ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການສ້າງທາງລົດໄຟ ຄວາມໄວສູງລາວ-ຈີນ ຍັງບໍ່ມີກໍານົດວ່າ ຈະເລີ້ມແລະແລ້ວເມື່ອໃດ


ຕົວຢ່າງຂອງລົດໄຟຄວາມໄວສູງ ແລະເສັ້ນທາງ ຊຶ່ງຈີນກໍາລັງຈະສ້າງ ເພື່ອເຊື່ອມຕໍ່ມາຫາລາວ
ຕົວຢ່າງຂອງລົດໄຟຄວາມໄວສູງ ແລະເສັ້ນທາງ ຊຶ່ງຈີນກໍາລັງຈະສ້າງ ເພື່ອເຊື່ອມຕໍ່ມາຫາລາວ

ການກໍ່ສ້າງທາງລົດໄຟຄວາມໄວສູງເຊື່ອມຕໍ່ລະຫວ່າງລາວກັບຈີນ ຈະຍັງຄົງດໍາເນີນ ການຕໍ່ໄປ ແຕ່ກໍບໍ່ມີກໍາ ນົດເວລາທີ່ຊັດເຈນວ່າ ຈະດໍາເນີນການກໍ່ສ້າງໃຫ້ແລ້ວສໍາເລັດ ເມື່ອໃດແທ້.

ການຢືນຢັນວ່າ ໂຄງການກໍ່ສ້າງທາງລົດໄຟຄວາມໄວສູງ ເພື່ອເຊື່ອມຕໍ່ລະຫວ່າງລາວ
ກັບຈີນຍັງຄົງຈະມີການດໍາເນີນຕໍ່ໄປ ໄດ້ມີຂຶ້ນໃນລະຫວ່າງການປະຊຸມຂອງຄະນະລັດ
ຖະບານລາວ ໃນທ້າຍເດືອນເມສາທີ່ຜ່ານມາ ຕາມການລາຍງານຂອງທາງກະຊວງ
ແຜນການ ແລະການລົງທຶນ.

ຫາກແຕ່ວ່າ ໂຄງການດັ່ງກ່າວກໍຍັງຕ້ອງປະສົບກັບບັນຫາຊັກຊ້າຕໍ່ໄປອີກ ເພາະຍັງບໍ່
ມີກໍານົດເວລາ ທີ່ຊັດເຈນວ່າ ທາງການຈີນຈະເລີ້ມລົງມືດໍາເນີນການກໍ່ສ້າງຕົວຈິງໄດ້
ເມື່ອໃດ ໂດຍເຖິງແມ່ນວ່າທາງການຈີນ ຈະໄດ້ຢືນຢັນກັບທາງການລາວວ່າ ການສຶກສາ ຄວາມເປັນໄປໄດ້ຂອງໂຄງການໃນຂັ້ນສຸດທ້າຍ ຈະມີຂຶ້ນໃນໝໍ່ໆ ນີ້ກໍຕາມ ຫາກແຕ່ກໍບໍ່ ມີກໍານົດເວລາຂອງການດໍາເນີນງານທີ່ຊັດເຈນ ເຊ່ນດຽວກັນ.

ນອກຈາກນີ້ ນະໂຍບາຍຂອງລັດຖບານໄທ ກ່ຽວກັບແຜນການກໍ່ສ້າງທາງລົດໄຟຄວາມ
ໄວສູງໃນໄທ ເພື່ອເຊື່ອມຕໍ່ກັບລາວ ແລະຈີນນັ້ນ ກໍເປັນອີກປັດໃຈນຶ່ງ ທີ່ໄດ້ສົ່ງຜົນກະທົບ ເຖິງໂຄງການໃນລາວອີກດ້ວຍ

ເນື່ອງຈາກວ່າລັດຖະບານໄທ ໄດ້ມີການປ່ຽນແປງແຜນການກໍ່ສ້າງທາງລົດໄຟຄວາມໄວ
ສູງຈາກເດີມ ທີ່ໃຫ້ຄວາມສໍາຄັນກັບການເຊື່ອມຕໍ່ຈາກນະຄອນວຽງຈັນ ຜ່ານໜອງຄາຍ
ມາຍັງບາງກອກນັ້ນ ໄດ້ມີການປັບປ່ຽນມາໃຫ້ບຸລິມະສິດກັບເສັ້ນທາງທີ່ເຊື່ອມຕໍ່ຈາກ
ບາງກອກ ໄປຊຽງໃໝ່ເປັນໂຄງການທໍາອິດ.

ການສໍາຫລວດດິນ ເພື່ອຈະສ້າງທາງລົດໄຟຄວາມໄວສູງ ເຊື່ອຕໍ່ຈາກຈີນມາຫານະຄອນວຽງຈັນ ທີ່ມີຂຶ້ນໃນປີ 2011
ການສໍາຫລວດດິນ ເພື່ອຈະສ້າງທາງລົດໄຟຄວາມໄວສູງ ເຊື່ອຕໍ່ຈາກຈີນມາຫານະຄອນວຽງຈັນ ທີ່ມີຂຶ້ນໃນປີ 2011

ສ່ວນໂຄງການເຊື່ອມຕໍ່ທາງ
ລົດໄຟຄວາມໄວສູງກັບລາວ
ນັ້ນ ນອກຈາກຈະຍັງບໍ່ມີກໍາ
ນົດເວລາຂອງການເລີ່ມລົງ
ມືກໍ່ສ້າງທີ່ຊັດເຈນແລ້ວ ກໍ
ຍັງປະກົດວ່າ ທາງການໄທ
ໄດ້ຕັດສິນໃຈທີ່ຈະດໍາເນີນ
ການກໍ່ສ້າງທາງລົດໄຟທີ່ມີ
ໄລຍະທາງສັ້ນລົງອີກດ້ວຍ
ຊຶ່ງກໍຄືການກໍ່ສ້າງທາງລົດ
ໄຟຄວາມໄວສູງ ເຊື່ອມຕໍ່
ຈາກບາງກອກເຖິງຈັງຫວັດນະຄອນຣາດຊະສີມາ ຫຼື ໂຄລາດ ເທົ່ານັ້ນ.

ຊຶ່ງດ້ວຍແຜນການ ແລະນະໂຍບາຍດັ່ງກ່າວຂອງລັດຖະບານໄທ ກໍໄດ້ເປັນຜົນເຮັດໃຫ້ທາງ
ການຈີນເຫັນວ່າ ຍັງບໍ່ມີຄວາມຈໍາເປັນທີ່ຈະຕ້ອງເລັ່ງດໍາເນີນການກໍ່ສ້າງທາງລົດໄຟຄວາມ
ໄວສູງໃນລາວ ເພາະວ່າການທີ່ຈະເຮັດໃຫ້ການລົງທຶນກໍ່ສ້າງທາງລົດໄຟຄວາມໄວສູງ ໃນ
ລາວ ໄດ້ຮັບຜົນປະໂຫຍດສູງສຸດນັ້ນ ຈະຕ້ອງສາມາດເຊື່ອມຕໍ່ກັບໄທໄປມາເລເຊຍ ແລະ
ສິງກະໂປໄດ້ອີກດ້ວຍ ຊຶ່ງກໍໝາຍຄວາມວ່າ ທາງການຈີນຈະລົງທຶນກໍ່ສ້າງທາງລົດໄຟຄວາມ
ໄວສູງໃນລາວ ຢ່າງແທ້ຈິງນັ້ນ ກໍຕໍ່ເມື່ອວ່າມີຄວາມຊັດເຈນຈາກລັດຖະບານໄທເສຍກ່ອນ.

ແຕ່ຢ່າງໃດກໍຕາມ ທ່ານ ຈຽງ​ ຈ້າວຫຼຽງ, ປະທານ​ທະນາຄານ​ພັດທະນາ​ແຫ່ງປະ​ເທດ​ຈີນ​
​ໄດ້​ໃຫ້ການ​ຢືນຢັນ​ໃນ​ລະຫວ່າງ​ການ​ເຂົ້າ​ຢ້ຽມຢາມຄຳນັບ​ທ່ານ ຈູມ​ມະ​ລີ ​ໄຊ​ຍະ​ສອນ, ປະ
ທານ​ປະເທດ​ລາວ ເມື່ອ​ບໍ່​ດົນ​ມາ​ນີ້​ຢູ່​ນະຄອນຫຼວງ​ວຽງ​ຈັນວ່າ ລັດຖະບານ​ຈີນ ​ໄດ້​ໃຫ້​ຄວາມ
​ສຳຄັນ​ຢ່າງ​ຍິ່ງ ​ຕໍ່​ໂຄງ​ການ​ເຊື່ອມຕໍ່ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາກ​ຈີນ​ມາລາ​ວ. ດ້ວຍ​ເຫດ​ນີ້
ລັດຖະບານ​ຈີນ​ຈຶ່ງ​ໄດ້​ມອບ​ໝາຍ​ໃຫ້​ທະນາຄານ​ພັດທະນາ​ແຫ່ງປະ​ເທດຈີນ ​ເປັນ​ຜູ້​ຮັບ​ຜິດ​
ຊອບ​ໃນ​ການຈັດ​ຫາ​ແຫຼ່ງ​ເງິນທຶນເພື່ອ​ໃຫ້ການ​ສະໜັບ​ສະ​ໜູນ​ແກ່​ໂຄງການ​ໄປ​ຈົນ​ກວ່າວ່າ
ການ​ດຳ​ເນີນ​ງານ​ແລ້ວ​ຢ່າງ​ສົມບູນ ​ໃນ​ທຸກໆ​ດ້ານ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີລາວ
ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີລາວ

ທາງດ້ານທ່ານ ສົມສະຫວາດ
ເລັ່ງສະຫວັດ ຮອງນາຍົກລັດ
ຖະມົນຕີ, ໄດ້ຖະແຫຼງຢືນຢັນວ່າ
ທາງການລາວ ແລະຈີນໄດ້ຕົກ
ລົງໃນບົດບັນທຶກຄວາມເຂົ້າໃຈ
ຮ່ວມກັນຢ່າງຈະແຈ້ງແລ້ວວ່າ
ຈະຮ່ວມກັນຈັດຕັ້ງບໍລິສັດຮ່ວມ
ທຶນຂຶ້ນມາ ເພື່ອຮັບຜິດຊອບ
ໂຄງການດັ່ງກ່າວ ດັ່ງທີ່ທ່ານ
ສົມສະຫວາດໄດ້​ເນັ້ນຢໍ້າວ່າ:

`ໃນ MOU ໄດ້ລະບຸວ່າຈີນ-ລາວຮ່ວມກັນລົງທຶນ ເພື່ອກໍ່ສ້າງ ຄຸ້ມຄອງ ບໍລິຫານ
ບົນພີ້ນຖານຕ່າງ
ຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະພັດທະນາຮ່ວມກັນ ແລ້ວ ສ້າງຕັ້ງບໍລິສັດຮ່ວມທຶນລາວ-ຈີນ. ຢູ່ໃນນີ້ກໍແມ່ນຝ່າຍຈີນຈະປະກອບສ່ວນເປັນ
ເງິນສົດ ແລະອຸປະກອນ ຖືຫຸ້ນນີ້ແມ່ນ
70% ສ່ວນຝ່າຍລາວຖືຫຸ້ນ 30%. ໃນນີ້
ກະຮ
ວມມືຄ່າເວນຄືນທີດິນ ຍົກຍ້າຍຈັດສັນປະຊາຊົນ ຫຼືວ່າຄ່າເກັບກູ້ລະເບີດ
ບໍ່ທັນແຕກ.

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າ ການກໍ່ສ້າງທາງລົດໄຟໃນລາວນັ້ນ ຈະຕ້ອງໃຊ້ເງິນລົງ
ທຶນເຖິງ 7,000 ລ້ານໂດລາ ຈຶ່ງເຮັດໃຫ້ທາງການຈີນຕ້ອງການຕໍ່ລອງເອົາຜົນປະໂຫຍດ
ໃຫ້ໄດ້ຫລາຍທີ່ສຸດ ອັນເປັນຜົນເຮັດໃຫ້ການເຈລະຈາດັ່ງກ່າວ ຍັງຄົງສືບຕໍ່ເລື້ອຍມາຈົນ
ເຖິງເວລານີ້.

XS
SM
MD
LG