ເຈົ້າໜ້າທີ່ຂັ້ນສູງໃນອົງການທ່ອງທ່ຽວແຫ່ງຊາດລາວໄດ້
ໃຫ້ການຢືນຢັນວ່າຄະນະບໍລິຫານງານຂອງອົງການທ່ອງ
ທ່ຽວຊາດລາວໄດ້ກໍາໜົດແຜນການຢ່າງຄັກແນ່ແລ້ວວ່າ
ຈະຈັດການສົ່ງເສີມ ປີການທ່ອງທ່ຽວປະເທດລາວໃນຕະ
ຫຼອດປີໜ້າກໍຄືປີ 2012 ນີ້ ໂດຍຄາດຫວັງວ່າຈະເຮັດໃຫ້
ມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າໄປທ່ອງທ່ຽວ
ຢູ່ໃນລາວຫຼາຍຂຶ້ນກວ່າໃນໄລຍະທີ່ຜ່ານມາ.
ທັງນີ້ໂດຍໃນຕະຫຼອດປີ 2010
ທີ່ຜ່ານມານັ້ນ ເຖິງແມ່ນວ່າລາວ
ຈະໄດ້ຮັບຜົນກະທົບໃນຫຼາຍໆ
ດ້ານທັງທີ່ເກີດຂຶ້ນຢູ່ພາຍໃນປະ
ເທດລາວເອງ ແລະຜົນກະທົບ
ຈາກພາຍນອກປະເທດກໍ່ຕາມ
ຫາກແຕ່ກໍຍັງຄົງປາກົດວ່າມີນັກ
ທ່ອງທ່ຽວຊາວຕ່າງປະເທດພາ
ກັນເດີນທາງເຂົ້າໄປທ່ອງທ່ຽວ
ໃນລາວເພີ້ມຂຶ້ນກວ່າທຸກປີທີ່
ຜ່ານມາ ດັ່ງທີ່ທ່ານສຸກກະເສີມ
ໂພທິສານ ຮອງປະທານອົງ
ການທ່ອງທ່ຽວແຫ່ງຊາດລາວ ໄດ້ຊີ້ແຈງວ່າ:
“ເຖິງແມ່ນວ່າບາງໄລຍະຈະມີນັກທ່ອງທ່ຽວຫລຸດລົງຍ້ອນພະຍາດລະບາດ, ຍ້ອນ
ໄພທຳມະຊາດ ແລະສະພາບຄວາມວຸ້ນວາຍໃນປະເທດໃກ້ຄຽງກໍຕາມ ແຕ່ອັດ
ຕາການເພີ້ມຂຶ້ນຂອງນັກທ່ອງທ່ຽວ ສະເລ່ຍແລ້ວກໍມີເຖິງ 20%ຕໍ່ປີ. ສະເພາະ
ໃນປີ 2010 ນີ້ ໄດ້ມີນັກທ່ອງທ່ຽວຊາວຕ່າງປະເທດເຂົ້າມາ ສປປ ລາວເຮົາ
ຈຳນວນເຖິງ 2.5 ລ້ານກວ່າ/ເທື່ອຄົນ.”
ທາງດ້ານ ທ່ານສົມພົງ ມົງຄົນວິໄລ ລັດຖະມົນຕີປະຈໍາ
ສໍານັກງານນາຍົກລັດຖະມົນຕີ ແລະປະທານອົງການທ່ອງ
ທ່ຽວແຫ່ງຊາດລາວໄດ້ສະແດງຄວາມເຊື່ອໝັ້ນວ່າພາຍ
ຫລັງໂຄງການກໍ່ສ້າງທາງລົດໄຟຄວາມໄວສູງ ລະຫວ່າງ
ຈີນກັບລາວ ທີ່ຈະເຊື່ອມຕໍ່ໄປຍັງປະເທດໄທ-ມາເລເຊຍ
ແລະສິງກະໂປ ຫຼືທີ່ເອີ້ນວ່າໂຄງການເຊື່ອມຕໍ່ທາງລົດໄຟ
ອາຊຽນ-ຈີນນັ້ນ ໄດ້ດໍາເນີນການສຳເລັດສົມບູນແລ້ວນັ້ນ
ກໍນັບເປັນອີກປັດໃຈນຶ່ງ ທີ່ຈະເຮັດໃຫ້ນັກທ່ອງທ່ຽວຊາວ
ຕ່າງຊາດພາກັນເດີນທາງເຂົ້າມາທ່ອງທ່ຽວໃນລາວເພີ່ມ
ຫຼາຍຂຶ້ນອີກ.
ທັງນີ້ກໍເນື່ອງຈາກວ່າ ອິງຕາມແຜນການກໍ່ສ້າງທາງລົດໄຟຄວາມໄວສູງສະເພາະໃນເຂດລາວ
ທີ່ເຊື່ອມຕໍ່ຈາກຈີນທີ່ຢູ່ດ່ານຊາຍແດນບໍ່ເຕັນໃນແຂວງຫຼວງນໍ້າທານັ້ນຈະມີການກໍ່ສ້າງສະຖາ
ນີໃຫຍ່ 5 ແຫ່ງ ກໍຄືຢູ່ທີ່ດ່ານບໍ່ເຕັນ, ອຸດົມໄຊ, ຫຼວງພະບາງ, ວັງວຽງ ແລະນະຄອນວຽງ
ຈັນ ກັບທັງຈະມີສະຖານີນ້ອຍອີກ 16 ແຫ່ງ ທີ່ຢູ່ລະຫວ່າງ ສະຖານີໃຫຍ່ທັງ 5 ແຫ່ງດັ່ງ
ກ່າວຊຶ່ງກໍເປັນເຂດທີ່ນັກທ່ອງທ່ຽວຊາວຕ່າງຊາດນະຍົມເຂົ້າໄປທ່ອງທ່ຽວຢູ່ແລ້ວ ເພາະສະ
ນັ້ນ ເມື່ອການເດີນທາງມີຄວາມສະດວກສະບາຍຂຶ້ນກວ່າເດີມກໍຍ່ອມຈະເຮັດໃຫ້ມີນັກທ່ອງ
ທ່ຽວຊາວຕ່າງປະເທດເດີນທາງເຂົ້າໄປໃນລາວຫຼາຍຂຶ້ນກວ່າເກົ່າໂດຍທາງການລາວຄາດ
ໝາຍວ່າຈະມີນັກທ່ອງທ່ຽວຊາວຕ່າງຊາດຫຼາຍກວ່າ 2.8 ລ້ານຄົນທີ່ຈະເດີນທາງເຂົ້າໄປ
ລາວໃນປີ 2015.
ກ່ອນໜ້ານີ້ທ່ານ ສົມສະຫວາດ
ໄດ້ຖະແຫຼງຊີ້ແຈງວ່າທາງການ
ລາວແລະຈີນໄດ້ຕົກລົງໃນບົດ
ບັນທຶກຄວາມເຂົ້າໃຈຮ່ວມກັນ
ຢ່າງຈະແຈ້ງແລ້ວວ່າຈະຮ່ວມກັນ
ຈັດຕັ້ງບໍລິສັດຮ່ວມທຶນຂຶ້ນມາ
ເພື່ອຮັບຜິດຊອບໃນການກໍ່ສ້າງ
ທາງລົດໄຟຄວາມໄວສູງທີ່ເຊື່ອມ
ຕໍ່ຈາກຈີນມາຍັງລາວໂດຍລັດຖະ
ບານລາວຈະຖືຫຸ້ນລົງທຶນໃນສັດ
ສ່ວນ 30% ໃນຂະນະທີ່ລັດຖະ
ບານຈີນຈະຖືຫຸ້ນໃນສັດສ່ວນ
70% ຂອງມູນຄ່າການລົງທຶນ ທັງໝົດ.
ການກໍ່ສ້າງທາງລົດໄຟສະເພາະໃນເຂດລາວຈະເລີ່ມລົງມືໃນພາກຕົວຈິງນັບຈາກເດືອນເມສາ
2011 ເປັນຕົ້ນໄປ ແລະຖ້າຫາກວ່າການດໍາເນີນງານເປັນໄປຕາມແຜນການທີ່ວາງໄວ້ກໍ່ຄາດ
ວ່າການກໍ່ສ້າງທາງລົດໄຟສະເພາະໃນເຂດລາວທີ່ມີໄລຍະທາງຍາວເຖິງ 421 ກິໂລແມັດນັ້ນ
ຈະແລ້ວສໍາເລັດຕະຫຼອດເສັ້ນທາງພາຍໃນປີ 2015 ຊຶ່ງເປັນໂອກາດຄົບຮອບ 40 ປີ ຂອງ ການສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວພໍດີ.
ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າ
ການກໍ່ສ້າງທາງລົດໄຟສ່ວນໃຫຍ່
ໃນລາວນັ້ນ ຈະຕ້ອງຜ່ານເຂດພູ
ດອຍ ຊຶ່ງເຮັດໃຫ້ຕ້ອງມີການຂຸດ
ເຈາະອຸໂມງ ຄິດເປັນໄລຍະທາງ
ລວມເຖິງ 190 ກິໂລແມັດແລະ
ຍັງຈະຕ້ອງກໍ່ສ້າງຂົວອີກຫຼາຍ
ແຫ່ງທີ່ມີຄວາມຍາວຮວມກັນເຖິງ
90 ກິໂລແມັດອີກດ້ວຍນັ້ນ ຈຶ່ງ
ເຮັດໃຫ້ຄາດໝາຍວ່າການກໍ່ສ້າງ
ທາງລົດໄຟຄວາມໄວສູງສະເພາະໃນເຂດລາວນີ້ຈະຕ້ອງໃຊ້ເງິນລົງທຶນເຖິງ 7,000 ລ້ານ
ໂດລາ ຊຶ່ງກໍຄືທາງການລາວຈະຕ້ອງຮ່ວມລົງທຶນຄິດເປັນມູນຄ່າເຖິງ 2,100 ລ້ານໂດລາ
ແລະກໍເຊື່ອວ່າທາງການລາວຈະໄດ້ມາຈາກການກູ້ຢືມຈາກທາງການຈີນນັ້ນເອງ.