ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບໍລິສັດໄຟຟ້າລາວວາງແຜນ ຈະຜະລິດ ພະລັງງານ ໃຫ້ໄດ້ຕື່ມອີກ ຫລາຍກ່ວາ 3 ພັນ ເມກາວັດ


ລັດວິສາຫະກິດໄຟຟ້າລາວ (EDL) ຊື້ກະແສໄຟຟ້າ ຈາກໂຄງການ ນໍ້າທາ 3 ຢູ່ໃນລາວ
ລັດວິສາຫະກິດໄຟຟ້າລາວ (EDL) ຊື້ກະແສໄຟຟ້າ ຈາກໂຄງການ ນໍ້າທາ 3 ຢູ່ໃນລາວ

ລັດວິສາຫະກິດໄຟຟ້າລາວ ວາງແຜນການທີ່ຈະເພີ້ມຄວາມອາດສາມາດ ໃນການຜະລິດ ພະລັງງານໃຫ້ໄດ້ອີກ 3,856 MW ພາຍໃນປີ 2015 ຊຶ່ງເຮັດໃຫ້ຈະຕ້ອງໃຊ້ເງິນທຶນຫລາຍ ກວ່າ 24,000 ລ້ານໂດລາ.

ທ່ານຄຳມະນີ ອິນທິລາດ ຜູ້ອຳນວຍການບໍລິຫານລັດວິສາຫະກິດໄຟຟ້າລາວ (EDL)
ໄດ້​ຖະ​ແຫຼ​ງຢືນຢັນວ່າ ລັດວິສາຫະກິດໄຟຟ້າລາວ​ໄດ້​ປະ​ກອບສ່ວນ​ຢ່າງ​ສໍາຄັນ​ເຂົ້າ​ໃນ
ການ​ຕອບ​ສະໜອງຕໍ່​ແນວທາງນະ​ໂຍບາຍ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໃນ​ຕະ
ຫຼອດ​ໄລຍະ 30 ປີ​ມາ​ນີ້ ​ໂດຍ​ສະ​ເພາະ​ແ​ມ່ນການ​ຂະຫຍາຍ​ແນວ​ສາຍ​ສົ່ງ​ກະ​ແສ​ໄຟ​ຟ້າ
ໄປ​ໃນພື້ນ​ທີ່​ຕ່າງໆ ​ແລະສາມາດ​ສະໜອງ​ການ​ຊົມ​ໃຊ້​ໄຟຟ້າ​ຂອງ​ປະຊາຊົນ​ລາວ​ໄດ້
ແລ້ວ​ເຖິງ 70% ຂອງ​ຈຳນວນ​ຄົວ​ເຮືອ​ນທັງ​ໝົດ​ໃນ​ທົ່ວປະ​ເທດລາວແລ້ວໃນປັດຈຸບັນນີ້.

ແຕ່ຢ່າງໃດກໍຕາມ ເນື່ອງຈາກ EDL ໄດ້ວາງເປົ້າໝາຍທີ່ຈະຂະຫຍາຍແນວສາຍສົ່ງກະ
ແສໄຟຟ້າ ໄປຍັງເຂດຊົນນພບົດ ໃຫ້ໄດ້ຫລາຍຂຶ້ນ ເພື່ອໃຫ້ສາມາດຕອບສະໜອງການ ຊົມໃຊ້ຂອງປະຊາຊົນໃຫ້ໄດ້ບໍ່ໜ້ອຍກວ່າ 85% ແລະ 90% ຂອງຈຳນວນຄົວເຮືອນ
ຂອງປະຊາຊົນລາວທັງໝົດໃນປີ 2015 ແລະປີ 2020 ຕາມລຳດັບ ກັບທັງຍັງຈະເພີ່ມ
ຄວາມສາມາດໃນການສົ່ງອອກກະແສໄຟຟ້າໄປຕ່າງປະເທດໃຫ້ໄດ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ
ອີກດ້ວຍນັ້ນ ຈຶ່ງເຮັດໃຫ້ຕ້ອງ ເພີ້ມການຜະລິດພະລັງງານໄຟຟ້າໃຫ້ໄດ້ອີກເຖິງ 3,856
MW ໃນປີ 2015.

ການທີ່ຈະເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວ ໄດ້ຢ່າງເປັນຮູບປະທໍານັ້ນ EDL ກໍ
ຄາດວ່າ ຈະຕ້ອງໃຊ້ເງິນລົງທຶນ ຄິດເປັນມູນຄ່າລວມປະມານ 24,650 ລ້ານໂດລາ
ແລະຄາດວ່າ EDL ຈະສາມາດປະກອບ ສ່ວນເຂົ້າໃນການລົງທຶນ ໄດ້ໃນມູນລວມປະ
ມານ 1,452 ລ້ານໂດລາ ຫລືບໍ່ເຖິງ 6% ຂອງຄວາມຕ້ອງການເງິນທຶນທັງໝົດເທົ່ານັ້ນ.
ດ້ວຍເຫດນີ້ ຈຶ່ງເຮັດໃຫ້ຈໍາເປັນທີ່ຈະຕ້ອງກູ້ຢືມ ແລະສົ່ງເສີມການລົງທຶນຈາກຕ່າງປະ ເທດເປັນດ້ານຫລັກນັ້ນເອງ.

ຕາໜ່າງສາຍສົ່ງໄຟຟ້າຂອງບໍລິສັດ EDL ທີ່ເມືຶອງລາວ
ຕາໜ່າງສາຍສົ່ງໄຟຟ້າຂອງບໍລິສັດ EDL ທີ່ເມືຶອງລາວ

ທາງການລາວເຊື່ອວ່າ
ການຂະຫຍາຍຕະໜ່າງ
ສາຍສົ່ງກະແສໄຟຟ້າ
ໃນເຂດຊົນນະບົດ ຈະ
ເຮັດໃຫ້​ປະຊາຊົ​ນ​ສາມາດ
ຜະລິດ​ສິນຄ້າ​ຕ່າງໆ​ໄດ້
ຫຼາຍ​ຂຶ້ນ ຊຶ່ງກໍໝາຍເຖິງ
ການ​ມີ​ລາຍ​ໄດ້​ສູງ​ຂຶ້ນ
ສຳ​ລັບນຳ​ໄປ​ໃຊ້​ຈ່າຍໃນ
ຄົວ​ເຮືອ​ນເພື່ອ​ຍົກ​ລະດັບ
ຄຸນ​ນະພາ​ບຊີວິດການ
ເປັນ​ຢູ່​ໃຫ້​ນັບ​ມື້​ດີຂຶ້ນ​ນັບມື້ ສະນັ້ນຈຶ່ງສາມາດ​ກ່າວ​ໄດ້​ວ່າ​ ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວໄດ້​
ປະກ​ອບສ່ວນ​ຢ່າງ​ສຳຄັນ ເຂົ້າ​ໃນ​ແນວທາງ​ນະ​ໂຍບາຍຂອງ​ພັກ​ປະຊາຊົນ​ປະຕິວັດລາວ​ທີ່
ມີ​ເປົ້າ​ໝາຍຈະ​ຫຼຸດຜ່ອນ ແລະລົບ​ລ້າງ​ບັນຫາ​ຄວາມທຸກ​ຈົນ​ຂອງ​ປະຊາຊົນ​ລາວ​ໃຫ້​ໄດ້
ຢ່າງ​ເປັນຮູບປະທໍາ ດັ່ງ​ທີ່​ທ່ານຄຳ​ມະນີ ໄດ້​ເນັ້ນ​ຢ້ຳໃນຕອນນຶ່ງວ່າ:

“ລັດວິສາຫະກິດໄຟຟ້າລາວໄດ້ຕັ້ງໜ້າເຂົ້າຮ່ວມ ຂະບວນການພັດທະນາຊົນນະບົດ,
ການສ້າງບ້ານ ແລະກຸ່ມບ້ານພັດທະນາ ແລະແກ້ ໄຂຄວາມທຸກຍາກຂອງ
ປະຊາຊົນ
ບັນດາເຜົ່າໃນຂອບເຂດທົ່ວປະເທດ ຊຶ່ງໄຟຟ້າລາວໄດ້ປະກອບສ່ວນ
ອັນສຳຄັນ ໄດ້
ເຮັດໃຫ້ຈຳນວນຄອບຄົວທີ່ທຸກຍາກ ໃນທົ່ວປະເທດ ຫຼຸດລົງ
ຍັງເຫຼືອພຽງແຕ່ 20.4%
ໃນປີນີ້.”

ໃນປັດຈຸບັນນີ້ ຢູ່​ໃນ​ປະ​ເທດ​ລາວມີ​ເຂື່ອນທີ່ສ້າງ​ສໍາ​ເລັດ ​ແລະ​ກໍໄດ້ທໍາການຜະລິດກະແສ
ໄຟຟ້າແລ້ວຈຳນວນ​ທັງໝົດ 14 ​ໂຄງການ ຊຶ່ງມີ​ກຳລັງ​ຕິດຕັ້ງລວມກັນ 2,540 ​ເມ​ກາ​ວັດ
ແລະ ​ກໍ​ສາມາດ​ຜະຫລິດ​ກະ​ແສ​ໄຟຟ້າ​ໄດ້​ລວມກັນ​ຫລາຍ​ກວ່າ 11 ພັນ​ລ້ານ​ກິ​ໂລ​ວັດ​ໂມງ
ຕໍ່ປີ ຫລື ​ເພີ້ມຂຶ້ນ​ຈາກ​ປີ 2005 ຄິດ​ເປັນ​ເຖິງ 3 ​ເທົ່າ​ຕົວ.

ລັດວິສາຫະກິດໄຟຟ້າລາວ (EDL) ເຊັນສັນຍາ ເພື່ອຊື້ກະແສໄຟຟ້າ ຈາກບໍລິສັດຫົງສາລິກໄນ ໃນປີ 2011 ທີ່ຜ່ານມາ
ລັດວິສາຫະກິດໄຟຟ້າລາວ (EDL) ເຊັນສັນຍາ ເພື່ອຊື້ກະແສໄຟຟ້າ ຈາກບໍລິສັດຫົງສາລິກໄນ ໃນປີ 2011 ທີ່ຜ່ານມາ

ແຕ່ຢ່າງໃດກໍຕາມໃນຈຳນວນ 14 ໂຄງການເຂື່ອນດັ່ງກ່າວ
ກໍ່ເປັນເຂື່ອນທີ່ຢູ່ພາຍໃຕ້ການດູແລແລະຄູ້ມຄອງຂອງ EDL
ຈໍານວນ 9 ໂຄງການ ຊຶ່ງມີກໍາລັງຕິດຕັ້ງຮວມກັນພຽງແຕ່
385 ເມກາວັດ ແລະກໍສາມາດຜະລິດກະແສໄຟຟ້າໄດ້ຮວມ
ກັນໃນປະລິມານບໍ່ເກີນ 1,800 ລ້ານກິໂລວັດໂມງຕໍ່ປີແລະ
ໃນນີ້ກໍເປັນກະແສໄຟຟ້າທີ່ຕອບສະໜອງໃຫ້ການຊົມໃຊ້
ພາຍໃນປະເທດ ໃນປະລິມານລວມ 1,400 ລ້ານກິໂລວັດ
ໂມງຕໍ່ປີ ຊຶ່ງກໍໝາຍຄວາມວ່າ EDL ມີພະລັງງານໄຟຟ້າ
ອອກໄປຕ່າງປະເທດ ບໍ່ເກິນ 400 ລ້ານກິໂລວັດໂມງຕໍ່ປີ
ເທົ່ານັ້ນ.

ສ່ວນອີກ 5 ໂຄງການທີ່ເປັນການລົງທຶນຂອງຕ່າງ ປະເທດຊຶ່ງມີກໍາລັງຕິດຕັ້ງລວມກັນ
2,157 ເມກາວັດ ທີ່ສາມາດຜະລິດກະແສໄຟຟ້າ ໄດ້ຫຼາຍກວ່າ 9,200 ລ້ານກິໂລວັດໂມງ
ຕໍ່ປີນັ້ນ ມີເປົ້າໝາຍເພື່ອການສົ່ງອອກພະລັງງານໄຟຟ້າໄປຕ່າງປະເທດເປັນດ້ານຫຼັກ ຈຶ່ງ
ເຮັດໃຫ້ສາມາດຕອບສະໜອງການຊົມໃຊ້ໃນລາວໄດ້ຢ່າງຈໍາກັດ.

XS
SM
MD
LG