ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງພະລັງງານ ແລະບໍ່ແຮ່ຂອງລາວ ໄດ້ໃຫ້ການຢືນຢັນວ່າ ທາງການລາວຍັງຈະສືບຕໍ່ແຜນການສ້າງເຂື່ອນ ໃນແມ່ນໍ້າຂອງໃນເຂດປະເທດລາວ
ຕໍ່ໄປ ເຖິງແມ່ນວ່າ ໃນໄລຍະທີ່ຜ່ານມາ ຈະຖືກຄັດຄ້ານຈາກ ບັນດາອົງການສິ່ງ
ແວດລ້ອມທໍາມະຊາດທັງໃນເອເຊຍ ແລະໃນລະດັບສາກົນກໍຕາມ ຫາກແຕ່ ໂດຍມີ
ການ ສຶກສາສໍາຫລວດ ຢ່າງໄດ້ມາດຕະຖານສາກົນນັ້ນ ກໍເຮັດໃຫ້ເຊື່ອໝັ້ນວ່າ ຈະ
ສາມາດ ປ້ອງກັນຜົນກະທົບຕໍ່ສະພາບແວດລ້ອມທໍາມະຊາດໄດ້ຢ່າງແນ່ນອນ
ຫລ້າສຸດນີ້ ກໍມີລາຍງານມາວ່າ ທາງການລາວ ໄດ້ໃຫ້ບໍລິມະສິດແກ່ໂຄງການສ້າງ
ເຂື່ອນທ່າຄໍ້ຢູ່ເຂດເມືອງໂຂງ ແຂວງຈໍາປາສັກ ໂດຍຈາກການສຶກສາສໍາຫລວດ ກ່ຽວ
ກັບຄວາມເປັນໄປໄດ້ ຂອງໂຄງການ ໃນໄລຍະທີ່ຜ່ານມານັ້ນ ກໍພົບວ່າ ຈະບໍ່ສົ່ງຜົນ ກະທົບຕໍ່ສະພາບແວດລ້ອມທໍາມະຊາດໃນແມ່ນໍ້າຂອງຢ່າງແນ່ນອນ ທັງຍັງຈະບໍ່ ສົ່ງຜົນກະທົບຕໍ່ເຂດການທ່ອງທ່ຽວອີກດ້ວຍ. ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວທ່ານ
ນຶ່ງ ໃຫ້ການຊີ້ແຈງວ່າ:
“ທີ່ຕັ້ງຂອງໂຄງການ
ໄຟຟ້ານໍ້າຕົກທ່າຄໍ້
ຕັ້ງຢູ່ນອກເຂດຂອງ
ການພັດທະນາການ
ທ່ອງທ່ຽວມັນຈະບໍ່ໄປ
ແຕະຕ້ອງເລື້ອງສິ່ງ
ແວດລ້ອມຢູ່ໃນ. ແຕ່
ວ່າໂຄງການໂຕນີ້
ຈະເປັນໂຄງການທີ່
ບໍ່ມີເຂື່ອນ ໂຕ່ງເອົາ
ນໍ້າຢູ່ແຄມທ່ານັ້ນແລ້ວ
ກະເຮັດຄອງຊົນລະປະທານເຂົ້າໄປໂດຍປະມານ 1,700 ແມັດ ແລະໂຄງການ
ນີ້ ກະບໍ່ມີອ່າງເກັບນໍ້າຈະໂຕ່ງເອົານໍ້າໂດຍກົງແລ້ວ ກໍເອົາຜ່ານເຄື່ອງຈັກ ຢູ່ລຸ່ມ
ຄອນພະເພງໄປອີກ.”
ໂຄງການການເຂື່ອນທ່າຄໍ້ດັ່ງກ່າວນີ້ ຈະມີກໍາລັງຜະລິດພະລັງງານໄຟຟ້າລວມ 308
MW ຊຶ່ງຈະມີການກໍ່ສ້າງເປັນແບບຂັ້ນບັນໄດທີ່ແບ່ງອອກເປັນ 3 ຂັ້ນຕອນດ້ວຍກັນ
ຊຶ່ງກໍຄືຂັ້ນຕອນທີ 1 ຈະມີກໍາລັງຜະລິດພະລັງງານໄຟຟ້າ 52 MW, ຂັ້ນຕອນທີ 2
ຈະມີກໍາລັງຜະລິດພະລັງງານໄຟຟ້າ 86 MW ແລະຂັ້ນຕອນທີ 3 ທີ່ຢູ່ຕໍ່າສຸດນັ້ນຈະມີ
ກໍາລັງຜະລິດພະລັງງານໄຟຟ້າເຖິງ 170 MW ໂດຍມີເປົ້າໝາຍ ທີ່ຈະສົ່ງພະລັງງານ
ໄຟຟ້າທີ່ຜະລິດໄດ້ສ່ວນໃຫຍ່ຂາຍໃຫ້ແກ່ໄທ, ຫວຽດນາມ ແລະກໍາປູເຈຍເປັນດ້ານຫລັກ.
ກ່ອນໜ້ານີ້ ທ່ານໄຊປະເສີດ ພົມສຸພາ ຫົວໜ້າກົມສົ່ງເສີມແລະພັດທະນາພະລັງງານ
ຂອງກະຊວງພະລັງງານແລະບໍ່ແຮ່ ຂອງລາວ ຈົນເຖິງປັດຈຸບັນນີ້ ທາງການລາວໄດ້
ອະນຸຍາດໃຫ້ບໍລິສັດຈາກຕ່າງປະເທດ ທໍາການສຶກສາສໍາຫລວດຄວາມເປັນໄປໄດ້
ຂອງໂຄງການກໍ່ສ້າງເຂຶ່ອນໃນລໍາແມ່ນໍ້າຂອງສະເພາະໃນເຂດປະເທດລາວໄປແລ້ວ
ຈໍານວນເຖິງ 7 ໂຄງການ.
ນອກຈາກເຂຶ່ອນທ່າຄໍ້ ດັ່ງກ່າວແລ້ວ ກໍຍັງມີໂຄງການເຂຶ່ອນປາກແບ່ງໃນແຂວງອຸດົມໄຊ,
ເຂຶ່ອນຫລວງພະບາງໃນແຂວງຫລວງພະບາງ ໂຄງການເຂື່ອນປາກລາຍ ໃນແຂວງໄຊ
ຍະບູລີ, ໂຄງການເຂື່ອນສານະຄາມໃນແຂວງວຽງຈັນ, ໂຄງການເຂື່ອນແກ້ງຫລວງ
ແລະໂຄງການເຂື່ອນດອນໂຂງໃນແຂວງຈຳປາສັກ ໂດຍທີ່ 5 ໂຄງການມີເປົ້າໝາຍ ທີ່
ຈະສົ່ງກະແສໄຟຟ້າໄປຂາຍໃຫ້ກັບໄທ. ສ່ວນອີກ 2 ໂຄງການທີ່ເຫລືອ ກໍຈະສົ່ງກະແສ
ໄຟຟ້າຂາຍໃຫ້ຫວຽດນາມ 1 ໂຄງການ ແລະຕອບສະໜອງການຊົມໃຊ້ໄຟຟ້າພາຍໃນ
ປະເທດ 1 ໂຄງການ.
ແຕ່ຢ່າງໃດກໍຕາມ ທ່ານໄຊປະເສີດ ກໍໄດ້ໃຫ້ການເນັ້ນຢໍ້າວ່າ ການອະນຸຍາດດັ່ງກ່າວນີ້
ບໍ່ໄດ້ໝາຍເຖິງ ການອະນຸ ຍາດໃຫ້ບໍລິສັດຕ່າງປະເທດກໍ່ສ້າງເຂຶ່ອນແຕ່ຢ່າງໃດ ເພາະ
ວ່າ ການທີ່ຈະອະນຸມັດໃຫ້ບໍລິສັດຕ່າງຊາດ ສາມາດທີ່ຈະລົງມືກໍ່ສ້າງເຂຶ່ອນໄດ້ນັ້ນ ຈະ
ຂຶ້ນຢູ່ກັບຜົນທີ່ໄດ້ຮັບຈາກການສຶກສາຄວາມເປັນໄປໄດ້ ຂອງແຕ່ລະໂຄງການເປັນການ
ສໍາຄັນ.
ຍິ່ງໄປກວ່ານັ້ນ ສຳລັບໂຄງການທີ່ໄດ້ທໍາການສຶກສາແລ້ວພົບວ່າມີຄວາມເປັນໄປໄດ້
ແລະຄຸ້ມຄ່າທີ່ຈະລົງທຶນກໍ່ສ້າງ ຕໍ່ໄປນັ້ນ ທາງການລາວກໍຍັງຈະຕ້ອງສະເໜີແຜນການ
ກໍ່ສ້າງຕໍ່ປະເທດສະມາຊິກໃນ MRC ດ້ວຍກັນ ເພື່ອໃຫ້ການຮັບຮອງແຜນການກໍ່ສ້າງ
ເຂຶ່ອນດັ່ງກ່າວຕໍ່ໄປອີກດ້ວຍ.