ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຕ້ອງລໍຖ້າຕື່ມອີກ 1 ເດືອນ ສໍາລັບການສ້າງເຂື່ອນໄຊຍະບູລີ


ທ່ານຈູມມະລີ ໄຊຍະສອນ, ປະທານປະເທດລາວ ແລະ ເລຂາທິການໃຫຍ່ຂອງພັກປະຊາຊົນປະຕິວັດລາວ
ທ່ານຈູມມະລີ ໄຊຍະສອນ, ປະທານປະເທດລາວ ແລະ ເລຂາທິການໃຫຍ່ຂອງພັກປະຊາຊົນປະຕິວັດລາວ


ປາກົດ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ລາວ​ຈະ​ຕ້ອງ​ໄດ້​ລໍຖ້າ​ໄປ​ຕື່ມ​ອີກ 1 ​ເດືອນ​ສໍາລັບ​ໃຫ້​ຄະນະ​ກໍາ
ມາທິ​ການປະ​ຈໍາ​ຂົງ​ເຂດຕັດສິນ​ໃຈ​ວ່າ​ ຈະ​ຮັບ​ຜ່ານ​ແຜນການ​ຂອງ​ຕົນ​ທີ່​ຈະສ້າງ​ເຂື່ອນ​ໄຟ
ຟ້າພະລັງ​ນໍ້າ​ໃສ່​ແມ່​ນໍ້າຂອງ​ນັ້ນ ຫລື​ບໍ?

ໄດ້​ມີ​ການ​ຄາດ​ກັນ​ໄວ້​ວ່າ ບັນດາ​ສະມາຊິກ​ຂອງຄະນະ​ກໍາມາທິການ​ແມ່​ນໍ້າຂອງ ທີ່ປະກອບ​ດ້ວຍ ​ລາວ ຫວຽດນາມ ກໍາປູ​ເຈຍ​ແລະ​ໄທນັ້ນ ຈະ​ປະກາດ​ການຕັດສິນ​ໃຈ​ຂອງ​ຕົນ​ໃຫ້​ຮູ້​ໃນ​ການ​ພົບ​ປະກັນ​ໃນ​ວັນ​ອາທິດ​ວານ​ນີ້ທີ່​ Sihanoukville ເມືອງ​ຕາກ​ອາກາດ​ຂອງ​ກໍາປູ​ເຈຍ​ນັ້ນ ​ແຕ່ວ່າ​ຫລັງ​ຈາກໄດ້ຮັບ​ຟັງ​ຄໍາ​ຮ້ອງຮຽນ​ໃນ​ນາທີ​ສຸດ​ທ້າຍ​ຂອງ​ພວກກຸ່ມ​ປົກ​ປ້ອງ​ສະພາບ​ແວດ​ລ້ອມ​ແລ້ວ ຄະນະ​ກໍາມາທິການ​ດັ່ງກ່າວ​ໄດ້​ເລື່ອນ​ການ​ຕັດສິນ​ໃຈ​ຂອງ​ພວກ​ຕົນ​ອອກ​ໄປ​ ຈົນ​ຮອດ​ການ​ພົບ​ປະນັດ​ພິ​ເສດ​ຊຶ່ງ​ກໍານົດ​ໃສ່​ວັນ​ທີ 21 ເມສາ​ໜ້າ​ນີ້​ທີ່​ນະຄອນຫລວງ​ວຽງ​ຈັນ​ຂອງ​ລາວ.

ລາຍ​ງານ​ດ້ານ​ເຕັກນິກ​ສະບັບ​ນຶ່ງ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ປະ​ຈໍາ​ຄະນະ​ກໍາມາທິການ​ແມ່​ນໍ້າຂອງ​ ທີ່ນໍາ​ອອກ​ເປີດ​ເຜີຍ​ໃນ​ກອງ​ປະຊຸມ​ມື້ວານ​ນີ້ ໄດ້​ພາ​ໃຫ້ເກີດ​ມີ​ຄວາມ​ເປັນ​ຫ່ວງ​ກັງວົນ​ຂຶ້ນ​ມາ​ໃໝ່​ກ່ຽວ​ກັບ​ຜົນ​ກະທົບ​ຂອງ​ການ​ສ້າງເຂື່ອນຕໍ່​ການ​ປະມົງ​ໃນ​ແມ່​ນໍ້າຂອງ​ນັ້ນ ຊຶ່ງ​ລາຍ​ງານ​ສະບັບ​ນີ້​ກ່າວ​ວ່າ ຜົນ​ຂອງ​ການ​ຫາ​ປາ​ສາມາດ​ຫລຸດ​ນ້ອຍລົງໄດ້ປະມານ 6 ​ເປີ​ເຊັນ​ໄດ້​ໃນ​ຂົງ​ເຂດ​ບ່ອນ​ທີ່ການ​ຫາ​ປາ​ເປັນ​ສິ່ງທີ່​ສໍາຄັນ​ທີ່​ສຸດ​ຕໍ່​ໂພຊະ​ນາ​ການ ​ແລະ​ເສດຖະກິດ​ໃນ​ທ້ອງ​ຖິ່ນ.

ລາວ​ເຫັນ​ວ່າ​ໂຄງການ​ສ້າງ​ເຂື່ອນ​ໄຊ​ຍະ​ບູລີ​ທີ່​ຈະ​ມີມູນ​ຄ່າ 3 ພັນ 500 ລ້ານໂດ​ລາ​ນັ້ນ ເປັນ​ບາດກ້າວ​ສໍາຄັນ​ອັນ​ນຶ່ງ​ໃນ​ແຜນການ​ຂອງ​ຕົນ​ທີ່​ຈະ​ຫລຸດຜ່ອນ​ຄວາມ​ຍາກຈົນ​ລົງ​ ແລະ​ປັບປຸງ​ເສດຖະກິດ​ຂອງ​ຕົນ​ໃຫ້​ທັນສະ​ໄໝ. ເຂື່ອນໄຊ​ຍະ​ບູລີຈະ​ເປັນແຫ່ງ​ທໍາ​ອິດ​ໃນ​ຈໍາ​ນວນ 12 ເຂື່ອນ​ ທີ່ມີ​ການວາງ​ແຜນ​ໄວ້​ວ່າ ຈະ​ສ້າງ​ຂຶ້ນ​ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ​ນັ້ນ.

XS
SM
MD
LG