ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວຢືນຢັນວ່າ ການສ້າງເຂື່ອນໄຊຍະບູລີ ຈະເປັນໄປຕາມມາດຕະຖານ ຂອງ MRC ທຸກດ້ານ


ຄະນະຜູ້ແທນເຄືອຂ່າຍປະຊາຊົນໄທ ໄປປະທ້ວງແລະຍື່ນໜັງສືຕໍ່ລັດຖະສະພາໄທທີ່ບາງກອກໃນວັນທີ 18 ເມາສາ 2011
ຄະນະຜູ້ແທນເຄືອຂ່າຍປະຊາຊົນໄທ ໄປປະທ້ວງແລະຍື່ນໜັງສືຕໍ່ລັດຖະສະພາໄທທີ່ບາງກອກໃນວັນທີ 18 ເມາສາ 2011

ເຈົ້າໜ້າທີ່ຂັ້ນສູງຂອງລາວຢືນຢັນວ່າ ໂຄງການກໍ່ສ້າງເຂື່ອນໄຊຍະບູລີຈະປະຕິບັດຕາມ ມາດຕະຖານແລະຂໍ້ກໍານົດຂອງຄະນະກໍາມາທິການແມ່ນໍ້າຂອງ (MRC) ໃນທຸກໆດ້ານ.

ທ່ານ ວິລະ​ພົນ ວິລະ​ວົງ, ຫົວໜ້າກໍາມະການ​ໄຟຟ້າ ກະ
ຊວງ​ພະລັງງານ ​ແລະບໍ່​ແຮ່ຂອງລາວ ຖະແຫຼງຢືນຢັນ​ຕໍ່​
ກອງ​ປະຊຸມ​ໃນ​ວາລະ​ພິ​ເສດ​ຂອງ​ຄະນະ​ກໍາມາທິການ​ແມ່
ນໍ້າຂອງ ( MRC ) ທີ່​ໄດ້​ເລີ່​ມຂຶ້ນ​ໃນ​ວັນ​ທີ 19 ​ເມສານີ້​
ຢູ່​ນະຄອນຫຼວງ​ວຽງຈັນ​ວ່າ ການ​ດໍາ​ເນີນ​ງານ​ໃນ​ໂຄງ
ການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີ​ເທິງ​ແນວແມ່​ນໍ້າຂອງ​ໃນ​ເຂ​ດ
ປະ​ເທດ​ລາວຈະເປັນ​ໄປ​ຕາມ​ຂໍ້​ກໍານົດ ​ແລະ ມາດຕະຖານ
ທີ່​ຄະນະ​ກໍາມາ​ທິການ​ແມ່​ນໍ້າຂອງ​ໄດ້​ວາງ​ອອກ​ໃນ​ທຸກໆ
ດ້ານ.

ທັງ​ນີ້​ ໂດຍ​ສະ​ເພາະແມ່ນການ​ປ້ອງ​ກັນບັນຫາ​ຜົນ​ກະທົບ
ໃນ​ດ້ານ​ຕ່າງໆທີ່​ຈະ​ເກີດ​ຈາກ​ເຂື່ອນ​ເຊັ່ນ​: ການ​ເດີນ​ເຮືອ,
ເສັ້ນທາງ​ອົບ​ພະຍົບຂອງ​ປາ, ຄຸນ​ນະພາ​ບຂອງ​ນໍ້າ, ລະ
ບົບ​ນິ​ເວດ​ທາງທໍາ​ມະ​ຊາດ​ຂອງ​ແມ່ນ​ນໍ້າ​ໃນ​ເຂດ​ທີ່ຢູ່​ທາງ​ລຸ່ມ
ຂອງ​ເຂື່ອນ ​ແລະລະບົບ​ຄວາມ​ປອດ​ໄພ​ຂອງເຂື່ອນ​ເປັນ​
ຕົ້ນ​ນັ້ນ ທ່ານ​ ວິລະ​ພົນ ​ກໍໄດ້ຢືນຢັນ​ໃນ​ກອງ​ປະຊຸມ​ວ່າ
ຈະ​ມີ​ການ​ດໍາ​ເນີນ​ງານ​ທີ່​ໄດ້​ມາດຕະຖານ​ສາກົນ ​ແລະ​ເປັນ
ທີ່​ຍອມຮັບຂອງ​ປະ​ເທດ​ພາຄີ​ໃນ MRC ດ້ວຍ​ກັນ​ຢ່າງ​
ແນ່ນອນ.

ສໍານັກງານອົງການແມ່ນໍ້າຂອງ ທີ່ນະຄອນວຽງຈັນ, ລາວ
ສໍານັກງານອົງການແມ່ນໍ້າຂອງ ທີ່ນະຄອນວຽງຈັນ, ລາວ

ຍິ່ງ​ໄປ​ກວ່າ​ນັ້ນ​ ທາງ​ການ​ລາວ​ຍັງ​ຖື​ວ່າການ​ກໍ່ສ້າງ​ເຂື່ອນ​ຜະລິດ​ໄຟຟ້າເພື່ອສົ່ງ​ອອກໄປ​ຕ່າງ​ປະ​ເທດ​ໃຫ້​ໄດ້​ຫຼາຍ​ທີ່​ສຸດນັ້ນກໍຄື​ແຫຼ່ງລາຍຮັບທີ່​ຈະ​ນໍາ​ໃຊ້​ເຂົ້າ​ໃນ​ການ​ພັດທະ​ນາ​ຕ່າງໆ​ ເພື່ອ​ແກ້​ໄຂ​ຄວາມ​ຍາກຈົນ​ຂອງ​ປະຊາຊົນ​ລາວ​ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ​ໄດ້​ວາງ​ເປົ້າໝາຍທີ່​ຈະ​ສົ່ງອອກ​ກະ​ແສ​ໄຟຟ້າ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ​ເທົ່າທີ່​ຈະ​ຫຼາຍ​ໄດ້​ດັ່ງ​ທີ່​ທ່ານ ວິລະ​ພົນ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ແຜນການນີ້ ໝາຍຄວາມວ່າ ຈະພັດທະນາໃຫ້ຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້. ປັດ
ຈຸບັນນີ້ມີຄວາມອາດສາມາດຢູ່ ສົມມຸດວ່າປະມານ 20,000 MW ​ແລະ 20,000
MW ນີ້ກໍເບິ່ງທາງໄທວ່າ ເພິ່ນສາມາດຊື້ໄດ້ເທົ່າໃດ, ທາງຫວຽດນາມຊື້ໄດ້ເທົ່າ
ໃດ, ທາງກໍາປູເຈຍຊື້ໄດ້ເທົ່າໃດ ຈຶ່ງສາມາດພັດທະນາເພື່ອຂາຍຕາມຄວາມຕ້ອງ
ການຂອງເພິ່ນເພາະຊຸມນີ້ເປັນສ່ວນທີ່ເຫຼືອຈາກຄວາມຕ້ອງການຂອງພາຍໃນ
ແລ້ວ”

ແຕ່​ຢ່າງ​ໃດ​ກໍ​ຕາມ ບັນດາ​ຜູ້​ແທນ ປະ​ເທດ​ພາຄີ MRC ຈາກ​ກຳປູ​ເຈຍ ຫວຽດນາມ ​ແລະ
ໄທທີ່​ໄດ້​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ຄັ້ງນີ້ ກໍ​ໄດ້​ສະ​ເໜີ​ໃຫ້​ທາງ​ການ​ລາວ​ໃຊ້​ເວລາ​ຫລາຍ​ຂຶ້ນ
ໃນການສຶກສາເພືອປ້ອງ​ກັນ​ບັນຫາຜົນກະທົບໃນ​ທຸກໆ ດ້ານ​ຢ່າງຮອບ​ຄອບ​ເພື່ອ​ໃຫ້ທຸກ
ພາກສ່ວນ​ສາມາ​ດທີ່ຈະ​ເຊື່ອໝັ້ນໄດ້ຢ່າງ​ຄັກ​ແນ່​ວ່າ ​ເຂື່ອນ​ໄຊ​ຍະ​ບູລີ​ຈະ​ບໍ່ສົ່ງ​ຜົນ​ກະທົບດ້ານ
ລົບ​ໃນ​ແມ່​ນໍ້າຂອງຢ່າງ​ແທ້​ຈິງ.

ເຄືອຂ່າຍປະຊາຊົນໄທພາກັນໂຮມຊຸມນຸມປະທ້ວງ ຢູ່ຕໍ່ໜ້າສະຖນາທູດລາວໃນຕອນບ່າຍຂອງວັນທີ 18 ເມສາ ເພື່ອຄັດຄ້ານການສ້າງເຂື່ອນໄຊຍະບູລີ
ເຄືອຂ່າຍປະຊາຊົນໄທພາກັນໂຮມຊຸມນຸມປະທ້ວງ ຢູ່ຕໍ່ໜ້າສະຖນາທູດລາວໃນຕອນບ່າຍຂອງວັນທີ 18 ເມສາ ເພື່ອຄັດຄ້ານການສ້າງເຂື່ອນໄຊຍະບູລີ

ຊຶ່ງ​ກໍ​ນັບ​ວ່າ ສອດຄ່ອງ​ກັນກັບ
ເຄືອຂ່າຍປະຊາຊົນໄທຈາກ 8
ຈັງຫວັດ​ທີ່ຢູ່​ລຽບຝັ່ງ​ແມ່​ນໍ້າຂອງ
ຊຶ່ງ​ປະກອບ​ດ້ວຍ​ຈັງຫວັດ​ຊຽງ
ລາຍ, ​ເລີຍ, ໜອງຄາຍ, ນະ
ຄອນ​ພະນົມ, ມຸກດາ​ຫານ,
ອໍານາດ​ຈະ​ເລີ​ນ, ອຸບົນລາດ
ຊະ​ທານີ ​ແລະບຶງ​ການ ທີ່​ໄດ້
ຮ່ວມ​ກັນຍື່ນໜັງສືເຖິງເອກ​ອັກ
ຄະ​ລັດຖະທູດ​ລາວປະຈຳ​ປະ​
ເທດ​ໄທຢ່າງເປັນ​ທາງການໃນ
ຕອນ​ບ່າຍ​ຂອງ​ວັນ​ທີ 18 ເມສາ
ນີ້ ຢູ່​ບາງກອກ ຊຶ່ງໄດ້ສະ​ເໜີ​ໃຫ້
ເລື່ອນ​ການກໍ່ສ້າງ​ອອກ​ໄປ​ເປັນ​ເວລາ 10 ປີ ​ເພື່ອທຳ​ການສຶກສາກ່ຽວກັບການປ້ອງກັນ ບັນຫາຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ​ແລະສັງຄົມຢ່າງ​ລະອຽດຮອບ​ຄອບ​ເສຍ​ກ່ອນ.

ນອກຈາກນັ້ນ ຄະນະ​ຜູ້​ແທນເຄືອຂ່າຍປະຊາຊົນໄທ ກໍຍັງໄດ້ຍື່ນໜັງສື​ທີ່​ມີ​ສາລະ​ສຳຄັນ
ຕໍ່ນາຍົກລັດຖະມົນຕີໄທ, ຄະ​ນະ​ກຳມາ​ທິການ ສິ່ງ​ແວດ​ລ້ອມ​ປພຈຳ​ລັດຖະສະພາ​ໄທ
ແລະ ກຸ່ມບໍລິສັດ ຊໍ ການຊ່າງທີ່​ຈະ​ເປັນຜູ້ລົງທຶນກໍ່ສ້າງເຂື່ອນໄຊຍະບູລີ ດັ່ງກ່າວ​ອີກ​ດ້ວຍ.

ກ່ອນໜ້ານີ້​ເຄືອຂ່າຍປະຊາຊົນໄທ ຊຶ່ງປະກອບດ້ວຍສະມາຊິກຈາກ 44 ອົງການທາງ
ສັງຄົມ ແລະສິ່ງແວດລ້ອມທໍາມະຊາດ​ໃນທົ່ວປະເທດໄທໄດ້ອອກຖະແຫລງການ ເພື່ອສະ ແດງການຄັດຄ້ານໂຄງການກໍ່ສ້າງເຂື່ອນໄຊຍະບູລີ ອີກ​ດ້ວຍ​ເຊັ່ນ​ກັນ ແລະໃນໂອກາດ
ດຽວກັນນັ້ນ ກໍຍັງໄດ້ຈັດສົ່ງຖະແຫລງການດັ່ງກ່າວໄປເຖິງທຸກພາກສ່ວນທີ່ກ່ຽວຂ້ອງທັງ
ຢູ່ໃນໄທ, ກຳປູເຈຍ, ຫວຽດນາມ ແລະລາວ ໃນຖານະທີ່ເປັນປະເທດສະມາຊິກຂອງ​ຄະ
ນະ​ກໍາມາ​ທິການ​ແມ່​ນໍ້າຂອງ (Mekong River Commission) ຫລື MRC ​ອີກ​ດ້ວຍ.

ເຄືອຂ່າຍປະຊາຊົນໄທຖືປ້າຍປະທ້ວງທີ່ສະຖານທູດ ລາວປະຈໍາໄທທີ່ບາງກອກ ເພື່ອຄັດຄ້ານການກໍ່ ສ້າງເຂື່ອນໄຊຍະບູລີໃນວັນທີ 18 ເມສາ, 2011
ເຄືອຂ່າຍປະຊາຊົນໄທຖືປ້າຍປະທ້ວງທີ່ສະຖານທູດ ລາວປະຈໍາໄທທີ່ບາງກອກ ເພື່ອຄັດຄ້ານການກໍ່ ສ້າງເຂື່ອນໄຊຍະບູລີໃນວັນທີ 18 ເມສາ, 2011

ທະນາຄານພານິດ 4 ແຫ່ງ
ທີ່ກຳລັງຈະພິຈາລະນາໃຫ້
ເງິນກູ້ສະໜັບສະໜູນໂຄງ
ການ, ການໄຟຟ້າຝ່າຍ
ຜະຫລິດແຫ່ງປະເທດໄທ
(EGAT) ໃນຖານະຜູ້ທີ່
ຈະຮັບຊື້ພະລັງງານໄຟຟ້າ
ແລະ ອີກ15 ພາກສ່ວນ
ທີ່ໄດ້ໃຫ້ການສະໜັບສະ
ໜູນດ້ານເງິນທຶນແກ່
MRC ອີກດ້ວຍ.

ແຜນການ ນີ້ ໝາຍຄວາມ ວ່າ ຈະ ພັດທະນາ ໃຫ້ ຫຼາຍ ທີ່ ສຸດ ເທົ່າ ທີ່ ຈະຫຼາຍ ໄດ້ ປັດຈຸ ບັນ ນີ້ ມີ ຄວາມ ອາດ ສາ ມາດ ຢູ່ ສົມມຸດ ວ່າ ປະມານ 20,000 MW ແລະ 20,000 MW ນີ້ ກໍ ເບິ່ງ ທາງ ໄທ ວ່າ ເພິ່ນ ສາມາດ ຊື້ ໄດ້ ເທົ່າ ໃດ, ທາງ ຫວຽດນາມ ຊື້ ໄດ້ ເທົ່າ ໃດ, ທາງ ກໍາປູ ເຈຍ ຊື້ ໄດ້ ເທົ່າ ໃດ ຈຶ່ງ ສາມາດພັດທະນາ ເພື່ອ ຂາຍ ຕາມ ຄວາມ ຕ້ອງການ ຂອງ ເພິ່ນ ເພາະ ຊຸມ ນີ້ ເປັນ ສ່ວນ ທີ່ ເຫຼືອ ຈາກ ຄວາມ ຕ້ອງການ ຂອງ ພາຍ ໃນ ແລ້ວ

XS
SM
MD
LG