບປະເຈລະຈາກັນ ໃນໂອກາດກອງປະຊຸມສຸດຍອດຜູ້ນໍາອາເຊຍຄັ້ງທີ 18 ຢູ່ກຸງ
ຈາກາຕ້າ ປະເທດອິນໂດນີເຊຍ ​ເມື່ອກາງ​ປີນີ້ວ່າ ລັດຖະບານລາວ ໄດ້ຕັດສິດໃຈໃຫ້ມີການ
ເລື່ອນແຜນການ ກໍ່ສ້າງເຂື່ອນໄຊຍະບູລີເທິງແນວແມ່ນໍ້າຂອງອອກ ໄປຢ່າງ​ບໍ່ມີ​ກໍາໜົດມາ
ຄັ້ງນຶ່ງແລ້ວ.

ເຖິງແມ່ວ່ານາຍລັດຖະມົນຕີລາວ ຈະບໍ່ໄດ້ໃຫ້ເຫດຜົນປະກອບການຕັດສິນໃຈດັ່ງກ່າວກໍ່ຕາມ ຫາກແຕ່ກໍ່ເປັນທີ່ຮັບຮູ້ກັນໂດຍທົ່ວໄປແລ້ວວ່າ ໂຄງການເຂື່ອນໄຊຍະບຸລີໄດ້ຖືກຄັດຄ້ານຢ່າງ
ກວ້າງຂວາງ ຈາກເຄືອຂ່າຍປະຊາຊົນໄທ ​ເພື່ອ​ການ​ອານຸລັກຊັບພະຍາກອນ​ທຳ​ມະ​ຊາດ​ໃນ
ເຂດ​ລຸ່ມ​ແມ່​ນໍ້າຂອງ ໃນ​ໂອ​ກາດກອງ​ປະຊຸມ​ສຸດ​ຍອດອາຊຽນ ​ທີ່​ໄດ້​ຈັດ​ຂຶ້ນ​ໃນ​ໂອ​ກາດດຽວ
ກັນກັບກອງ​ປະຊຸມ​ສຸດ​ຍອດອາຊຽນດັ່ງກ່າວ​ນີ້. ເຄືອຂ່າຍປະຊາຊົນດັ່ງກ່າວ​ ກໍ​ຍັງໄດ້​ສະ
ແດງການຄັດຄ້ານໂຄງການກໍ່ສ້າງເຂື່ອນໄຊຍະບູລີ ຕໍ່ບັນດາຜູ້ນຳ​ລັດຖະບານອາຊຽນອີກ​
ດ້ວຍ.

ເຄືອຂ່າຍປະຊາຊົນໄທໄດ້ຮ່ວມກັນປະທ້ວງ ຢູ່ຕໍ່ໜ້າສະຖານທູດລາວ ປະຈຳປະເທດໄທ ໃນຕອນບ່າຍຂອງວັນທີ 18 ເມສາປີນີ້ ຢູ່ບາງກອກ ເພື່ອຄັດຄ້ານກໍ່ສ້າງເຂື່ອນໄຊຍະບູລີ.
ເຄືອຂ່າຍປະຊາຊົນໄທໄດ້ຮ່ວມກັນປະທ້ວງ ຢູ່ຕໍ່ໜ້າສະຖານທູດລາວ ປະຈຳປະເທດໄທ ໃນຕອນບ່າຍຂອງວັນທີ 18 ເມສາປີນີ້ ຢູ່ບາງກອກ ເພື່ອຄັດຄ້ານກໍ່ສ້າງເຂື່ອນໄຊຍະບູລີ.

ການສະແດງການຄັດຄ້ານຕໍ່
ໂຄງການກໍ່ສ້າງເຂື່ອນໄຊຍະ
ບູລີດັ່ງກ່າວ​ນີ້ ຖື​ເປັນ​ການ​ຍົກ
ລະດັບການ​ເຄື່ອນ​ໄຫວ ຈາກ
ຂົງ​ເຂດ​ລຸ່ມ​ແມ່ນໍ້າຂອງ ​ໄປ​ສູ່​
ລະດັບ​ພູມີພາກ​ເອ​ເຊຍ​ຕາ​ເວັນ
ອອກສຽງໃຕ້​ຢ່າງ​ເປັນ​ຮູບ​ປະ
ທໍາ​ເປັນຄັ້ງທໍາອິດ ​ເພາະວ່າ
ກ່ອນໜ້ານີ້ເຄືອຂ່າຍປະຊາຊົນ
ໄທ ຈາກ 8 ຈັງຫວັດ​ທີ່ຢູ່​ລຽບ
ຝັ່ງ​ແມ່​ນໍ້າຂອງ ກໍ​ໄດ້ຍື່ນໜັງສື
ສະ​ເໜີ​ໃຫ້​ເລື່ອນການກໍ່ສ້າງ
ອອກໄປ​ເປັນ​ເວລາ 10 ປີ ​ເພື່ອ
ທຳ​ການສຶກສາກ່ຽວກັບການປ້ອງກັນບັນຫາຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ​ແລະ
ສັງຄົມຢ່າງ​ລະອຽດຮອບ​ຄອບ​ເສຍ​ກ່ອນ.

ນອກຈາກ​ນັ້ນ ເຄືອຂ່າຍປະຊາຊົນໄທ ກໍ​ຍັງ​ໄດ້ຍື່ນໜັງສື​ທີ່​ມີ​ສາລະ​ສຳຄັນຕໍ່ນາຍົກລັດຖະ
ມົນຕີໄທ, ຄະ​ນະ​ກຳມາ​ທິການສິ່ງ​ແວດ​ລ້ອມ​ປະຈຳລັດຖະສະພາ​ໄທ ​ແລະກຸ່ມບໍລິສັດ ຊໍ
ການຊ່າງ ​ໃນ​ຖານະທີ່​ຈະ​ເປັນຜູ້ ລົງທຶນກໍ່ສ້າງເຂື່ອນໄຊຍະບູລີ ທະນາຄານພານິດ 4 ແຫ່ງ ທີ່ກຳລັງຈະພິຈາລະນາໃຫ້ເງິນກູ້ສະໜັບສະໜູນໂຄງການລວມ​ໄປ​ ເຖິງການໄຟຟ້າຝ່າຍ
ຜະຫລິດແຫ່ງປະເທດໄທ (EGAT) ທີ່ຈະຮັບຊື້ພະລັງງານໄຟຟ້າ ແລະ ອີກ 15 ພາກ
ສ່ວນ ທີ່ໄດ້ໃຫ້ການສະໜັບສະໜູນດ້ານເງິນທຶນແກ່ຄະນະ​ກຳມາທິການ​ແມ່​ນໍ້າຂອງ
(MRC) ອີກດ້ວຍ.

XS
SM
MD
LG