ເຈົ້າໜ້າທີ່ຂັ້ນສູງໃນກະຊວງຄົມມະນາຄົມຂອງໄທໄດ້ໃຫ້
ການຢືນຢັນວ່າ ໂຄງການເຊື່ອມຕໍ່ທາງລົດໄຟລະຫວ່າງໄທ
-ລາວແລະຈີນ ອີກເສັ້ນທາງນຶ່ງທີ່ມີຄວາມເປັນໄປໄດ້ສູງ ກໍ
ຄືເສັ້ນທາງທີ່ເຊື່ອມຕໍ່ຈາກຈັງຫວັດຊຽງລາຍໃນພາກເໜືອ
ຂອງໄທໄປທີ່ແຂວງບໍ່ແກ້ວ ແລະຫລວງນໍ້າທາໃນພາກເໜືອ
ຂອງລາວ ແລ້ວຕໍ່ໄປຍັງມົນທົນຢູນານຂອງຈີນ.
ໂດຍການເຊື່ອມຕໍ່ທາງລົດໄຟຕາມເສັ້ນທາງດັ່ງກ່າວນີ້ ຈະ
ເປັນການສ້າງທາງລົດໄຟທີ່ຄູ່ຂະໜານກັນກັບຖະໜົນເລກ
3 ໃນແຂວງບໍ່ແກ້ວ ແລະຫຼວງນໍ້າທາຂອງລາວທີ່ມີການ
ເຊື່ອມຕໍ່ການຄົມມະນາຄົມ-ຂົນສົ່ງລະຫວ່າງຈີນ-ລາວ ແລະໄທ ຢູ່ແລ້ວໃນປັດຈຸບັນນີ້.
ແຕ່ຢ່າງໃດກໍຕາມ ເນື່ອງຈາກ
ວ່າທາງການຈີນ-ລາວ ແລະໄທ
ໄດ້ໃຫ້ບຸລິມະສິດແກ່ການເຊື່ອມ
ຕໍ່ທາງລົດໄຟໃນເສັ້ນທາງຄຸນໝິງ
-ຫຼວງນໍ້າທາ-ອຸດົມໄຊ-ຫລວງ
ພະບາງ-ວຽງຈັນ-ໜອງຄາຍ-
ບາງກອກໄປແລ້ວ ຈຶ່ງເຮັດໃຫ້
ຕ້ອງນຳສະເໜີໂຄງການເຊື່ອມ
ຕໍ່ທາງລົດໄຟທີ່ຄູ່ຂະໜານກັນ
ກັບຖະໜົນເລກ 3 ດັ່ງກ່າວນີ້
ເພື່ອໃຫ້ທະນາຄານພັດທະນາເອເຊຍ (ADB) ພິຈາລະນາໃຫ້ການສະໜັບສະໜູນຕໍ່ໄປ ດັ່ງ
ທີ່ເຈົ້າໜ້າທີ່ຂັ້ນສູງຂອງໄທໄດ້ໃຫ້ການຢືນຢັນວ່າ:
“ເສັ້ນທີ່ເຊື່ອມຈາກຊຽງລາຍຂຶ້ນໄປເພື່ອໄປສູ່ຢູນານ ຊຶ່ງເສັ້ນນີ້ກໍ່ຈະຂະໜານກັບ
ເສັ້ນທາງທີ່ເຮົາຮຽກວ່າ R3 ຫຼືສະ ພານມິດຕະພາບລາວ-ໄທ ແຫ່ງທີ່ 4 ຊຽງ
ຂອງ-ຫ້ວຍຊາຍ ກໍ່ຈະເປັນອີກຈຸດນຶ່ງທີ່ສາມາດຂຶ້ນໄປຈີນ ແຕ່ໃນເວລານີ້ຍັງບໍ່
ໄດ້ຂໍ້ສະຫລຸບເພາະວ່າ ADB ຕ້ອງນໍາໄປປັບປຸງເສຍກ່ອນ”.
ຫລ້າສຸດກໍ່ມີລາຍງານວ່າ ທາງການຈີນໄດ້ເລີ່ມລົງມືກໍ່ສ້າງທາງລົດໄຟຕາມໂຄງການເຊື່ອມຕໍ່
ທາງລົດໄຟກັບ ລາວນັບແຕ່ທ້າຍເດືອນຕຸລາມາແລ້ວ ໂດຍເປັນການເລີ່ມການກໍ່ສ້າງຈາກ
ເຂດສິບສອງພັນນາໃນມົນທົນຢູນານເພື່ອ ຈະຕໍ່ມາຍັງຊາຍແດນລາວທີ່ບໍ່ເຕັນໃນແຂວງ
ຫລວງນໍ້າທາຜ່ານ ແຂວງອຸດົມໄຊ-ແຂວງຫລວງພະບາງ-ແຂວງວຽງຈັນ ແລະນະຄອນ
ວຽງຈັນ ຕາມລຳດັບ ຊຶ່ງຈະມີໄລຍະທາງຍາວລວມເຖິງ 530 ກິໂລແມັດ ຊຶ່ງຄາດວ່າຈະ
ໃຊ້ເວລາບໍ່ເກີນ 5 ປີ ກໍຈະກໍ່ສ້າງແລ້ວສໍາເລັດໃນຕະຫຼອດເສັ້ນທາງ.
ທາງການຈີນໄດ້ຕົກລົງຮ່ວມມືກັບ
ທາງການລາວເຂົ້າໃນການພັດ
ທະນາ ແລະກໍ່ສ້າງທາງລົດໄຟ
ໃນລາວ ເພື່ອເຊື່ອມຕໍ່ກັບຈີນ
ແລະອາຊຽນເມື່ອບໍ່ນານມານີ້
ໂດຍມີການຈັດຕັ້ງບໍລິສັດຮ່ວມ
ທຶນຂຶ້ນມາດຳເນີນການຮ່ວມ
ກັນ. ຫາກແຕ່ວ່າ ໃນສ່ວນ
ຂອງເງິນທຶນ ແລະເທັກນິກ
ຕ່າງໆ ທີ່ຈະນຳໃຊ້ເຂົ້າໃນການ
ກໍ່ສ້າງທາງລົດໄຟ ຊຶ່ງລວມໄປ
ເຖິງຫົວຈັກລົດໄຟ ແລະຂະ
ບວນລົດໄຟອີກດ້ວຍນັ້ນ ຈະ
ມາຈາກຝ່າຍຈີນທັງໝົດ ຊຶ່ງ
ຄາດວ່າຈະຕ້ອງໃຊ້ເງິນທຶນ ຄິດເປັນມູນຄ່າຫຼາຍກວ່າ 4,000 ລ້ານໂດລາ.
ທັງນີ້ເສັ້ນທາງລົດໄຟທີ່ທາງການຈີນໃຫ້ຄວາມສຳຄັນຫຼາຍທີ່ສຸດ ກໍຄືເສັ້ນທາງທີ່ເຊື່ອມ
ຕໍ່ຈາກດ່ານບໍ່ເຕັນໃນແຂວງຫຼວງນໍ້າທາ ຊຶ່ງຕິດຕໍ່ກັບຊາຍແດນຈີນທີ່ດ່ານບໍ່ຫານ ໃນ
ເຂດສິບສອງພັນນາ, ມົນທົນຢູນານ ເລື້ອຍລົງມາສູ່ນະຄອນວຽງຈັນ ແລ້ວເຊື່ອມຕໍ່ໄປ
ຍັງຈັງຫວັດໜອງຄາຍໃນພາກອີ່ສານຂອງໄທ ຕໍ່ມາຍັງບາງກອກ-ມາເລເຊຍ-ສິງກະໂປ
ຫຼືທີ່ເອີ້ນວ່າ ເສັ້ນທາງລົດໄຟອາຊຽນ-ຈີນນັ້ນເອງ.
ທາງດ້ານລັດຖະບານໄທກໍໄດ້ອະນຸມັດງົບປະມານໃນມູນຄ່າ 1,650 ລ້ານບາດ ຫຼືຫຼາຍ
ກວ່າ 420 ຕື້ກີບ ເພື່ອຊ່ວຍເຫຼືອລັດຖະບານລາວໃນການກໍ່ສ້າງທາງລົດໄຟທີ່ເຊື່ອມຕໍ່ ຈາກສະຖານີທ່ານາແລ້ງຕໍ່ໄປຍັງບ້ານຄຳສະຫວາດໃນເຂດ-ນະຄອນວຽງຈັນ ຊຶ່ງຈະເລີ້ມ ລົງມືກໍ່ສ້າງໃນຕົ້ນປີໜ້າເພື່ອໃຫ້ແລ້ວສຳເລັດແລະເປີດໃຊ້ໃຫ້ໄດ້ພາຍໃນປີ 2014 ເປັນ
ຢ່າງຊ້າ.