ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ​ອານຸລັກສິ່ງແວດລ້ອມ ທໍາການປະທ້ວງ ສະແດງ ການຄັດຄ້ານຕໍ່ເຂື່ອນໄຊຍະບູລີ ທີ່ກອງປະຊຸມ​ອາຊຽນ


ເຄືອຂ່າຍປະຊາຊົນໄທ ເພື່ອການອານຸລັກຊັບພະຍາກອນທໍາມະຊາດ ໃນເຂດລຸ່ມແມ່ນໍ້າຂອງປະທ້ວງສະແດງການຄັດຄ້ານຕໍ່ໂຄງການກໍ່ສ້າງ ເຂື່ອນໄຊຍະບູລີ ເທິງລໍາແມ່ນໍ້າຂອງໃນລາວ ທີ່ກອງປະຊຸມສຸດຍອດ ຂອງຜູ້ນໍາອາຊຽນ ທີ່ຈັດຂຶ້ນຢູ່ກຸງຈາກາຕາ ປະເທດອິນໂດເນເຊຍ ໃນລະຫວ່າງວັນທີ 5-8 ພຶດສະພານີ້.
ເຄືອຂ່າຍປະຊາຊົນໄທ ເພື່ອການອານຸລັກຊັບພະຍາກອນທໍາມະຊາດ ໃນເຂດລຸ່ມແມ່ນໍ້າຂອງປະທ້ວງສະແດງການຄັດຄ້ານຕໍ່ໂຄງການກໍ່ສ້າງ ເຂື່ອນໄຊຍະບູລີ ເທິງລໍາແມ່ນໍ້າຂອງໃນລາວ ທີ່ກອງປະຊຸມສຸດຍອດ ຂອງຜູ້ນໍາອາຊຽນ ທີ່ຈັດຂຶ້ນຢູ່ກຸງຈາກາຕາ ປະເທດອິນໂດເນເຊຍ ໃນລະຫວ່າງວັນທີ 5-8 ພຶດສະພານີ້.

ເຄືອຂ່າຍປະຊາຊົນໄທ​ເພື່ອ​ການ​ອານຸລັກຊັບພະຍາກອນ​ທໍາ​ມະ​ຊາດ​ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ ສະແດງການຄັດຄ້ານ​​ໂຄງການກໍ່ສ້າງເຂື່ອນໄຊຍະບູລີເທິງລໍາແມ່ນໍ້າຂອງໃນລາວ ຕໍ່ກອງ​ປະຊຸມ​ສຸດ​ຍອດ​ຂອງ​ຜູ້ນໍາ​ອາຊຽນ.

ເຄືອຂ່າຍປະຊາຊົນໄທ ​ເພື່ອ​ການ​ອານຸລັກ ຊັບພະຍາກອນ​ທຳ​ມະ​ຊາດ​ໃນ​ເຂດ​ລຸ່ມ​ແມ່​ນໍ້າ
ຂອງ ​ໄດ້​ຮ່ວ​ມກັນສະແດງການຄັດຄ້ານໂຄງການກໍ່ສ້າງເຂື່ອນໄຊຍະບູລີເທິງລຳແມ່ນ້ຳ
ຂອງໃນລາວຕໍ່ກອງ​ປະຊຸມ​ສຸດ​ຍອດຄັ້ງທີ 18 ​ຂອງ​ຜູ້ນຳ​ອາຊຽນ ຊຶ່ງ​ໄດ້ຈັດ​ຂຶ້ນຢູ່​ກຸງ​ຈາ​
ກາ​ຕາ ປະ​ເທດ​ອິນ​ໂດ​ເນ​ເຊຍ ​ໃນ​ລະຫວ່າງ​ວັນ​ທີ 5-8 ພຶດສະພາ​ນີ້.

ກອງ​ປະຊຸມ​ສຸດ​ຍອດຜູ້ນຳ​ອາຊຽນຄັ້ງທີ 18 ຢູ່​ກຸງ​ຈາ​ກາ​ຕາປະ​ເທດ​ອິນ​ໂດ​ເນ​ເຊຍ​ໃນ​ລະຫວ່າງ​ວັນ​ທີ 5-9 ພຶດສະພາ​, 2011.
ກອງ​ປະຊຸມ​ສຸດ​ຍອດຜູ້ນຳ​ອາຊຽນຄັ້ງທີ 18 ຢູ່​ກຸງ​ຈາ​ກາ​ຕາປະ​ເທດ​ອິນ​ໂດ​ເນ​ເຊຍ​ໃນ​ລະຫວ່າງ​ວັນ​ທີ 5-9 ພຶດສະພາ​, 2011.

ການສະແດງການຄັດຄ້ານຕໍ່ໂຄງການກໍ່ສ້າງ
ເຂື່ອນໄຊຍະບູລີດັ່ງກ່າວ​ນີ້ ຖື​ເປັນ​ການ​ຍົກ
ລະດັບການ​ເຄື່ອນ​ໄຫວ ຈາກ​ຂົງ​ເຂດ​ລຸ່ມ​ແມ່
ນໍ້າຂອງ ​ໄປ​ສູ່​ລະດັບ​ພູມີພາກ​ເອ​ເຊຍ​ຕາ​ເວັນ
ອອກສຽງ​ໃຕ້​ຢ່າງ​ເປັນ​ຮູບ​ປະ​ທໍາ​ເປັນຄັ້ງທໍາ
ອິດ ​ເພາະວ່າ ກ່ອນໜ້ານີ້ເຄືອຂ່າຍປະຊາຊົນ
ໄທ ຈາກ 8 ຈັງຫວັດ​ທີ່ຢູ່​ລຽບຝັ່ງ​ແມ່​ນໍ້າຂອງ
ຊຶ່ງ​ປະກອບ​ດ້ວຍ​ຈັງຫວັດ​ຊຽງລາຍ, ​ເລີຍ,
ໜອງຄາຍ, ນະຄອນ​ພະນົມ, ມຸກດາ​ຫານ,
ອໍານາດ​ຈະ​ເລີ​ນ, ອຸບົນລາດ​ຊະ​ທານີ ​ແລະ
ບຶງ​ການນັ້ນ ກໍ​ໄດ້​ຮ່ວມ​ກັນ ຍື່ນໜັງສືເຖິງ
ເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ​ປະ​ເທດ
ໄທຢ່າງເປັນ​ທາງການມາ​ແລ້ວ ​ໃນ​ຕອນ​ບ່າຍ ​ຂອງ​ວັນ​ທີ 18 ​ເມສາ​ທີ່​ຜ່ານ​ມາ.

ສຳລັບ​ສາລະ​ສຳຄັນ​ໃນໜັງສືທີ່​ຄະນະຕົວ​
ແທນ​ເຄືອຂ່າຍປະຊາຊົນໄທ​ໄດ້ຍື່ນ​ເຖິງ​ເອກ​ອັກຄະ​ລັດຖະທູດ​ລາວ​ປະຈຳປະ​ເທດ​ໄທ​ໃນ
ຄັ້ງນີ້ ກໍ​ແມ່ນ​ການສະແດງການຄັດຄ້ານຕໍ່​ແຜນການກໍ່ສ້າງເຂື່ອນໄຊຍະບູລີເທິງລຳແມ່
ນ້ຳຂອງ ໃນເຂດ​ແຂວງ​ໄຊ​ຍະ​ບູລີຂອງລາວ ​ແລະ​ໄດ້​ສະ​ເໜີ​ໃຫ້​ເລື່ອນ​ການກໍ່ສ້າງ​ອອກ
ໄປ​ເປັນ​ເວລາ 10 ປີ ​ເພື່ອທຳ​ການສຶກສາກ່ຽວກັບການປ້ອງກັນບັນຫາຜົນກະທົບຕໍ່
ສິ່ງແວດລ້ອມທໍາມະຊາດ​ແລະສັງຄົມຢ່າງ​ລະອຽດຮອບ​ຄອບ​ເສຍ​ກ່ອນ ດັ່ງ​ທີ່ທ່ານ​ນິວັດ​
ໄດ້​ຊີ້​ແຈງ​ກັບວີ​ໂອ​ເອວ່າ:

“ເນື້ອຫາ​ໃນ​ຈົດໝາຍ ກໍ​ຄື​ຂໍ​ໃຫ້ລັດຖະບານ​ລາວ​ໄດ້​ຕະໜັກ ​ແລະ​ລະງັບ​ໄວ້​ກ່ອນ
ເພາະວ່າມັນ​ຈະ​ເກີດ​ຜົນ​ກະທົບ ຊຶ່ງ​ເປັນ​ເລື້ອງທີ່​ຍິ່ງ​ໃຫຍ່​ມາກສໍາລັບ​ຄົນ​ລຸ່ມ​ແມ່​ນໍ້າ
ຂອງ ເພາະສະນັ້ນຄະນະ​ທີ່​ທໍາ​ການ​ສຶກສາ​ຂອງ
MRC ທີ່​ໄດ້ສຶກສາຜົນກະທົບ
ຕ່າງໆກໍ​ໄດ້​ໃຫ້​ຄວາມ​ເຫັນ​ວ່າ ມັນ​ຈະ​ຕ້ອງ​ມີ​ການ​ສຶກສາ​ອີກ​ສິບປີ​ເປັນ​ຢ່າງໜ້ອຍ.”

ເຄືອຂ່າຍປະຊາຊົນໄທຈາກ 8 ຈັງຫວັດໄດ້ຮ່ວມ ກັນປະທ້ວງຢູ່ຕໍ່ໜ້າສະຖານທູດລາວ ປະຈຳປະ ເທດໄທໃນຕອນບ່າຍຂອງວັນທີ 18 ເມສາ 2011, ຢູ່ບາງກອກເພື່ອຄັດຄ້ານການສ້າງເຂື່ອນໄຊຍະບູລີ
ເຄືອຂ່າຍປະຊາຊົນໄທຈາກ 8 ຈັງຫວັດໄດ້ຮ່ວມ ກັນປະທ້ວງຢູ່ຕໍ່ໜ້າສະຖານທູດລາວ ປະຈຳປະ ເທດໄທໃນຕອນບ່າຍຂອງວັນທີ 18 ເມສາ 2011, ຢູ່ບາງກອກເພື່ອຄັດຄ້ານການສ້າງເຂື່ອນໄຊຍະບູລີ

ນອກຈາກ ຍື່ນໜັງສື​ເຖິງເອກ
ອັກຄະ​ລັດຖະທູດ​ລາວ ປະຈຳ
ປະ​ເທດ​ໄທ​ແລ້ວ ຄະນະຜູ້​ແທນ
ເຄືອຂ່າຍປະຊາຊົນໄທ ກໍ​ຍັງ​ໄດ້
ຍື່ນໜັງສື​ທີ່​ມີ​ສາລະ​ສຳຄັນຕໍ່ນາ
ຍົກລັດຖະມົນຕີໄທ, ຄະ​ນະ​ກຳ
ມາ​ທິການ ສິ່ງ​ແວດ​ລ້ອມ​ປະຈຳ
ລັດຖະສະພາ​ໄທ ​ແລະກຸ່ມບໍລິ
ສັດ ຊໍ ການຊ່າງ ທີ່​ຈະ​ເປັນຜູ້
ລົງທຶນກໍ່ສ້າງເຂື່ອນໄຊຍະບູລີ ດັ່ງກ່າວ​ອີກ​ດ້ວຍ.

ພ້ອມກັນນີ້ ເຄືອຂ່າຍປະຊາຊົນ
ໄທກໍຍັງໄດ້ສະແດງການຄັດຄ້ານຕໍ່ໂຄງການກໍ່ສ້າງເຂື່ອນໄຊຍະບູລີດັ່ງກ່າວ ເຖິງທະນາ
ຄານພານິດ 4 ແຫ່ງ ທີ່ກຳລັງຈະພິຈາລະນາໃຫ້ເງິນກູ້ສະໜັບສະໜູນໂຄງການລວມ​ໄປ​ເຖິງການໄຟຟ້າຝ່າຍຜະຫລິດແຫ່ງປະເທດໄທ (EGAT) ທີ່ຈະຮັບຊື້ພະລັງງານໄຟຟ້າ
ແລະ ອີກ 15 ພາກສ່ວນທີ່ໄດ້ໃຫ້ການສະໜັບສະໜູນດ້ານເງິນທຶນແກ່ຄະນະ​ກຳມາ
ທິການ​ແມ່​ນໍ້າຂອງ (MRC) ອີກດ້ວຍ.

ຍິ່ງໄປ​ກວ່າ​ນັ້ນ ​ເມື່ອ​ປະກອບ​ກັບ​ການ​ທີ່​ທາງ​ການກໍາປູ​ເຈຍ​ແລະ​ຫວຽດນາມ ​ໃນ​ຖານະ​ທີ່
ເປັນ​ປະ​ເທດ​ສະມາຊິກ MRC ​ຄື​ກັນ​ກັບ​ລາ ​ແລະ​ໄທ​ນັ້ນ ກໍ​ໄດ້​ສະ​ແດງ​ການ​ຄັດຄ້ານ​ຕໍ່ໂຄງ
ການກໍ່ສ້າງເຂື່ອນໄຊຍະບູລີອີກ​ດ້ວຍ​ເຊັ່ນ​ກັນ ​ໃນໂອກາດກອງ​ປະຊຸມ​ເຈົ້າໜ້າທີ່​ຂັ້ນສູງ​ຂອງ
ຄະນະກຳມາທິການແມ່ນໍ້າຂອງເມື່ອ​ເດືອນ​ເມສາ​ທີ່​ຜ່ານ​ມາອີກ​ດ້ວຍ​ແລ້ວ ກໍ​ຍັງ​ເປັນ​ຜົນ​ເຮັດ​ໃຫ້ໂຄງການກໍ່ສ້າງເຂື່ອນໄຊຍະບູລີບໍ່ຜ່ານ​ການ​ເຫັນ​ຊອບ​ໃນ​ກອງ​ປະຊຸມ​ດັ່ງກ່າວ. ​ໂດຍ​ໄດ້
ສະ​ເໜີ​ໃຫ້ມີ​ການ​ພິຈາລະນາ​ໃນ​ລະດັບລັດຖະມົນຕີ​ຂອງບັນດາ​ປະ​ເທດ​ໃນ MRC ຕໍ່​ໄປ.

ຜູຊາຍຄົນນຶ່ງກຳລັງຂລົດຖີບຜານກອງ ເລຂາທິການຂອງຄະນະກໍາມາທິການ ແມນຂອງສາກົນຫລື MRC ປະຈໍາ ນະຄອນວຽງຈັນບອນທທາງການລາວ
ຜູຊາຍຄົນນຶ່ງກຳລັງຂລົດຖີບຜານກອງ ເລຂາທິການຂອງຄະນະກໍາມາທິການ ແມນຂອງສາກົນຫລື MRC ປະຈໍາ ນະຄອນວຽງຈັນບອນທທາງການລາວ

ເພາະສະນັ້ນ ​ເມື່ອ​ພາກ​ປະຊາຊົນ​ໃນເຂດ​ລຸ່ມ
ແມ່​ນໍ້າຂອງ ​ໄດ້​ສະແດງການຄັດຄ້ານຕໍ່ໂຄງ
ການກໍ່ສ້າງເຂື່ອນໄຊຍະບູລີ ​ໃນ​ຄັ້ງຫລ້າ​ສຸດ
ໄປສູ່​ລະດັບ​ພູມີພາກ​ອາຊຽນ​ແລ້ວນັ້ນ ຈຶ່ງ​ຖື
ວ່າຈະ​ສົ່ງ​ຜົນ​ກະທົບ​ຕໍ່​ຄວາມ​ເປັນ​ໄປ​ໄດ້​ຂອງ
ໂຄງການກໍ່ສ້າງເຂື່ອນໄຊຍະບູລີຢູ່ໃນລາວ ຢ່າງ​ຫລີກ​ລ່ຽງບໍ່​ໄດ້.

XS
SM
MD
LG