ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວຈະຖືຫຸ້ນ 30% ໃນການລົງທຶນກັບຈີນ ເພື່ອສ້າງທາງລົດໄຟ


ລາວແລະຈີນໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຫລື MOU ທີ່ນະຄອນ
ວຽງຈັນໃນທ້າຍປີ 2010 ເພື່ອກໍ່ສ້າງທາງລົດໄຟຈາກເຂດມົນທົນ
ຢູນານຂອງຈີນ ຕໍ່ໃສ່ນະຄອນວຽງຈັນຂອງລາວ.
ລາວແລະຈີນໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຫລື MOU ທີ່ນະຄອນ ວຽງຈັນໃນທ້າຍປີ 2010 ເພື່ອກໍ່ສ້າງທາງລົດໄຟຈາກເຂດມົນທົນ ຢູນານຂອງຈີນ ຕໍ່ໃສ່ນະຄອນວຽງຈັນຂອງລາວ.

ລັດຖະບານລາວຈະຖືຫຸ້ນ 30% ໃນບໍລິສັດຮ່ວມລົງທຶນກັບທາງການຈີນເພື່ອດໍາເນີນໂຄງ ການກໍ່ສ້າງທາງລົດໄຟທີ່ເຊື່ອມຕໍ່ຈາກຈີນມາລາວ ຊຶ່ງຈະເລີ້ມລົງມືກໍ່ສ້າງໃນຕົ້ນປີ 2011.


ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານລາວ
ຖະແຫຼງຢືນຢັນວ່າ ທາງການລາວ ແລະຈີນໄດ້ຕົກລົງໃນບັນທຶກຄວາມເຂົ້າໃຈຮ່ວມກັນຢ່າງ
ຈະແຈ້ງແລ້ວວ່າ ຈະຮ່ວມກັນຈັດຕັ້ງບໍລິສັດຮ່ວມທຶນມາເພື່ອຮັບຜິດຊອບການກໍ່ສ້າງທາງລົດ
ໄຟຄວາມໄວສູງທີ່ເຊື່ອມຕໍ່ຈາກຈີນມາຍັງລາວ ໂດຍລັດຖະບານລາວນັ້ນຈະຖືຫຸ້ນລົງທຶນ ໃນ
ສັດສ່ວນ 30% ໃນຂະນະທີ່ລັດຖະບານຈີນກໍຈະຖືຫຸ້ນໃນສັດສ່ວນ 70% ຂອງມູນຄ່າການ
ລົງທຶນທັງໝົດ.

ດັ່ງທີ່ທ່ານ ສົມສະຫວາດໄດ້ໃຫ້ການຊີ້ແຈ່ງໃນໂອກາດເຂົ້າຮ່ວມໃນກອງປະຊຸມສະໄໝສາ
ມັນຄັ້ງທີ 10 ຂອງສະພາແຫ່ງຊາດລາວຊຸດທີ່ 6 ເມື່ອບໍ່ນານມານີ້ວ່າ:

ທ່ານ ສົມສະຫວາດ ເລັ່ງສະຫວັດ
ທ່ານ ສົມສະຫວາດ ເລັ່ງສະຫວັດ

“ໃນ MOU ໄດ້ລະບຸວ່າຈີນ-ລາວຮ່ວມ
ກັນລົງທຶນເພື່ອກໍ່ສ້າງ ຄຸ້ມຄອງ ບໍລິຫານ
ບົນພີ້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະ
ໂຫຍດ ແລະພັດທະນາຮ່ວມກັນ ແລ້ວ
ສ້າງຕັ້ງບໍລິສັດຮ່ວມທຶນລາວ-ຈີນ. ຢູ່ໃນ
ນີ້ກໍແມ່ນຝ່າຍຈີນຈະປະກອບສ່ວນເປັນ
ເງິນສົດ ແລະອຸປະກອນ ຖືຫຸ້ນນີ້ແມ່ນ
70% ສ່ວນຝ່າຍລາວຖືຫຸ້ນ 30%. ໃນນີ້
ກະຮວມມືຄ່າເວນຄືນທີດິນ ຍົກຍ້າຍຈັດ
ສັນປະຊາຊົນ ຫຼືວ່າຄ່າເກັບກູ້ລະເບີດບໍ່
ທັນແຕກ.”

ທ່ານ ສົມສະຫວາດ ຍັງໄດ້ໃຫ້ການຢືນຢັນດ້ວຍວ່າການກໍ່ສ້າງທາງລົດໄຟສະເພາະໃນເຂດ
ລາວຈະເລີ່ມລົງມືໃນພາກຕົວຈິງນັບຈາກເດືອນເມສາ 2011 ເປັນຕົ້ນໄປ ແລະຖ້າຫາກວ່າ ການດໍາເນີນງານເປັນໄປຕາມແຜນການທີ່ວາງໄວ້ ກໍຄາດວ່າການກໍ່ສ້າງທາງລົດໄຟສະເພາະ
ໃນເຂດລາວທີ່ມີໄລຍະທາງຍາວເຖິງ 421 ກິໂລແມັດນັ້ນ ຈະແລ້ວສໍາເລັດຕະຫຼອດເສັ້ນ
ທາງພາຍໃນປີ 2015 ຊຶ່ງເປັນໂອກາດຄົບຮອບ 40 ປີ ຂອງການສະຖາປະນາສາທາລະ
ນະລັດ ປະຊາທິປະໄຕ ປະຊາຊົນລາວ ພໍດີ.

ອິງຕາມແຜນການກໍ່ສ້າງທາງລົດໄຟຄວາມໄວສູງສະເພາະໃນເຂດລາວ ທີ່ເຊື່ອມຕໍ່ຈາກຈີນ
ຢູ່ທີ່ດ່ານຊາຍແດນບໍ່ເຕັນໃນແຂວງຫຼວງນໍ້າທານັ້ນ ຈະມີການກໍ່ສ້າງສະຖານີໃຫຍ່ 5 ແຫ່ງ
ກໍຄືຢູ່ທີ່ດ່ານບໍ່ເຕັນ, ອຸດົມໄຊ, ຫຼວງພະບາງ, ວັງວຽງ ແລະນະຄອນວຽງຈັນ. ນອກຈາກ
ນັ້ນກໍ່ຈະມີສະຖານີນ້ອຍອີກ 16 ແຫ່ງ ທີ່ຢູ່ລະຫວ່າງສະຖານີໃຫຍ່ທັງ 5 ແຫ່ງດັ່ງກ່າວ.

ຄະນະເຈົ້າໜ້າທີ່ໄທ, ລາວແລະຈີນເຈລະຈາກັນ ເລື່ອງການພັດທະນາທາງລົດໄຟເຊື່ອມຕໍ່ຈາກຈີນ ຫາໄທໂດຍຜ່ານປະເທດລາວ, ວັນທີ 20 ສິງຫາ 2010 ທີ່ຈັງຫວັດໜອງຄາຍຂອງໄທ ຊຶ່ງສາມາດພາ ໃຫ້ບັນລຸເປົ້າໝາຍສ້າງທາງລົດໄຟອາຊຽນ-ຈີນໄດ້
ຄະນະເຈົ້າໜ້າທີ່ໄທ, ລາວແລະຈີນເຈລະຈາກັນ ເລື່ອງການພັດທະນາທາງລົດໄຟເຊື່ອມຕໍ່ຈາກຈີນ ຫາໄທໂດຍຜ່ານປະເທດລາວ, ວັນທີ 20 ສິງຫາ 2010 ທີ່ຈັງຫວັດໜອງຄາຍຂອງໄທ ຊຶ່ງສາມາດພາ ໃຫ້ບັນລຸເປົ້າໝາຍສ້າງທາງລົດໄຟອາຊຽນ-ຈີນໄດ້

ແຕ່ຢ່າງໃດກໍຕາມ ເນື່ອງຈາກ
ວ່າການກໍ່ສ້າງທາງລົດໄຟສ່ວນ
ໃຫຍ່ໃນລາວນັ້ນຈະຕ້ອງຜ່ານ
ເຂດພູຄອຍ ຊຶ່ງເຮັດໃຫ້ຕ້ອງມີ
ການຂຸດເຈາະອຸບມູງ ກໍຄິດເປັນ
ໄລຍະທາງລວມເຖິງ 190 ກິ
ໂລແມັດ ແລະຍັງຈະຕ້ອງກໍ່ສ້າງ
ຂົວອີກຫຼາຍແຫ່ງທີ່ມີຄວາມຍາວ
ຮວມກັນເຖິງ 90 ກິໂລແມັດ
ອີກດ້ວຍນັ້ນ ຈຶ່ງເຮັດໃຫ້ຄາດ
ໝາຍວ່າການກໍ່ສ້າງທາງລົດໄຟ
ຄວາມໄວສູງສະເພາະໃນເຂດ
ລາວນີ້ຈະຕ້ອງໃຊ້ເງິນລົງທຶນເຖິງ
7,000 ລ້ານໂດລາ ຊຶ່ງກໍ່ຄືທາງ
ການລາວຈະຕ້ອງຮ່ວມລົງທຶນ
ອີກດ້ວຍ ຄິດເປັນມູນຄ່າເຖິງ
2,100 ລ້ານໂດລາ ແລະກໍເຊື່ອວ່າທາງການລາວຈະໄດ້ມາຈາກການກູ້ຢືມຈາກທາງການຈີນ
ນັ້ນເອງ.

ຫຼ້າສຸດກໍມີລາຍງານວ່າ ທາງການຈີນໄດ້ເລີ້ມລົງມືກໍ່ສ້າງທາງລົດໄຟຕາມໂຄງການເຊື່ອມຕໍ່
ທາງລົດໄຟກັບລາວ ນັບແຕ່ທ້າຍເດືອນຕຸລາມາແລ້ວ ໂດຍເປັນການເລີ້ມກໍ່ສ້າງຈາກເຂດສິບ
ສອງພັນນາໃນມົນທົນຢຸນນານ ເພື່ອຕໍ່ມາຍັງຊາຍແດນລາວທີ່ບໍ່ເຕັນໃນແຂວງຫຼວງນໍ້າທາ.

ທາງການຈີນໄດ້ຕົກລົງຮ່ວມມືກັບທາງການລາວເຂົ້າໃນການພັດທະນາ ແລະກໍ່ສ້າງທາງລົດ
ໄຟໃນລາວ ເພື່ອເຊື່ອມຕໍ່ກັບຈີນ ແລະອາຊຽນເມື່ອບໍ່ນານມານີ້ ໂດຍໄດ້ມີການຈັດຕັ້ງບໍລິສັດ ຮ່ວມທຶນຂື້ນມາດໍາເນີນການຮ່ວມກັນ. ຫາກແຕ່ວ່າໃນສ່ວນຂອງເງິນທຶນ ແລະເທັກນິກຕ່າງໆ ທີ່ຈະນໍາໃຊ້ເຂົ້າໃນການກໍ່ສ້າງທາງລົດໄຟຊຶ່ງຮວມໄປເຖິງຫົວຈັກລົດໄຟ ແລະຂະບວນລົດໄຟ
ອີກດ້ວຍນັ້ນ ຈະມາຈາກຝ່າຍຈີນທັງໝົດ ໂດຍມີເປົ້າໝາຍທີ່ຈະເຊື່ອມຕໍ່ລາວ-ໄທ-ມາເລເຊຍ
-ສິງກະໂປ ຫຼືທີ່ເອີ້ນວ່າທາງລົດໄຟອາຊ່ຽນ-ຈີນນັ້ນເອງ.

XS
SM
MD
LG