ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວແລະຈີນຈະລົງມືກໍ່ສ້າງ ທາງລົດໄຟຄວາມໄວສູງ ຈາກດ່ານບໍ່ເຕັນຫາວຽງຈັນ ໃນທ້າຍເດືອນນີ້


ລາວແລະຈີນເຊັນບົດບັນທຶກຄວາມເຂົ້າໃຈ ຫລື MOU ໃນທ້າຍປີ 2010 ສໍາລັບໂຄງການກໍ່ສ້າງທາງລົດໄຟເຊື່ອມຕໍ່ເຂດສິບສອງພັນນາ
ໃນມົນທົນຢູນານໃສ່ນະຄອນວຽງຈັນ, ລາວ
ລາວແລະຈີນເຊັນບົດບັນທຶກຄວາມເຂົ້າໃຈ ຫລື MOU ໃນທ້າຍປີ 2010 ສໍາລັບໂຄງການກໍ່ສ້າງທາງລົດໄຟເຊື່ອມຕໍ່ເຂດສິບສອງພັນນາ ໃນມົນທົນຢູນານໃສ່ນະຄອນວຽງຈັນ, ລາວ

ທາງການລາວແລະຈີນ ຈະເລີ້ມລົງມືດຳເນີນການກໍ່ສ້າງທາງລົດໄຟຄວາມໄວສູງຈາກ ດ່ານບໍ່ເຕັນໃນແຂວງຫຼວງນໍ້າທາ ມາຫານະຄອນວຽງຈັນໃນທ້າຍເດືອນເມສານີ້ເປັນຢ່າງຊ້າ.

ຄະນະກຳມະການຊີ້ນຳໂຄງການລົດໄຟ ທີ່ເຊື່ອມຕໍ່
ຈາກດ່ານບໍ່ເຕັນໃນແຂວງຫຼວງນໍ້າທາ ມາຫານະຄອນ
ວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ສົມ
ສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ
ແລະຜູ້ປະຈໍາການຄະນະລັດຖະບານລາວ ໄດ້ຖະ
ແຫຼງຢືນຢັນວ່າ ການກໍ່ສ້າງທາງລົດໄຟ ທີ່ເປັນການ
ຮ່ວມທຶນກັນລະຫວ່າງທາງການລາວກັບຈີນ ໃນສັດ
ສ່ວນ 30%:70% ຂອງມູນຄ່າການລົງທຶນທັງໝົດ
ນັ້ນຈະເລີ້ມລົງມື ດຳເນີນການໃນພາກຕົວຈິງໃນ
ທ້າຍເດືອນເມສານີ້ເປັນຢ່າງຊ້າ.

ເສັ້ນທາງເຊື່ອມຕໍ່ລະຫວ່າງປະເທດຢູ່ໃນພາກພື້ນເອ ເຊຍຕາເວັນອອກສຽງໃຕ້ແລະຈີນໂດຍຜ່ານລາວ
ເສັ້ນທາງເຊື່ອມຕໍ່ລະຫວ່າງປະເທດຢູ່ໃນພາກພື້ນເອ ເຊຍຕາເວັນອອກສຽງໃຕ້ແລະຈີນໂດຍຜ່ານລາວ

ທັງນີ້ກໍ​ເນື່ອງ​ຈາກ​ວ່າ ​ໃນ​ໄລຍະ​
ທີ່​ຜ່ານ​ມານັ້ນ ທາງ​ການ​ຂອງ
ທັງ​ສອງ​ຝ່າຍ​ໄດ້​ຮ່ວມ​ມືກັນກະ
ກຽມຄວາມ​ພ້ອມໃນ​ດ້ານຕ່າງ
ໆ ​ໄວ້​ສຳລັບ​ຮອງ​ຮັບ​ການ​ລົງ
ມື​ດຳ​ເນີນ​ການກໍ່ສ້າງ ​ໃນ​ພາກ​ຕົວ​ຈິງ​ແລ້ວ. ຕົວຢ່າງ​ກໍ​ຄື ຄະນະ​ກຳມະການຊີ້ນຳ​ໂຄງການ​ຂອງ​ທັງ​ສອງ​ຝ່າຍ ​ໄດ້​ພົບ​ປະ​ເຈລະຈາ​ຮ່ວມ​ກັນ ກັບ​ບັນດາ​ແຂວງ​ຕ່າງໆ ​ໃນ​ລາວ ທີ່​ທາງ​ລົດ​ໄຟ​ຜ່ານ ການ​ກຳໜົດ​ແລວ​ທາງ ​ແລະ​ທີ່​ຕັ້ງສະຖານີ​ລົດ​ໄຟ ການ​ສຶກສາ​ອອກ​ແບບ​ເສັ້ນທາງ ການ​ປະ​ເມີນ​ຜົນ​ກະທົບ​ຕໍ່ສິ່ງ​ແວດ​ລ້ອມ ທຳ​ມະ​ຊາດ ​ແລະ​ສັງຄົມ ການວາງ​ແຜນກໍ່ສ້າງ​ລະບົບ​ໄຟ
ຟ້າ ​ແລະ​ກາ​ນຮ່າງ​ສັນຍາ​ສຳ
ປະທານ​ໃນ​ໂຄງການ​ເປັນຕົ້ນ.

ທາງດ້ານ ທ່ານ ສົມສະຫວາດໃນຖານະປະທານຄະນະກຳມະການຊີ້ນຳໂຄງການຝ່າຍ
ລາວນັ້ນ ກໍໄດ້ສະແດງຄວາມ​ເຊື່ອໝັ້ນວ່າ ໂຄງການເຊື່ອມຕໍ່ທາງລົດໄຟຄວາມໄວສູງລະ
ຫວ່າງລາວກັບຈີນດັ່ງກ່າວນີ້ ຈະສົ່ງຜົນດີຕໍ່ການພັດທະນາເສດຖະກິດຂອງລາວຫຼາຍ
ກວ່າການສົ່ງຜົນກະທົບດ້ານລົບ.

ທັງນີ້ກໍ່ເນື່ອງຈາກວ່າ ໂຄງການເຊື່ອມຕໍ່ທາງລົດໄຟຄວາມໄວສູງກັບຈີນດັ່ງກ່າວນີ້ ບໍ່ພຽງ
ແຕ່ຈະເປັນການຕອບສະໜອງຕໍ່ແຜນການພັດທະນາໃຫ້ລາວໄປເປັນສູນກາງຂອງການ
ເຊື່ອມຕໍ່ທາງດ້ານຄົມມະນາຄົມ-ຂົນສົ່ງໃນເຂດລຸ່ມແມ່ນໍ້າຂອງເທົ່ານັ້ນ ຫາກແຕ່ຍັງຈະເຮັດ
ໃຫ້ລາວເປັນປະເທດທໍາອິດໃນພູມີພາກເອເຊຍຕະເວັນອອກສຽງໃຕ້ ທີ່ມີລະບົບລົດໄຟ
ຄວາມໄວສູງທໍາອິດດ້ວຍ ດັ່ງທີ່ທ່ານ ສົມສະຫວາດ ໄດ້​ເນັ້ນຢໍ້າວ່າ:

ລາວແລະຈີນຈະລົງມືກໍ່ສ້າງ ທາງລົດໄຟຄວາມໄວສູງ ຈາກດ່ານບໍ່ເຕັນຫາວຽງຈັນ ໃນທ້າຍເດືອນນີ້
ລາວແລະຈີນຈະລົງມືກໍ່ສ້າງ ທາງລົດໄຟຄວາມໄວສູງ ຈາກດ່ານບໍ່ເຕັນຫາວຽງຈັນ ໃນທ້າຍເດືອນນີ້

“ໂຄງການສ້າງທາງລົດໄຟເຊື່ອມຕໍ່ລາວ
-ຈີນນີ້ ເປັນເສັ້ນທາງທີ່ມີຄວາມໝາຍປະ
ວັດສາດອັນຈະນໍາເອົາຜົນປະໂຫຍດມາ
ສູ່ປະເທດເຮົາຢ່າງມະຫາສານ. ພ້ອມກັນ
ນັ້ນກະເປັນການເຮັດໃຫ້ປະເທດລາວ
ເປັນໃຈກາງເຊື່ອມຕໍ່ກັບບັນດາປະເທດ
ໃນອະນຸພາກພື້ນປະກົດເປັນຈິງ, ດ້ານ
ນຶ່ງອີກກະເປັນການຍົກສູງບົດບາດອິດ
ທິພົນຂອງປະເທດເຮົາ ເພາະວ່າປະເທດ
ເຮົາຈະເປັນປະເທດທໍາອິດຢູ່ໃນເອເຊຍ
ອາຄະເນ ທີ່ມີລົດໄຟຄວາມໄວສູງຕາມ
ມາດຕະຖານສາກົນ

ທ່ານ ສົມສະຫວາດ ຍັງໄດ້ໃຫ້ການຢືນຢັນອີກດ້ວຍວ່າ ຖ້າຫາກວ່າການດໍາເນີນງານເປັນ ໄປຕາມແຜນການທີ່ວາງໄວ້ກໍ່ຄາດວ່າການກໍ່ສ້າງທາງລົດໄຟສະເພາະໃນເຂດລາວທີ່ມີໄລຍະ
ທາງຍາວເຖິງ 421 ກິໂລແມັດນັ້ນຈະແລ້ວສໍາເລັດຕະຫຼອດເສັ້ນທາງພາຍໃນປີ 2015 ຊຶ່ງ
ເປັນໂອກາດຄົບຮອບ 40 ປີ ຂອງການສະຖາປະນາສາທາລະນະລັດປະຊາທິປະໄຕປະຊາ
ຊົນລາວພໍດີ.

ສະຖານີລົດໄຟທ່ານາແລ້ງ ນະຄອນຫລວງວຽງຈັນ
ສະຖານີລົດໄຟທ່ານາແລ້ງ ນະຄອນຫລວງວຽງຈັນ

ອິງຕາມແຜນການກໍ່ສ້າງທາງລົດໄຟຄວາມໄວສູງສະເພາະ
ໃນເຂດລາວທີ່ເຊື່ອມຕໍ່ຈາກຈີນທີ່ຢູ່ດ່ານຊາຍແດນບໍ່ເຕັນ
ໃນແຂວງຫຼວງນໍ້າທານັ້ນຈະມີການກໍ່ສ້າງສະຖານີໃຫຍ່
5 ແຫ່ງກໍຄືຢູ່ທີ່ດ່ານບໍ່ເຕັນ, ອຸດົມໄຊ, ຫຼວງພະບາງ, ວັງ
ວຽງ ແລະນະຄອນວຽງຈັນ. ນອກຈາກນັ້ນ ກໍ່ຈະມີສະ
ຖານີນ້ອຍອີກ 16 ແຫ່ງ ທີ່ຢູ່ລະຫວ່າງສະຖານີໃຫຍ່ທັງ
5 ແຫ່ງດັ່ງກ່າວ.

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າການກໍ່ສ້າງທາງລົດໄຟສ່ວນໃຫຍ່ໃນລາວນັ້ນ ຈະຕ້ອງຜ່ານ
ເຂດພູຄອຍ ຊຶ່ງເຮັດໃຫ້ຕ້ອງມີການຂຸດເຈາະອຸບມູງ ຄິດເປັນໄລຍະທາງລວມເຖິງ 190 ກິ
ໂລແມັດ ແລະຍັງຈະຕ້ອງກໍ່ສ້າງຂົວອີກຫຼາຍແຫ່ງທີ່ມີຄວາມຍາວຮວມກັນເຖິງ 90 ກິໂລ
ແມັດອີກດ້ວຍນັ້ນ ຈຶ່ງເຮັດໃຫ້ຄາດໝາຍວ່າ ການກໍ່ສ້າງທາງລົດໄຟຄວາມໄວສູງສະເພາະໃນ
ເຂດລາວນີ້ ຈະຕ້ອງໃຊ້ເງິນລົງທຶນເຖິງ 7,000 ລ້ານໂດລາ ຊຶ່ງກໍ່ຄືທາງການລາວຈະຕ້ອງ
ຮ່ວມລົງທຶນອີກດ້ວຍ ຄິດເປັນມູນຄ່າເຖິງ 2,100 ລ້ານໂດລາ ແລະກໍເຊື່ອວ່າ ທາງການ
ລາວຈະໄດ້ມາຈາກ ການກູ້ຢືມຈາກທາງການຈີນນັ້ນເອງ.

ກ່ຽວຂ້ອງກັນ

XS
SM
MD
LG