ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວວ່າ ການສ້າງທາງ ລົດໄຟຄວາມໄວສູງ ຍັງມີການຊັກຊ້າຢູ່


ພິທີເຊັນບົດບັນທຶກການພົບປະກ່ຽວກັບການສ້າງທາງລົດໄຟຄວາມໄວສູງ ລະຫວ່າງກະຊວງ ໂຍທາທິການ ແລະ ຂົນສົ່ງຂອງລາວກັບ ກະຊວງທາງລົດໄຟຂອງຈີນ ທີ່ນະຄອນວຽງຈັນໃນເດືອນ ຕຸລາ, 2010
ພິທີເຊັນບົດບັນທຶກການພົບປະກ່ຽວກັບການສ້າງທາງລົດໄຟຄວາມໄວສູງ ລະຫວ່າງກະຊວງ ໂຍທາທິການ ແລະ ຂົນສົ່ງຂອງລາວກັບ ກະຊວງທາງລົດໄຟຂອງຈີນ ທີ່ນະຄອນວຽງຈັນໃນເດືອນ ຕຸລາ, 2010

ເຈົ້າໜ້າທີ່ຂັ້ນສູງຂອງລາວຍອມຮັບວ່າ ການຊັກຊ້າໃນການກໍ່ສ້າງທາງລົດໄຟຄວາມໄວສູງ ເຊື່ອມຕໍ່ກັບຈີນ ມີສາເຫດມາຈາກການທີ່ສອງຝ່າຍຍັງຕົກລົງກັນບໍ່ໄດ້ກ່ຽວກັບຜົນປະໂຫຍດ ໃນສັນຍາຮ່ວມທຶນ.

ທ່ານ ສອນສັກ ນໍຍານຊະນະ ຮອງຫົວໜ້າອົງການລົດໄຟແຫ່ງຊາດລາວ ໄດ້ໃຫ້ການ
ຍອມຮັບວ່າ ຈົນເຖິງເວລານີ້ກໍຍັງບໍ່ມີຄວາມຊັດເຈນວ່າ ການກໍ່ສ້າງທາງລົດໄຟຄວາມໄວ ສູງເພື່ອເຊື່ອມຕໍ່ລະຫວ່າງລາວກັບຈີນນັ້ນຈະສາມາດເລີ່ມລົງມືດໍາເນີນການໃນພາກປະຕິ ບັດຕົວຈິງໄດ້ເມື່ອໃດແທ້.

ທັງນີ້ ເຖິງແມ່ນວ່າການສຶກສາສໍາຫຼວດຄວາມເປັນໄປໄດ້ຂອງໂຄງການ ຈະດໍາເນີນການ
ສໍາເລັດຮຽບຮ້ອຍແລ້ວ ທັງໃນດ້ານການກໍານົດເສັ້ນທາງ, ການກໍານົດທີ່ຕັ້ງຂອງສະຖານີ ລົດໄຟການປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະສັງຄົມ, ການຍົກຍ້າຍປະ
ຊາຊົນອອກຈາກເຂດກໍ່ສ້າງ ແລະການຊົດເຊີຍຄ່າເສຍຫາຍຕ່າງໆ ໃຫ້ກັບປະຊາຊົນລາວ
ກໍຕາມ. ຫາກແຕ່ວ່າບັນຫາໃນເວລານີ້ກໍຄືທາງການຂອງທັງສອງຝ່າຍຍັງບໍ່ສາມາດຕົກລົງ
ເຮັດສັນຍາຮ່ວມທືນລະຫວ່າງກັນໄດ້. ໂດຍສະເພາະແມ່ນໃນສ່ວນທີ່ກ່ຽວກັບການແບ່ງປັນ ຜົນປະໂຫຍດລະຫວ່າງກັນນັ້ນ ຖືເປັນບັນຫາສໍາຄັນທີ່ທາງການຂອງທັງສອງຝ່າຍກໍາລັງ ເຈລະຈາກັນຢູ່ໃນເວລານີ້ ດັ່ງທີ່ທ່ານສອນໄຊໄດ້ໃຫ້ການຊີ້ແຈງວ່າ:

ລົດໄຟຄວາມໄວສູງຂອງຈີນ ທີ່ໃຊ້ຢູ່ນະຄອນຫລວງປັກກິ່ງ
ລົດໄຟຄວາມໄວສູງຂອງຈີນ ທີ່ໃຊ້ຢູ່ນະຄອນຫລວງປັກກິ່ງ

ໂຄງການນີ້ຖືວ່າເປັນໂຄງ
ການທີ່ລັດຖະບານໄດ້ເຊັນ
ກັນເນ
ຈະໄດ້ດໍາເນີນ
ການຕໍ່
ແຕ່ວ່າກໍອາດຈະ
ຊັກຊ້າໜ້ອຍ
ນຶ່ງເນາະ
ເພາະວ່າເຮົາເຮັດຕາມຂັ້ນ
ຕອນເດ, ຕາມຂັ້ນຕອນ
ມັນກໍຕ້ອງໄດ້ເຈລະຈາເລື່ອງ
Agreement ນີ້ ໃຫ້ມັນ
ແລ້ວ
ກ່ອນ ເາະວຽກງານ
ອື່
ນມັນຈຶ່ງຈະໄປ. ປັດຈຸບັນ
ນີ້
ພວກເຮົາກະຍັງກະກຽມ
ເລື່ອງສັນຍາໃຫຍ່ກໍຄື
Agreement ນີ້ຍັງລໍຖ້າ
ການກວດກາ
ເພື່ອໃຫ້ມັນ
ສອດຄ່ອງກັນທັງສອງກໍ້າສອງຝ່າຍຫັ້ນໜາ
ເພື່ອວ່າການເສຍປຽບກໍບໍ່ໃຫ້ມັນສູງ ໃຫ້ຕ່າງຝ່າຍຕ່າງກໍມີຜົນປະໂຫຍດ

ຕາມ​ແຜນການ​ເດີມນັ້ນ​ ທາງ​ການ​ລາວແລະຈີນໄດ້​ກໍານົດຮ່ວມ​ກັນ ​ວາງ​ສີ​ລາ​ເລີກ ເພື່ອ​
ເລີ້ມລົງມື​ດຳ​ເນີນການກໍ່ສ້າງ​ໃນພາກຕົວຈິງ ໃນວັນ​ທີ 25 ເດືອນເມສາທີ່​ຜ່ານ​ມາແລ້ວ
ແຕ່ກໍບໍ່ສາມາດ​ປະຕິບັດ​ໄດ້​ຕາມ​ແຜນການ​ດັ່ງກ່າວ. ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ ໃຫ້​ມີ​ກະແສ
ຂ່າວ​ລື​ອອກ​ມາ​ຢ່າງ​ໜາຫູວ່າ ທາງ​ການ​ລາວກັບ​ຈີນ​ໄດ້​ຍົກ​ເລີກ​ໂຄງການ​ດັ່ງກ່າວ​ນີ້​ແລ້ວ.

ການສໍາຫລວດດິນ ເພື່ອຈະສ້າງທາງລົດໄຟຄວາມໄວສູງ ເຊື່ອມຕໍ່ຈາກ ຈີນມາຫານະຄອນວຽງຈັນ, ລາວ
ການສໍາຫລວດດິນ ເພື່ອຈະສ້າງທາງລົດໄຟຄວາມໄວສູງ ເຊື່ອມຕໍ່ຈາກ ຈີນມາຫານະຄອນວຽງຈັນ, ລາວ

ແຕ່​ຢ່າງ​ໃດ​ກໍ​ຕາມ ​ໂດຍ​ອີງ​ຕາມ
ການຈັດຕັ້ງປະຕິບັດ​ແຜນການ​
ພັດທະນາ​ ປະ​ຈໍາປີ 2010-
2011 ​ໃນ​ໄລຍະ 6 ​ເດືອນ​ທຳ​
ອິດທີ່​ຜ່ານ​ມານັ້ນ ທາງ​ການລາວ
ກໍ​ໄດ້​ລະບຸໃນ​ລາຍ​ງານວ່າ ການ
ຮ່ວມ​ມື​ໃນ​ການກໍ່ສ້າງ​ທາງ​ລົດ​ໄຟ
ຄວາມ​ໄວ​ສູງ​ລະຫວ່າງ​ລາວ​ກັບ
ຈີນຈະ​ຍັງ​ຄົງ​ດໍາເນີນຕໍ່​ໄປ ຊຶ່ງ​ກໍ​
ສອດຄ່ອງ​ກັບ​ການຖະແຫຼງຂອງ
ທ່ານສົມສະຫວາດ ເລັ່ງສະຫວັດ
ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການຄະນະລັດຖະບານລາວ ກໍໄດ້ຢືນຢັນວ່າ ໂຄງການ
ເຊື່ອມຕໍ່ທາງລົດໄຟຄວາມໄວສູງລະຫວ່າງລາວກັບຈີນດັ່ງກ່າວນີ້ ຈະຍັງ​ຄົງ​ສືບຕໍ່ເນື່ອງຈາກ
ວ່າ ໂຄງການເຊື່ອມຕໍ່ທາງລົດໄຟຄວາມໄວສູງກັບຈີນດັ່ງກ່າວນີ້ ບໍ່ພຽງແຕ່ຈະເປັນການຕອບ
ສະໜອງຕໍ່ແຜນການພັດທະນາໃຫ້ລາວ ໄປເປັນສູນກາງຂອງການເຊື່ອມຕໍ່ທາງດ້ານຄົມມະ
ນາຄົມ-ຂົນສົ່ງໃນເຂດລຸ່ມແມ່ນໍ້າຂອງເທົ່ານັ້ນ ຫາກແຕ່ຍັງຈະເຮັດໃຫ້ລາວເປັນປະເທດທໍາອິດ
ໃນພູມີພາກເອເຊຍຕະເວັນອອກສຽງໃຕ້ ທີ່ມີລະບົບລົດໄຟຄວາມໄວສູງອີກດ້ວຍ.

ກ່ອນໜ້ານີ້ ທາງ​ການ​ລາວ​ແລະ​ຈີນ ​ໄດ້​ຕົກລົງ​ໃນ​ບົດ​ບັນທຶກຄວາມເຂົ້າໃຈຮ່ວມກັນວ່າ ຈະ
ຮ່ວມກັນຈັດຕັ້ງບໍລິສັດຮ່ວມທຶນຂຶ້ນມາ ເພື່ອຮັບຜິດຊອບໃນການກໍ່ສ້າງທາງລົດໄຟຄວາມໄວ
ສູງ ທີ່ເຊື່ອມຕໍ່ຈາກຈີນມາຍັງລາວໂດຍລັດຖະບານລາວ ແລະ​ຈີນຈະຖືຫຸ້ນລົງທຶນໃນສັດສ່ວນ 30% ​ແລະ 70% ຕາມ​ລໍາດັບ.

ການກໍ່ສ້າງທາງລົດໄຟສະເພາະໃນເຂດລາວ ທີ່ມີໄລຍະທາງຍາວເຖິງ 421 ກິໂລແມັດນັ້ນ ​ແລະຈະມີການກໍ່ສ້າງສະຖານີໃຫຍ່ 5 ແຫ່ງ ຄືຢູ່ດ່ານບໍ່ເຕັນ, ອຸດົມໄຊ, ຫຼວງພະບາງ, ວັງ
ວຽງ ແລະນະຄອນວຽງຈັນ. ນອກຈາກນັ້ນ ກໍ່ຈະມີສະຖານີນ້ອຍອີກ 16 ແຫ່ງ ທີ່ຢູ່ລະ
ຫວ່າງສະຖານີໃຫຍ່ທັງ 5 ແຫ່ງດັ່ງກ່າວ ພາຍ​ໃຕ້​ເປົ້າໝາຍຂະຫຍາຍການກໍ່ສ້າງໃຫ້ສໍາເລັດ
ຕະຫຼອດເສັ້ນທາງພາຍໃນປີ 2015 ດ້ວຍທຶນກໍ່ສ້າງ​ລວ​ມເຖິງ 7,000 ລ້ານໂດລາ ທີ່​ຈະ​ກູ້
ຢືມ​ຈາກ​ທະນາຄານ​ພັດທະນາ​ແຫ່ງຊາດ​ຈີນເປັນ​ສ່ວນ​ໃຫຍ່.

XS
SM
MD
LG