ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວຈະຄົ້ນຄວ້າເພີ່ມຕື່ມ ກ່ຽວກັບໂຄງການ ເຂື່ອນໄຊຍະບູລີ


ຊາວປະມົງກໍາປູເຈຍຄົນນຶ່ງກໍາລັງຍົກຖົງປາທີ່ລາວຫາໄດ້ ໃນລໍາແມ່ນໍ້າຂອງ ນອກກຸງພະນົມເປນ ວັນທີ 19 ເມສາ 2011.
ຊາວປະມົງກໍາປູເຈຍຄົນນຶ່ງກໍາລັງຍົກຖົງປາທີ່ລາວຫາໄດ້ ໃນລໍາແມ່ນໍ້າຂອງ ນອກກຸງພະນົມເປນ ວັນທີ 19 ເມສາ 2011.

ລາວ​ກ່າວ​ວ່າ ຕົນ​ຈະ​ດໍາ​ເນີນ​ການ​ຄົ້ນຄວ້າ​ຄັ້ງ​ໃໝ່​ກ່ຽວ​ກັບ
ຜົນ​ກະທົບຕໍ່​ສະພາບ​ແວດ​ລ້ອມ​ຂອງ​ເຂື່ອນ​ໄຟຟ້າ​ແຫ່ງ​ນຶ່ງ
ທີ່​ຕົນ​ຢາກ​ສ້າງ​ຂຶ້ນ​ໃນເຂດ​ລຸ່ມ​ແມ່​ນໍ້າຂອງ ​ໂດຍ​ຈະ​ປະຕິ
ບັດ​ຕາມ​ຄໍາ​ຂໍ​ຮ້ອງ​ຈາກ​ພວກ​ປະ​ເທດ​ເພື່ອນ​ບ້ານ​ໃຫ້​ສຶກ
ສາ​ເບິ່ງ​ໂຄງການ​ດັ່ງກ່າວ​ຕື່ມ​ອີກ​ນັ້ນ.

ທ່ານ​ດາວ​ວົງ​ພອນ​ແກ້ວ ຮອງ​ເອກ​ອະທິບໍດີ​ກົມ​ໄຟຟ້າ​
ລາວ ກ່າວ​ໃນ​ວັນອັງຄານ​ວານ​ນີ້​ວ່າ ລາວ​ຈະ​ຈ້າງ​ພວກ​
ທີ່​ປຶກສາ​ໃຫ້​ທໍາ​ການ​ຄົ້ນຄວ້າ​ຕື່ມ​ອີກ ​ແລະ​ຈະ​ຂໍ​ໃຫ້​ບໍລິ
ສັດ​ກໍ່ສ້າງ​ໄທ​ ທີ່​ມີ​ບົດບາດ​ນໍາພາ​ໃນ​ໂຄງການ​ດັ່ງກ່າວ​
ອອກທຶນ​ໃນ​ການ​ສຶກສາ​ຄົ້ນຄວ້າ​ທີ່​ວ່າ​ນີ້.

ທ່ານ​ດາວ​ວົງ​ກ່າວ​ຕືມວ່າ ວຽກ​ກໍ່ສ້າງ​ໂຄງການ​ດັ່ງກ່າວ
​ຈະ​ເລື່ອນເວລາອອກ​ໄປ ເພື່ອ​ການສຶກສາ​ທີ່​ວ່າ​ນີ້.

ເຂື່ອນ​ໄຊ​ຍະ​ບູລີ ຈະ​ເປັນ​ເຂື່ອນ​ໄຟຟ້າພະລັງ​ນໍ້າ​ແຫ່ງ​ທໍາ​ອິດ​ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ ​ແຕ່​ເຖິງ​
ຢ່າງ​ໃດ​ກໍ​ດີ ຈີນ​ໄດ້​ສ້າງ​ເຂື່ອນ​ຫລາຍແຫ່ງ​ແລ້ວ​ໃນ​ເຂດຕອນ​ເໜືອ​ຕາມ​ລໍາ​ແມ່​ນໍ້າຂອງ​ ທີ່ຈີນ
ເອີ້ນວ່າແມ່ນໍ້າລ້ານຊ້າງນັ້ນ.

ໃນ​ເດືອນ​ຜ່ານ​ມາ​ນີ້ຄະນະ​ກໍາມາ​ທິການ​ແມ່​ນໍ້າຂອງ​ສາກົນຫວຽດນາມ ກໍາປູ​ເຈຍ​ແລະ​ໄທ ຊຶ່ງ​
ແມ່​ນໍ້າຂອງ​ໄຫລ​ຜ່ານ​ປະ​ເທດ​ເຫລົ່າ​ນີ້​ເຊ່ນ​ກັນນັ້ນ ຮ້ອງ​ຂໍຢາກໄດ້​ຂໍ້​ມູນເພີ່ມ​ຕື່ມ​ກ່ຽວ​ກັບ​ຜົນ​
ກະທົບ​ທີ່​ອາດ​ມີຂຶ້ນ​ຕໍ່​ພວກ​ສັດປ່າ ປູ​ປາແລະ​ການ​ເຮັດຮົ້ວສວນໄຮ່ນາເລາະລຽບ​ຕາມ​ລໍາ​ແມ່
ນໍ້າຂອງ​. ຫວຽດນາມ​ຍັງ​ຂໍ​ຮ້ອງ​ໃຫ້​ໝົດ​ທຸກ​ໂຄງການ​ສ້າງ​ເຂື່ອນໄຟຟ້າ​ຕາມ​ລໍາ​ແມ່​ນໍ້າຂອງ​
ເລື່ອນເວລາ​ອອກ​ໄປອີກ 10 ປີ​ສໍາລັບ​ທຳການ​ສຶກສາ​ເພີ່ມ​ຕື່ມ. ຄະນະ​ກໍາມາ​ທິການ​ດັ່ງກ່າວ
ຊຶ່ງ​ມີ​ວັດຖຸ​ປະສົງ ​ເພື່ອ​ໃຫ້​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ພວກ​ປະ​ເທດ​ໃນ​ພາກ​ພື້ນ​ຢ່າງ
ເປັນເອກກະສັນ ສໍາລັບ​ການ​ພັດທະນາ​ທີ່​ຍືນ​ຍົງ​ຂອງ​ແມ່​ນໍ້າ​ດັ່ງກ່າວ ບໍ່​ມີ​ສິດ​ອໍານາ​ດທີ່​ຈະ​ກີດ
ກັນຫຼືສະກັດກັ້ນຕໍ່​ໂຄງການ​ສ້າງ​ເຂື່ອນ​ໃດໆ​.

ລາວ​ວາງ​ແຜນ​ຈະ​ສ້າງ​ເຂື່ອນ​ຫລາຍ​ແຫ່ງ​ໃນ​ລໍາ​ແມ່​ນໍ້າຂອງເພື່ອ​ຜະລິດ​ກະແສ​ໄຟຟ້າ ຊຶ່ງ​ຕົນ​
ສາມາດ​ຂາຍ​ໃຫ້​ປະ​ເທດ​ອື່ນໆ​ໄດ້. ກ່ອນ​ໜ້າ​ນີ້​ໄທ​ຮັບປາກ​ວ່າ​ຈະ​ຊື້​ພະລັງ​ໄຟຟ້າ​ຈາກ​ລາວ​
ໃນ​ປະລິມານ 95 ​ເປີ​ເຊັນ​ຈາກ​ໂຄງການ​ດັ່ງກ່າວ.

XS
SM
MD
LG