ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພວກອະນຸລັກສິ່ງແວດລ້ອມ ບໍ່ພໍໃຈ ທີ່ເຂື່ອນໄຊຍະບູລີ ເລີ້ມລົງມືກໍ່ສ້າງ ກ່ອນໄດ້ຮັບການອະນຸມັດ


ບໍລິເວນທີ່ຈະກໍ່ສ້າງເຂື່ອນໄຊຍະບູລີ ໃນພາກເໜືອຂອງເຂດປະເທດລາວ.
ບໍລິເວນທີ່ຈະກໍ່ສ້າງເຂື່ອນໄຊຍະບູລີ ໃນພາກເໜືອຂອງເຂດປະເທດລາວ.

ບັນດາກຸ່ມປົກປ້ອງສະພາບແວດລ້ອມຢູ່ໃນຂົງເຂດ ໄດ້ພາກັນສະແດງ ຄວາມໂກດແຄ້ນ ຕໍ່ລາຍງານຂ່າວທີ່ວ່າ ບໍລິສັດກໍ່ສ້າງຂອງໄທ ໄດ້ເລີ່ມລົງມືດຳເນີນວຽກງານໃນຂັ້ນຕົ້ນຢູ່ທີ່ ບໍລິເວນສ້າງເຂື່ອນໄຟຟ້າພະລັງນໍ້າໃນພາກເໜືອຂອງລາວກ່ອນທີ່ຈະໄດ້ຮັບການອະນຸມັດ ຢ່າງເປັນທາງການຈາກຄະນະກຳມາທິການແມ່ນໍ້າຂອງຫຼື MRC.

ໂຄງການ​ສ້າງ​ເຂື່ອນໄຊ​ຍະ​ບູລີ ທີ່​ສາມາດ​ຜະລິດ​ກະ​ແສ
ໄຟຟ້າ​ໄດ້ 1,260 ​ເມ​ກາ​ວັດ​ໃນ​ພາກ​ເໜືອ​ຂອງ​ລາວ​ກຳ
ລັງ​ປະ​ເຊີນ​ກັບບັນຫາ​ຖົກ​ຖຽງ​ໂຕ້​ແຍ້​ງ​ໃໝ່ຫຼັງຈາກ​ສື່​ມວນ
ຊົນ​ໄທ​ລາຍ​ງານ​ວ່າ ການ​ກໍ່ສ້າງ​ເຂື່ອນໃນ​ຂັ້ນຕົ້ນ​ໄດ້​ເລີ່​ມ
ລົງມື​ແລ້ວກ່ອນ​ທີ່​ໄດ້​ຮັບ​ການ​ອະນຸມັດ​ຢ່າງ​ເປັນທາງ​ການ
ຈາກ​ຄະນະ​ກຳມາ​ທິການແມ່​ນໍ້າຂອງ​ຫຼື MRC.

ຄະນະ​ກຳມາ​ທິການ​ແມ່​ນໍ້າຂອງ ຊຶ່ງ​ມີ​ຜູ້ຕາງໜ້າ​ຂອງ​ກຳ
ປູ​ເຈຍ ສປປ ລາວ ​ໄທແລະ​ຫວຽດນາມຈະ​ທຳ​ການ​ຕັດ
ສິນ​ໃຈຂັ້ນສຸດ​ທ້າຍ​ ໃນ​ວັນ​ອັງຄານ​ມື້ນີ້ກ່ຽວກັບ​ວ່າ ​ໂຄງ
ການພັດທະນາ​ມູນ​ຄ່າ 3 ພັນ 500 ​ໂດ​ລາທີ່​ວ່າ​ນີ້ຄວນ
ຈະ​ດຳ​ເນີນ​ຕໍ່​ໄປ​ຫຼືບໍ່.

ໃນ​ປີ 2007 ປະ​ເທດ​ໄທ​ແລະ ສປປ ລາວ​ໄດ້​ຕົກລົງ​ກັນ​
ວ່າ 95% ຂອງ​ໄຟຟ້າ​ທີ່​ຜະລິດ​ໂດຍ​ເຂື່ອນ​ໄຟຟ້າ​ພະລັງ
ນໍ້າ​ໄຊ​ຍະ​ບູລີ​ຈະ​ຂາຍ​ໃຫ້​ແກ່​ໄທ​ໂດຍ​ທີ່ບໍລິສັດ​ກໍ່ສ້າງ​ຂອງ
ໄທ​ແລະ​ການ​ເງິນ ​ຈະ​ເປັນ​ຜູ້​ໃຫ້ການ​ສະໜັບສະໜຸນແກ່ໂຄງການ​ດັ່ງກ່າວ.

ເຂື່ອນ​ໄຊ​ຍະ​ບູລີ ຊຶ່ງ​ເປັນ​ເຂື່ອນ​ທຳ​ອິດ​ທີ່​ຈະ​ສ້າງ​ໃສ່​ເຂດ​ລຸ່ມ​ແມ່​ນໍ້າຂອງ​ນັ້ນຈຳ​ເປັນ​ຈະ​ຕ້ອງ​
ໄດ້​ຮັບ​ການ​ອະນຸມັດ​ຈາກ​ລັດຖະບານຂອງປະເທດຕ່າງໆ​ແຕ່​ລາຍ​ງານ​ຂ່າວ​ຂອງສື່​ມວນ​ຊົນ
ໄທໃນ​ທ້າຍ​ສັບປະດາຜ່ານ​ມານີ້ໄດ້​ລົງ​ຂ່າວ​ຮູບ​ພາບ​ຕ່າງໆສະ​ແດງໃຫ້​ເຫັນ​ວ່າການ​ດຳ​ເນີນ​
ວຽກ​ງານ​ໃນ​ຂັ້ນຕົ້ນຢູ່​ທີ່​ບໍລິ​ເວນ​ເຂື່ອນ​ດັ່ງກ່າວ​ ຢູ່​ໃນພາກ​ເໜືອ​ຂອງ​ລາວນັ້ນ ​ເລິ່ມລົງມືມາ​
ໄດ້​ຫຼາຍອາທິດ​ແລ້ວ.

ລາຍ​ງານ​ຂ່າວ​ຂອງ​ສື່​ມວນ​ຊົນ ​ໄດ້​ສ້າ​ງຄວາມ​ໂກດ​ແຄ້ນ​ໃຫ້​ແກ່​ບັນດາ​ກຸ່ມ​ປົກ​ປ້ອງ​ສະພາບ
ແວດ​ລ້ອມ​ແລະ​ພວກ​ນັກວິທະຍາສາດ ທີ່​ຕ້ອງການ​ຢາກ​ໃຫ້​ມີການ​ສຶກສາ​ເພີ່ມ​ຕື່ມ​ ກ່ຽວ​ກັບ
ຜົນ​ກະທົບ​ຈາກ​ການ​ສ້າງ​ເຂື່ອນ​ຕ່າງໆ​ໃສ່​ລຳ​ແມ່ນໍ້າຂອງ. ນາງ Ame Trandem ນັກ​ປຸກ
ລະດົມ​ຈາກ​ກຸ່ມແມ່​ນໍ້າ​ສາກົນຫລື International Rivers ກ່າວ​ວ່າຂັ້ນຕອນ​ໃນ​ການ​ຊັ່ງຊາ
ຕີ​ລາ​ໄດ້​ຮຽກຮ້ອງໃຫ້​ເລື່ອນ​ເວລາ​ໃນ​ການ​ສ້າງ​ເຂື່ອນ​ໃສ່​ລໍາ​ແມ່​ນໍ້າຂອງ​ອອກ​ໄປຕື່ມ​ອີກ.

// ສຽງ //

ນາງ Trandem ​ເວົ້າວ່າ "ຜົນ​ກະທົບ​ຈາກ​ການ​ສ້າງ​ເຂື່ອນ​ແມ່ນ​ຮ້າຍ​ແຮງ​ຫຼາຍກວ່າ​
ຜົນ​ປະ​ໂຫຍ​ດທີ່​ໄດ້​ຮັບ ​ແລະ​ນີ້ກໍ​ຄື​ບັນຫາ. ຍຸດ​ທະ​ສາດ​ການ​ຊັ່ງຊາ​ຕີ​ລາຄາ​ ທາງ​
ດ້ານ​ສະພາບ​ແວດ​ລ້ອມທີ່​ຄະນະ​ກຳມາ​ທິການ​ແມ່​ນໍ້າຂອງ​ຫຼື MRC ນຳ​ອອກ​ເຜີຍ​
ແຜ່​ພຽງ 3 ອາທິດ​ລຸນ​ຫຼັງທີ່​ຂັ້ນຕອນ​ໃນ​ການ​ສ້າ​ງ​ເຂື່ອນ​ໄຊ​ຍະ​ບູລີ​ໄດ້​ເລີ້ມຂຶ້ນນັ້ນ​
ໄດ້​ໃຫ້​ຄຳ​ແນ​ນຳ​ທີ່​ສຳຄັນ​ວ່າ ການ​ຕັດສິນ​ໃຈ​ທັງ​ໝົດ ​ກ່ຽວ​ກັບການ​ສ້າງ​ເຂື່ອນ​ໃສ່​
ລຳ​ແມ່​ນໍ້າຂອງຄວນ​ຈະ​ເລື່ອນເວລາ​ອອກ​ໄປ​ຕື່ມ​ອີກ 10 ປີ ຍ້ອນ​ຜົນ​ກະທົບ​ແມ່ນ​
ໃຫຍ່​ຫຼວງຫຼາຍ."

ບັນດາ​ກຸ່ມ​ປົກ​ປ້ອງ​ສະພາບ​ແວດ​ລ້ອມ​ກ່າວ​ວ່າ​ເຂື່ອນ​ໄຊ​ຍະ​ບູລີ​ຈະ​ມີ​ຜົນ​ກະທົບຕໍ່​ລະບົບ​ນິ​ເວດ​
ແລະ​ການ​ໄຫຼຂອງ​ແມ່​ນໍ້າຂອງ. ນອກ​ນັ້ນ​ ເຈົ້າໜ້າ​ທີ່​ລັດຖະບານ​ຫວຽດນາມ ​ຍັງ​ໄດ້​ສະ​ແດງ
ຄວາມວິຕົກ​ກັງວົນກ່ຽວ​ກັບ​ຜົນ​ກະທົບ​ຈາກການ​ສ້າງ​ເຂື່ອນ ຕໍ່​ການ​ປູກ​ເຂົ້າ​ໃນ​ເຂດ​ສາມຫຼ່ຽມ
ປາກ​ແມ່​ນໍ້າຂອງ. ​ໃນ​ຂັ້ນຕົ້ນນັ້ນຈະ​ມີ​ຜູ້​ຄົນຫຼາຍກວ່າ 2,000 ຄົນຈະຖື​ກບັງຄັບ​ໃຫ້ຍົກຍ້າຍ​
ໃຫ້​ໄປ​ຕັ້ງຖິ່ນຖານຢູ່​ບ່ອນ​ໃໝ່ ​ໂດຍ​ທີ່ອີກ 200,000 ຄົນຈະ​ໄດ້​ຮັບ​ຜົນ​ກະທົບ​ທາງ​ອ້ອມ.

ລາຍ​ງານ​ຂອງ​ສື່​ມວນ​ຊົນ​ໄທ​ ຍັງ​ແຈ້ງ​ໃຫ້​ຊາບ​ວ່າພວກ​ພໍ່​ໄຮ່​ຊາວນາ​ລາວ​ທີ່​ທຸກຍາກ​ ໄດ້​ຮັບ​
ການສະ​ເໜີ​ຈ່າຍ​ເງິນ​ຊົດ​ເຊີຍ​ຈາກ​ບໍລິສັດ​ກໍ່​ສ້າງ​ຂອງ​ໄທ​ຕໍ່າ​ເຖິງ 15 ​ໂດ​ລາ​. ນາງ​ພຽນ​ພອນ
ດີ​ຖີ ຈາກອົງການ​ແມ່​ນໍ້າ​ສາກົນທີ່​ປະ​ເທດໄທ​ກ່າວ​ວ່າ ການ​ຈ່າຍ​ເງິນ​ຊົດ​ເຊີຍ​ທີ່​ວ່າ​ນີ້ຊີ້​ໃຫ້​ເຫັນ
ເຖິງ​ຄວາມ​ລົ້ມ​ແຫຼວຂອງບໍ​ລິດ​ສັດ​ຜູ້​ພັດທະນາ ​ທີ່ບໍ່ຢັ່ງ​ຮູ້​ຢ່າງ​ເຕັມທີ່​ເຖິງ​ຜົນ​ກະທົບ​ຂອງ​ການ​
ສ້າງ​ເຂື່ອນທີ່​ມີ​ຕໍ່​ປະຊາ​ຄົມ​ຕ່າງໆ​ຢູ່​ໃນ​ເຂດ​ດັ່ງກ່າວ.

// ສຽງ //

ນາງ​ດີ​ຖີ​ເວົ້າວ່າ "ຈະ​ຊົດ​ເຊີຍ​ຜູ້​ຄົນ​ເຫຼົ່ານີ້​ແບບ​ໃດ ​ແລະ​ຈະ​ຊົດ​ເຊີຍ​ພວກ​ພໍ່​ໄຮ່ພໍ່​ນາ​
ທີ່​ອາ​ໄສ​ຢູ່​ໃນ​ເຂດ​ສາມ​ຫຼ່ຽມປາກ​ແມ່​ນໍ້າ​ແບບ​ໃດ ທີ່​ທີ່​ດິນ​ຂອງ​ພວກ​ເຂົາເຈົ້າທີ່​ຈະ
ຖືກ​ນໍ້າ​ທະ​ເລ​ ຍູ້​ເຂົ້າມາ​ຖ້ວມ ຈະ​ຮວມ​ເອົາ​ພວກ​ຜູ້​ຄົນ​ເຫຼົ່ານີ້​ ເຂົ້າກັນທັງ​ໝົດ​ໄດ້​
ແບບ​ໃດເພື່ອ​ວ່າ​ຄຳ​ຮ້ອງທຸກ​ຂອງ​ເຂົາ​ເຈົ້າຈຶ່ງ​ຈະ​ເປັນ​ທີ່​ໄດ້​ຍິນ? ສຳລັບ​ຂັ້ນຕອນ​
ໃນ​ການຕັດສິນ​ໃຈນັ້ນ ​ແມ່ນ​ມີ​ພຽງ​ແຕ່​ຜູ້​ມີ​ອິດ​ທິພົນ​ບໍ່​ເທົ່າ​ໃດຄົນ​ທໍ່​ນັ້ນທຳ​ການ​ຕັດ
ສິນ​ໃຈຢູ່​ໃນ​ຫ້ອງ​ທີ່​ຕິດ​ເຄື່ອງ​ປັບ​ອາກາດຂອງ​ພວກ​ເຂົາ​ເຈົ້າ."

ສະມາຊິກ​ສະພາ​ສູງ​ສະຫະຣັດ ທ່ານ Jim Webb ​ໄດ້​ສະ​ແດງ​ຄວາມ​ວິຕົກກັງວົນ​ທີ່​ວ່າ​ລັດ
ຖະບານ​ລາວ​ພ້​ອມ​ແລ້ວ​ທີ່​ຈະ​ດຳ​ເນີນ​ການ​ກ່ຽວ​ກັບ​ການສ້າງ​ເຂື່ອນ​ໄຊ​ຍະ​ບູລີ. ຖະ​ແຫຼງຂ່າວ​
ສະບັບ​ນຶ່ງ​ຂອງ​ທ່ານ Webb ກ່າວ​ວ່າ ການຕັດສິນ​ໃຈ​ທີ່​ວ່າ​ນີ້ ​ແມ່ນ "ເປັນ​ແບບຢ່າງ​ທີ່​ເປັນ​
ໄພອັນຕະລາຍ​ຮ້າຍ​ແຮງ" ​ຕໍ່​ສິ່ງ​ແວດ​ລ້ອມ​ຢູ່​ໃນ​ຂົງ​ເຂດ.

ໄດ້​ມີ​ການສະ​ເໜີ​ສ້າງ​ເຂື່ອນ​ຕ່າງໆ​ ຫຼາຍ​ເຖິງ 10 ​ເຂື່ອນໃສ່​ເຂດ​ລຸ່ມ​ແມ່​ນໍ້າຂອງທີ່​ບັນ​ດາ​ກຸ່ມ
ປົກ​ປ້ອງ​ສະພາບ​ແວດ​ລ້ອມ​ເຕືອນ​ວ່າ ຈະ​ມີ​ຜົນ​ກະທົບ​ຕໍ່​ຜູ້ຄົນຫຼາຍ​ເຖິງ 40 ລ້ານ​ຄົນຖ້າ​ໂຄງ
ການ​ສ້າງ​ເຂື່ອນ​ເຫຼົ່ານີ້ ຫາກ​ໄດ້​ຮັບ​ການອະນຸມັດ ຕະຫຼອດທັງ​ຜົນ​ກະທົບຕໍ່​ຊີວະ​ນາໆ​ພັນ​ຢູ່​ໃນ
ຂົງ​ເຂດ​ນຳ​ດ້ວຍ.

XS
SM
MD
LG