ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຂວງວຽງຈັນເລີ່ມສໍາຫຼວດ ພື້ນທີ່ ສໍາລັບກໍ່ສ້າງ ທາງລົດໄຟຄວາມໄວສູງ


ການເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງລາວ-ຈີນ ທີ່ນະຄອນ
ວຽງຈັນໃນທ້າຍປີ 2010 ເພື່ອກໍ່ສ້າງທາງລົດໄຟຄວາມໄວສູງ ເຊື່ຶອມຕໍ່ຈາກມົນທົນຢຸນນານຂອງຈີນ ໃສ່ນະຄອນຫລວງວຽງຈັນ.
ການເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງລາວ-ຈີນ ທີ່ນະຄອນ ວຽງຈັນໃນທ້າຍປີ 2010 ເພື່ອກໍ່ສ້າງທາງລົດໄຟຄວາມໄວສູງ ເຊື່ຶອມຕໍ່ຈາກມົນທົນຢຸນນານຂອງຈີນ ໃສ່ນະຄອນຫລວງວຽງຈັນ.

ທາງການແຂວງວຽງຈັນເລີ່ມລົງມືສໍາຫຼວດພື້ນທີ່ ສໍາລັບຮອງຮັບໂຄງການກໍ່ສ້າງທາງລົດໄຟ ຄວາມໄວສູງ ທີ່ຈະເຊື່ອມຕໍ່ລະຫວ່າງຈີນກັບລາວແລ້ວ ໃນຂະນະນີ້.

ທ່ານສຸໄພວັນ ກຸມພົນ ຫົວໜ້າຫ້ອງການປະສານງານ
ສ້າງທາງລົດໄຟຄວາມໄວສູງປະຈໍາແຂວງວຽງຈັນ ຖະ
ແຫຼງຢືນຢັນວ່າ ການສໍາຫຼວດພື້ນທີ່ສໍາລັບຮອງຮັບໂຄງ
ການກໍ່ສ້າງທາງລົດໄຟຄວາມໄວສູງທີ່ເຊື່ອມຕໍ່ລະຫວ່າງ
ຈີນກັບລາວ ທີ່ຈະຜ່ານເຂດແຂວງວຽງຈັນທີ່ຄິດເປັນໄລ
ຍະທາງປະມານ 140 ກິໂລແມັດນັ້ນໄດ້ເລີ່ມຂຶ້ນແລ້ວ
ໃນຂະນະນີ້.

ການດໍາເນີນງານດັ່ງກ່າວ ນອກຈາກຈະມີເປົ້າໝາຍເພື່ອການຈັດຕຽມພື້ນທີ່ໃຫ້ພ້ອມສໍາລັບ
ຮອງຮັບການກໍ່ສ້າງທີ່ຈະເລີ່ມລົງມືພາກຕົວຈິງພາຍໃນເດືອນເມສາປີນີ້ແລ້ວ ກໍຍັງມີເປົ້າໝາຍ ໃນການສໍາຫຼວດເພື່ອໃຫ້ຮູ້ວ່າ ຈະຕ້ອງມີການເວນຄືນທີ່ດິນ ແລະຈະຕ້ອງຊົດເຊີຍຄ່າທີ່ດິນ ໃຫ້ກັບປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການ ໃນມູນຄ່າເທົ່າໃດອີກດ້ວຍ ດັ່ງທີ່ທ່ານ
ສຸໄພວັນໄດ້ຖະແຫຼງຊີ້ແຈງວ່າ:

“ຄືຜົນກະທົບນັ້ນ ກະໄດ້ແຕ່ງກໍາມະການໄປສໍາຫຼວດເບິ່ງ ແລ້ວກະໄດ້ຂຽນບົດ
ບັນທຶກປະເມີນຜົນວ່າ ມັນສູງຫຼືມັນຖຶກ ຫຼືສິຕົກເປັນລາຄາເທົ່າໃດ. ຫຼັງຈາກນັ້ນ
ຄະນະກໍາມະການທັງແຂວງ ທັງເມືອງ ແລະກໍທັງກະຊວງກໍຈະໄດ້ລົງໄປຕີລາຄາ
ອີກເທື່ອໃໝ່ວ່າເໝາະສົມທີ່ຈະໃຫ້ການທົດແທນທຶນເທົ່າໃດ ຊຶ່ງຕົວເລກກໍຍັງບໍ່
ລະອຽດເທື່ອ ຈຶ່ງຈະໄດ້ປະເມີນລາຄານໍາກັນ ແຕ່ສ່ວນຫຼາຍ ກະຖືກດິນໄຮ່ດິນນາ ແລະເມື່ອໄດ້ປະເມີນວ່າເ ທົ່າໃດເໝາະສົມ ແລະລາຄາເທົ່າໃດແລ້ວ ກະສິທົດ
ແທນໄປຕາມນັ້ນ.”

ນໍ້າຊອງ, ເມືອງວັງວຽງ, ທີ່ຊາວ ຕ່າງປະເທດມັກໄປຫລີ້ນມ່ວນກັນ.
ນໍ້າຊອງ, ເມືອງວັງວຽງ, ທີ່ຊາວ ຕ່າງປະເທດມັກໄປຫລີ້ນມ່ວນກັນ.

ທັງນີ້ໂດຍທາງລົດໄຟຄວາມໄວສູງສະເພາະ
ທີ່ຜ່ານເຂດແຂວງວຽງຈັນທີ່ມີໄລຍະທາງຍາວ
ປະມານ140 ກິໂລແມັດດັ່ງກ່າວຈະເປັນການ
ກໍ່ສ້າງຄູ່ຂະໜານກັບນະຄອນຫຼວງແຫ່ງຊາດ
ເລກ 13 ເໜືອ ຊຶ່ງຈະຜ່ານພື້ນທີ່ໃນເຂດ 4
ເມືອງຂອງແຂວງວຽງຈີນ ກໍຄືເມືອງກາສີ,
ວັງວຽງ, ຫີນເຫີບ, ແລະໂພນໂຮງ ໂດຍຈະ
ມີສະຖານີໃຫຍ່ຕັ້ງຢູ່ເມືອງວັງວຽງ ເນື່ອງຈາກ
ຖືວ່າເປັນເມືອງທີ່ມີຄວາມສໍາຄັນໃນດ້ານການ
ທ່ອງທ່ຽວຂອງແຂວງນັ້ນເອງ.

ທາງດ້ານທ່ານສົມພົງ ມົງຄົນວິໄລ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ແລະ
ປະທານອົງການທ່ອງທ່ຽວແຫ່ງຊາດລາວໄດ້ສະແດງຄວາມເຊື່ອໝັ້ນວ່າ ໂຄງການກໍ່ສ້າງ
ທາງລົດໄຟຄວາມໄວສູງ ລະຫວ່າງຈີນກັບລາວ ແລ້ວເຊື່ອມຕໍ່ໄປຍັງປະເທດໄທ-ມາເລເຊຍ
ແລະສິງກະໂປ ຫຼືທີ່ເອີ້ນວ່າໂຄງການເຊື່ອມຕໍ່ທາງລົດໄຟອາເຊຍ-ຈີນນັ້ນ ຈະສົ່ງຜົນດີຕໍ່ການ ພັດທະນາໃນດ້ານການທ່ອງທ່ຽວຂອງລາວໃນອານາຄົດ.

ທັງນີ້ກໍ່ເນື່ອງຈາກວ່າການເດີນທາງດ້ວຍລົດໄຟທີ່ມີຄວາມສະດວກແລະວ່ອງໄວນັ້ນ ຈະເຮັດ
ໃຫ້ນັກທ່ອງທ່ຽວຊາວຕ່າງຊາດ ພາກັນເດີນທາງເຂົ້າມາທ່ອງທ່ຽວໃນລາວ ເພີ່ມຫຼາຍຂຶ້ນ
ຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນນັກທ່ອງທ່ຽວຊາວຈີນນັ້ນ ກໍ່ເຊື່ອວ່າຈະເດີນທາງເຂົ້າມາ
ທ່ອງທ່ຽວໃນລາວຫຼາຍກວ່າທຸກປະເທດ ເມື່ອການກໍ່ສ້າງທາງລົດໄຟຄວາມໄວສູງດັ່ງກ່່າວນີ້ ໄດ້ດໍາເນີນການເສັດສົມບູນແລ້ວນັ້ນ.

ສະຖານີລົດໄຟທ່ານາແລ້ງ, ນະຄອນຫລວງວຽງຈັນ, ໃນມື້ໄຂບໍລິການແລ່ນຂ້າມຂອງໄປຍັງໜອງຄາຍ, ປະເທດໄທ, ວັນທີ 25 ກຸມພາ 2010.
ສະຖານີລົດໄຟທ່ານາແລ້ງ, ນະຄອນຫລວງວຽງຈັນ, ໃນມື້ໄຂບໍລິການແລ່ນຂ້າມຂອງໄປຍັງໜອງຄາຍ, ປະເທດໄທ, ວັນທີ 25 ກຸມພາ 2010.

ກ່ອນໜ້ານີ້ທ່ານ ສົມສະຫວາດ
ຮອງນາຍົກລັດຖະມົນຕີ ຜູ້ປະ
ຈໍາການຄະນະລັດຖະບານລາວ
ໄດ້ຖະແຫຼງຊີ້ແຈງວ່າທາງການ
ລາວແລະຈີນໄດ້ຕົກລົງໃນບົດ
ບັນທຶກຄວາມເຂົ້າໃຈຮ່ວມກັນ
ຢ່າງຈະແຈ້ງແລ້ວວ່າຈະຮ່ວມກັນ
ຈັດຕັ້ງບໍລິສັດຮ່ວມທຶນຂຶ້ນມາ
ເພື່ອຮັບຜິດຊອບໃນການກໍ່ສ້າງ
ທາງລົດໄຟຄວາມໄວສູງທີ່ເຊື່ອມ
ຕໍ່ຈາກຈີນມາຍັງລາວ ໂດຍລັດ
ຖະບານລາວຈະຖືຫຸ້ນລົງທຶນໃນ
ສັດສ່ວນ 30% ໃນຂະນະທີ່ລັດ
ຖະບານຈີນຈະຖືຫຸ້ນໃນສັດສ່ວນ 70% ຂອງມູນຄ່າການລົງທຶນທັງໝົດ 7,000 ລ້ານໂດລາ
ໂດຍເຊື່ອວ່າທາງການລາວຈະໄດ້ມາ ຈາກການກູ້ຢືມຈາກທາງການຈີນນັ້ນເອງ.

ການກໍ່ສ້າງທາງລົດໄຟສະເພາະໃນເຂດລາວຈະເລີ່ມລົງມືໃນພາກຕົວຈິງນັບຈາກເດືອນເມສາ
2011 ເປັນຕົ້ນໄປ ແລະຖ້າຫາກວ່າການດໍາເນີນງານເປັນໄປຕາມແຜນການທີ່ວາງໄວ້ ກໍ
ຄາດວ່າ ການກໍ່ສ້າງທາງລົດໄຟສະເພາະໃນເຂດລາວ ທີ່ມີໄລຍະທາງຍາວເຖິງ 421 ກິໂລ
ແມັດນັ້ນ ຈະແລ້ວສໍາເລັດຕະຫຼອດເສັ້ນທາງພາຍໃນປີ 2015 ຊຶ່ງເປັນໂອກາດຄົບຮອບ
40 ປີ ຂອງການສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວ ພໍດີ.

XS
SM
MD
LG