ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຜນການ ແລະ ການລົງທຶນ
ຂອງລາວ ໄດ້ໃຫ້ການຢືນຢັນວ່າ ການສຶກສາສຳຫຼວດ
ຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງທາງລົດໄຟຄວາມ
ໄວສູງທີ່ເຊື່ອມຕໍ່ລະຫວ່າງລາວກັບຈີນ ໄດ້ດຳເນີນການ
ສໍາເລັດຮຽບຮ້ອຍແລ້ວໃນຂະນະນີ້ ທັງໃນດ້ານການກໍາ
ໜົດເສັ້ນທາງ, ການກໍາໜົດທີ່ຕັ້ງຂອງສະຖານີລົດໄຟ
ແລະການປ້ອງກັນຜົນກະທົບຕໍ່ສັງຄົມ ແລະສິ່ງແວດ
ລ້ອມທໍາມະຊາດ,ລວມເຖິງແຜນການຍົກຍ້າຍປະຊາຊົນ
ອອກໄປຈາກເຂດກໍ່ສ້າງທາງລົດໄຟ ແລະການຊົດເຊີຍ
ຄວາມເສຍຫາຍໃຫ້ກັບປະຊາຊົນລາວ ທີ່ຈະຖືກຍົກ
ຍ້າຍອອກຈາກເຂດກໍ່ສ້າງດັ່ງກ່າວອີກດ້ວຍ.
ພ້ອມດຽວກັນນີ້ ທາງການລາວກໍ່ຍັງໄດ້ພິຈາລະນາທີ່ຈະຈັດສົ່ງເຈົ້າໜ້າທີ່ຂັ້ນສູງໃນກະຊວງໂຍທາທິການ ແລະ ຂົນສົ່ງຈໍານວນ 30 ກວ່າຄົນ ໃຫ້ເດີນທາງໄປສຶກສາກ່ຽວກັບການຄຸ້ມຄອງບໍລິຫານ ແລະພັດທະນາການລົດໄຟຢູ່ທີ່ປະເທດຈີນ ໃນໝໍ່ໆນີ້ອີກດ້ວຍ.
ຫາກແຕ່ວ່າ ບັນຫາຂອງໂຄງ
ການໃນເວລານີ້ ກໍ່ຄືການທີ່ຍັງ
ຄົງບໍ່ມີຄວາມຊັດເຈນວ່າການ
ກໍ່ສ້າງໃນພາກຕົວຈິງນັ້ນ ຈະ
ເລີ່ມລົງມືໄດ້ເມື່ອໃດແທ້, ເນື່ອງ
ຈາກວ່າ ຕາມແຜນການເດີມ
ນັ້ນ ທາງການລາວແລະຈີນໄດ້
ກຳໜົດຮ່ວມກັນວາງສີລາເລີກ
ເພື່ອເລີ້ມລົງມືດຳເນີນການກໍ່ສ້າງ
ໃນພາກຕົວຈິງ ໃນວັນທີ 25
ເດືອນເມສາທີ່ຜ່ານມາແລ້ວ ແຕ່
ກໍບໍ່ສາມາດປະຕິບັດໄດ້ຕາມ
ແຜນການດັ່ງກ່າວ. ດ້ວຍເຫດນີ້
ຈຶ່ງເຮັດໃຫ້ມີກະແສຂ່າວລືອອກ
ມາຢ່າງໜາຫູວ່າ ທາງການລາວ
ກັບຈີນໄດ້ຍົກເລີກໂຄງການດັ່ງ ກ່າວນີ້ແລ້ວ.
ແຕ່ຢ່າງໃດກໍຕາມ ໂດຍອີງຕາມການຈັດຕັ້ງປະຕິບັດແຜນການພັດທະນາປະຈໍາປີ 2010
-2011 ໃນໄລຍະ 6 ເດືອນທຳອິດທີ່ຜ່ານມານັ້ນ ທາງການລາວກໍໄດ້ລະບຸໃນລາຍງານວ່າ
ການຮ່ວມມືໃນການກໍ່ສ້າງທາງລົດໄຟຄວາມໄວສູງລະຫວ່າງລາວກັບຈີນຈະຍັງຄົງດຳເນີນ
ຕໍ່ໄປ ຊຶ່ງກໍສອດຄ່ອງກັບການຖະແຫຼງຂອງທ່ານ ສົມສະຫວາດ ເລັ່ງສະຫວັດຮອງນາຍົກ
ລັດຖະມົນຕີ, ຜູ້ປະຈໍາການຄະນະລັດຖະບານລາວກໍໄດ້ ຢືນຢັນວ່າ ໂຄງການເຊື່ອມຕໍ່ທາງ
ລົດໄຟຄວາມໄວສູງລະຫວ່າງລາວກັບຈີນດັ່ງກ່າວນີ້ ຈະສົ່ງຜົນດີຕໍ່ການພັດທະນາເສດຖະ
ກິດຂອງລາວໃນຫຼາຍໆດ້ານ.
ທັງນີ້ກໍ່ເນື່ອງຈາກວ່າ ໂຄງການເຊື່ອມຕໍ່ທາງລົດໄຟຄວາມໄວສູງກັບຈີນດັ່ງກ່າວນີ້ ບໍ່ພຽງ
ແຕ່ຈະເປັນການຕອບສະໜອງຕໍ່ແຜນການພັດທະນາໃຫ້ລາວໄປເປັນສູນກາງຂອງການ
ເຊື່ອມຕໍ່ທາງດ້ານຄົມມະນາຄົມ-ຂົນສົ່ງໃນເຂດລຸ່ມແມ່ນໍ້າຂອງເທົ່ານັ້ນ ຫາກແຕ່ຍັງຈະເຮັດ
ໃຫ້ລາວເປັນປະເທດທໍາອິດໃນພູມີພາກເອເຊຍຕະເວັນອອກສຽງໃຕ້ ທີ່ມີລະບົບລົດໄຟ
ຄວາມໄວສູງທໍາອິດດ້ວຍ ດັ່ງທີ່ທ່ານ ສົມສະຫວາດ ໄດ້ກ່າວວ່າ:
“ໂຄງການສ້າງທາງລົດໄຟເຊື່ອມຕໍ່ລາວ-ຈີນນີ້
ເປັນເສັ້ນທາງທີ່ມີຄວາມໝາຍປະວັດສາດ ອັນ
ຈະນໍາເອົາຜົນປະໂຫຍດມາສູ່ປະເທດເຮົາຢ່າງ
ມະຫາສານ. ພ້ອມກັນນັ້ນ ກະເປັນການເຮັດໃຫ້
ປະເທດລາວເປັນໃຈກາງເຊື່ອມຕໍ່ກັບບັນດາປະ
ເທດໃນອະນຸພາກພື້ນປະກົດເປັນຈິງ, ດ້ານນຶ່ງ
ອີກ ກະເປັນການຍົກສູງບົດບາດອິດທິພົນຂອງ
ປະເທດເຮົາ ເພາະວ່າປະເທດເຮົາຈະເປັນປະ
ເທດທໍາອິດຢູ່ໃນເອເຊຍອາຄະເນ ທີ່ມີລົດໄຟ
ຄວາມໄວສູງຕາມມາດຕະຖານສາກົນ.”
ກ່ອນໜ້ານີ້ ທາງການລາວແລະຈີນ ໄດ້ຕົກລົງໃນບົດບັນ
ທຶກຄວາມເຂົ້າໃຈຮ່ວມກັນວ່າຈະຮ່ວມກັນຈັດຕັ້ງບໍລິສັດຮ່ວມທຶນຂຶ້ນມາເພື່ອຮັບຜິດຊອບ
ໃນການກໍ່ສ້າງທາງລົດໄຟຄວາມໄວສູງ ທີ່ເຊື່ອມຕໍ່ຈາກຈີນມາຍັງລາວໂດຍລັດຖະບານລາວ
ແລະຈີນຈະຖືຫຸ້ນລົງທຶນໃນສັດສ່ວນ 30% ແລະ 70% ຕາມລໍາດັບ.
ຄາດວ່າການກໍ່ສ້າງທາງລົດ
ໄຟສະເພາະໃນເຂດລາວທີ່
ມີໄລຍະທາງຍາວເຖິງ 421
ກິໂລແມັດນັ້ນ ແລະຈະມີ
ການກໍ່ສ້າງສະຖານີໃຫຍ່ 5
ແຫ່ງ ຄືຢູ່ດ່ານບໍ່ເຕັນ, ອຸດົມ
ໄຊ, ຫຼວງພະບາງ, ວັງວຽງ
ແລະນະຄອນວຽງຈັນ. ນອກ
ຈາກນັ້ນ ກໍ່ຈະມີສະຖານີນ້ອຍ
ອີກ 16 ແຫ່ງ ທີ່ຢູ່ລະຫວ່າງ
ສະຖານີໃຫຍ່ທັງ 5 ແຫ່ງດັ່ງ
ກ່າວ ພາຍໃຕ້ເປົ້າໝາຍຂະ
ຫຍາຍການກໍ່ສ້າງໃຫ້ສໍາເລັດ
ຕະຫຼອດເສັ້ນທາງພາຍໃນປີ
2015 ດ້ວຍທຶນກໍ່ສ້າງລວມ
ເຖິງ 7,000 ລ້ານໂດລາ ທີ່ຈະກູ້ຢືມຈາກທະນາຄານພັດທະນາແຫ່ງຊາດຈີນເປັນສ່ວນໃຫຍ່.