ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວເປີດເຂື່ອນນໍ້າເທີນ 2 ຢ່າງເປັນທາງການແລ້ວ


ກະແສນໍ້າແຮງ ທີ່ໄຫລລົງຈາກເຂື່ອນນໍ້າເທີນ 2.
ກະແສນໍ້າແຮງ ທີ່ໄຫລລົງຈາກເຂື່ອນນໍ້າເທີນ 2.

ລາວ​ໄດ້ຈັດ​ພິທີ​ເປີດ​ເຂື່ອນໄຟ​ຟ້າ​ນໍ້າຕົກທີ່ໃຫຍ່ທີ່ສຸດຂອງ
ຕົນຢ່າງ​ເປັນ​ທາງ​ການ​ແລ້ວ​ທ່າມກາງການ​ໂຕ້​ແຍ້​ງ ​ທີ່​ຍັງ​
ມີ​ຢູ່​ຕໍ່​ມາ​ກ່ຽວກັບ​ໂຄງການ​ນີ້.

ພິທີເປີດ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໃນວັນ​ພະຫັດ​ວານນີ້ ທີ່​ເຂື່ອນຜະລິດ​ໄຟຟ້າ Nam Theun 2
ໂດຍ​ມີ​ປະທານ​ປະ​ເທດ​ລາວ​, ທ່ານ ຈູມ​ມະ​ລີ ​ໄຊ​ຍະ​ສອນ, ນາຍົກລັດຖະມົນຕີ​ໄທ, ທ່ານ
ອະພິສິດ ​ເວດ​ຊາ​ຊີວະ ​ແລະເຈົ້າໜ້າທີ່​ຂັ້ນສູງ​ຈາກ​ປະ​ເທດ​ອື່ນຫລາຍ​ປະ​ເທດເຂົ້າຮ່ວມ​ໃນ​ພິທີ​.

​ພິທີ​ເປີດ​ເຂື່ອນໄຟ​ຟ້າ​ນໍ້າຕົກ ທີ່​ເຂື່ອນ Nam Theun 2 ໃນວັນ​ພະຫັດ​ທີ 9 ທັນວາ 2010.
​ພິທີ​ເປີດ​ເຂື່ອນໄຟ​ຟ້າ​ນໍ້າຕົກ ທີ່​ເຂື່ອນ Nam Theun 2 ໃນວັນ​ພະຫັດ​ທີ 9 ທັນວາ 2010.

ເຂື່ອນໄຟ​ຟ້າ​ດັ່ງກ່າວ ທີ່​ມີ​ມູນ​ຄ່າ
1300 ​ລ້ານໂດ​ລາ ​ໄດ້​ເລີ້ມທຳ​
ການ​ຜະລິດ​ໃນ​ເດືອນ​ເມສາ​ຢູ່ນໍ້າ
ເທີນ​ໃນ​ພາກ​ກາງຂອງ​ລາວ. ໄຟ
ຟ້າ​ທີ່​ຜະລິດ​ຈາກ​ເຂື່ອນທີ່ວ່ານີ້
ແມ່ນ​ສົ່ງ​ໄປ​ຂາຍ​ໃຫ້​ປະ​ເທດໄທ
ເພື່ອນ​ບ້ານ​ 95% ​ໃນ​ຂະນະທີ່
ສ່ວນ​ຍັງ​ເຫລືອ 5% ແມ່ນເອົາ​
ໄວ້ໃຫ້​ຊົມ​ໃຊ້ຢູ່ພາຍ​ໃນ​ປະເທດ
ຊຶ່ງ​ເປັນ​ການ​ຕອບສະໜອງ 1
ສ່ວນ 5 ຂອງ​ຄວາມຮຽກຮ້ອງ
ຕ້ອງການພະລັງງານ​ໄຟ​ຟ້າ ປະຈຳ​ປີ​ຂອງ​ລາວ.

ເຂື່ອນ​ດັ່ງ​ກ່າວ​ແມ່ນ​ການລົງທຶນຮ່ວມ​ກັນ​ລະຫວ່າງລັດຖະບານ​ລາວ, ຝ່າຍການ​ຜະລິດ​ຂອງ​ບໍລິສັດໄຟ​ຟ້າ​ໄທ ຫລື EGAT, ​ແລະບໍລິສັດໄຟ​ຟ້າຝຣັ່ງ ຫລື Electicite de France. ​ ຄາດ​ວ່າເຂື່ອນ​ນີ້​ຈະ​ເຮັດ​ໃຫ້​ ສປປ ລາວ ປະ​ເທດ​ທີ່​ບໍ່ມີ​ທາງ​ອອກ​ສູ່​ທະ​ເລ ​ແລະທຸກ​ຈົນ​ນັ້ນ ມີ​ລາຍຮັບ 2 ພັນ​ລ້ານ​ໂດ​ລາ ​ໃນ​ໄລ​ຍະ 25 ປີ​ ຂ້າງໜ້າ.

ທາງ​ການລາວ​ໄດ້​ໃຫ້​ຄຳໝັ້ນສັນຍາ​ວ່າ ຈະໃຊ້​ເງິນ​ລາຍຮັບທີ່​ໄດ້ມາ​ຈາກເຂື່ອນ​ດັ່ງກ່າວ ​ເຂົ້າ​ໃນ​ການ​ຫລຸດຜ່ອນ​ຄວາມທຸກ​ຈົນ ​ໂດຍ​ຜ່ານ​ການ​ປັບປຸງພາກ​ສຶກສາ ​ແລະສາທາລະນະ​ສຸກ. ທະນາຄານພັດທະນາ​ເອ​ເຊຍ ​ແລະທະນາຄານໂລກໄດ້​ສະໜອງທຶນ​ໃຫ້​ແກ່​ການ​ກໍ່ ສ້າງເຂື່ອນ​ດັ່ງກ່າວ ຊຶ່ງ​ເປັນ​ໂຄງການ​ທີ່​ຕ້ອງ​ໄດ້ມີ​ການ​ຍົກຍ້າຍ​ປະຊາຊົນ​ປະມານ 6 ພັນ​ຄົນ ອອກ​ໄປຈາກ​ເຂດ​ກໍ່ສ້າງ​.

ອົງການ​ໃຫ້​ກູ້​ຢືມ​ເງິນທັງ​ສອງ​ເວົ້າວ່າ ​ເກືອບ 90% ຂອງ​ຊາວບ້ານ​ເຫລົ່າ​ນັ້ນ ​ໄດ້​ລາຍ​ງານ​ວ່າ ຊີວິດ​ການ​ເປັນ​ຢູ່​ຂອງ​ພວກ​ເຂົາ​ເຈົ້າ ຢູ່​ໃນເຂດຈັດ​ສັນໃໝ່​ ແມ່ນ​ດີ​ຂຶ້ນ. ພວກ​ເຈົ້າໜ້າທີ່ ທີ່​ມີ​ສ່ວນ​ພົວພັນນໍາ​ເຂື່ອນ​ດັ່ງ​ ໄດ້​ກ່າວ​ຊົມ​ເຊີຍ​ການ​ເນັ້ນໜັກຂອງໂຄງການ ​ໃສ່ການ​ຈຳກັດ​ຄວາມ​ເສຍ​ຫາຍ​ຕໍ່​ສະພາບ​ແວດ​ລ້ອມ ​ໃຫ້​ມີ​ນ້ອຍ​ທີ່​ສຸດ ​ແລະການປັບປຸງ​ຊີວິດ​ການເປັນ​ຢູ່ ຂອງ​ພວກ​ທີ່​ໄດ້​ຖືກ​ຍົກຍ້າຍ​ໄປ​ນັ້ນ.

ແຕ່​ພວກອານຸລັກສິ່ງ​ແວດ​ລ້ອມ​ເວົ້າວ່າ ມັນ​ຍັງ​ໄວ​ເກີນ​ໄປ​ທີ່​ຈະ​ເວົ້າ​ໄດ້ວ່າ ເຂື່ອນດັ່ງກ່າວ​
ໄດ້ຮັບຜົນສຳ​ເລັດ​ດີ ​ເພາະ​ມີ​ການ​ເປັນ​ຫ່ວງ​ກັນ​ວ່າ ມັນ​ຈະ​ໄປ​ທໍາລາຍ​ຄຸນ​ນະພາບ​ຂອງ
ນໍ້າແລະການ​ປະ​ມົງຂອງ​ປະຊາຊົນ​ຫລາຍ​ສິບ​ພັນຄົນທີ່​ອາ​ໃສຢູ່​ເຂດ​ລຸ່ມຂອງ​ແມ່ນໍ້າເທີນ.

ພວກຕຳໜິ​ຕິຕຽນ​ໂຄງການ​ນີ້ເວົ້າອີກວ່າ ຍັງມີ​ຄຳ​ຖາມ​ຢູ່​ວ່າ ພວກປະຊາຊົນ​ທີ່​ຖືກ​ຍົກ
ຍ້າຍ​ໜີນັ້ນ ຈະ​ສາມາດ​ພັດທະນາ​ການ​ດຳລົງ​ຊີວິດ​ທີ່​ໝັ້ນຄົງ​ແລະ​ຍືນ​ຍົງ​ຢູ່​ໃນ​ບ້ານ​ໃໝ່
ຂອງ​ພວກ​ເຂົາເຈົ້າໄດ້​ຫລາຍ​ປານໃດ.

XS
SM
MD
LG