ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວເຊື່ອວ່າ ລົດໄຟຄວາມໄວສູງ ຈະນຳເອົາ ນັກທ່ອງທ່ຽວ ເຂົ້າມາລາວຫລາຍຂຶ້ນ


ລົດເມສາຍທີ່ແລ່ນຈາກຈີນໄດ້ນໍາເອົານັກທ່ອງທ່ຽວເຂົ້າມາລາວນັບມື້ນັບຫລາຍຂຶ້ນໃນປັດຈຸບັນນີ້
ລົດເມສາຍທີ່ແລ່ນຈາກຈີນໄດ້ນໍາເອົານັກທ່ອງທ່ຽວເຂົ້າມາລາວນັບມື້ນັບຫລາຍຂຶ້ນໃນປັດຈຸບັນນີ້

ລັດຖະມົນຕີລາວເຊື່ອວ່າລົດໄຟຄວາມໄວສູງທີ່ເຊື່ອມຕໍ່ລະຫວ່າງຈີນ-ລາວ-ໄທ-ມາເລເຊຍ ແລະ ສິງກະໂປຈະເຮັດໃຫ້ນັກທ່ອງທ່ຽວຕ່າງຊາດເດີນທາງມາລາວຫຼາຍຂຶ້ນ ໂດຍສະເພາະ ແມ່ນນັກທ່ອງທ່ຽວຈາກຈີນ.

ທ່ານສົມພົງ ມົງຄົນວິໄລ ລັດຖະມົນຕີປະຈໍາສໍານັກງານ
ນາຍົກລັດຖະມົນຕີ ແລະປະທານອົງການທ່ອງທ່ຽວແຫ່ງ
ຊາດລາວໄດ້ສະແດງຄວາມເຊື່ອໝັ້ນວ່າ ໂຄງການກໍ່ສ້າງ
ທາງລົດໄຟຄວາມໄວສູງ ລະຫວ່າງຈີນກັບລາວ ແລ້ວ
ເຊື່ອມຕໍ່ໄປຍັງປະເທດໄທ-ມາເລເຊຍ ແລະສິງກະໂປ ຫຼື
ທີ່ເອີ້ນວ່າໂຄງການເຊື່ອມຕໍ່ທາງລົດໄຟອາເຊຍ-ຈີນນັ້ນ
ຈະສົ່ງຜົນດີຕໍ່ການພັດທະນາໃນດ້ານການທ່ອງທ່ຽວ
ຂອງລາວໃນອານາຄົດ.

ທັງນີ້ກໍ່ເນື່ອງຈາກວ່າການເດີນທາງດ້ວຍລົດໄຟທີ່ມີຄວາມ
ສະດວກ ແລະວ່ອງໄວນັ້ນຈະເຮັດໃຫ້ນັກທ່ອງທ່ຽວຊາວ
ຕ່າງຊາດພາກັນເດີນທາງເຂົ້າມາທ່ອງທ່ຽວໃນລາວເພີ່ມ
ຫຼາຍຂຶ້ນຢ່າງຕໍ່ເນື່ອງໂດຍສະເພາະແມ່ນນັກທ່ອງທ່ຽວ
ຊາວຈີນນັ້ນ ກໍ່ເຊື່ອວ່າຈະເດີນທາງເຂົ້າມາທ່ອງທ່ຽວໃນ
ລາວຫຼາຍກວ່າທຸກປະເທດເມື່ອການກໍ່ສ້າງທາງລົດໄຟ
ຄວາມໄວສູງດັ່ງກ່່າວນີ້ ໄດ້ດໍາເນີນການເສັດສົມບູນແລ້ວ
ນັ້ນ ດັ່ງທີ່ທ່ານ ສົມພົງ ໄດ້ສະແດງຄວາມເຊື່ອໝັ້ນໃນ
ຕອນນຶ່ງ ວ່າ.

ທ່ານສົມພົງ ມົງຄົນວິໄລ, ລັດຖະມົນຕີປະຈຳສຳນັກງານນາຍົກ
ທ່ານສົມພົງ ມົງຄົນວິໄລ, ລັດຖະມົນຕີປະຈຳສຳນັກງານນາຍົກ

“ລົດໄຟຄວາມໄວສູງນີ້ນະເຮັດໃຫ້ການໄປມາຫາ
ສູ່ກັນນີ້ນະມັນໄດ້ຕັດເວລາຫຼາຍ ດັ່ງນັ້ນຖ້າຫາກ
ວ່າລົດໄຟມັນເຊື່ອມ ຕົວເຂົ້າກັນກັບປະເທດໄທ
ປະເທດມາເລເຊຍ ປະເທດສິງກະໂປ ແລະປະ
ເທດອື່ນໆນະ ຄົນກໍ່ຈະເຂົ້າມາບ້ານເຮົາຫຼາຍ
ແລ້ວກະນັກທ່ອງທ່ຽວຈີນນີ້ກໍ່ຈະລົງມາຫາເຮົາ
ຫຼາຍຄືກັນເພາະວ່ານັກທ່ອງທ່ຽວຈີນນີ້ ນັບມື້
ເພີ່ມທະວີຂຶ້ນໃນປັດຈຸບັນນີ້ນະບໍ່ມີທາງລົດໄຟ
ບໍ່ມີລົດໄຟເຂົາເຈົ້າກະເຂົ້າມາຫຼາຍຢູ່ແລ້ວ ຖ້າວ່າ
ມີລົດໄຟພວກເຂົາເຈົ້າກະແຮງຈະເຂົ້າມາຫຼາຍ
ຕື່ມຂຶ້ນອີກ”

ກ່ອນໜ້ານີ້ທ່ານ ສົມສະຫວາດ ໄດ້ຖະແຫຼງຊີ້ແຈງວ່າທາງການລາວ ແລະຈີນໄດ້ຕົກລົງໃນ
ບົດບັນທຶກຄວາມເຂົ້າໃຈຮ່ວມກັນຢ່າງຈະແຈ້ງແລ້ວວ່າຈະຮ່ວມກັນຈັດຕັ້ງບໍລິສັດຮ່ວມທຶນຂຶ້ນ
ມາ ເພື່ອຮັບຜິດຊອບໃນການກໍ່ສ້າງທາງລົດໄຟຄວາມໄວສູງທີ່ເຊື່ອມຕໍ່ຈາກຈີນມາຍັງລາວ
ໂດຍລັດຖະບານລາວຈະຖືຫຸ້ນລົງທຶນໃນສັດສ່ວນ 30% ໃນຂະນະທີ່ລັດຖະບານຈີນຈະຖື
ຫຸ້ນໃນສັດສ່ວນ 70% ຂອງມູນຄ່າການລົງທຶນທັງໝົດ.

ການກໍ່ສ້າງທາງລົດໄຟສະເພາະໃນເຂດລາວຈະເລີ່ມລົງມືໃນພາກຕົວຈິງນັບຈາກເດືອນເມສາ
2011 ເປັນຕົ້ນໄປ ແລະຖ້າຫາກວ່າການດໍາເນີນງານເປັນໄປຕາມແຜນການທີ່ວາງໄວ້ກໍ່ຄາດ
ວ່າການກໍ່ສ້າງທາງລົດໄຟສະເພາະໃນເຂດລາວທີ່ມີໄລຍະທາງຍາວເຖິງ 421 ກິໂລແມັດນັ້ນ
ຈະແລ້ວສໍາເລັດຕະຫຼອດເສັ້ນທາງພາຍໃນປີ 2015 ຊຶ່ງເປັນໂອກາດຄົບຮອບ 40 ປີ ຂອງ
ການສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວພໍດີ.

ເສັ້ນທາງເລກ3 ທີ່ເຊື່ອມຕໍ່ພາກເໜືອຂອງລາວໃສ່ ມົນທົນຢູນານ, ພາກໃຕ້ຂອງຈີນຊຶ່ງເປັນເສັ້ນທາງ ຕັດຜ່ານພູຜາຫລາຍ
ເສັ້ນທາງເລກ3 ທີ່ເຊື່ອມຕໍ່ພາກເໜືອຂອງລາວໃສ່ ມົນທົນຢູນານ, ພາກໃຕ້ຂອງຈີນຊຶ່ງເປັນເສັ້ນທາງ ຕັດຜ່ານພູຜາຫລາຍ

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າ
ການກໍ່ສ້າງທາງລົດໄຟສ່ວນໃຫຍ່
ໃນລາວນັ້ນ ຈະຕ້ອງຜ່ານເຂດພູ
ດອຍ ຊຶ່ງເຮັດໃຫ້ຕ້ອງມີການຂຸດ
ເຈາະອຸບມູງ ຄິດເປັນໄລຍະທາງ
ລວມເຖິງ 190 ກິໂລແມັດແລະ
ຍັງຈະຕ້ອງກໍ່ສ້າງຂົວອີກຫຼາຍ
ແຫ່ງທີ່ມີຄວາມຍາວຮວມກັນເຖິງ
90 ກິໂລແມັດອີກດ້ວຍນັ້ນ ຈຶ່ງ
ເຮັດໃຫ້ຄາດໝາຍວ່າການກໍ່ສ້າງ
ທາງລົດໄຟຄວາມໄວສູງສະເພາະໃນເຂດລາວນີ້ຈະຕ້ອງໃຊ້ເງິນລົງທຶນເຖິງ 7,000 ລ້ານ
ໂດລາ ຊຶ່ງກໍ່ຄືທາງການລາວຈະຕ້ອງຮ່ວມລົງທຶນອີກດ້ວຍ ຄິດເປັນມູນຄ່າເຖິງ 2,100 ລ້ານ
ໂດລາແລະກໍເຊື່ອວ່າທາງການລາວຈະໄດ້ມາຈາກການກູ້ຢືມຈາກທາງການຈີນນັ້ນເອງ.

ອິງຕາມແຜນການກໍ່ສ້າງທາງລົດໄຟຄວາມໄວສູງສະເພາະໃນເຂດລາວທີ່ເຊື່ອມຕໍ່ຈາກຈີນທີ່
ຢູ່ດ່ານຊາຍແດນບໍ່ເຕັນໃນແຂວງຫຼວງນໍ້າທານັ້ນຈະມີການກໍ່ສ້າງສະຖານີໃຫຍ່ 5 ແຫ່ງ ກໍຄື
ຢູ່ທີ່ດ່ານບໍ່ເຕັນ, ອຸດົມໄຊ, ຫຼວງພະບາງ, ວັງວຽງ ແລະນະຄອນວຽງຈັນ. ນອກຈາກນັ້ນ
ກໍ່ຈະມີສະຖານີນ້ອຍອີກ 16 ແຫ່ງ ທີ່ຢູ່ລະຫວ່າງສະຖານີໃຫຍ່ທັງ 5 ແຫ່ງດັ່ງກ່າວ.

ຂະບວນລົດ Rally ຈາກຈີນ ຈອດຢູ່ໜ້າ ໂຮງແຮມ Done Chanh Palace ໃນນະຄອນຫລວງວຽງຈັນ
ຂະບວນລົດ Rally ຈາກຈີນ ຈອດຢູ່ໜ້າ ໂຮງແຮມ Done Chanh Palace ໃນນະຄອນຫລວງວຽງຈັນ

ຊຶ່ງດ້ວຍເສັ້ນທາງດັ່ງກ່າວນີ້
ຈຶ່ງເຮັດໃຫ້ທາງການລາວໝັ້ນໃຈ
ວ່າຈະມີນັກທ່ອງທ່ຽວຊາວຕ່າງ
ຊາດເດີນທາງ ເຂົ້າໄປໃນລາວ
ຫຼາຍຂຶ້ນຢ່າງຕໍ່ເນື່ອງ ໂດຍຄາດ
ໝາຍວ່າຈະມີນັກທ່ອງທ່ຽວຊາວ
ຕ່າງຊາດຫຼາຍກວ່າ 2.8 ລ້ານ
ຄົນ ທີ່ຈະເດີນທາງເຂົ້າໄປລາວ
ໃນປີ 2015 ສ່ວນປີທີ່ຜ່ານມາ
ປາກົດວ່າມີນັກທ່ອງທ່ຽວຊາວ
ຕ່າງຊາດເກືອບ 2.2 ລ້ານຄົນ ທີ່ເດີນທາງເຂົ້າໄປໃນລາວ.

ກ່ຽວຂ້ອງກັນ

XS
SM
MD
LG